ເພງທີ 103
ຜູ້ບຳລຸງລ້ຽງຂອງຂວັນທີ່ເປັນມະນຸດ
1. ພະເຢໂຫວາຊ່ວຍເຮົາໂດຍຈັດກຽມ
ໃຫ້ມີຜູ້ລ້ຽງທີ່ດີ
ເຂົາເປັນຕົວຢ່າງແລະຄອຍຊີ້ນຳທາງ
ຊີ້ທາງໃຫ້ເຮົາກ້າວໄປ
(ທ່ອນຊ້ຳ)
ພະເຈົ້າໃຫ້ຄົນ ທີ່ພະອົງວາງໃຈ
ທີ່ເປັນຄົນຊື່ສັດພັກດີ
ຫ່ວງໃຍແກະທີ່ມີຄ່າຂອງພະເຈົ້າ
ໂດຍເບິ່ງແຍງແລະ ຮັກທຸກຕົວ
2. ເປັນຜູ້ລ້ຽງແກະທີ່ຮັກແລະໃສ່ໃຈ
ແນະນຳດ້ວຍຄວາມເມດຕາ
ເມື່ອເຮົາລົ້ມເຈັບເຂົາມາຊ່ວຍຮັກສາ
ໃຊ້ຄຳເວົ້າຈາອ່ອນໂຍນ
(ທ່ອນຊ້ຳ)
ພະເຈົ້າໃຫ້ຄົນ ທີ່ພະອົງວາງໃຈ
ທີ່ເປັນຄົນຊື່ສັດພັກດີ
ຫ່ວງໃຍແກະທີ່ມີຄ່າຂອງພະເຈົ້າ
ໂດຍເບິ່ງແຍງແລະ ຮັກທຸກຕົວ
3. ພວກເຂົາໃຫ້ຄຳແນະນຳຂອງພະເຈົ້າ
ຊ່ວຍບໍ່ໃຫ້ເຮົາຫຼົງທາງ
ຊ່ວຍໃຫ້ເຮົາຍ່າງໃນທາງແຫ່ງຊີວິດ
ຮັບໃຊ້ພະເຈົ້າທຸກວັນ
(ທ່ອນຊ້ຳ)
ພະເຈົ້າໃຫ້ຄົນ ທີ່ພະອົງວາງໃຈ
ທີ່ເປັນຄົນຊື່ສັດພັກດີ
ຫ່ວງໃຍແກະທີ່ມີຄ່າຂອງພະເຈົ້າ
ໂດຍເບິ່ງແຍງແລະ ຮັກທຸກຕົວ
(ເບິ່ງຕື່ມ ເອຊາ. 32:1, 2; ຢເຣ. 3:15; ໂຢ. 21:15-17; ກິດ. 20:28)