ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • pr ພາກ 5 ໜ້າ 20-22
  • ຊີວິດ​ມີ​ຈຸດ​ມຸ່ງ​ໝາຍ​ອັນ​ຍອດ​ຢ້ຽມ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ຊີວິດ​ມີ​ຈຸດ​ມຸ່ງ​ໝາຍ​ອັນ​ຍອດ​ຢ້ຽມ
  • ຈຸດມຸ່ງໝາຍຂອງຊີວິດຄືຫຍັງ? ທ່ານຈະພົບໄດ້ຢ່າງໃດ?
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ເຫດ​ຜົນ​ທີ່​ພະເຈົ້າ​ສ້າງ​ມະນຸດ
  • ຍັງ​ຄົງ​ເປັນ​ພະ​ປະສົງ​ຂອງ​ພະເຈົ້າ
  • ພະ​ປະສົງ​ຂອງ​ພະ​ຜູ້​ສ້າງ​ສຳລັບ​ແຜ່ນດິນ​ໂລກ​ຄື​ຫຍັງ?
    ພະຜູ້ສ້າງຮຽກຮ້ອງສິ່ງໃດຈາກເຮົາ?
  • ພະເຈົ້າ​ມີ​ຈຸດ​ປະສົງ​ແນວ​ໃດ​ຕໍ່​ແຜ່ນດິນ​ໂລກ?
    ຂ່າວດີຈາກພະເຈົ້າ!
  • ພະເຈົ້າ​ມີ​ຈຸດ​ປະສົງ​ແນວ​ໃດ​ຕໍ່​ແຜ່ນດິນ​ໂລກ?
    ຄຳພີໄບເບິນສອນແນວໃດແທ້ໆ?
  • ຊີວິດ​ສະຫງົບ​ສຸກ​ໃນ​ໂລກ​ໃໝ່
    ຊີວິດສະຫງົບສຸກໃນໂລກໃໝ່
ເບິ່ງຕື່ມ
ຈຸດມຸ່ງໝາຍຂອງຊີວິດຄືຫຍັງ? ທ່ານຈະພົບໄດ້ຢ່າງໃດ?
pr ພາກ 5 ໜ້າ 20-22

ພາກ 5

ຊີວິດ​ມີ​ຈຸດ​ມຸ່ງ​ໝາຍ​ອັນ​ຍອດ​ຢ້ຽມ

1, 2. ເຮົາ​ຈະ​ບອກ​ໄດ້​ຢ່າງ​ໃດ​ວ່າ​ພະເຈົ້າ​ເບິ່ງ​ແຍງ​ເຮົາ ແລະ​ເຮົາ​ຄວນ​ຈະ​ຫັນ​ໄປ​ຫາ​ບ່ອນ​ໃດ​ເພື່ອ​ຈະ​ໄດ້​ຄຳຕອບ​ໃນ​ເລື່ອງ​ຊີວິດ?

1 ວິທີ​ທີ່​ແຜ່ນດິນ​ໂລກ​ແລະ​ສິ່ງ​ມີ​ຊີວິດ​ໃນ​ໂລກ​ຖືກ​ສ້າງ​ຂຶ້ນ​ສະແດງ​ວ່າ​ພະ​ຜູ້​ສ້າງ​ສິ່ງ​ເຫຼົ່າ​ນັ້ນ​ເປັນ​ພະເຈົ້າ​ແຫ່ງ​ຄວາມ​ຮັກ​ຊຶ່ງ​ເບິ່ງ​ແຍງ​ຢ່າງ​ແທ້​ຈິງ. ແລະ​ຄຳພີ​ໄບເບິນ​ພະ​ຄຳ​ຂອງ​ພະອົງ​ສະແດງ​ໃຫ້​ເຫັນ​ວ່າ​ພະອົງ​ເບິ່ງ​ແຍງ​ພວກ​ເຮົາ ຄຳພີ​ໄບເບິນ​ໃຫ້​ຄຳຕອບ​ດີ​ທີ່​ສຸດ​ກ່ຽວ​ກັບ​ຄຳຖາມ​ຕ່າງໆ ທີ່​ວ່າ ເປັນ​ຫຍັງ​ເຮົາ​ຈຶ່ງ​ຢູ່​ທີ່​ນີ້​ເທິງ​ແຜ່ນດິນ​ໂລກ? ແລະ​ເຮົາ​ຈະ​ໄປ​ໃສ?

