ວັນອັງຄານທີ 4 ພະຈິກ
ຄວາມຕາຍເອີ້ຍ ລິດເດດຂອງເຈົ້າຢູ່ໃສ?—ຮຊອ. 13:14
ພະເຢໂຫວາຢາກປຸກຄົນຕາຍໃຫ້ຟື້ນຄືນມາມີຊີວິດອີກເທື່ອໜຶ່ງບໍ? ແມ່ນແລ້ວ. ເພິ່ນໄດ້ດົນໃຈຜູ້ຂຽນຄຳພີໄບເບິນຫຼາຍຄົນໃຫ້ບັນທຶກຄຳສັນຍາເລື່ອງການຄືນມາຈາກຕາຍ. (ອຊຢ. 26:19; ພນມ. 20:11-13) ບໍ່ວ່າພະເຢໂຫວາຈະສັນຍາເລື່ອງຫຍັງ ເພິ່ນກໍຈະເຮັດໃຫ້ເກີດຂຶ້ນແທ້ທັງໝົດ. (ຢຊ. 23:14) ທີ່ຈິງ ພະເຢໂຫວາຢາກປຸກທຸກຄົນທີ່ຕາຍໃຫ້ຟື້ນຄືນມາແທ້ໆ! ໃຫ້ເຮົາມາເບິ່ງຄຳເວົ້າຂອງໂຢບນຳກັນ. ລາວໝັ້ນໃຈວ່າເຖິງວ່າລາວຈະຕາຍ ແຕ່ພະເຢໂຫວາກໍຢາກປຸກລາວໃຫ້ກັບມາມີຊີວິດອີກແທ້ໆ. (ໂຢບ 14:14, 15) ພະເຢໂຫວາຮູ້ສຶກແບບດຽວກັນນີ້ກັບຜູ້ຮັບໃຊ້ຂອງເພິ່ນທຸກຄົນທີ່ຕາຍໄປແລ້ວ. ເພິ່ນຄິດຮອດເຂົາເຈົ້າແທ້ໆ. ເພິ່ນຢາກໃຫ້ເຂົາເຈົ້າກັບມາມີຊີວິດອີກເທື່ອໜຶ່ງ ມີສຸຂະພາບແຂງແຮງ ແລະມີຄວາມສຸກ. ແລ້ວອີກຫຼາຍພັນລ້ານຄົນທີ່ຕາຍໄປແລ້ວແຕ່ຍັງບໍ່ໄດ້ຮູ້ຈັກພະເຢໂຫວາເດ? ພະເຢໂຫວາກໍຢາກປຸກເຂົາເຈົ້າໃຫ້ມີຊີວິດອີກຄືກັນ. (ກຈກ. 24:15) ເພິ່ນຢາກໃຫ້ເຂົາເຈົ້າມີໂອກາດທີ່ຈະໄດ້ເປັນໝູ່ກັບເພິ່ນແລະໄດ້ຊີວິດຕະຫຼອດໄປຢູ່ໃນໂລກ.—ຢຮ. 3:16. ຫ23.04 ໜ້າ 9 ຂໍ້ 5-6
ວັນພຸດທີ 5 ພະຈິກ
ພະເຈົ້າຈະຊ່ວຍພວກເຮົາໃຫ້ມີກຳລັງ.—ພສ. 108:13
ເຈົ້າຈະເຮັດໃຫ້ຄວາມຫວັງຂອງເຈົ້າຊັດເຈນຂຶ້ນໄດ້ແນວໃດ? ຖ້າເຈົ້າມີຄວາມຫວັງທີ່ຈະມີຊີວິດຕະຫຼອດໄປໃນໂລກທີ່ງາມໆ ໃຫ້ອ່ານວ່າຄຳພີໄບເບິນເວົ້າແນວໃດກ່ຽວກັບໂລກໃໝ່ແລະຄິດກ່ຽວກັບເລື່ອງນັ້ນ. (ອຊຢ. 25:8; 32:16-18) ລອງນຶກພາບວ່າຊີວິດໃນໂລກໃໝ່ຈະເປັນແນວໃດ. ຖ້າເຮົາຄິດເລື້ອຍໆກ່ຽວກັບຄວາມຫວັງເລື່ອງໂລກໃໝ່ ເຮົາກໍຈະຮູ້ສຶກວ່າບັນຫາທີ່ເຮົາເຈິ “ຢູ່ພຽງໄລຍະສັ້ນໆແລະບໍ່ໜັກ.” (2ກຣ. 