ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
ໜັງສືພາສາລາວ (1993-2026)
ອອກຈາກລະບົບ
ເຂົ້າສູ່ລະບົບ
ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ຍິນດີຕ້ອນຮັບ
ນີ້ແມ່ນເຄື່ອງມືຄົ້ນຄວ້າຂໍ້ມູນຈາກໜັງສືຂອງພະຍານພະເຢໂຫວາໃນພາສາຕ່າງໆ.
ຖ້າຕ້ອງການດາວໂຫຼດສິ່ງພິມ ເຊີນເຂົ້າໄປທີ່ jw.org
  • ມື້ນີ້

ວັນ​ຈັນ​ທີ 3 ພະຈິກ

ຖ້າ [ພະ​ເຢໂຫວາ] ເວົ້າ​ແລ້ວ ເພິ່ນ​ຊິ​ບໍ່​ເຮັດ​ບໍ?—ຈຊບ. 23:19

ວິທີ​ໜຶ່ງ​ທີ່​ເຮົາ​ຈະ​ມີ​ຄວາມ​ເຊື່ອ​ເຂັ້ມແຂງ​ຂຶ້ນ​ແມ່ນ ການ​ຄິດ​ຕຶກຕອງ​ເລື່ອງ​ຄ່າໄຖ່. ຄ່າໄຖ່​ເຮັດ​ໃຫ້​ເຮົາ​ໝັ້ນໃຈ​ວ່າ​ຄຳ​ສັນຍາ​ທຸກ​ຢ່າງ​ຂອງ​ພະເຈົ້າ​ຈະ​ເປັນ​ຈິງ. ເມື່ອ​ເຮົາ​ຄິດ​ດີໆ​ວ່າ​ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ໃຫ້​ມີ​ຄ່າໄຖ່​ແລະ​ເພິ່ນ​ຕ້ອງ​ເສຍ​ສະລະ​ຫຼາຍ​ຂະໜາດ​ໃດ ມັນ​ຈະ​ເຮັດ​ໃຫ້​ເຮົາ​ໝັ້ນໃຈ​ຫຼາຍ​ຂຶ້ນ​ໃນ​ຄຳ​ສັນຍາ​ຂອງ​ພະເຈົ້າ​ເລື່ອງ​ຊີວິດ​ຕະຫຼອດ​ໄປ​ໃນ​ໂລກ​ໃໝ່​ທີ່​ດີ​ກວ່າ​ວ່າ​ຈະ​ຕ້ອງ​ເກີດຂຶ້ນ​ແທ້ໆ. ເປັນ​ຫຍັງ​ເຮົາ​ຈຶ່ງ​ເວົ້າ​ແບບ​ນັ້ນ? ໃຫ້​ຄິດ​ເບິ່ງ​ວ່າ​ພະ​ເຢໂຫວາ​ຕ້ອງ​ເສຍ​ສະລະ​ຫຍັງ​ແດ່? ເພິ່ນ​ສົ່ງ​ລູກ​ຊາຍ​ສຸດ​ທີ່​ຮັກ​ຂອງ​ເພິ່ນ​ເຊິ່ງ​ເປັນ​ຜູ້​ທີ່​ເພິ່ນ​ສະໜິດ​ທີ່​ສຸດ​ມາ​ເກີດ​ຢູ່​ໂລກ​ນີ້​ເພື່ອ​ເປັນ​ມະນຸດ​ທີ່​ສົມບູນແບບ. ຕອນ​ທີ່​ພະ​ເຢຊູ​ຢູ່​ໃນ​ໂລກ ເພິ່ນ​ຕ້ອງ​ເຈິ​ຄວາມ​ລຳບາກ​ຫຼາຍ​ຢ່າງ​ແລະ​ຕໍ່​ມາ​ເພິ່ນ​ກໍ​ຕ້ອງ​ທົນທຸກ​ແລະ​ຕາຍ​ດ້ວຍ​ຄວາມ​ເຈັບ​ປວດ. ພະ​ເຢໂຫວາ​ຍອມ​ສະລະ​ສິ່ງ​ທີ່​ມີ​ຄ່າ​ຫຼາຍ​ແທ້ໆ. ດັ່ງນັ້ນ ເພິ່ນ​ຈະ​ບໍ່​ມີ​ທາງ​ຍອມ​ໃຫ້​ລູກ​ຊາຍ​ຂອງ​ເພິ່ນ​ຕ້ອງ​ເຈັບ​ປວດ​ທໍລະມານ​ແລະ​ຕາຍ​ເພື່ອ​ໃຫ້​ເຮົາ​ມີ​ຊີວິດ​ທີ່​ດີ​ພຽງ​ແຕ່​ຊ່ວງ​ເວລາ​ສັ້ນໆ​ເທົ່າ​ນັ້ນ. (ຢຮ. 3:16; 1ປຕ. 1:18, 19) ຖ້າ​ພະ​ເຢໂຫວາ​ຍອມ​ສະລະ​ສິ່ງ​ທີ່​ມີ​ຄ່າ​ຫຼາຍ​ຂະໜາດ​ນີ້ ເພິ່ນ​ກໍ​ຕ້ອງ​ເຮັດ​ໃຫ້​ຊີວິດ​ຕະຫຼອດ​ໄປ​ໃນ​ໂລກ​ໃໝ່​ເກີດຂຶ້ນ​ແທ້​ຢ່າງ​ແນ່ນອນ. ຫ23.04 ໜ້າ 27 ຂໍ້ 8-9