2 ເຮົາ​ຕ້ອງ​ຊອກ​ຄົ້ນ​ຄຳພີ​ໄບເບິນ​ເພື່ອ​ຫາ​ຄຳຕອບ​ເຫຼົ່າ​ນັ້ນ. ພະ​ຄຳ​ຂອງ​ພະເຈົ້າ​ມີ​ກ່າວ​ວ່າ: “ຖ້າ​ພວກ​ທ່ານ​ຊອກ​ຫາ​ພະອົງ​ທ່ານ​ກໍ່​ຈະ​ພົບ​ພະອົງ​ແລະ​ຖ້າ​ພວກ​ທ່ານ​ປະ​ພະອົງ ພະອົງ​ຈະ​ປະ​ທ່ານ.” (2 ຂ່າວຄາວ 15:2) ຖ້າ​ເຊັ່ນ​ນັ້ນ ການ​ຄົ້ນ​ຫາ​ພະ​ຄຳ​ຂອງ​ພະເຈົ້າ​ເຜີຍ​ໃຫ້​ເຫັນ​ຢ່າງ​ໃດ​ໃນ​ເລື່ອງ​ພະ​ປະສົງ​ທີ່​ພະອົງ​ມີ​ຕໍ່​ເຮົາ?

ເຫດ​ຜົນ​ທີ່​ພະເຈົ້າ​ສ້າງ​ມະນຸດ

3. ເປັນ​ຫຍັງ​ພະເຈົ້າ​ຈຶ່ງ​ສ້າງ​ແຜ່ນດິນ​ໂລກ?

3 ຄຳພີ​ໄບເບິນ​ເຜີຍ​ໃຫ້​ເຫັນ​ວ່າ​ພະເຈົ້າ​ໄດ້​ກະກຽມ​ແຜ່ນດິນ​ໂລກ​ໄວ້​ໂດຍ​ຄຳນຶງ​ເຖິງ​ມະນຸດ​ໂດຍ​ສະເພາະ. ເອຊາອີ 45:18 ບອກ​ກ່ຽວ​ກັບ​ແຜ່ນດິນ​ໂລກ​ວ່າ: “ພະເຈົ້າ​ໄດ້​ນິລະມິດ​ສ້າງ​ແຜ່ນດິນ​ບໍ່​ໃຊ່​ໃຫ້​ຢູ່​ເປົ່າ ພະອົງ​ໄດ້​ສ້າງ​ແຜ່ນດິນ​ໃຫ້​ມີ​ຊາວ​ຊົນ.” ແລະ​ພະອົງ​ຈັດ​ກຽມ​ແຜ່ນດິນ​ໂລກ​ໃຫ້​ມີ​ທຸກ​ສິ່ງ​ທີ່​ຜູ້​ຄົນ​ຈຳເປັນ​ຕ້ອງ​ມີ ບໍ່​ພຽງ​ເພື່ອ​ມີ​ຊີວິດ​ຢູ່​ເທົ່າ​ນັ້ນ ແຕ່​ເພື່ອ​ຈະ​ເພີດເພີນ​ກັບ​ຊີວິດ​ເຕັມ​ທີ່.—ຕົ້ນເດິມ ບົດ 1 ແລະ 2.

4. ເປັນ​ຫຍັງ​ພະເຈົ້າ​ສ້າງ​ມະນຸດ​ຄູ່​ທຳອິດ?

