ພາກ 3
ແຫຼ່ງແຫ່ງສະຕິປັນຍາລ້ຳເລີດທີ່ບໍ່ມີອັນໃດປຽບໄດ້
1, 2. ເປັນຫຍັງເຮົາຄວນກວດສອບຄຳພີໄບເບິນ?
1 ຄຳພີໄບເບິນເປັນບັນທຶກກ່ຽວກັບສະຕິປັນຍາອັນສູງສົ່ງນັ້ນບໍ? ຄຳພີໄບເບິນຈະໃຫ້ຄຳຕອບອັນເປັນຄວາມຈິງຕໍ່ບັນຫາສຳຄັນອັນກ່ຽວກັບຈຸດມຸ່ງໝາຍຂອງຊີວິດສຳລັບເຮົາໄດ້ບໍ?
2 ຄຳພີໄບເບິນມີຄ່າຄູ່ຄວນທີ່ເຮົາຈະກວດສອບຢ່າງແນ່ນອນ. ເຫດຜົນປະການນຶ່ງຄືວ່າຄຳພີໄບເບິນເປັນໜັງສືພິເສດສຸດເທົ່າທີ່ເຄີຍຮີບໂຮມຂຶ້ນມາ ແຕກຕ່າງກັນຫຼາຍຈາກໜັງສືອື່ນໆ. ຂໍໃຫ້ພິຈາລະນາເບິ່ງຂໍ້ເທດຈິງຕໍ່ໄປນີ້.
ໜັງສືເກົ່າແກ່ທີ່ສຸດ ທີ່ຈຳໜ່າຍກວ້ງຂວາງທີ່ສຸດ
3, 4. ຄຳພີໄບເບິນເກົ່າແກ່ພຽງໃດ?
3 ຄຳພີໄບເບິນເປັນໜັງສືເກົ່າແກ່ທີ່ສຸດເທົ່າທີ່ມີການຂຽນຂຶ້ນມາ ບາງສ່ວນຂອງຄຳພີໄບເບິນມີການຮຽບຮຽງຂຶ້ນປະມານ 3,500 ປີມາແລ້ວ. ຄຳພີໄບເບິນເກົ່າແກ່ກວ່າໜັງສືອື່ນທີ່ຖືກັນວ່າສັກສິດເຖິງຫຼາຍສະຕະວັດ. ພະທຳເຫຼັ້ມທຳອິດຂອງ 66 ເຫຼັ້ມທີ່ມີຢູ່ໃນຄຳພີໄບເບິນນັ້ນຖືກຈາລຶກເມື່ອປະມານນຶ່ງພັນປີກ່ອນພະພຸດແລະຂົງຈື້ແລະສອງພັນປີກ່ອນມະຫະໝັດ.
4 ບັນທຶກທາງປະຫວັດສາດໃນຄຳພີໄບເບິນຍ້ອນຫຼັງໄປເຖິງຕອນເລີ່ມຕົ້ນຂອງຄອບຄົວມະນຸດແລະຊີ້ແຈງວ່າເຮົາມາຢູ່ເທິງແຜ່ນດິນໂລກນີ້ໄດ້ຢ່າງໃດ. ຄຳພີໄບເບິນໄດ້ນຳເຮົາໄປຈົນກະທັ່ງສະໄໝກ່ອນທີ່ມະນຸດໄດ້ຖືກສ້າງຂຶ້ນ ໂດຍໃຫ້ເຮົາຮູ້ຂໍ້ເທດຈິງກ່ຽວກັບການກຽມແຜ່ນດິນໂລກ.
5. ສຳເນົາຕົ້ນສະບັບຄຳພີໄບເບິນມີຢູ່ຫຼາຍເທົ່າໃດ ເມື່ອປຽບທຽບກັບຂໍ້ຂຽນບູຮານ
5 ໜັງສືອື່ນກ່ຽວກັບສາສະໜາແລະທີ່ບໍ່ແມ່ນທາງສາສະໜາດ້ວຍ ມີສຳເນົາຕົ້ນສະບັບເກົ່າແກ່ເຫຼືອຢູ່ບໍ່ກີ່ເຫຼັ້ມ. ແຕ່ສຳເນົາທີ່ຂຽນດ້ວຍມືຂອງຄຳພີໄບເບິນຫຼືບາງສ່ວນປະມານ 13,000 ສະບັບຍັງມີຢູ່ທັງໃນພາສາເຫບເລິແລະພາສາກຣີກ ຊຶ່ງບາງສະບັບຢູ່ໃນສະໄໝໃກ້ຄຽງຫຼາຍກັບສະໄໝທີ່ມີການຈາລຶກຕົ້ນສະບັບ. ສຳເນົາເຫຼົ່ານັ້ນຫຼົງເຫຼືອຢູ່ເຖິງແມ່ນວ່າເຄີຍມີການພະຍາຍາມມຸ່ງໂຈມຕີເທົ່າທີ່ຈະຄຶດອອກໄດ້ເພື່ອທຳລາຍຄຳພີໄບເບິນ.
6. ມີການຈຳໜ່າຍຄຳພີໄບເບິນອອກໄປກວ້າງຂວາງພຽງໃດ?
6 ອີກປະການນຶ່ງ ຄຳພີໄບເບິນເປັນໜັງສືທີ່ມີການຈຳໜ່າຍກວ້າງຂວາງທີ່ສຸດໃນປະຫວັດສາດ. ມີການຈຳໜ່າຍແຈກຢາຍຄຳພີໄບເບິນຫຼືບາງສ່ວນຂອງຄຳພີໄບເບິນໄປແລ້ວປະມານສາມພັນລ້ານເຫຼັ້ມໃນລະຫວ່າງສອງພັນພາສາ. ເວົ້າກັນວ່າ 98 ເປີເຊັນຂອງຄອບຄົວມະນຸດສາມາດອ່ານຄຳພີໄບເບິນໄດ້ໃນພາສາຂອງເຂົາເອງ. ບໍ່ມີໜັງສືອື່ນໃດມີການພິມຈຳໜ່າຍຫຼາຍພໍທີ່ຈະທຽບໄດ້.
7. ຈະກ່າວເຖິງຄວາມຖືກຕ້ອງແມ່ນຢຳຂອງຄຳພີໄບເບິນໄດ້ຢ່າງໃດ.
7 ນອກຈາກນີ້ ບໍ່ມີໜັງສືເກົ່າແກ່ອັນໃດຈະທຽບກັບຄຳພີໄບເບິນໄດ້ໃນເລື່ອງຄວາມຖືກຕ້ອງແມ່ນຢຳ. ພວກນັກວິທະຍາສາດ, ນັກປະຫວັດສາດ, ນັກບູຮານຄະດີ, ນັກພູມີສາດ, ຜູ້ຊ່ຽວຊານດ້ານພາສາ, ແລະອື່ນໆ ຕ່າງກໍ່ຢືນຢັນຄວາມຈິງຂອງບັນທຶກເລື່ອງຕ່າງໆ ໃນຄຳພີໄບເບິນສະເໝີມາ.
ຄວາມຖືກຕ້ອງແນ່ນອນທາງວິທະຍາສາດ
8. ຄຳພີໄບເບິນຖືກຕ້ອງແມ່ນຢຳພຽງໃດໃນເລື່ອງທາງວິທະຍາສາດ?
