ເພງທີ 142
ຍຶດໝັ້ນກັບຄວາມຫວັງຂອງເຮົາ
1. ມະນຸດທຸກຄົນຢູ່ໃນຄວາມມືດມາຫຼາຍຮ້ອຍປີ
ບໍ່ມີສິ່ງດີທີ່ເຂົາເຮັດດັ່ງໄລ່ຈັບລົມ
ທາງຂອງມະນຸດໃນທີ່ສຸດຄືຄວາມທຸກໂສກ
ທຸກຄົນມີບາບຈຶ່ງບໍ່ສາມາດຊ່ວຍ
(ທ່ອນຊ້ຳ)
ເຮົາຮ້ອງຍິນດີ ທີ່ພະເຈົ້າໄດ້ແຕ່ງຕັ້ງ
ໃຫ້ພະຄລິດປົກຄອງ ຊ່ວຍເຮົາພົ້ນຈາກຄວາມຢ້ານ
ໃນວັນສຸດທ້າຍຈະທຳລາຍຄວາມຊົ່ວຊ້າ
ເຮົາຕ້ອງຍຶດຄວາມຫວັງນີ້ເອົາໄວ້ໃຫ້ໝັ້ນຄົງ
2. ມີການເຕືອນວ່າ “ວັນໃຫຍ່ຂອງພະເຈົ້າໃກ້ເຂົ້າມາ”
ບໍ່ມີໃຜຈະຖາມອີກວ່າຈະມາມື້ໃດ
ບໍ່ດົນພະເຈົ້າຈະປົດປ່ອຍເຮົາຈາກຄວາມທຸກ
ເຮົາຮ້ອງເພງສັນເສີນອຳນາດພະອົງ
(ທ່ອນຊ້ຳ)
ເຮົາຮ້ອງຍິນດີ ທີ່ພະເຈົ້າໄດ້ແຕ່ງຕັ້ງ
ໃຫ້ພະຄລິດປົກຄອງ ຊ່ວຍເຮົາພົ້ນຈາກຄວາມຢ້ານ
ໃນວັນສຸດທ້າຍຈະທຳລາຍຄວາມຊົ່ວຊ້າ
ເຮົາຕ້ອງຍຶດຄວາມຫວັງນີ້ເອົາໄວ້ໃຫ້ໝັ້ນຄົງ
(ເບິ່ງຕື່ມ ເພງ. 27:14; ຜູ້ປ. 1:14; ໂຢເອນ 2:1; ຫາບາ. 1:2, 3; ໂລມ 8:22)