ບົດຄວາມສຶກສາທີ 12
ເພງທີ 77 ແສງສະຫວ່າງໃນໂລກມືດ
ຢ່າຢູ່ໃນຄວາມມືດ ແຕ່ໃຫ້ຢູ່ໃນຄວາມສະຫວ່າງ
“ພວກເຈົ້າເຄີຍຢູ່ໃນຄວາມມືດ ແຕ່ຕອນນີ້ຢູ່ໃນຄວາມສະຫວ່າງແລ້ວ.”—ອຟຊ. 5:8
ຈຸດສຳຄັນ
ເຮົາຈະຮຽນຕົວຢ່າງປຽບທຽບເລື່ອງຄວາມມືດກັບຄວາມສະຫວ່າງໃນເອເຟໂຊບົດ 5.
1-2. (ກ) ໂປໂລຢູ່ໃນສະພາບການແບບໃດຕອນທີ່ລາວຂຽນຈົດໝາຍໄປຫາຄລິດສະຕຽນຢູ່ເມືອງເອເຟໂຊ? (ຂ) ເຮົາຈະເບິ່ງຄຳຖາມຫຍັງແດ່?
ຕອນທີ່ໂປໂລຖືກກັກບໍລິເວນໃຫ້ຢູ່ແຕ່ໃນເຮືອນໃນເມືອງໂຣມ ລາວຢາກໃຫ້ກຳລັງໃຈພີ່ນ້ອງຫຼາຍ ແຕ່ລາວໄປຫາເຂົາເຈົ້າບໍ່ໄດ້. ລາວຈຶ່ງຂຽນຈົດໝາຍຫຼາຍສະບັບໄປຫາເຂົາເຈົ້າ. ໜຶ່ງໃນຈົດໝາຍທີ່ລາວຂຽນແມ່ນຈົດໝາຍທີ່ຂຽນໄປຫາຄລິດສະຕຽນຢູ່ເມືອງເອເຟໂຊປະມານປີ 60 ຫຼື 61.—ອຟຊ. 1:1; 4:1
2 ເກືອບ 10 ປີກ່ອນໜ້ານັ້ນ ໂປໂລເຄີຍຢູ່ເມືອງເອເຟໂຊ. ຕອນນັ້ນລາວປະກາດຂ່າວດີແລະສອນຢູ່ຫັ້ນ. (ກຈກ. 19:1, 8-10; 20:20, 21) ໂປໂລຮັກພີ່ນ້ອງຫຼາຍ ລາວຈຶ່ງຢາກຊ່ວຍເຂົາເຈົ້າໃຫ້ສັດຊື່ຕໍ່ພະເຢໂຫວາຕໍ່ໆໄປ. ແຕ່ເປັນຫຍັງໂປໂລຈຶ່ງຂຽນຈົດໝາຍໄປຫາຄລິດສະຕຽນຜູ້ຖືກເລືອກເລື່ອງຄວາມມືດກັບຄວາມສະຫວ່າງ? ເຮົາທຸກຄົນຈະຮຽນຫຍັງຈາກຄຳແນະນຳຂອງໂປໂລ? ໃຫ້ເຮົາມາເບິ່ງຄຳຕອບນຳກັນ.
ຈາກຄວາມມືດສູ່ຄວາມສະຫວ່າງ
3. ຕອນທີ່ໂປໂລຂຽນຈົດໝາຍໄປຫາຄລິດສະຕຽນຢູ່ເມືອງເອເຟໂຊ ລາວໃຊ້ຕົວຢ່າງປຽບທຽບເລື່ອງຫຍັງ?
3 ໂປໂລຂຽນຈົດໝາຍໄປຫາຄລິດສະຕຽນຢູ່ເມືອງເອເຟໂຊວ່າ: “ພວກເຈົ້າເຄີຍຢູ່ໃນຄວາມມືດ ແຕ່ຕອນນີ້ຢູ່ໃນຄວາມສະຫວ່າງແລ້ວ.” (ອຟຊ. 5:8) ໂປໂລໃຊ້ຕົວຢ່າງປຽບທຽບເລື່ອງຄວາມມືດກັບຄວາມສະຫວ່າງເພື່ອອະທິບາຍວ່າຄລິດສະຕຽນຢູ່ເມືອງເອເຟໂຊໄດ້ປ່ຽນແປງໂຕເອງຫຼາຍແທ້ໆຈາກໜ້າມືເປັນຫຼັງມື. ໃຫ້ເຮົາມາເບິ່ງວ່າ ເປັນຫຍັງໂປໂລຈຶ່ງເວົ້າວ່າເຂົາເຈົ້າ “ເຄີຍຢູ່ໃນຄວາມມືດ.”
4. ຄົນໃນເມືອງເອເຟໂຊຢູ່ໃນຄວາມມືດທາງດ້ານສາສະໜາໃນແງ່ໃດ?