8 ຍົກຕົວຢ່າງ ເຖິງແມ່ນວ່າຄຳພີໄບເບິນບໍ່ໄດ້ຖືກຂຽນຂຶ້ນເພື່ອເປັນຕຳລາວິທະຍາສາດ ຄຳພີໄບເບິນກໍ່ສອດຄ່ອງກັບວິທະຍາສາດແທ້ເມື່ອເວົ້າເຖິງເລື່ອງທາງວິທະຍາສາດ. ແຕ່ໜັງສືບູຮານອື່ນໆ ຊຶ່ງຍອມຮັບວ່າເປັນໜັງສືສັກສິດນັ້ນມີເລື່ອງເທບນິຍາຍວິທະຍາສາດ, ເລື່ອງຜິດໆ ແລະການຕົວະຫຼອກໂດຍກົງ. ຂໍໃຫ້ສັງເກດພຽງສີ່ປະການຂອງຕົວຢ່າງຫຼວງຫຼາຍໃນເລື່ອງຄວາມຖືກຕ້ອງແນ່ນອນທາງວິທະຍາສາດຂອງຄຳພີໄບເບິນ:
9, 10. ແທນການສະທ້ອນເຖິງແງ່ຄຶດທີ່ບໍ່ເປັນໄປຕາມວິທະຍາສາດໃນສະໄໝທີ່ມີການຈາລຶກນັ້ນ ຄຳພີໄບເບິນກ່າວຢ່າງໃດເຖິງສິ່ງທີ່ຍູ້ຫນູນໂລກ?
9 ວິທີທີ່ໂລກຖືກແຂວນໄວ້ໃນບ່ອນວ່າງເປົ່າ. ໃນສະໄໝບູຮານຄາວທີ່ມີການຈາລຶກຄຳພີໄບເບິນ ມີການຄຶດກັນຫຼວງຫຼາຍໃນເລື່ອງທີ່ວ່າໂລກຖືກແຂວນໄວ້ຢ່າງໃດໃນບ່ອນວ່າງເປົ່າ. ບາງຄົນເຊື່ອວ່າຊ້າງສີ່ໂຕຢືນເທິງຫຼັງເຕົ່າທະເລຍັກຫນູນໂລກໄວ້. ອາຣິສໂຕເຕິນ ນັກປາດແລະນັກວິທະຍາສາດຊາດກຣີກແຫ່ງສະຕະວັດທີສີ່ກ່ອນສາກົນສັກກະຫຼາດສອນວ່າໂລກບໍ່ມີມື້ລອຍໄດ້ໃນບ່ອນວ່າງເປົ່າ. ກົງກັນຂ້າມ ເຂົາສອນວ່າດວງດາວຕ່າງໆ ດາວພະເຄາະແລະສິ່ງອື່ນໆ ໃນທ້ອງຟ້າຖືກຕິດໄວ້ກັບພື້ນຜິວຂອງຊົງກົມທີ່ແຂງແລະໂປ່ງໃສພ້ອມດ້ວຍແຕ່ລະຊົງກົມຢູ່ພາຍໃນອີກຊົງກົມນຶ່ງ ຄາດກັນວ່າໂລກຢູ່ເທິງຊົງກົມໃນສຸດ ສ່ວນດວງດາວຕ່າງໆ ນັ້ນຢູ່ເທິງຊົງກົມນອກສຸດ.
10 ແຕ່ແທນທີ່ຈະສະທ້ອນແງ່ຄຶດອັນເຫຼວໄຫຼແລະບໍ່ເປັນໄປຕາມຫຼັກວິທະຍາສາດທີ່ມີຢູ່ໃນສະໄໝຊຶ່ງມີການຈາລຶກນັ້ນ ຄຳພີໄບເບິນກ່າວ (ປະມານໃນປີ 1473 ກ່ອນສ.ສ.) ງ່າຍໆ ວ່າ: “[ພະເຈົ້າ] ແຂວນແຜ່ນດິນໂລກໄວ້ເທິງຄວາມວ່າງເປົ່າ.” (ໂຢບ 26:7, ລ.ມ.) ໃນກົກເຄົ້າພາສາເຫບເລິ ຄຳທີ່ຖືກແປເປັນ “ຄວາມວ່າງເປົ່າ” ໃນທີ່ນີ້ໝາຍເຖິງ “ບໍ່ມີຫຍັງເລີຍ” ແລະນີ້ເປັນພຽງຄັ້ງດຽວເທົ່ານັ້ນທີ່ຄຳນີ້ປາກົດໃນຄຳພີໄບເບິນ. ການທີ່ຄຳພີໄບເບິນໃຫ້ພາບຂອງໂລກທີ່ຫ້ອມລ້ອມໂດຍຄວາມວ່າງເປົ່ານັ້ນເປັນທີ່ຍອມຮັບໂດຍບັນດານັກວິຊາການວ່າເປັນການເຫັນລ່ວງໜ້າທີ່ເປັນຕາງຶດງໍ້ສຳລັບສະໄໝທີ່ມີການຈາລຶກຄຳພີໄບເບິນ. ວັດຈະນານຸກົມທາງເທວະວິທະຍາແຫ່ງພະຄຳພີເດີມ (ພາສາອັງກິດ) ກ່າວວ່າ: “ໂຢບ 26:7 ໃຫ້ພາບໂລກທີ່ຮູ້ຈັກກັນໃນສະໄໝນັ້ນຢ່າງງົງງວຍວ່າແຂວນລອຍຢູ່ໃນບ່ອນວ່າງ ດ້ວຍເຫດນັ້ນຈຶ່ງເປັນການຮູ້ລ່ວງໜ້າເຖິງການຄົ້ນພົບທາງວິທະຍາສາດໃນອະນາຄົດ.”
11, 12. ເມື່ອໃດທີ່ມະນຸດມາເຂົ້າໃຈຄວາມຈິງຂອງໂຢບ 26:7?
11 ຖ້ອຍຄຳອັນຖືກຕ້ອງຂອງຄຳພີໄບເບິນດົນກວ່າ ອາຣິສໂຕເຕິນກວ່າ 1,100 ປີ. ເຖິງຢ່າງນັ້ນກໍ່ດີ ແງ່ຄຶດຂອງອາຣິສໂຕເຕິນຍັງມີການສອນວ່າເປັນຂໍ້ເທດຈິງເປັນເວລາປະມານ 2,000 ປີຫຼັງຈາກເຂົາສິ້ນຊີວິດ! ໃນທີ່ສຸດໃນປີສາກົນສັກກະຫຼາດ 1687 ເຊີໄອແຊກນິວຕັນ ໄດ້ຕີພິມການຄົ້ນພົບຂອງທ່ານທີ່ວ່າໂລກຖືກແຂວນຢູ່ໃນບ່ອນວ່າງໃຫ້ສຳພັນກັບວັດຖຸອື່ນໆ ໃນທ້ອງຟ້າໂດຍມີແຮງດຶງດູດຕໍ່ກັນແລະກັນ ນັ້ນຄືຄວາມດຶງດູດ. ແຕ່ອັນນັ້ນເປັນເວລາເກືອບ 3,200 ປີຫຼັງຈາກທີ່ຄຳພີໄບເບິນໄດ້ຖະແຫຼງໄວ້ຢ່າງລຽບງ່າຍແລະງົດງາມວ່າໂລກແຂວນໄວ້ “ເທິງຄວາມວ່າງເປົ່າ.”
12 ແມ່ນແລ້ວເກືອບ 3,500 ປີມາແລ້ວ ຄຳພີໄບເບິນອະທິບາຍຢ່າງຖືກຕ້ອງວ່າໂລກບໍ່ມີອັນໃດທີ່ເບິ່ງໄດ້ຫນູນຢູ່ ເປັນຂໍ້ເທດຈິງທີ່ສອດຄ່ອງກັບກົດແຫ່ງຄວາມດຶງດູດແລະການເຄື່ອນໄຫວຊຶ່ງເຂົ້າໃຈກັນເມື່ອບໍ່ດົນມານີ້. ນັກວິຊາການຄົນນຶ່ງກ່າວວ່າ: “ພວກທີ່ບໍ່ຍອມຮັບວ່າພະຄຳພີສັກສິດເປັນມາໂດຍການດົນບັນດານນັ້ນຈຶ່ງຍາກທີ່ຈະຕອບຄຳຖາມທີ່ວ່າໂຢບຮູ້ຈັກຄວາມຈິງຂໍ້ນີ້ໄດ້ແນວໃດ.”