ການ​ພິຈາລະນາ​ຂໍ້​ພະຄຳພີ​ປະຈຳ​ວັນ—2025

ວັນ​ອັງຄານ​ທີ 4 ພະຈິກ

ຄວາມ​ຕາຍ​ເອີ້ຍ ລິດເດດ​ຂອງ​ເຈົ້າ​ຢູ່​ໃສ?—ຮຊອ. 13:14

ພະ​ເຢໂຫວາ​ຢາກ​ປຸກ​ຄົນ​ຕາຍ​ໃຫ້​ຟື້ນ​ຄືນ​ມາ​ມີ​ຊີວິດ​ອີກ​ເທື່ອ​ໜຶ່ງ​ບໍ? ແມ່ນ​ແລ້ວ. ເພິ່ນ​ໄດ້​ດົນໃຈ​ຜູ້​ຂຽນ​ຄຳພີ​ໄບເບິນ​ຫຼາຍ​ຄົນ​ໃຫ້​ບັນທຶກ​ຄຳ​ສັນຍາ​ເລື່ອງ​ການ​ຄືນ​ມາ​ຈາກ​ຕາຍ. (ອຊຢ. 26:19; ພນມ. 20:11-13) ບໍ່​ວ່າ​ພະ​ເຢໂຫວາ​ຈະ​ສັນຍາ​ເລື່ອງ​ຫຍັງ ເພິ່ນ​ກໍ​ຈະ​ເຮັດ​ໃຫ້​ເກີດຂຶ້ນ​ແທ້​ທັງໝົດ. (ຢຊ. 23:14) ທີ່ຈິງ ພະ​ເຢໂຫວາ​ຢາກ​ປຸກ​ທຸກ​ຄົນ​ທີ່​ຕາຍ​ໃຫ້​ຟື້ນ​ຄືນ​ມາ​ແທ້ໆ! ໃຫ້​ເຮົາ​ມາ​ເບິ່ງ​ຄຳເວົ້າ​ຂອງ​ໂຢບ​ນຳ​ກັນ. ລາວ​ໝັ້ນໃຈ​ວ່າ​ເຖິງ​ວ່າ​ລາວ​ຈະ​ຕາຍ ແຕ່​ພະ​ເຢໂຫວາ​ກໍ​ຢາກ​ປຸກ​ລາວ​ໃຫ້​ກັບ​ມາ​ມີ​ຊີວິດ​ອີກ​ແທ້ໆ. (ໂຢບ 14:14, 15) ພະ​ເຢໂຫວາ​ຮູ້ສຶກ​ແບບ​ດຽວ​ກັນ​ນີ້​ກັບ​ຜູ້​ຮັບໃຊ້​ຂອງ​ເພິ່ນ​ທຸກ​ຄົນ​ທີ່​ຕາຍ​ໄປ​ແລ້ວ. ເພິ່ນ​ຄິດ​ຮອດ​ເຂົາເຈົ້າ​ແທ້ໆ. ເພິ່ນ​ຢາກ​ໃຫ້​ເຂົາເຈົ້າ​ກັບ​ມາ​ມີ​ຊີວິດ​ອີກ​ເທື່ອ​ໜຶ່ງ ມີ​ສຸຂະພາບ​ແຂງແຮງ ແລະ​ມີ​ຄວາມ​ສຸກ. ແລ້ວ​ອີກ​ຫຼາຍ​ພັນ​ລ້ານ​ຄົນ​ທີ່​ຕາຍ​ໄປ​ແລ້ວ​ແຕ່​ຍັງ​ບໍ່​ໄດ້​ຮູ້​ຈັກ​ພະ​ເຢໂຫວາ​ເດ? ພະ​ເຢໂຫວາ​ກໍ​ຢາກ​ປຸກ​ເຂົາເຈົ້າ​ໃຫ້​ມີ​ຊີວິດ​ອີກ​ຄື​ກັນ. (ກຈກ. 24:15) ເພິ່ນ​ຢາກ​ໃຫ້​ເຂົາເຈົ້າ​ມີ​ໂອກາດ​ທີ່​ຈະ​ໄດ້​ເປັນ​ໝູ່​ກັບ​ເພິ່ນ​ແລະ​ໄດ້​ຊີວິດ​ຕະຫຼອດ​ໄປ​ຢູ່​ໃນ​ໂລກ.—ຢຮ. 3:16. ຫ23.04 ໜ້າ 9 ຂໍ້ 5-6