4 ໃນ​ພະ​ຄຳ​ຂອງ​ພະອົງ ພະເຈົ້າ​ບອກ​ເຖິງ​ການ​ສ້າງ​ມະນຸດ​ຄູ່​ທຳອິດ ອາດາມ​ກັບ​ເອວາ ແລະ​ເຜີຍ​ໃຫ້​ຮູ້​ສິ່ງ​ທີ່​ພະອົງ​ຄຳນຶງ​ເຖິງ​ເພື່ອ​ຄອບຄົວ​ມະນຸດ. ພະອົງ​ກ່າວ​ດັ່ງ​ນີ້: “ພວກ​ເຮົາ​ຈົ່ງ​ສ້າງ​ມະນຸດ​ຕາມ​ຮູບ (“ຕາມ​ແບບ​ສາຍາ,” ລ.ມ.) ຂອງ​ເຮົາ ຕາມ​ແບບ​ຢ່າງ​ຂອງ​ເຮົາ​ເຖີດ​ແລະ​ໃຫ້​ມະນຸດ​ນັ້ນ​ຄຸ້ມຄອງ​ຝູງ​ປາ​ໃນ​ນ້ຳ​ທະເລ​ກໍ່​ດີ ແລະ​ຝູງ​ນົກ​ໃນ​ຟ້າ​ອາກາດ​ກໍ່​ດີ ແລະ​ຝູງ​ສັດ​ໃຊ້​ກໍ່​ດີ​ແລະ​ແຜ່ນດິນ​ໂລກ​ທັງ​ສິ້ນ​ກໍ່​ດີ​ແລະ​ສັດ​ລອຍ​ຄານ​ທຸກ​ຕົວ​ທີ່​ລອຍ​ຄານ​ເທິງ​ດິນ​ກໍ່​ດີ.” (ຕົ້ນເດິມ 1:26) ມະນຸດ​ຈະ​ມີ​ໜ້າທີ່​ດູ​ແລ “ແຜ່ນດິນ​ໂລກ​ທັງ​ສິ້ນ” ແລະ​ສັດ​ທີ່​ຖືກ​ສ້າງ​ໃຫ້​ຢູ່​ເທິງ​ແຜ່ນດິນ​ໂລກ.

5. ມະນຸດ​ຄູ່​ທຳອິດ​ຖືກ​ຈັດ​ໃຫ້​ຢູ່​ບ່ອນ​ໃດ?

5 ພະເຈົ້າ​ສ້າງ​ສວນ​ຂະໜາດ​ໃຫຍ່​ໄວ້​ໃນ​ບໍລິເວນ​ທີ່​ຮຽກ​ວ່າ​ເອເດນ ຕັ້ງ​ຢູ່​ໃນ​ຕາເວັນ​ອອກ​ກາງ. ຄັນ​ແລ້ວ​ພະອົງ “ໄດ້​ເອົາ​ຄົນ​ນັ້ນ​ມາ​ໃຫ້​ຢູ່​ໃນ​ສວນ​ເອເດນ ເພື່ອ​ຈະ​ໄດ້​ທຳ​ການ​ເພາະ​ປູກ​ແລະ​ເຝົ້າ​ຮັກສາ​ສວນ​ນັ້ນ.” ນັ້ນ​ເປັນ​ອຸດທະຍານ​ຊຶ່ງ​ມີ​ທຸກ​ສິ່ງ​ທີ່​ມະນຸດ​ຄູ່​ທຳອິດ​ຈຳເປັນ​ຕ້ອງ​ມີ​ເພື່ອ​ກິນ​ເປັນ​ອາຫານ. ແລະ​ອຸດທະຍານ​ນັ້ນ​ຍັງ​ລວມ​ທັງ “ຜົນ​ລະ​ໄມ້​ທຸກ​ຢ່າງ​ທີ່​ຊອບ​ຕາ​ແລະ​ໃຊ້​ເປັນ​ອາຫານ​ກິນ” ແລະ​ພືດ​ຜັກ​ອື່ນໆ ແລະ​ສັດ​ທີ່​ໜ້າ​ສົນ​ໃຈ​ຫຼາຍ​ຊະນິດ.—ຕົ້ນເດິມ 2:7-9, 15, ລ.ມ.

6. ມະນຸດ​ຖືກ​ສ້າງ​ໃຫ້​ມີ​ຄຸນສົມບັດ​ອັນ​ໃດ​ທາງ​ດ້ານ​ຈິດ​ໃຈ​ແລະ​ດ້ານ​ຮ່າງ​ກາຍ?