13. ຜູ້ຄົນຖືວ່າແຜ່ນດິນໂລກມີສັນຖານຢ່າງໃດເມື່ອຫຼາຍສະຕະວັດ
13 ສັນຖານຂອງໂລກ. ສາລານຸກົມອາເມລິການາ ບອກວ່າ: “ຄວາມຄຶດທຳອິດທີ່ຄົນເຮົາເຄີຍມີກ່ຽວກັບໂລກນັ້ນຄື ໂລກເປັນແຜ່ນແບນແຂງທີ່ງໍບໍ່ໄດ້ຢູ່ທີ່ສູນກາງເອກະພົບ . . . ແນວຄວາມຄຶດທີ່ວ່າໂລກນີ້ສັນຖານກົມນັ້ນບໍ່ເປັນທີ່ຍອມຮັບກັນຢ່າງກວ້າງຂວາງຈົນເຖິງສະຕະວັດທີ 14 ເຖິງ 16.” ພວກນັກເດີນເຮືອບາງຄົນຢ້ານວ່າເຂົາອາດຈະຂີ່ເຮືອຕົກຂອບໂລກທີ່ແບນນີ້ລົງໄປ. ແຕ່ວ່າການນຳເອົາເຂັມທິດແລະວິທີການທີ່ກ້າວໜ້າອື່ນໆ ມາໃຊ້ຈຶ່ງເຮັດໃຫ້ການເດີນເຮືອໃນທະເລໄປໄກໄດ້ຫຼາຍກວ່າເກົ່າ. ສາລານຸກົມອີກເຫຼັ້ມນຶ່ງອະທິບາຍວ່າ: “ການເດີນເຮືອເພື່ອຄົ້ນຫາດິນແດນໃໝ່ສະແດງໃຫ້ເຫັນວ່າໂລກກົມບໍ່ແມ່ນແບນຕາມທີ່ຄົນສ່ວນຫຼາຍເຄີຍເຊື່ອກັນ.”
14. ຄຳພີໄບເບິນພັນລະນາເຖິງສັນຖານຂອງໂລກຢ່າງໃດແລເມື່ອໃດ?
14 ເຖິງຢ່າງນັ້ນກໍ່ດີ ເຫິງນານກ່ອນການເດີນເຮືອດັ່ງກ່າວ ປະມານ 2,700 ປີມາແລ້ວຄຳພີໄບເບິນກ່າວວ່າ: “ມີຜູ້ນຶ່ງຊຶ່ງປະທັບເທິງວົງກົມແຫ່ງແຜ່ນດິນໂລກ.” (ເອຊາອີ 40:22, ລ.ມ.) ຄຳພາສາເຫບເລິທີ່ຖືກແປວ່າ “ວົງກົມ” ໃນຂໍ້ນີ້ອາດຈະແປວ່າ “ຮູບຊົງກົມ” ໄດ້ຄືກັນ ດັ່ງທີ່ໜັງສືອ້າງອີງຫຼາຍເຫຼັ້ມອະທິບາຍໄວ້. ສະນັ້ນ ຄຳພີໄບເບິນສະບັບແປອື່ນໆ ຈຶ່ງບອກວ່າ “ໜ່ວຍໂລກ” (ດູເອເວີຊັນ) ແລະ “ໂລກກົມ.”—ມອຟຟັດ.
15. ເປັນຫຍັງຄຳພີໄບເບິນບໍ່ຖືກຊັກຈູງດ້ວຍແງ່ຄຶດກ່ຽວກັບໂລກທີ່ບໍ່ເປັນໄປຕາມວິທະຍາສາດ?
15 ດັ່ງນີ້ ຄຳພີໄບເບິນບໍ່ໄດ້ຖືກຊັກຈູງດ້ວຍແງ່ຄຶດທີ່ບໍ່ແມ່ນຕາມວິທະຍາສາດຊຶ່ງຂະຫຍາຍຫຼາຍໃນສະໄໝນັ້ນໃນເລື່ອງສິ່ງທີ່ຍູ້ຫນູນໂລກແລະສັນຖານຂອງໂລກ. ເຫດຜົນທີ່ງ່າຍໆ ກໍ່ຄື: ຜູ້ປະພັນຄຳພີໄບເບິນກໍ່ຄືຜູ້ສ້າງເອກະພົບນັ້ນເອງ. ພະອົງໄດ້ສ້າງແຜ່ນດິນໂລກ ດັ່ງນັ້ນພະອົງຈຶ່ງຊາບວ່າໂລກແຂວນຢູ່ກັບອັນໃດແລະໂລກມີສັນຖານຢ່າງໃດ. ດັ່ງນັ້ນພະອົງຈຶ່ງດົນບັນດານຄຳພີໄບເບິນ ພະອົງເອົາໃຈໃສ່ບໍ່ໃຫ້ມີການປະປົນແງ່ຄຶດທີ່ບໍ່ແມ່ນຕາມວິທະຍາສາດເຂົ້າໄປດ້ວຍ ບໍ່ວ່າແງ່ຄຶດເຫຼົ່ານັ້ນມີຄົນອື່ນໆ ເຊື່ອກັນຫຼາກຫຼາຍປານໃດກໍ່ຕາມໃນສະໄໝນັ້ນ.
16. ສ່ວນປະກອບຂອງສິ່ງມີຊີວິດລົງຮອຍກັນຢ່າງໃດກັບຄຳກ່າວໃນຄຳພີໄບເບິນ?
16 ສ່ວນປະກອບຂອງສິ່ງມີຊີວິດ. ພະທຳຕົ້ນເດິມ 2:7 ຖະແຫຼງວ່າ: “ພະເຢໂຫວາພະເຈົ້າໄດ້ເອົາຂີ້ຝຸ່ນດິນມາປັ້ນຕົວຄົນ.” ສາລານຸກົມເວິລດບຸກ ກ່າວວ່າ: “ອົງປະກອບສຳຄັນທາງເຄມີຊຶ່ງປະກອບກັນຂຶ້ນເປັນສິ່ງມີຊີວິດກໍ່ມີຢູ່ໃນສິ່ງບໍ່ມີຊີວິດຄືກັນ.” ດັ່ງນັ້ນສານເຄມີທຸກຢ່າງທີ່ປະກອບຂຶ້ນເປັນຮ່າງກາຍຂອງສິ່ງມີຊີວິດ ລວມເຖິງມະນຸດດ້ວຍ ຈະພົບເຫັນໃນແຜ່ນດິນໂລກດ້ວຍຄືກັນ. ເລື່ອງນີ້ປະສານກັບຄຳຖະແຫຼງໃນຄຳພີໄບເບິນຊຶ່ງໄດ້ລະບຸວັດສະດຸທີ່ພະເຈົ້າໃຊ້ໃນການສ້າງມະນຸດແລະສິ່ງມີຊີວິດອື່ນໆ.
17. ອັນໃດຄືຄວາມຈິງໃນເລື່ອງວິທີທີ່ສິ່ງມີຊີວິດເກີດຂຶ້ນມາ?