ການ​ພິຈາລະນາ​ຂໍ້​ພະຄຳພີ​ປະຈຳ​ວັນ—2025

ວັນ​ພຸດ​ທີ 5 ພະຈິກ

ພະເຈົ້າ​ຈະ​ຊ່ວຍ​ພວກ​ເຮົາ​ໃຫ້​ມີ​ກຳລັງ.—ພສ. 108:13

ເຈົ້າ​ຈະ​ເຮັດ​ໃຫ້​ຄວາມ​ຫວັງ​ຂອງ​ເຈົ້າ​ຊັດເຈນ​ຂຶ້ນ​ໄດ້​ແນວ​ໃດ? ຖ້າ​ເຈົ້າ​ມີ​ຄວາມ​ຫວັງ​ທີ່​ຈະ​ມີ​ຊີວິດ​ຕະຫຼອດ​ໄປ​ໃນ​ໂລກ​ທີ່​ງາມໆ ໃຫ້​ອ່ານ​ວ່າ​ຄຳພີ​ໄບເບິນ​ເວົ້າ​ແນວ​ໃດ​ກ່ຽວກັບ​ໂລກ​ໃໝ່​ແລະ​ຄິດ​ກ່ຽວກັບ​ເລື່ອງ​ນັ້ນ. (ອຊຢ. 25:8; 32:16-18) ລອງ​ນຶກພາບ​ວ່າ​ຊີວິດ​ໃນ​ໂລກ​ໃໝ່​ຈະ​ເປັນ​ແນວ​ໃດ. ຖ້າ​ເຮົາ​ຄິດ​ເລື້ອຍໆ​ກ່ຽວກັບ​ຄວາມ​ຫວັງ​ເລື່ອງ​ໂລກ​ໃໝ່ ເຮົາ​ກໍ​ຈະ​ຮູ້ສຶກ​ວ່າ​ບັນຫາ​ທີ່​ເຮົາ​ເຈິ “ຢູ່​ພຽງ​ໄລຍະ​ສັ້ນໆ​ແລະ​ບໍ່​ໜັກ.” (2ກຣ. 4:17) ຄວາມ​ຫວັງ​ທີ່​ພະ​ເຢໂຫວາ​ໃຫ້​ເຈົ້າ​ຈະ​ເຮັດ​ໃຫ້​ເຈົ້າ​ເຂັ້ມແຂງ. ເພິ່ນ​ໄດ້​ກຽມ​ທຸກ​ຢ່າງ​ໃຫ້​ເຮົາ​ເພື່ອ​ຈະ​ຊ່ວຍ​ເຮົາ​ໃຫ້​ເຂັ້ມແຂງ. ດັ່ງນັ້ນ ເມື່ອ​ເຈົ້າ​ຕ້ອງການ​ຄວາມ​ຊ່ວຍ​ເຫຼືອ​ເພື່ອ​ຈະ​ເຮັດ​ວຽກ​ມອບໝາຍ​ໃຫ້​ສຳເລັດ ເພື່ອ​ຈະ​ອົດທົນ​ກັບ​ຄວາມ​ລຳບາກ ຫຼື​ເພື່ອ​ຈະ​ມີ​ຄວາມ​ສຸກ​ຢູ່​ສະເໝີ ໃຫ້​ເຈົ້າ​ອະທິດຖານ​ຫາ​ພະ​ເຢໂຫວາ​ແລະ​ສຶກສາ​ສ່ວນ​ໂຕ. ເພື່ອ​ຈະ​ໄດ້​ຮັບ​ການ​ຊີ້ນຳ​ຈາກ​ເພິ່ນ ໃຫ້​ເຈົ້າ​ຍອມຮັບ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ພີ່ນ້ອງ​ຮ່ວມ​ຄວາມ​ເຊື່ອ​ແລະ​ເຮັດ​ໃຫ້​ຄວາມ​ຫວັງ​ຂອງ​ເຈົ້າ​ຊັດເຈນ​ຢູ່​ສະເໝີ. ຖ້າ​ເຈົ້າ​ເຮັດ​ແບບ​ນັ້ນ ເຈົ້າ​ກໍ​ຈະ “ໄດ້​ຮັບ​ກຳລັງ​ຈາກ​ລິດເດດ​ທີ່​ຍິ່ງໃຫຍ່​ຂອງ [ພະເຈົ້າ] ເພື່ອ​ຈະ​ອົດທົນ​ຈົນ​ເຖິງ​ທີ່​ສຸດ​ແລະ​ອົດ​ກັ້ນ​ດ້ວຍ​ຄວາມ​ຍິນດີ.”—ກລຊ. 1:11. ຫ23.10 ໜ້າ 17 ຂໍ້ 19-20

ການ​ພິຈາລະນາ​ຂໍ້​ພະຄຳພີ​ປະຈຳ​ວັນ—2025
ຍິນດີຕ້ອນຮັບ
ນີ້ແມ່ນເຄື່ອງມືຄົ້ນຄວ້າຂໍ້ມູນຈາກໜັງສືຂອງພະຍານພະເຢໂຫວາໃນພາສາຕ່າງໆ.
ຖ້າຕ້ອງການດາວໂຫຼດສິ່ງພິມ ເຊີນເຂົ້າໄປທີ່ jw.org
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