6 ຮ່າງ​ກາຍ​ມະນຸດ​ຄູ່​ທຳອິດ​ຖືກ​ສ້າງ​ຂຶ້ນ​ໃຫ້​ສົມບູນ ດັ່ງ​ນັ້ນ​ພວກ​ເຂົາ​ຈະ​ບໍ່​ຕ້ອງ​ເຈັບ​ປ່ວຍ, ເຖົ້າ​ແກ່, ຫຼື​ຕາຍ. ນອກ​ຈາກ​ນັ້ນ ພວກ​ເຂົາ​ຍັງ​ມີ​ຄຸນ​ລັກສະນະ​ອື່ນໆ ອີກ​ເຊັ່ນ​ເຈດຈຳນົງ​ເສລີ​ເປັນ​ຕົ້ນ. ວິທີ​ທີ່​ພວກ​ເຂົາ​ຖືກ​ສ້າງ​ຂຶ້ນ​ນັ້ນ​ມີ​ຊີ້​ແຈງ​ໄວ້​ທີ່ ຕົ້ນເດິມ 1:27 (ລ.ມ.) ດັ່ງ​ນີ້: “ພະເຈົ້າ​ຈຶ່ງ​ສ້າງ​ມະນຸດ​ຂຶ້ນ​ຕາມ​ແບບ​ສາຍາ​ຂອງ​ພະອົງ ແລະ​ຕາມ​ແບບ​ສາຍາ​ຂອງ​ພະອົງ​ນັ້ນ​ພະເຈົ້າ​ໄດ້​ສ້າງ​ມະນຸດ​ຂຶ້ນ ພະອົງ​ໄດ້​ສ້າງ​ທັງ​ຊາຍ​ທັງ​ຍິງ.” ເນື່ອງ​ຈາກ​ມະນຸດ​ເຮົາ​ຖືກ​ສ້າງ​ຂຶ້ນ​ຕາມ​ແບບ​ສາຍາ​ຂອງ​ພະເຈົ້າ ເຮົາ​ຈຶ່ງ​ໄດ້​ຮັບ​ບໍ່​ພຽງ​ແຕ່​ຄຸນສົມບັດ​ທາງ​ກາຍ​ແລະ​ໃຈ​ເທົ່າ​ນັ້ນ ແຕ່​ລັກສະນະ​ທາງ​ສິນທຳ​ແລະ​ຝ່າຍ​ວິນຍານ​ດ້ວຍ ແລະ​ສິ່ງ​ເຫຼົ່າ​ນີ້​ຕ້ອງ​ໄດ້​ຮັບ​ການ​ຕອບ​ສະໜອງ​ຖ້າ​ເຮົາ​ຈະ​ມີ​ຄວາມ​ສຸກ​ຢ່າງ​ແທ້​ຈິງ. ພະເຈົ້າ​ໄດ້​ຈັດ​ກຽມ​ວິທີ​ການ​ຕ່າງໆ ເພື່ອ​ສະໜອງ​ຄວາມ​ຕ້ອງການ​ເຫຼົ່າ​ນັ້ນ​ເຊັ່ນ​ດຽວ​ກັບ​ຄວາມ​ຕ້ອງການ​ດ້ານ​ອາຫານ, ນ້ຳ, ແລະ​ອາກາດ. ດັ່ງ​ທີ່​ພະ​ເຍຊູ​ຕັດ “ມະນຸດ​ຈະ​ລ້ຽງ​ຊີບ​ດ້ວຍ​ເຂົ້າຈີ່​ແຕ່​ຢ່າງ​ດຽວ​ບໍ່​ໄດ້ ແຕ່​ດ້ວຍ​ຄຳ​ຕັດ​ທຸກ​ຄຳ​ທີ່​ອອກ​ຈາກ​ປາກ​ຂອງ​ພະ​ເຢໂຫວາ.”—ມັດທາຍ 4:4, ລ.ມ.

7. ມະນຸດ​ຄູ່​ທຳອິດ​ໄດ້​ຮັບ​ພະບັນຊາ​ອັນ​ໃດ?