17 “ຕາມເຊື້ອຊາດຂອງເຂົາ (“ຕາມຊະນິດຂອງມັນ,” ລ.ມ.).” ຄຳພີໄບເບິນຖະແຫຼງວ່າພະເຈົ້າສ້າງມະນຸດຄູ່ທຳອິດແລະຈາກມະນຸດຄູ່ນີ້ ມະນຸດຄົນອື່ນໆ ຈຶ່ງໄດ້ສືບເຊື້ອສາຍຕໍ່ມາ. (ຕົ້ນເດິມ 1:26-28; 3:20) ຄຳພີໄບເບິນກ່າວວ່າສິ່ງມີຊີວິດອື່ນໆ ເຊັ່ນປາ, ນົກ, ແລະສັດລ້ຽງລູກດ້ວຍນົມກໍ່ເປັນເຊັ່ນດຽວກັນຄືເກີດມາ “ຕາມເຊື້ອຊາດຂອງເຂົາ (“ຕາມຊະນິດຂອງມັນ,” ລ.ມ.).” (ຕົ້ນເດິມ 1:11, 12, 21, 24, 25) ອັນນີ້ແມ່ນສິ່ງທີ່ພວກນັກວິທະຍາສາດໄດ້ພົບເຫັນໃນສິ່ງທີ່ຖືກສ້າງໃນທຳມະຊາດ ຄືວ່າສິ່ງມີຊີວິດທຸກຊະນິດເກີດຈາກພໍ່ແມ່ຊະນິດດຽວກັນ. ບໍ່ມີຂໍ້ຍົກເວັ້ນ. ກ່ຽວກັບເລື່ອງນີ້ນັກຟິສິກຊື່ເຣໂມກ່າວວ່າ: “ຊີວິດສ້າງຊີວິດສິ່ງນີ້ເກີດຂຶ້ນທຸກເວລາໃນທຸກຈຸລັງ. ແຕ່ສິ່ງບໍ່ມີຊີວິດສ້າງຊີວິດຢ່າງໃດ? ອັນນີ້ຄືບັນຫາໃຫຍ່ທີ່ສຸດຂໍ້ນຶ່ງທີ່ຊອກຫາຄຳຕອບບໍ່ໄດ້ໃນຊີວະວິທະຍາແລະຈົນກະທັ່ງດຽວນີ້ນັກຊີວະວິທະຍາກໍ່ພຽງແຕ່ເດົາເອົາເທົ່ານັ້ນ. ດ້ວຍວິທີການບາງຢ່າງສິ່ງບໍ່ມີຊີວິດໄດ້ຈັດການເພື່ອເຮັດໃຫ້ຕົນເອງເປັນລະບຽບດ້ວຍວິທີຂອງສິ່ງມີຊີວິດ . . . ແຕ່ໃນທີ່ສຸດຜູ້ປະພັນຕົ້ນເດີມອາດຈະໄດ້ກ່າວໄວ້ຢ່າງຖືກຕ້ອງກໍ່ໄດ້.”
ຄວາມຖືກຕ້ອງແນ່ນອນທາງປະຫວັດສາດ
18. ນັກກົດໝາຍຄົນນຶ່ງກ່າວຢ່າງໃດກ່ຽວກັບຄວາມຖືກຕ້ອງແມ່ນຢຳທາງປະຫວັດສາດຂອງຄຳພີໄບເບິນ?
18 ຄຳພີໄບເບິນມີປະຫວັດສາດບູຮານທີ່ຖືກຕ້ອງແນ່ນອນທີ່ສຸດໃນບັນດາໜັງສືທີ່ມີຢູ່. ໜັງສືນັກກົດໝາຍກວດສອບຄຳພີໄບເບິນ (ພາສາອັງກິດ) ເຮັດໃຫ້ຄວາມຖືກຕ້ອງແນ່ນອນທາງປະຫວັດສາດຂອງຄຳພີໄບເບິນເປັນເລື່ອງສຳຄັນດັ່ງນີ້: “ຂະນະທີ່ເລື່ອງນະວະນິຍາຍ, ເລື່ອງເລົ່າກັນມາ, ແລະຄຳພະຍານທີ່ບໍ່ຈິງນັ້ນລະມັດລະວັງໃນການຈັດເຫດການທີ່ກ່ຽວຂ້ອງນັ້ນຢູ່ໃນສະຖານທີ່ບາງແຫ່ງອັນຫ່າງໄກແລະເວລາທີ່ບໍ່ແນ່ນອນ ດັ່ງນັ້ນຈຶ່ງເປັນການລະເມີດກົດຂໍ້ທຳອິດທີ່ພວກເຮົາຊຶ່ງເປັນນັກກົດໝາຍຮຽນຮູ້ມາໃນການແກ້ຄະດີຢ່າງຖືກຕ້ອງຄືວ່າ: ‘ຄຳຖະແຫຼງຕ້ອງບອກເວລາແລະສະຖານທີ່’ ຂໍ້ຄວາມບັນຍາຍໃນຄຳພີໄບເບິນບອກເຮົາເຖິງວັນເວລາແລະສະຖານທີ່ຊຶ່ງກ່ຽວຂ້ອງກັບເລື່ອງນັ້ນດ້ວຍຄວາມແນ່ນອນທີ່ສຸດ.”
19. ແຫຼ່ງນຶ່ງໃຫ້ຄວາມເຫັນຢ່າງໃດກ່ຽວກັບລາຍລະອຽດທາງປະຫວັດສາດໃນຄຳພີໄບເບິນ?
19 ວັດຈະນານຸກົມໃໝ່ກ່ຽວກັບຄຳພີໄບເບິນ ໃຫ້ຄວາມເຫັນວ່າ: “[ຜູ້ຂຽນພະທຳກິດຈະການ] ຈັດເນື້ອຄວາມຂອງເຂົາໄວ້ໃນໂຄງຮ່າງຂອງປະຫວັດສາດໃນສະໄໝດຽວກັນ ບັນທຶກຂອງເຂົາເຕັມໄປດ້ວຍຂໍ້ຄວາມອ້າງອີງເຖິງຜູ້ປົກຄອງເມືອງ, ຜູ້ວ່າລາຊະການແຂວງ, ກະສັດຫົວເມືອງຂຶ້ນ, ແລະສິ່ງຕ່າງໆ ໃນທຳນອງນີ້ແລະຄັ້ງໃດກໍ່ຕາມຂໍ້ອ້າງອີງເຫຼົ່ານີ້ກໍ່ປາກົດວ່າຖືກຕ້ອງສຳລັບສະຖານທີ່ແລະສະໄໝທີ່ມີການກ່ຽວຂ້ອງກັນ.”
20, 21. ຜູ້ຄົງແກ່ຮຽນດ້ານຄຳພີໄບເບິນຄົນນຶ່ງກ່າວຢ່າງໃດກ່ຽວກັບປະຫວັດສາດໃນຄຳພີໄບເບິນ?
20 ເອສ. ອອສຕິນ ອັນລິໂບນ ກ່າວໄວ້ໃນເດີຢູນຽນໄບເບິນຄອມແພນຍັນ ວ່າ: “ເຊີໄອແຊກນິວຕັນ . . . ກໍ່ມີຊື່ສຽງເດັ່ນໃນຖານະນັກວິຈານຂໍ້ຂຽນສະໄໝບູຮານດ້ວຍຄືກັນແລະໄດ້ກວດສອບພະຄຳພີບໍລິສຸດດ້ວຍຄວາມລະມັດລະວັງຢ່າງຍິ່ງ. ເຂົາມີຄວາມເຫັນຢ່າງໃດໃນຂໍ້ນີ້? ເຂົາບອກວ່າ: ‘ຂ້ອຍພົບລັກສະນະຕ່າງໆ ທີ່ເຮັດໃຫ້ແນ່ແທ້ກ່ຽວກັບຄວາມເຊື່ອຖືໄດ້ໃນພະຄຳພີໃໝ່ຫຼາຍກວ່າໃນປະຫວັດສາດທາງໂລກບໍ່ວ່າເຫຼັ້ມໃດກໍ່ຕາມ.’ ດຣ. ຈອນສັນກ່າວວ່າເຮົາມີຫຼັກຖານທີ່ວ່າພະເຍຊູຄລິດສິ້ນພະຊົນຢູ່ທີ່ໂຄລະໂຄທາໃກ້ກັບເມືອງເຢຣຶຊາເລມດັ່ງທີ່ມີກ່າວໄວ້ໃນກິດຕິຄຸນຫຼາຍກວ່າຫຼັກຖານທີ່ວ່າຈູລຽດຊີຊາຕາຍໃນລັດຖະສະພານັ້ນອີກ. ຄວາມຈິງແລ້ວເຮົາມີຫຼັກຖານຫຼາຍກວ່າຢ່າງທີ່ປຽບທຽບບໍ່ໄດ້.”
21 ແຫຼ່ງຂໍ້ມູນນີ້ບອກເພີ່ມອີກວ່າ: “ລອງຖາມໃຜໆ ເບິ່ງທີ່ອ້າງວ່າສົງໄສຄວາມຈິງແຫ່ງປະຫວັດສາດໃນກິດຕິຄຸນວ່າເຂົາມີເຫດຜົນຫຍັງທີ່ເຊື່ອວ່າຊີຊາຕາຍໃນລັດຖະສະພາຫຼືເຊື່ອວ່າຈັກກະພັດຊາເລເມນຖືກສັນຕະປາປາ ລິໂອ ທີ 3 ສະຖາປະນາເປັນຈັກກະພັດໃນປີ 800? . . . ທ່ານຮູ້ໄດ້ຢ່າງໃດວ່າຊາລທີ 1 [ແຫ່ງອັງກິດ] ເຄີຍມີຊີວິດຢູ່ແລະຖືກຕັດຫົວ ແລະໂອລີເວີຄຣອມເວລໄດ້ກາຍມາເປັນຜູ້ປົກຄອງແທນ? . . . ເຊີໄອແຊກນິວຕັນມີຊື່ສຽງດ້ວຍການທີ່ໄດ້ຄົ້ນພົບກົດແຫ່ງຄວາມດຶງດູດ . . . ເຮົາເຊື່ອຂໍ້ຢືນຢັນທີ່ຫາກໍ່ກ່າວໄປແລ້ວກ່ຽວກັບຄົນເຫຼົ່ານັ້ນແລະເປັນເພາະວ່າເຮົາມີຫຼັກຖານທາງປະຫວັດສາດກ່ຽວກັບຄວາມເປັນຈິງຂອງເຂົາເຈົ້າ . . . ຫາກເມື່ອວ່າມີການສະເໜີຂໍ້ພິສູດຢ່າງນີ້ແລ້ວຍັງມີໃຜອີກທີ່ບໍ່ຍອມເຊື່ອ ເຮົາກໍ່ປ່ອຍເຂົາໃຫ້ເປັນຄົນດື້ດັ້ນຢ່າງໂງ່ຈ້າຫຼືອະວິດຊາຈົນບໍ່ມີຄວາມຫວັງຈະແກ້ໄຂໄດ້ເລີຍ.”
22. ເປັນຫຍັງບາງຄົນບໍ່ຍອມຮັບຄວາມໜ້າເຊື່ອຖືຂອງຄຳພີໄບເບິນ?
22 ດັ່ງນັ້ນແຫຼ່ງຂໍ້ມູນນີ້ສະຫລຸບວ່າ: “ຖ້າເຊັ່ນນັ້ນເຮົາຈະກ່າວຢ່າງໃດກັບຄົນທີ່ຍັງສະແດງຕົນເປັນຄົນບໍ່ຍອມຮັບຮູ້ ເຖິງແມ່ນວ່າຈະມີການສະເໜີຫຼັກຖານມາກມາຍໃນຂະນະນີ້ກ່ຽວກັບຄວາມເຊື່ອຖືຂອງພະຄຳພີບໍລິສຸດ? . . . ເຮົາຄົງມີເຫດຜົນແນ່ນອນທີ່ຈະລົງຄວາມເຫັນວ່າກໍ່ເປັນເພາະຫົວໃຈບໍ່ແມ່ນແນວຄຶດຊຶ່ງຜິດໄປ—ຄືວ່າເຂົາບໍ່ຕ້ອງການຈະເຊື່ອໃນສິ່ງທີ່ເຮັດໃຫ້ເຂົາຕ້ອງຫລຸດຜ່ອນຄວາມເຍີ້ຍິ່ງແລະຈະບັງຄັບເຂົາໃຫ້ດຳເນີນຊີວິດໃນແບບທີ່ແຕກຕ່າງອອກໄປ.”
ຄວາມສອດຄ່ອງກັນພາຍໃນແລະຄວາມກົງໄປກົງມາ
23, 24. ເຫດໃດຄວາມສອດຄ່ອງກັນພາຍໃນຄຳພີໄບເບິນເປັນເລື່ອງຜິດປົກກະຕິ?
23 ລອງຄຶດເບິ່ງວ່າໜັງສືເຫຼັ້ມນຶ່ງມີການຂຽນຂຶ້ນໃນລະຫວ່າງທີ່ຈັກກະພັດໂລມເຮືອງອຳນາດຕໍ່ເນື່ອງມາຈົນເຖິງຍຸກກາງ ແລະສຳເລັດແລ້ວໃນສະຕະວັດທີ 20 ນີ້ໂດຍມີຜູ້ຂຽນຫຼາຍຄົນທີ່ແຕກຕ່າງກັນຊ່ວຍກັນຂຽນ. ທ່ານຈະຄາດໝາຍຜົນເປັນຢ່າງໃດຖ້າຜູ້ຂຽນມີອາຊີບຫຼາຍຢ່າງຕ່າງໆ ກັນເຊັ່ນທະຫານ, ກະສັດ, ປະໂລຫິດ, ຊາວປະມົງ, ຄົນລ້ຽງສັດ, ແລະແພດ? ທ່ານຈະຄາດໝາຍໃຫ້ໜັງສືນັ້ນມີຄວາມສອດຄ່ອງແລະສຳພັນກັນບໍ? ທ່ານອາດຈະບອກວ່າ ‘ຍາກທີ່ຈະເປັນໄປໄດ້!’ ແຕ່ຄຳພີໄບເບິນມີຄວາມສອດຄ່ອງກັນໂດຍຕະຫຼອດບໍ່ແມ່ນເປັນພຽງແຕ່ໃນແນວຄວາມຄຶດທັງສິ້ນເທົ່ານັ້ນ ແຕ່ໃນລາຍລະອຽດເລັກໆ ນ້ອຍໆ ດ້ວຍ.
24 ຄຳພີໄບເບິນເປັນການຮີບໂຮມໜັງສື 66 ເຫຼັ້ມເຂົ້ານຳກັນຊຶ່ງໄດ້ຮັບການຈາລຶກໃນຊ່ວງເວລາກວ່າ 1,600 ປີ ໂດຍຜູ້ຈາລຶກປະມານ 40 ຄົນທີ່ແຕກຕ່າງກັນໂດຍເລີ່ມຈາລຶກໃນປີ 1513 ກ່ອນສາກົນສັກກະຫຼາດແລະສຳເລັດໃນປີ 98 ສາກົນສັກກະຫຼາດ. ເຫຼົ່າຜູ້ຈາລຶກມາຈາກຫຼາຍສາຂາອາຊີບທີ່ແຕກຕ່າງກັນແລະມີຫຼາຍຄົນທີ່ບໍ່ມີການຕິດຕໍ່ກັບຄົນອື່ນໆ ເລີຍ. ຢ່າງໃດກໍ່ດີ ໜັງສືອັນເປັນຜົນງານທີ່ເກີດຂຶ້ນນີ້ຕ່າງກໍ່ຕິດຕາມສາລະເນື້ອເລື່ອງທີ່ສຳພັນກັນໂດຍຕະຫຼອດ ຄືກັບວ່າເປັນຜົນຜະລິດບຸກຄົນດຽວ. ແລະກົງກັນຂ້າມກັບທີ່ບາງຄົນເຊື່ອຄຳພີໄບເບິນບໍ່ແມ່ນຜົນງານຂອງອາລະຍະທຳຕາເວັນຕົກ ແຕ່ໄດ້ຮັບການຈາລຶກໂດຍຄົນຕາເວັນອອກ.
25. ຄວາມຊື່ສັດແລະຄວາມກົງໄປກົງມາຂອງຄຳພີໄບເບິນສະໜັບສະຫນູນຂໍ້ອ້າງອັນໃດຂອງຜູ້ຈາລຶກຄຳພີໄບເບິນ?
