ວັນອາທິດທີ 9 ພະຈິກ
ບໍ່ຕ້ອງຢ້ານ.—ດນອ. 10:19
ເຮົາຈະມີຄວາມກ້າຫານໄດ້ແນວໃດ? ເຖິງວ່າພໍ່ແມ່ເຮົາຢາກໃຫ້ເຮົາເປັນຄົນກ້າຫານ ແລະພໍ່ແມ່ເຮົາກໍເປັນຄົນກ້າຫານ ແຕ່ເຂົາເຈົ້າກໍບໍ່ສາມາດເອົາຄວາມກ້າຫານໃຫ້ເຮົາໄດ້ຄືກັບເອົາມໍລະດົກໃຫ້ລູກ. ການພະຍາຍາມມີຄວາມກ້າຫານເປັນຄືກັບການຮຽນຮູ້ທີ່ຈະເຮັດສິ່ງໃໝ່ໆທີ່ເຮົາບໍ່ເຄີຍເຮັດ. ວິທີໜຶ່ງທີ່ເຮົາຈະຮຽນທັກສະໃໝ່ໆກໍຄືສັງເກດເບິ່ງຜູ້ທີ່ເກັ່ງທາງດ້ານນັ້ນ ແລ້ວກໍຮຽນແບບລາວ. ເຮົາກໍຄືກັນ ເຮົາຮຽນທີ່ຈະເປັນຄົນກ້າຫານໄດ້ໂດຍສັງເກດເບິ່ງວ່າຄົນອື່ນສະແດງຄຸນລັກສະນະນີ້ແນວໃດ ແລ້ວຮຽນແບບເຂົາເຈົ້າ. ຄືກັບດານີເອນ ເຮົາຕ້ອງເຂົ້າໃຈຄຳພີໄບເບິນເປັນຢ່າງດີ. ເຮົາຕ້ອງສະໜິດກັບພະເຢໂຫວາໂດຍອະທິດຖານເຖິງເພິ່ນເລື້ອຍໆແລະລະບາຍຄວາມຮູ້ສຶກກັບເພິ່ນ. ເຮົາຕ້ອງໄວ້ວາງໃຈເພິ່ນແລະໝັ້ນໃຈວ່າເພິ່ນຈະຊ່ວຍເຫຼືອເຮົາສະເໝີ. ຖ້າເຮົາເຮັດແບບນີ້ ເມື່ອເຮົາຖືກທົດສອບຄວາມເຊື່ອ ເຮົາກໍຈະກ້າຫານຄືກັບດານີເອນ. ຄົນທີ່ມີຄວາມກ້າຫານມັກຈະໄດ້ຮັບຄວາມນັບຖືຈາກຄົນອື່ນແລະອາດເຖິງຂັ້ນເຮັດໃຫ້ບາງຄົນຢາກຮຽນຮູ້ກ່ຽວກັບພະເຢໂຫວາ. ເຮົາເຫັນເລີຍວ່າມີເຫດຜົນຫຼາຍຢ່າງທີ່ເຮັດໃຫ້ເຮົາຢາກເປັນຄົນກ້າຫານ. ຫ23.08 ໜ້າ 2 ຂໍ້ 2; ໜ້າ 4 ຂໍ້ 8-9
ວັນຈັນທີ 10 ພະຈິກ
ໃຫ້ກວດເບິ່ງທຸກສິ່ງຈົນໝັ້ນໃຈ.—1ທຊ. 5:21
ຄຳພາສາກຣີກທີ່ແປວ່າ “ກວດເບິ່ງໃຫ້ແນ່ໃຈ” ເປັນຄຳທີ່ໃຊ້ເພື່ອອະທິບາຍວິທີທີ່ຄົນກວດເບິ່ງໂລຫະທີ່ມີຄ່າ ເຊັ່ນ: ຄຳຫຼືເງິນວ່າເປັນຂອງແທ້ຫຼືບໍ່. ດັ່ງນັ້ນ ເຮົາຕ້ອງກວດເບິ່ງໃຫ້ແນ່ໃຈວ່າເລື່ອງທີ່ເຮົາໄດ້ຍິນແລະໄດ້ອ່ານເປັນເລື່ອງຈິງບໍ. ການເຮັດແບບນີ້ແຮ່ງສຳຄັນຫຼາຍກວ່ານັ້ນອີກສຳລັບເຮົາໃນທຸກມື້ນີ້ຍ້ອນໃກ້ຈະຮອດຄວາມທຸກລຳບາກຄັ້ງໃຫຍ່ແລ້ວ. ແທນທີ່ເຮົາຈະເຊື່ອທຸກຢ່າງທີ່ຄົນອື່ນເວົ້າ ໃຫ້ເຮົາພະຍາຍາມຄິດແລະສົມທຽບເລື່ອງທີ່ເຮົາອ່ານແລະໄດ້ຍິນກັບສິ່ງທີ່ເຮົາໄດ້ຮຽນຈາກຄຳພີໄບເບິນແລະອົງການຂອງພະເຢໂຫວາ. ເມື່ອເຮັດແບບນີ້ ເຮົາຈະບໍ່ຫຼົງເຊື່ອຂໍ້ມູນປອມທີ່ມາຈາກພວກປີສາດ ບໍ່ວ່າຈະເປັນເລື່ອງຫຍັງກໍຕາມ. (ສພສ. 14:15; 1ຕມ. 4:1) ເຮົາຮູ້ວ່າຄົນຂອງພະເຢໂຫວາຈະລອດຜ່ານຄວາມທຸກລຳບາກຄັ້ງໃຫຍ່ໄດ້ແນ່ນອນ. ແຕ່ສຳລັບເຮົາແຕ່ລະຄົນ ເຮົາບໍ່ຮູ້ວ່າມື້ອື່ນຈະເປັນແນວໃດ. (ຢກບ. 4:14) ດັ່ງນັ້ນ ບໍ່ວ່າເຮົາຈະລອດຜ່ານຄວາມທຸກລຳບາກຄັ້ງໃຫຍ່ຫຼືຈະຕາຍກ່ອນທີ່ຄວາມທຸກລຳບາກຄັ້ງໃຫຍ່ຈະມາຮອດ ເຮົາກໍຈະໄດ້ຮັບລາງວັນຢ່າງແນ່ນອນເຊິ່ງກໍຄືຊີວິດຕະຫຼອດໄປຖ້າເຮົາສັດຊື່ຕໍ່ພະເຢໂຫວາສະເໝີ. ຂໍໃຫ້ເຮົາທຸກຄົນສົນໃຈທີ່ຄວາມຫວັງທີ່ດີເລີດແລະກຽມພ້ອມສຳລັບວັນຂອງພະເຢໂຫວາສະເໝີ! ຫ23.06 ໜ້າ 13 ຂໍ້ 15-16
ວັນອັງຄານທີ 11 ພະຈິກ
ເພິ່ນ . . . ໄດ້ບອກສິ່ງທີ່ເພິ່ນຕ້ອງການເຮັດໃຫ້ຜູ້ [ຮັບໃຊ້] ຂອງເພິ່ນຮູ້.—ອມ. 3:7
ເຮົາບໍ່ຮູ້ວ່າຄຳພະຍາກອນບາງເລື່ອງໃນຄຳພີໄບເບິນຈະເກີດຂຶ້ນແທ້ແນວໃດ. (ດນອ. 12:8, 9) ແຕ່ເຖິງວ່າເຮົາຈະບໍ່ຮູ້ ກໍບໍ່ໄດ້ໝາຍຄວາມວ່າມັນຈະບໍ່ເປັນຄວາມຈິງ. ເຮົາໝັ້ນໃຈໄດ້ວ່າພະເຢໂຫວາຈະຊ່ວຍເຮົາໃຫ້ເຂົ້າໃຈສິ່ງທີ່ເຮົາຈຳເປັນຕ້ອງຮູ້ໃນເວລາທີ່ເໝາະສົມຄືກັບທີ່ເພິ່ນເຄີຍເຮັດໃນອະດີດ. ຈະມີການປະກາດວ່າ: “ສະຫງົບສຸກແລະປອດໄພແລ້ວ!” (1ທຊ. 5:3) ຕໍ່ຈາກນັ້ນ ອຳນາດທາງການເມືອງຈະໂຈມຕີສາສະໜາປອມແລະທຳລາຍມັນໃຫ້ສິ້ນຊາກ. (ພນມ. 17:16, 17) ຈາກນັ້ນ ອຳນາດທາງການເມືອງຈະໂຈມຕີຄົນຂອງພະເຈົ້າ. (ອຊກ. 38:18, 19) ແລ້ວສົງຄາມອາມາເຄໂດນກໍຈະເລີ່ມຕົ້ນຂຶ້ນ. (ພນມ. 16:14, 16) ເຮົາໝັ້ນໃຈໄດ້ວ່າເຫດການທັງໝົດຈະເກີດຂຶ້ນໃນໄວໆນີ້. ແຕ່ໃນລະຫວ່າງນັ້ນ ໃຫ້ເຮົາສະແດງຄວາມຂອບໃຈຕໍ່ພະເຢໂຫວາພໍ່ທີ່ຮັກຂອງເຮົາໃນສະຫວັນໂດຍຕັ້ງໃຈສຶກສາຄຳພະຍາກອນໃນຄຳພີໄບເບິນແລະຊ່ວຍຄົນອື່ນໃຫ້ເຮັດແບບນັ້ນຄືກັນ. ຫ23.08 ໜ້າ 13 ຂໍ້ 19-20