4:17) ຄວາມຫວັງທີ່ພະເຢໂຫວາໃຫ້ເຈົ້າຈະເຮັດໃຫ້ເຈົ້າເຂັ້ມແຂງ. ເພິ່ນໄດ້ກຽມທຸກຢ່າງໃຫ້ເຮົາເພື່ອຈະຊ່ວຍເຮົາໃຫ້ເຂັ້ມແຂງ. ດັ່ງນັ້ນ ເມື່ອເຈົ້າຕ້ອງການຄວາມຊ່ວຍເຫຼືອເພື່ອຈະເຮັດວຽກມອບໝາຍໃຫ້ສຳເລັດ ເພື່ອຈະອົດທົນກັບຄວາມລຳບາກ ຫຼືເພື່ອຈະມີຄວາມສຸກຢູ່ສະເໝີ ໃຫ້ເຈົ້າອະທິດຖານຫາພະເຢໂຫວາແລະສຶກສາສ່ວນໂຕ. ເພື່ອຈະໄດ້ຮັບການຊີ້ນຳຈາກເພິ່ນ ໃຫ້ເຈົ້າຍອມຮັບຄວາມຊ່ວຍເຫຼືອຈາກພີ່ນ້ອງຮ່ວມຄວາມເຊື່ອແລະເຮັດໃຫ້ຄວາມຫວັງຂອງເຈົ້າຊັດເຈນຢູ່ສະເໝີ. ຖ້າເຈົ້າເຮັດແບບນັ້ນ ເຈົ້າກໍຈະ “ໄດ້ຮັບກຳລັງຈາກລິດເດດທີ່ຍິ່ງໃຫຍ່ຂອງ [ພະເຈົ້າ] ເພື່ອຈະອົດທົນຈົນເຖິງທີ່ສຸດແລະອົດກັ້ນດ້ວຍຄວາມຍິນດີ.”—ກລຊ. 1:11. ຫ23.10 ໜ້າ 17 ຂໍ້ 19-20
ວັນພະຫັດທີ 6 ພະຈິກ
ຂອບໃຈພະເຈົ້າສຳລັບທຸກສິ່ງທຸກຢ່າງ.—1ທຊ. 5:18
ມີເຫດຜົນຫຼາຍຢ່າງທີ່ເຮົາອະທິດຖານຂອບໃຈພະເຢໂຫວາ. ເຮົາຄວນຂອບໃຈພະເຢໂຫວາສຳລັບທຸກສິ່ງທີ່ເຮົາມີ ຍ້ອນສິ່ງດີທຸກຢ່າງມາຈາກເພິ່ນ. (ຢກບ. 1:17) ຕົວຢ່າງເຊັ່ນ: ເຮົາຂອບໃຈພະເຢໂຫວາທີ່ສ້າງໂລກທີ່ສວຍງາມແລະສິ່ງຕ່າງໆທີ່ໜ້າງຶດງໍ້. ເຮົາຂອບໃຈທີ່ເພິ່ນໃຫ້ເຮົາມີຊີວິດ ມີຄອບຄົວ ມີໝູ່ ມີຄວາມຫວັງ ແລະເຮົາຍັງຂອບໃຈທີ່ເຮົາໄດ້ເປັນໝູ່ກັບເພິ່ນ. ເຮົາອາດຕ້ອງພະຍາຍາມຫຼາຍທີ່ຈະຄິດເຖິງເຫດຜົນທີ່ເຮົາຄວນຂອບໃຈພະເຢໂຫວາ ຍ້ອນເຮົາຢູ່ໃນໂລກທີ່ມີແຕ່ຄົນເຫັນແກ່ໂຕແລະບໍ່ຮູ້ຈັກຂອບໃຈ. ເຂົາເຈົ້າສົນໃຈແຕ່ວ່າຈະເຮັດແນວໃດເພື່ອໃຫ້ໄດ້ສິ່ງທີ່ໂຕເອງຕ້ອງການ ບໍ່ໄດ້ສົນໃຈວ່າຈະສະແດງຄວາມຂອບໃຈແນວໃດສຳລັບສິ່ງທີ່ໂຕເອງມີ. ຖ້າເຮົາເລີ່ມຄິດຄືກັບເຂົາເຈົ້າ ຄຳອະທິດຖານຂອງເຮົາກໍຈະມີແຕ່ການຂໍເທົ່ານັ້ນ. ເພື່ອຈະບໍ່ເປັນແບບນີ້ ເຮົາຕ້ອງພະຍາຍາມສ້າງນິດໄສທີ່ຈະເຫັນຄ່າແລະຂອບໃຈທຸກຢ່າງທີ່ພະເຢໂຫວາເຮັດເພື່ອເຮົາ.—ລກ. 6:45. ຫ23.05 ໜ້າ 4 ຂໍ້ 8-9