25 ຂະນະທີ່ນັກຂຽນໃນສະໄໝບູຮານສ່ວນໃຫຍ່ຕ່າງລາຍງານສະເພາະຄວາມສຳເລັດແລະຄວາມດີຂອງຕົນເອງເທົ່ານັ້ນ ຜູ້ຈາລຶກຄຳພີໄບເບິນຍອມຮັບຄວາມຜິດພາດຂອງຕົນຢ່າງເປີດເຜີຍເຊັ່ນດຽວກັນກັບຄວາມລົ້ມເຫຼວຂອງກະສັດແລະຜູ້ນຳຂອງເຂົາ. ຈົດເຊັນບານຊີ 20:1-13 ແລະພະບັນຍັດຕິທີ່2 32:50-52 ບັນທຶກຄວາມບົກພ່ອງຂອງໂມເຊ ແລະເປັນທ່ານເອງທີ່ຈາລຶກພະທຳສອງເຫຼັ້ມນີ້. ໂຍນາ 1:1-3 ແລະ 4:1 ບອກເຖິງຄວາມບໍ່ສຳເລັດຂອງໂຍນາຊຶ່ງຂຽນບົດເລື່ອງເຫຼົ່ານັ້ນ. ມັດທາຽ 17:18-20; 18:1-6; 20:20-28; ແລະ 26:56 ບັນທຶກເຖິງລັກສະນະທີ່ອ່ອນແອຕ່າງໆ ທີ່ບັນດາສາວົກຂອງພະເຍຊູສະແດງໃຫ້ເຫັນ. ດ້ວຍເຫດນັ້ນຄວາມຊື່ສັດແລະຄວາມກົງໄປກົງມາຂອງຜູ້ຈາລຶກຄຳພີໄບເບິນຈຶ່ງໃຫ້ການສະໜັບສະຫນູນຕໍ່ຂໍ້ອ້າງທີ່ວ່າໄດ້ຮັບການດົນໃຈຈາກພະເຈົ້າ.
ລັກສະນະເດັ່ນທີ່ສຸດຂອງຄຳພີໄບເບິນ
26, 27. ເປັນຫຍັງຄຳພີໄບເບິນຈຶ່ງຖືກຕ້ອງແມ່ນຢຳແທ້ໆ ໃນດ້ານວິທະຍາສາດແລະໃນເລື່ອງອື່ນໆ ?
26 ຄຳພີໄບເບິນເອງເຜີຍໃຫ້ເຫັນເຖິງສາເຫດທີ່ຄຳພີໄບເບິນມີຄວາມຖືກຕ້ອງແນ່ນອນໃນດ້ານວິທະຍາສາດ, ປະຫວັດສາດ, ແລະໃນເລື່ອງອື່ນແລະສາເຫດທີ່ຄຳພີໄບເບິນມີຄວາມສອດຄ່ອງແລະຊື່ກົງຢ່າງຍິ່ງ. ຄຳພີໄບເບິນສະແດງວ່າ ພະຜູ້ສູງສຸດພະເຈົ້າອົງຊົງລິດທານຸພາບທຸກປະການພະຜູ້ສ້າງຊຶ່ງສ້າງເອກະພົບ ເປັນຜູ້ປະພັນຄຳພີໄບເບິນ. ພະອົງພຽງແຕ່ໃຊ້ຜູ້ຈາລຶກຄຳພີໄບເບິນທີ່ເປັນມະນຸດໃຫ້ເປັນຜູ້ຂຽນຂອງພະອົງ ແລະກະຕຸ້ນເຂົາດ້ວຍພະລັງປະຕິບັດການຂອງພະອົງໃຫ້ບັນທຶກສິ່ງທີ່ພະອົງດົນໃຈໃຫ້ຂຽນ.
27 ໂປໂລກ່າວໄວ້ໃນຄຳພີໄບເບິນວ່າ: “ພະຄຳພີໝົດສິ້ນເປັນດ້ວຍພະວິນຍານຂອງພະເຈົ້າ (“ຖືກດົນໃຈ,” ລ.ມ.) ແລະເປັນປະໂຫຍດສຳລັບສັ່ງສອນກໍ່ດີ ສຳລັບໃຫ້ຮູ້ແຈ້ງກໍ່ດີ ສຳລັບຕິສອນກໍ່ດີ ສຳລັບແອບສອນໃນຄວາມຊອບທຳກໍ່ດີ ເພື່ອຄົນຂອງພະເຈົ້າຈັກເຖິງທີ່ສຳເລັດແລະຊຳນານຈັກກະທຳການດີທຸກຢ່າງ.” ແລະອັກຄະສາວົກໂປໂລກ່າວຕື່ມອີກວ່າ: “ເມື່ອທ່ານທັງຫຼາຍໄດ້ຮັບເອົາພະຄຳທີ່ໄດ້ຍິນແຕ່ພວກເຮົາ ທ່ານທັງຫຼາຍໄດ້ຮັບແຕ່ພະເຈົ້າ ບໍ່ໃຊ່ຖ້ອຍຄຳແຫ່ງມະນຸດ ແຕ່ວ່າເໝືອນເປັນອີ່ຫຼີພະຄຳແຫ່ງພະເຈົ້າ.”—2 ຕີໂມເຕ 3:16, 17; 1 ເທຊະໂລນີກ 2:13.
28. ຖ້າເຊັ່ນນັ້ນຄຳພີໄບເບິນມາຈາກໃສ?
28 ດ້ວຍເຫດນີ້ ຄຳພີໄບເບິນຈຶ່ງມາຈາກຄວາມຄຶດຂອງຜູ້ປະພັນຜູ້ດຽວ—ຄືພະເຈົ້າ. ແລະດ້ວຍພະລັງທີ່ເກງຂາມຂອງພະອົງ ຈຶ່ງເປັນເລື່ອງງ່າຍທີ່ພະອົງຈະກະທຳໃຫ້ແນ່ນອນວ່າຄວາມຊື່ສັດຂອງສິ່ງທີ່ມີການຈາລຶກໄວ້ນັ້ນໄດ້ຮັບການຮັກສາໄວ້ຕໍ່ມາຈົນສະໄໝຂອງເຮົາ. ກ່ຽວກັບເລື່ອງນີ້ ເຊີເຟເດີຣິກເຄນຢອນ ນັກວິຊາການຊັ້ນນຳດ້ານສຳເນົາຕົ້ນສະບັບຄຳພີໄບເບິນ ກ່າວໄວ້ເມື່ອປີ 1940 ວ່າ: “ສາເຫດສຸດທ້າຍທີ່ເຮັດໃຫ້ມີຂໍ້ສົງໄສວ່າພະຄຳພີຕົກທອດມາເຖິງເຮົາກົງຕົ້ນສະບັບເດີມນັ້ນດຽວນີ້ຖືກຂະຈັດອອກໄປແລ້ວ.”
29. ອາດຈະຍົກຕົວຢ່າງອະທິບາຍຢ່າງໃດເຖິງຄວາມຮອບຮູ້ສາມາດຂອງພະເຈົ້າໃນການຕິດຕໍ່ສື່ສານ?
29 ມະນຸດມີຄວາມສາມາດສົ່ງສັນຍານວິທະຍຸແລະໂທລະທັດມາເຖິງແຜ່ນດິນໂລກໄດ້ຈາກບ່ອນຫ່າງໄກເປັນພັນໆ ກິໂລແມັດໃນອະວະກາດ ແມ່ນແຕ່ຈາກດວງເດືອນອີກດ້ວຍ. ຍານສຳຫຼວດອະວະກາດໄດ້ສົ່ງຂໍ້ມູນແລະພາບຈິງຈາກດາວພະເຄາະທີ່ຢູ່ຫ່າງອອກໄປນັບເປັນລ້ານໆ ກິໂລແມັດກັບມາເຖິງແຜ່ນດິນໂລກ. ເປັນທີ່ແນ່ນອນວ່າພະຜູ້ສ້າງຂອງມະນຸດ ພະຜູ້ສ້າງຄື້ນວິທະຍຸ ຈະກະທຳໄດ້ຍິ່ງກວ່ານັ້ນອີກ. ໂດຍແທ້ຈິງອັນນັ້ນເປັນເລື່ອງງ່າຍທີ່ພະອົງຈະໃຊ້ລິດທານຸພາບຍິ່ງໃຫຍ່ຂອງພະອົງເພື່ອສົ່ງຖ້ອຍຄຳແລະຮູບພາບເຂົ້າສູ່ຈິດໃຈຂອງຄົນເຫຼົ່ານັ້ນທີ່ພະອົງເລືອກໃຫ້ບັນທຶກຄຳພີໄບເບິນ.