7 ຍິ່ງ​ກວ່າ​ນີ້ ພະເຈົ້າ​ໄດ້​ປະທານ​ພະບັນຊາ​ອັນ​ໜ້າ​ພິດສະຫວົງ​ປະການ​ນຶ່ງ​ແກ່​ມະນຸດ​ຄູ່​ທຳອິດ​ດ້ວຍ​ຂະນະ​ທີ່​ເຂົາ​ຢູ່​ໃນ​ເອເດນ: “ຈົ່ງ​ພາ​ກັນ​ອອກ​ແມ່​ແຜ່​ລູກ​ເກີດ​ມາກ​ທະວີ​ຂຶ້ນ​ໃຫ້​ແຜ່ນດິນ​ເຕັມ.” (ຕົ້ນເດິມ 1:28) ດັ່ງ​ນັ້ນ​ເຂົາ​ທັງ​ສອງ​ຈະ​ສາມາດ​ເກີດ​ລູກ​ຫຼານ​ແລະ​ໃຫ້​ກຳເນີດ​ລູກໆ ທີ່​ສົມບູນ. ແລະ​ໃນ​ເມື່ອ​ປະຊາກອນ​ມະນຸດ​ເພີ່ມ​ຂຶ້ນ ພວກ​ເຂົາ​ກໍ່​ຈະ​ມີ​ວຽກ​ງານ​ອັນ​ໜ້າ​ຍິນດີ​ໃນ​ການ​ແຜ່​ຂະຫຍາຍ​ເຂດ​ແດນ​ຫຼື​ອານາ​ບໍລິເວນ​ຂອງ​ອຸດທະຍານ​ເອເດນ​ດັ້ງ​ເດີມ​ອອກ​ໄປ. ໃນ​ທີ່​ສຸດ​ແຜ່ນດິນ​ໂລກ​ທັງ​ສິ້ນ​ກໍ່​ຈະ​ຖືກ​ພັດທະນາ​ສູ່​ສະພາບ​ອຸດທະຍານ ມີ​ຜູ້​ຄົນ​ທີ່​ສົມບູນ​ແລະ​ມີ​ຄວາມ​ສຸກ​ຊຶ່ງ​ຈະ​ມີ​ຊີວິດ​ຢູ່​ຕະຫຼອດ​ໄປ​ໄດ້​ນັ້ນ​ອາໄສ​ຢູ່. ຄຳພີ​ໄບເບິນ​ແຈ້ງ​ແກ່​ເຮົາ​ວ່າ​ຫຼັງ​ຈາກ​ພະເຈົ້າ​ໃຫ້​ທຸກ​ສິ່ງ​ເລີ່ມ​ຕົ້ນ​ແລ້ວ “ພະເຈົ້າ​ໄດ້​ເຫັນ​ສິ່ງ​ທັງ​ປວງ​ທີ່​ພະອົງ​ໄດ້​ສ້າງ​ໄວ້​ນັ້ນ​ແລະ​ດັ່ງ​ນີ້​ສິ່ງ​ນັ້ນ​ກໍ່​ວິເສດ​ດີ​ແທ້ໆ.”—ຕົ້ນເດິມ 1:31; ໂປດ​ເບິ່ງ​ຄຳເພງ 118:17 ດ້ວຍ.

8. ມະນຸດ​ຄວນ​ເບິ່ງ​ແຍງ​ແຜ່ນດິນ​ໂລກ​ຢ່າງ​ໃດ?

8 ເຫັນ​ໄດ້​ແຈ່ມ​ແຈ້ງ​ວ່າ​ມະນຸດ​ຄວນ​ໃຊ້​ແຜ່ນດິນ​ໂລກ​ທີ່​ມີ​ການ​ບຸກ​ເບີກ​ນັ້ນ​ເພື່ອ​ປະໂຫຍດ​ຂອງ​ຕົນ. ແຕ່​ການ​ນີ້​ຈະ​ຕ້ອງ​ເຮັດ​ດ້ວຍ​ຄວາມ​ຮັບ​ຜິດ​ຊອບ. ມະນຸດ​ຄວນ​ເປັນ​ຜູ້​ດູ​ແລ​ແຜ່ນດິນ​ໂລກ​ດ້ວຍ​ຄວາມ​ນັບຖື ບໍ່​ແມ່ນ​ເປັນ​ຜູ້​ປຸ້ນ​ທຳລາຍ​ແຜ່ນດິນ​ໂລກ. ການ​ທຳລາຍ​ແຜ່ນດິນ​ໂລກ​ທີ່​ເຮົາ​ເຫັນ​ຢູ່​ໃນ​ທຸກ​ມື້​ນີ້​ຂັດ​ກັບ​ພະໄທ​ປະສົງ​ຂອງ​ພະເຈົ້າ​ແລະ​ຄົນ​ທີ່​ມີ​ສ່ວນ​ໃນ​ການ​ທຳລາຍ​ນັ້ນ​ກໍ່​ພວມ​ດຳເນີນ​ໃນ​ທາງ​ກົງ​ກັນ​ຂ້າມ​ກັບ​ຈຸດ​ປະສົງ​ໃນ​ເລື່ອງ​ຊີວິດ​ເທິງ​ແຜ່ນດິນ​ໂລກ. ພວກ​ເຂົາ​ຈະ​ໄດ້​ຮັບ​ໂທດ​ສຳລັບ​ການ​ເຮັດ​ເຊັ່ນ​ນັ້ນ​ເພາະ​ຄຳພີ​ໄບເບິນ​ບອກ​ວ່າ​ພະເຈົ້າ​ຈະ “ທຳລາຍ​ຄົນ​ເຫຼົ່າ​ນັ້ນ​ທີ່​ທຳລາຍ​ແຜ່ນດິນ​ໂລກ.”—ຄຳປາກົດ 11:18, ລ.ມ.

