ວັນເສົາທີ 8 ພະຈິກ
ຄວາມຮັກລຸກໄໝ້ແຮງຄືກັບແປວໄຟ ນັ້ນແມ່ນແປວໄຟຂອງເຢໂຫວາ. ນ້ຳທີ່ໄຫຼແຮງໆບໍ່ສາມາດມອດໄຟຂອງຄວາມຮັກໄດ້ ແລະແມ່ນ້ຳຕ່າງໆກໍບໍ່ສາມາດພັດເອົາຄວາມຮັກໄປໄດ້ຄືກັນ.—ພຊມ. 8:6, 7
ນີ້ເປັນການພັນລະນາທີ່ໜ້າສົນໃຈຫຼາຍແທ້ໆ! ການພັນລະນານີ້ຮັບຮອງກັບຜູ້ທີ່ແຕ່ງດອງວ່າເຂົາເຈົ້າສາມາດມີຄວາມຮັກທີ່ໝັ້ນຄົງຕໍ່ກັນໄດ້. ຄວາມຮັກຈະໝັ້ນຄົງຫຼືບໍ່ ແມ່ນຂຶ້ນຢູ່ກັບຜົວແລະເມຍ. ຂໍໃຫ້ເຮົາມາເບິ່ງຕົວຢ່າງນີ້. ຕອນທີ່ເຮົາກໍ່ກອງໄຟ ເພື່ອໄຟຈະລຸກຢູ່ຕະຫຼອດ ເຮົາຕ້ອງໄດ້ໃສ່ຟືນເລື້ອຍໆ. ແຕ່ຖ້າເຮົາບໍ່ໃສ່ຟືນ ໃນທີ່ສຸດໄຟກໍຈະມອດ. ຄ້າຍຄືກັນ ເພື່ອຄວາມຮັກລະຫວ່າງຜົວກັບເມຍຈະໝັ້ນຄົງ ເຂົາເຈົ້າຈະຕ້ອງເສີມສ້າງສາຍສຳພັນທີ່ແໜ້ນແຟ້ນຕໍ່ກັນຢູ່ສະເໝີ. ແຕ່ບາງເທື່ອຜົວກັບເມຍອາດຮູ້ສຶກວ່າຄວາມຮັກຂອງເຂົາເຈົ້າເລີ່ມຈືດຈາງລົງໂດຍສະເພາະເມື່ອເຂົາເຈົ້າເຈິຄວາມຫຍຸ້ງຍາກ ເຊັ່ນ: ເມື່ອມີບັນຫາທາງການເງິນ ມີບັນຫາທາງດ້ານສຸຂະພາບ ຫຼືຖືກຄວາມກົດດັນຈາກການລ້ຽງລູກ. ເພື່ອຈະເຮັດໃຫ້ຄວາມຮັກໃນຊີວິດຄູ່ໝັ້ນຄົງຢູ່ສະເໝີ ທັງຜົວແລະເມຍຕ້ອງມີສາຍສຳພັນທີ່ແໜ້ນແຟ້ນກັບພະເຢໂຫວາຢູ່ສະເໝີ. ຫ23.05 ໜ້າ 20-21 ຂໍ້ 1-3
ວັນອາທິດທີ 9 ພະຈິກ
ບໍ່ຕ້ອງຢ້ານ.—ດນອ. 10:19
ເຮົາຈະມີຄວາມກ້າຫານໄດ້ແນວໃດ? ເຖິງວ່າພໍ່ແມ່ເຮົາຢາກໃຫ້ເຮົາເປັນຄົນກ້າຫານ ແລະພໍ່ແມ່ເຮົາກໍເປັນຄົນກ້າຫານ ແຕ່ເຂົາເຈົ້າກໍບໍ່ສາມາດເອົາຄວາມກ້າຫານໃຫ້ເຮົາໄດ້ຄືກັບເອົາມໍລະດົກໃຫ້ລູກ. ການພະຍາຍາມມີຄວາມກ້າຫານເປັນຄືກັບການຮຽນຮູ້ທີ່ຈະເຮັດສິ່ງໃໝ່ໆທີ່ເຮົາບໍ່ເຄີຍເຮັດ. ວິທີໜຶ່ງທີ່ເຮົາຈະຮຽນທັກສະໃໝ່ໆກໍຄືສັງເກດເບິ່ງຜູ້ທີ່ເກັ່ງທາງດ້ານນັ້ນ ແລ້ວກໍຮຽນແບບລາວ. ເຮົາກໍຄືກັນ ເຮົາຮຽນທີ່ຈະເປັນຄົນກ້າຫານໄດ້ໂດຍສັງເກດເບິ່ງວ່າຄົນອື່ນສະແດງຄຸນລັກສະນະນີ້ແນວໃດ ແລ້ວຮຽນແບບເຂົາເຈົ້າ. ຄືກັບດານີເອນ ເຮົາຕ້ອງເຂົ້າໃຈຄຳພີໄບເບິນເປັນຢ່າງດີ. ເຮົາຕ້ອງສະໜິດກັບພະເຢໂຫວາໂດຍອະທິດຖານເຖິງເພິ່ນເລື້ອຍໆແລະລະບາຍຄວາມຮູ້ສຶກກັບເພິ່ນ. ເຮົາຕ້ອງໄວ້ວາງໃຈເພິ່ນແລະໝັ້ນໃຈວ່າເພິ່ນຈະຊ່ວຍເຫຼືອເຮົາສະເໝີ. ຖ້າເຮົາເຮັດແບບນີ້ ເມື່ອເຮົາຖືກທົດສອບຄວາມເຊື່ອ ເຮົາກໍຈະກ້າຫານຄືກັບດານີເອນ. ຄົນທີ່ມີຄວາມກ້າຫານມັກຈະໄດ້ຮັບຄວາມນັບຖືຈາກຄົນອື່ນແລະອາດເຖິງຂັ້ນເຮັດໃຫ້ບາງຄົນຢາກຮຽນຮູ້ກ່ຽວກັບພະເຢໂຫວາ. ເຮົາເຫັນເລີຍວ່າມີເຫດຜົນຫຼາຍຢ່າງທີ່ເຮັດໃຫ້ເຮົາຢາກເປັນຄົນກ້າຫານ. ຫ23.08 ໜ້າ 2 ຂໍ້ 2; ໜ້າ 4 ຂໍ້ 8-9
ວັນຈັນທີ 10 ພະຈິກ
ໃຫ້ກວດເບິ່ງທຸກສິ່ງຈົນໝັ້ນໃຈ.—1ທຊ. 5:21
ຄຳພາສາກຣີກທີ່ແປວ່າ “ກວດເບິ່ງໃຫ້ແນ່ໃຈ” ເປັນຄຳທີ່ໃຊ້ເພື່ອອະທິບາຍວິທີທີ່ຄົນກວດເບິ່ງໂລຫະທີ່ມີຄ່າ ເຊັ່ນ: ຄຳຫຼືເງິນວ່າເປັນຂອງແທ້ຫຼືບໍ່. ດັ່ງນັ້ນ ເຮົາຕ້ອງກວດເບິ່ງໃຫ້ແນ່ໃຈວ່າເລື່ອງທີ່ເຮົາໄດ້ຍິນແລະໄດ້ອ່ານເປັນເລື່ອງຈິງບໍ. ການເຮັດແບບນີ້ແຮ່ງສຳຄັນຫຼາຍກວ່ານັ້ນອີກສຳລັບເຮົາໃນທຸກມື້ນີ້ຍ້ອນໃກ້ຈະຮອດຄວາມທຸກລຳບາກຄັ້ງໃຫຍ່ແລ້ວ. ແທນທີ່ເຮົາຈະເຊື່ອທຸກຢ່າງທີ່ຄົນອື່ນເວົ້າ ໃຫ້ເຮົາພະຍາຍາມຄິດແລະສົມທຽບເລື່ອງທີ່ເຮົາອ່ານແລະໄດ້ຍິນກັບສິ່ງທີ່ເຮົາໄດ້ຮຽນຈາກຄຳພີໄບເບິນແລະອົງການຂອງພະເຢໂຫວາ. ເມື່ອເຮັດແບບນີ້ ເຮົາຈະບໍ່ຫຼົງເຊື່ອຂໍ້ມູນປອມທີ່ມາຈາກພວກປີສາດ ບໍ່ວ່າຈະເປັນເລື່ອງຫຍັງກໍຕາມ. (ສພສ. 14:15; 1ຕມ. 4:1) ເຮົາຮູ້ວ່າຄົນຂອງພະເຢໂຫວາຈະລອດຜ່ານຄວາມທຸກລຳບາກຄັ້ງໃຫຍ່ໄດ້ແນ່ນອນ. ແຕ່ສຳລັບເຮົາແຕ່ລະຄົນ ເຮົາບໍ່ຮູ້ວ່າມື້ອື່ນຈະເປັນແນວໃດ. (ຢກບ. 4:14) ດັ່ງນັ້ນ ບໍ່ວ່າເຮົາຈະລອດຜ່ານຄວາມທຸກລຳບາກຄັ້ງໃຫຍ່ຫຼືຈະຕາຍກ່ອນທີ່ຄວາມທຸກລຳບາກຄັ້ງໃຫຍ່ຈະມາຮອດ ເຮົາກໍຈະໄດ້ຮັບລາງວັນຢ່າງແນ່ນອນເຊິ່ງກໍຄືຊີວິດຕະຫຼອດໄປຖ້າເຮົາສັດຊື່ຕໍ່ພະເຢໂຫວາສະເໝີ. ຂໍໃຫ້ເຮົາທຸກຄົນສົນໃຈທີ່ຄວາມຫວັງທີ່ດີເລີດແລະກຽມພ້ອມສຳລັບວັນຂອງພະເຢໂຫວາສະເໝີ! ຫ23.06 ໜ້າ 13 ຂໍ້ 15-16