30. ພະເຈົ້າປະສົງໃຫ້ມະນຸດຄົ້ນຫາບໍວ່າພະອົງມີພະປະສົງອັນໃດສຳລັບເຂົາ?
30 ຍິ່ງກວ່ານີ້ ມີອີກຫຼາຍຢ່າງກ່ຽວກັບແຜ່ນດິນໂລກນີ້ແລະຊີວິດເທິງແຜ່ນດິນໂລກຊຶ່ງໃຫ້ຫຼັກຖານກ່ຽວກັບການທີ່ພະເຈົ້າສົນພະໄທມະນຸດຊາດ. ດັ່ງນັ້ນຈຶ່ງເຂົ້າໃຈໄດ້ວ່າພະອົງຕ້ອງການຈະຊ່ວຍເຫຼືອມະນຸດໃຫ້ຊອກຫາວ່າພະອົງຄືຜູ້ໃດແລະພະອົງມີພະປະສົງອັນໃດສຳລັບເຂົາໂດຍການສະແດງສິ່ງເຫຼົ່ານີ້ຢ່າງແຈ່ມແຈ້ງໃນໜັງສືເຫຼັ້ມນຶ່ງ ເອກະສານທີ່ຄົງທົນຖາວອນສະບັບນຶ່ງ.
31. ເພາະເຫດໃດຂ່າວສານທີ່ໄດ້ຮັບການດົນໃຈຊຶ່ງມີບັນທຶກໄວ້ຈຶ່ງເໜືອກວ່າຂໍ້ມູນທີ່ມີການຖ່າຍທອດສືບຕໍ່ມາໂດຍການບອກເລົ່າຫຼາຍແທ້ໆ?
31 ຂໍໃຫ້ພິຈາລະນາອີກ ຄືຄວາມເໜືອກວ່າຂອງໜັງສືທີ່ພະເຈົ້າປະພັນ ປຽບທຽບກັບຄວາມຮູ້ທີ່ມະນຸດຖ່າຍທອດສືບຕໍ່ມາໂດຍການເລົ່າ. ຖ້ອຍຄຳທີ່ເລົ່າຕໍ່ກັນມາບໍ່ອາດຈະໄວ້ວາງໃຈໄດ້ ເນື່ອງຈາກຜູ້ຄົນເຫຼົ່ານັ້ນຊຶ່ງຖອດຄວາມຂ່າວສານແລະເມື່ອເວລາຜ່ານໄປ ຄວາມໝາຍຂອງຂ່າວສານຄົງຖືກບິດເບືອນ. ພວກເຂົາຈະສົ່ງຜ່ານຄວາມຮູ້ໂດຍຄຳເວົ້າຕາມແງ່ຄຶດຂອງເຂົາເອງ. ແຕ່ບັນທຶກເລື່ອງຕ່າງໆ ອັນຖາວອນທີ່ພະເຈົ້າດົນໃຈນັ້ນຄົງບໍ່ມີຂໍ້ຜິດພາດເລີຍ. ນອກຈາກນັ້ນໜັງສືເຫຼັ້ມນຶ່ງອາດຈະມີການຜະລິດຂຶ້ນໃໝ່ແລະແປໄດ້ເພື່ອຫຼາຍຄົນທີ່ອ່ານພາສາອື່ນໆ ຈະໄດ້ປະໂຫຍດຈາກໜັງສືນັ້ນໄດ້. ດັ່ງນັ້ນ ຈຶ່ງມີເຫດຜົນບໍ່ແມ່ນບໍທີ່ພະຜູ້ສ້າງຂອງເຮົາໃຊ້ວິທີການເຊັ່ນນັ້ນເພື່ອຈັດໃຫ້ມີຄວາມຮູ້? ແທ້ອີ່ຫຼີ ອັນນັ້ນເປັນເລື່ອງທີ່ຍິ່ງກວ່າມີເຫດຜົນອີກ ເນື່ອງຈາກພະຜູ້ສ້າງກ່າວວ່ານັ້ນຄືສິ່ງທີ່ພະອົງກະທຳ.
ຄຳພະຍາກອນທີ່ສຳເລັດເປັນຈິງແລ້ວ
32-34. ຄຳພີໄບເບິນມີສິ່ງໃດຊຶ່ງໜັງສືເຫຼັ້ມອື່ນບໍ່ມີ?
32 ນອກຈາກນັ້ນ ຄຳພີໄບເບິນມີເຄື່ອງໝາຍແຫ່ງການໄດ້ຮັບການດົນບັນດານຈາກພະເຈົ້າດ້ວຍວິທີທີ່ເດັ່ນຫາອັນປຽບບໍ່ໄດ້: ຄຳພີໄບເບິນເປັນໜັງສືແຫ່ງຄຳພະຍາກອນທີ່ເຄີຍມີແລະຍັງມີຄວາມສຳເລັດສົມຈິງທີ່ບໍ່ຜິດພາດຢູ່ຕໍ່ໆ ໄປ.
33 ຍົກຕົວຢ່າງເຊັ່ນການທຳລາຍຂອງເມືອງຕີໂລບູຮານ, ຄວາມຫຼົ້ມຈົມຂອງເມືອງບາບີໂລນ, ການສ້າງເມືອງເຢຣຶຊາເລມຂຶ້ນໃໝ່, ແລະການຂຶ້ນສູ່ອຳນາດແລະຄວາມຫຼົ້ມຈົມແຫ່ງກະສັດທັງຫຼາຍຂອງມີໂດ-ເປີເຊຍແລະກຣີກ ກໍ່ໄດ້ມີບອກໄວ້ລ່ວງໜ້າດ້ວຍລາຍລະອຽດຫຼາກຫຼາຍໃນຄຳພີໄບເບິນ. ຄຳພະຍາກອນຕ່າງໆ ຖືກຕ້ອງແນ່ນອນຫຼາຍຈົນນັກວິຈານບາງຄົນພະຍາຍາມຈະບອກວ່າຄຳພະຍາກອນເຫຼົ່ານັ້ນຖືກຂຽນຂຶ້ນພາຍຫຼັງເຫດການເຫຼົ່ານັ້ນໄດ້ເກີດຂຶ້ນແລ້ວ ແຕ່ວ່າພວກເຂົາຕ້ອງປະສົບກັບຄວາມລົ້ມເຫຼວ.—ເອຊາອີ 13:17-19; 44:27-45:1; ເອເຊກຽນ 26:3-6; ດານຽນ 8:1-7, 20-22.
34 ຄຳພະຍາກອນທີ່ພະເຍຊູປະທານໃຫ້ຊຶ່ງກ່ຽວກັບຄວາມພິນາດຂອງເມືອງເຢຣຶຊາເລມໃນປີສາກົນສັກກະຫຼາດ 70 ນັ້ນໄດ້ສຳເລັດສົມຈິງຢ່າງຖືກຕ້ອງແນ່ນອນ. (ລຶກາ 19:41-44; 21:20, 21) ແລະຄຳພະຍາກອນເລື່ອງ “ວັນທີ່ສຸດ” ທີ່ພະເຍຊູແລະໂປໂລໄດ້ໃຫ້ໄວ້ກໍ່ພວມສຳເລັດສົມຈິງຢ່າງລະອຽດໃນສະໄໝຂອງເຮົານີ້ເອງດ້ວຍ.—2 ຕີໂມເຕ 3:1-5, 13; ມັດທາຽ 24; ມາລະໂກ 13; ລຶກາ 21.