ຍັງ​ຄົງ​ເປັນ​ພະ​ປະສົງ​ຂອງ​ພະເຈົ້າ

9. ເປັນ​ຫຍັງ​ເຮົາ​ຈຶ່ງ​ໝັ້ນ​ໃຈ​ວ່າ​ພະ​ປະສົງ​ຂອງ​ພະເຈົ້າ​ຈະ​ສຳເລັດ​ເປັນ​ຈິງ?

9 ດ້ວຍ​ເຫດ​ນີ້ ພະເຈົ້າ​ມີ​ພະ​ປະສົງ​ຕັ້ງ​ແຕ່​ຕອນ​ເລີ່ມ​ຕົ້ນ​ໃຫ້​ຄອບຄົວ​ມະນຸດ​ສົມບູນ​ອາໄສ​ຢູ່​ຕະຫຼອດ​ໄປ​ທີ່​ແຜ່ນດິນ​ໂລກ​ໃນ​ອຸດທະຍານ. ແລະ​ນັ້ນ​ຍັງ​ເປັນ​ພະ​ປະສົງ​ຂອງ​ພະເຈົ້າ​ຢູ່! ພະ​ປະສົງ​ນັ້ນ​ຈະ​ສຳເລັດ​ເປັນ​ຈິງ​ໂດຍ​ບໍ່​ມີ​ການ​ລົ້ມ​ເຫຼວ. ຄຳພີ​ໄບເບິນ​ກ່າວ​ວ່າ: “ພະ​ເຢໂຫວາ​ແຫ່ງ​ກອງທັບ​ທັງ​ຫຼາຍ​ໄດ້​ສຳບານ​ວ່າ: ‘ຈິງ​ແທ້​ການ​ທີ່​ເຮົາ​ໄດ້​ຄຶດ​ຈະ​ກະທຳ​ນັ້ນ​ກໍ່​ຈະ​ບັງເກີດ​ມາ​ແລະ​ເຮົາ​ໄດ້​ຕັ້ງ​ໃຈ​ຈະ​ກະທຳ​ຢ່າງ​ໃດ​ກໍ່​ຈະ​ສຳເລັດ​ຢ່າງ​ນັ້ນ.’” “ເຮົາ​ໄດ້​ບອກ​ແລ້ວ​ແລະ​ເຮົາ​ຈະ​ໃຫ້​ການ​ນັ້ນ​ບັງເກີດ​ມາ ເຮົາ​ໄດ້​ໝາຍ​ໃຈ​ແລ້ວ​ແລະ​ເຮົາ​ຈະ​ໃຫ້​ສຳເລັດ.”—ເອຊາອີ 14:24; 46:11.

10, 11. ພະ​ເຍຊູ, ເປໂຕ, ແລະ​ດາວິດ​ຜູ້​ປະ​ພັນ​ຄຳເພງ​ກ່າວ​ເຖິງ​ອຸດທະຍານ​ຢ່າງ​ໃດ?

10 ພະ​ເຍຊູ​ຄລິດ​ກ່າວ​ເຖິງ​ພະ​ປະສົງ​ຂອງ​ພະເຈົ້າ​ໃນ​ການ​ຟື້ນຟູ​ອຸດທະຍານ​ເທິງ​ແຜ່ນດິນ​ໂລກ​ໃນ​ຄາວ​ທີ່​ພະອົງ​ບອກ​ຊາຍ​ຄົນ​ນຶ່ງ​ຊຶ່ງ​ຕ້ອງການ​ຄວາມ​ຫວັງ​ສຳລັບ​ອະນາຄົດ​ວ່າ: “ເຈົ້າ​ຈະ​ຢູ່​ກັບ​ເຮົາ​ໃນ​ອຸດທະຍານ.” (ລຶກາ 23:43, ລ.ມ.) ອັກຄະສາວົກ​ເປໂຕ​ເຊັ່ນ​ກັນ​ໄດ້​ກ່າວ​ເຖິງ​ໂລກ​ໃໝ່​ທີ່​ຈະ​ມີ​ມາ​ເມື່ອ​ທ່ານ​ບອກ​ລ່ວງ​ໜ້າ​ວ່າ: “ມີ​ຟ້າ​ສະຫວັນ​ໃໝ່ [ການ​ປົກຄອງ​ໃໝ່​ຈາກ​ສະຫວັນ] ແລະ​ແຜ່ນດິນ​ໂລກ​ໃໝ່ [ສັງຄົມ​ໃໝ່​ເທິງ​ແຜ່ນດິນ​ໂລກ] ຊຶ່ງ​ເຮົາ​ພວມ​ລໍ​ຖ້າ​ຢູ່​ຕາມ​ຄຳ​ສັນຍາ​ຂອງ [ພະເຈົ້າ] ແລະ​ຊຶ່ງ​ຄວາມ​ຊອບ​ທຳ​ຈະ​ດຳລົງ​ຢູ່​ທີ່​ນັ້ນ.”—2 ເປໂຕ 3:13, ລ.ມ.

11 ນອກ​ຈາກ​ນັ້ນ ດາວິດ​ຜູ້​ປະ​ພັນ​ຄຳເພງ​ກໍ່​ໄດ້​ຈາລຶກ​ໄວ້​ຄື​ກັນ​ກ່ຽວ​ກັບ​ໂລກ​ໃໝ່​ທີ່​ຈະ​ມີ​ມາ​ແລະ​ໂລກ​ໃໝ່​ຈະ​ຍືນຍົງ​ພຽງ​ໃດ. ທ່ານ​ບອກ​ໄວ້​ລ່ວງ​ໜ້າ​ວ່າ: “ຄົນ​ຊອບ​ທຳ​ທັງ​ຫຼາຍ​ຈະ​ມີ​ແຜ່ນດິນ​ໄວ້​ແລະ​ເຂົາ​ຈະ​ຕັ້ງ​ຢູ່​ທີ່​ນັ້ນ​ສືບໆ ໄປ​ເປັນ​ນິດ.” (ຄຳເພງ 37:29) ນັ້ນ​ຄື​ເຫດ​ຜົນ​ທີ່​ພະ​ເຍຊູ​ສັນຍາ​ໄວ້​ວ່າ: “ຄວາມ​ສຸກ​ມີ​ແກ່​ຄົນ​ອ່ອນ​ໂຍນ ເພາະ​ວ່າ​ເຂົາ​ຈະ​ໄດ້​ຮັບ​ແຜ່ນດິນ​ໂລກ​ເປັນ​ມໍລະດົກ.”—ມັດທາຽ 5:5, ລ.ມ.

12, 13. ຈົ່ງ​ສະຫລຸບ​ພະ​ປະສົງ​ອັນ​ຍອດ​ຢ້ຽມ​ທີ່​ພະເຈົ້າ​ມີ​ສຳລັບ​ມະນຸດ.