35. ເພາະເຫດໃດຄຳພະຍາກອນໃນຄຳພີໄບເບິນຈຶ່ງມີມາໄດ້ສະເພາະແຕ່ຈາກພະຜູ້ສ້າງເທົ່ານັ້ນ?
35 ບໍ່ມີມະນຸດຄົນໃດ ບໍ່ວ່າຈະສະຫຼາດຫຼັກແຫຼມປານໃດກໍ່ຕາມ ກໍ່ບໍ່ອາດຈະບອກລ່ວງໜ້າເຖິງເຫດການໃນອະນາຄົດໄດ້ຢ່າງຖືກຕ້ອງແນ່ນອນ. ມີແຕ່ພະຜູ້ສ້າງເອກະພົບຜູ້ມີລິດເດດທັງສິ້ນ ແລະມີຄວາມຮອບຮູ້ສາມາດທຸກປະການເທົ່ານັ້ນທີ່ເຮັດເຊັ່ນນັ້ນໄດ້ດັ່ງທີ່ເຮົາອ່ານໃນ 2 ເປໂຕ 1:20, 21 (ລ.ມ.) ດັ່ງນີ້: “ຄຳທຳນວາຍໃນພະຄຳພີທີ່ໄດ້ແປອອກເອງກໍ່ບໍ່ມີຈັກຂໍ້. ເຫດວ່າຄຳທຳນວາຍບໍ່ໄດ້ມາຈາກນ້ຳໃຈແຫ່ງມະນຸດຈັກເທື່ອ ແຕ່ວ່າຄົນບໍລິສຸດທັງຫຼາຍຂອງພະເຈົ້າໄດ້ກ່າວແລ້ວຕາມພະວິນຍານບໍລິສຸດໄດ້ກະທຳໃຫ້ເຂົາກ່າວນັ້ນ.”
ຄຳພີໄບເບິນໃຫ້ຄຳຕອບ
36. ຄຳພີໄບເບິນບອກອັນໃດແກ່ເຮົາ?
36 ເພາະເຫດນີ້ ຄຳພີໄບເບິນມີຫຼັກຖານແຫ່ງການເປັນພະຄຳທີ່ໄດ້ຮັບການດົນບັນດານຈາກພະເຈົ້າຜູ້ສູງສຸດ. ເມື່ອເປັນເຊັ່ນນັ້ນ ຄຳພີໄບເບິນຈຶ່ງບອກເຮົາເຖິງເຫດຜົນທີ່ມະນຸດຢູ່ເທິງແຜ່ນດິນໂລກ, ສາເຫດທີ່ມີຄວາມທຸກທໍລະມານມາກມາຍ, ພວກເຮົາຈະໄປທາງໃດ, ແລະວິທີທີ່ສະພາບການຕ່າງໆ ຈະປ່ຽນໄປເພື່ອໃຫ້ດີຂຶ້ນ. ຄຳພີໄບເບິນເຜີຍໃຫ້ເຮົາຮູ້ວ່າມີພະເຈົ້າອົງສູງສຸດ ຜູ້ສ້າງມະນຸດແລະແຜ່ນດິນໂລກເພື່ອພະປະສົງຢ່າງນຶ່ງແລະພະປະສົງນັ້ນຈະສຳເລັດ. (ເອຊາອີ 14:24) ນອກຈາກນັ້ນ ຄຳພີໄບເບິນເຜີຍໃຫ້ເຮົາຮູ້ວ່າ ສາສະໜາແທ້ຄືອັນໃດແລະເຮົາຈະພົບໄດ້ຢ່າງໃດ. ດ້ວຍເຫດນີ້ ຄຳພີໄບເບິນຈຶ່ງເປັນແຫຼ່ງຢ່າງດຽວເທົ່ານັ້ນແຫ່ງສະຕິປັນຍາທີ່ສູງກວ່າຊຶ່ງສາມາດບອກເຮົາເຖິງຄວາມຈິງກ່ຽວກັບຄຳຖາມສຳຄັນທັງໝົດໃນເລື່ອງຊີວິດ.—ຄຳເພງ 146:3; ສຸພາສິດ 3:5; ເອຊາອີ 2:2-4.
37. ມີອັນໃດທີ່ຕ້ອງຖາມກ່ຽວກັບຄລິດສາສະໜາຈັກ?
37 ໃນຂະນະທີ່ມີຂໍ້ພິສູດຫຼວງຫຼາຍກ່ຽວກັບຄວາມໜ້າເຊື່ອຖືແລະຄວາມເປັນຈິງຂອງຄຳພີໄບເບິນກໍ່ຕາມ ຜູ້ຄົນຊຶ່ງບອກວ່າເຂົາຍອມຮັບຄຳພີໄບເບິນທຸກຄົນບໍທີ່ປະຕິບັດຕາມຄຳສອນນັ້ນ? ຕົວຢ່າງຂໍພິຈາລະນານານາຊາດທີ່ອ້າງວ່ານັບຖືສາສະໜາຄລິດສະຕຽນ ກໍ່ຄືຄລິດສາສະໜາຈັກ. ພວກເຂົາມີໂອກາດໄດ້ມີຄຳພີໄບເບິນມາຫຼາຍສະຕະວັດແລ້ວ. ແຕ່ຄວາມຄຶດແລະການກະທຳຂອງພວກເຂົາສະທ້ອນເຖິງພະສະຕິປັນຍາອັນສູງສົ່ງຂອງພະເຈົ້າບໍ?
ອື່ນໆ?
ມາແລ້ວ ແຕ່ອັນໃດທີ່ປ່ຽນຄວາມຄຶດຂອງເຂົາ?
[ຮູບພາບໜ້າ 11]
ພາບທີ່ຄຳພີໄບເບິນສະເໜີກ່ຽວກັບໂລກທີ່ມີແຕ່ຄວາມວ່າງເປົ່າລ້ອມຮອບນັ້ນມີການຍອມຮັບໂດຍພວກຜູ້ຊ່ຽວຊານວ່າເປັນພາບທີ່ໜ້າງຶດງໍ້ຫຼາຍສຳລັບສະໄໝທີ່ມີ ການຈາລຶກຄຳພີໄບເບິນ
[ຮູບພາບໜ້າ 11]
ເຊີໄອແຊກນິວຕັນເຊື່ອວ່າໂລກຖືກແຂວນຢູ່ໃນອະວະກາດໃຫ້ສຳພັນກັບດວງດາວຕ່າງໆ ດາວພະເຄາະແລະສິ່ງອື່ນໆໃນທ້ອງຟ້າໂດຍຄວາມດຶງດູດ
[ຮູບພາບໜ້າ 12]
ນັກເດີນເຮືອບາງຄົນໃນຍຸກຕົ້ນໆ ຢ້ານ ກະທັ່ງການແລ່ນເຮືອຕົກຂອບໂລກທີ່ແບນ
[ຮູບພາບໜ້າ 13]
ຫຼັກຖານທີ່ວ່າພະເຍຊູມີຊີວິດຢູ່ນັ້ນມີຫຼາຍກວ່າຫຼັກຖານທີ່ວ່າຈູລຽດຊີຊາ ຈັກກະພັດຊາເລເມນ ໂອລີເວີຄຣອມເວລ ຫຼືສັນຕະປາປາລິໂອທີ 3 ເຄີຍມີຊີວິດຢູ່
[ຮູບພາບໜ້າ 15]
ຄຳພະຍາກອນທີ່ພະເຍຊູໃຫ້ໄວ້ກ່ຽວກັບຄວາມພິນາດຂອງເມືອງເຢຣຶຊາເລມ ໃນປີສາກົນສັກກະຫຼາດ 70 ໄດ້ຮັບການຢືນຢັນໂດຍປະຕູໂຄ້ງແຫ່ງໄທທັສໃນເມືອງໂລມ