12 ນັບ​ວ່າ​ເປັນ​ຄວາມ​ຫວັງ​ອັນ​ຍອດ​ຢ້ຽມ​ແທ້ໆ ທີ່​ຈະ​ໄດ້​ຢູ່​ຕະຫຼອດ​ໄປ​ເທິງ​ແຜ່ນດິນ​ໂລກ​ທີ່​ເປັນ​ອຸດທະຍານ​ຊຶ່ງ​ປັດສະຈາກ​ຄວາມ​ຊົ່ວ, ອາດຊະຍາກຳ, ຄວາມ​ເຈັບ​ປ່ວຍ, ຄວາມ​ໂສກ​ເສົ້າ, ແລະ​ຄວາມ​ເຈັບ​ປວດ! ໃນ​ພະ​ທຳ​ເຫຼັ້ມ​ສຸດ​ທ້າຍ​ຂອງ​ຄຳພີ​ໄບເບິນ ຄຳ​ພະຍາກອນ​ຂອງ​ພະເຈົ້າ​ສະຫລຸບ​ພະ​ປະສົງ​ອັນ​ຍິ່ງ​ໃຫຍ່​ນີ້​ໂດຍ​ຖະແຫຼງ​ວ່າ: “[ພະເຈົ້າ] ຈະ​ເຊັດ​ນ້ຳ​ຕາ​ທຸກໆ ຢົດ​ຈາກ​ຕາ​ຂອງ​ເຂົາ ແລະ​ຄວາມ​ຕາຍ​ຈະ​ບໍ່​ມີ​ອີກ​ຕໍ່​ໄປ ທັງ​ການ​ໂສກ​ເສົ້າ​ຫຼື​ສຽງ​ຮ້ອງໄຫ້​ຫຼື​ຄວາມ​ເຈັບ​ປ່ວຍ​ຈະ​ບໍ່​ມີ​ອີກ​ເລີຍ. ສິ່ງ​ທີ່​ເຄີຍ​ມີ​ກ່ອນ​ນັ້ນ​ໄດ້​ຜ່ານ​ພົ້ນ​ໄປ​ແລ້ວ.” ແລະ​ເພີ່ມ​ເຕີມ​ອີກ​ວ່າ: “ແລະ​ພະອົງ​ຜູ້​ປະທັບ​ເທິງ​ພະ​ທີ່​ນັ່ງ​ນັ້ນ​ຈຶ່ງ​ຕັດ​ວ່າ: ‘ຈົ່ງ​ເບິ່ງ ເຮົາ​ພວມ​ສ້າງ​ສິ່ງ​ທັງ​ປວງ​ໃຫ້​ໃໝ່.’ ແລະ​ພະອົງ​ໄດ້​ຕັດ​ວ່າ: ‘ຈົ່ງ​ຂຽນ​ໄວ້​ເຖີດ. ເພາະ​ຖ້ອຍ​ຄຳ​ເຫຼົ່າ​ນີ້​ວາງໃຈ​ໄດ້​ແລະ​ສັດ​ຈິງ.’”—ຄຳປາກົດ 21:4, 5, ລ.ມ.

13 ແມ່ນ​ແລ້ວ ພະເຈົ້າ​ມີ​ພະ​ປະສົງ​ອັນ​ຍອດ​ຢ້ຽມ​ຢູ່​ໃນ​ພະໄທ. ນັ້ນ​ຈະ​ເປັນ​ໂລກ​ໃໝ່​ແຫ່ງ​ຄວາມ​ຊອບ​ທຳ ອຸດທະຍານ​ນິລັນດອນ​ຊຶ່ງ​ມີ​ບອກ​ໄວ້​ລ່ວງ​ໜ້າ​ໂດຍ​ພະອົງ​ຜູ້​ມີ​ຄວາມ​ສາມາດ​ແລະ​ຈະ​ກະທຳ​ຕາມ​ທີ່​ພະອົງ​ສັນຍາ​ໄວ້ ເພາະ​ຖ້ອຍ​ຄຳ​ຂອງ​ພະອົງ “ວາງໃຈ​ໄດ້​ແລະ​ສັດ​ຈິງ.”

[ຮູບ​ພາບ​ໜ້າ 20, 21]

ພະເຈົ້າ​ປະສົງ​ໃຫ້​ມະນຸດ​ອາໄສ​ຢູ່​ຕະຫຼອດ​ໄປ​ເທິງ​ແຜ່ນດິນ​ໂລກ​ທີ່​ເປັນ​ອຸດທະຍານ. ນັ້ນ​ຍັງ​ເປັນ​ພະ​ປະສົງ​ຂອງ​ພະອົງ​ຢູ່

[ຮູບ​ພາບ​ໜ້າ 22]

ເຈົ້າ​ຂອງ​ເຮືອນ​ສາມາດ​ເອີ້ນ​ຜູ້​ເຊົ່າ​ທີ່​ເຮັດ​ໃຫ້​ເຮືອນ​ຂອງ​ເຂົາ​ເພ​ມາ​ຄິດ​ໄລ່​ຄ່າ​ເສຍຫາຍ​ໄດ້

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