4 ຄວາມມືດທາງດ້ານສາສະໜາ. ກ່ອນຈະຮຽນຄວາມຈິງແລະເຂົ້າມາເປັນຄລິດສະຕຽນ ພີ່ນ້ອງຢູ່ເມືອງເອເຟໂຊເຄີຍນັບຖືສາສະໜາປອມແລະມັກເລື່ອງຄາຖາອາຄົມຫຼາຍ. ເມືອງເອເຟໂຊເປັນບ່ອນຕັ້ງວິຫານຂອງເທບທິດາອາເຕມິດ ເຊິ່ງໃນຕອນນັ້ນຫຼາຍຄົນຖືວ່າເປັນວິຫານທີ່ມະຫັດສະຈັນທີ່ສຸດຈົນໄດ້ເປັນໜຶ່ງໃນສິ່ງມະຫັດສະຈັນຂອງໂລກ. ຄົນພາກັນໄປວິຫານນັ້ນເພື່ອນະມັດສະການຮູບບູຊາ. ພວກຊ່າງສີໄມ້ລາຍມືໄດ້ເງິນຫຼາຍຈາກການເຮັດແລະຂາຍຮູບປັ້ນຂອງເທບທິດາອາເຕມິດກັບວິຫານຈຳລອງ. (ກຈກ. 19:23-27) ນອກຈາກນັ້ນ ເມືອງເອເຟໂຊຍັງມີຊື່ສຽງໃນເລື່ອງຄາຖາອາຄົມນຳ.—ກຈກ. 19:19
5. ຄົນໃນເມືອງເອເຟໂຊຢູ່ໃນຄວາມມືດທາງດ້ານສິນລະທຳໃນແງ່ໃດ?
5 ຄວາມມືດທາງດ້ານສິນລະທຳ. ຄົນໃນເມືອງເອເຟໂຊມັກເຮັດຜິດສິນລະທຳແລະເຮັດຊົ່ວແບບບໍ່ອາຍ. ລະຄອນທີ່ຫຼິ້ນໃນໂຮງລະຄອນແລະເທດສະການຕ່າງໆທາງສາສະໜາມີແຕ່ກ່ຽວຂ້ອງກັບເລື່ອງເພດ. (ອຟຊ. 5:3) ຄົນໃນເມືອງນີ້ສ່ວນຫຼາຍ “ບໍ່ຮູ້ສຶກອາຍຕໍ່ບາບ” ເຊິ່ງສຳນວນນີ້ແປຕາມໂຕວ່າ “ບໍ່ຮູ້ສຶກເຈັບປວດ.” (ອຟຊ. 4:17-19) ກ່ອນທີ່ບາງຄົນໃນເມືອງເອເຟໂຊໄດ້ຮຽນຮູ້ກ່ຽວກັບມາດຕະຖານຂອງພະເຢໂຫວາວ່າອັນໃດຖືກອັນໃດຜິດ ໃຈຂອງເຂົາເຈົ້າບໍ່ຮູ້ສຶກຫຍັງເລີຍເມື່ອເຂົາເຈົ້າເຮັດຜິດ ແລະເຂົາເຈົ້າກໍບໍ່ໄດ້ສົນໃຈວ່າພະເຢໂຫວາຮູ້ສຶກແນວໃດໃນສິ່ງທີ່ເຂົາເຈົ້າເຮັດ. ຍ້ອນແນວນີ້ໂປໂລຈຶ່ງເວົ້າເຖິງເຂົາເຈົ້າວ່າ: “ເຂົາເຈົ້າຢູ່ໃນຄວາມມືດ. ເຂົາເຈົ້າບໍ່ໄດ້ຮັບຊີວິດແບບທີ່ພະເຈົ້າສະເໜີໃຫ້.”
6. ເປັນຫຍັງໂປໂລຈຶ່ງເວົ້າໄດ້ວ່າບາງຄົນໃນເມືອງເອເຟໂຊ “ຢູ່ໃນຄວາມສະຫວ່າງແລ້ວ”?
6 ແຕ່ບາງຄົນໃນເມືອງເອເຟໂຊໄດ້ອອກມາຈາກຄວາມມືດ. ໂປໂລຂຽນກ່ຽວກັບເຂົາເຈົ້າວ່າ: “ຕອນນີ້ [ພວກເຈົ້າ] ຢູ່ໃນຄວາມສະຫວ່າງແລ້ວ ຍ້ອນພວກເຈົ້າເປັນຄົນຂອງຜູ້ເປັນນາຍ.” (ອຟຊ. 5:8) ຄົນເຫຼົ່ານີ້ໃຊ້ຊີວິດຕາມຫຼັກການໃນຄຳພີໄບເບິນທີ່ເປັນຄືກັບແສງສະຫວ່າງທີ່ຊີ້ນຳທາງເຂົາເຈົ້າ. (ພສ. 119:105) ເຂົາເຈົ້າເຊົາເຮັດພິທີກຳທີ່ກ່ຽວຂ້ອງກັບສາສະໜາປອມແລະເຊົາເຮັດຜິດສິນລະທຳ. ເຂົາເຈົ້າ “ຮຽນແບບພະເຈົ້າ” ແລະພະຍາຍາມເຕັມທີທີ່ຈະນະມັດສະການພະເຢໂຫວາແລະເຮັດໃຫ້ເພິ່ນພໍໃຈ.—ອຟຊ. 5:1
7. ເຮົາເປັນຄືກັບຄລິດສະຕຽນໃນເມືອງເອເຟໂຊແນວໃດ?
7 ເຮົາກໍຄືກັນ ກ່ອນຮຽນຄຳພີໄບເບິນເຮົາກໍຢູ່ໃນຄວາມມືດທາງດ້ານສາສະໜາແລະຢູ່ໃນຄວາມມືດທາງດ້ານສິນລະທຳ. ພວກເຮົາບາງຄົນເຄີຍສະຫຼອງບຸນຕ່າງໆທີ່ກ່ຽວຂ້ອງກັບສາສະໜາປອມ ແລະບາງຄົນກໍເຄີຍໃຊ້ຊີວິດແບບຜິດສິນລະທຳ. ແຕ່ເມື່ອເຮົາໄດ້ຮຽນຮູ້ກ່ຽວກັບມາດຕະຖານຂອງພະເຢໂຫວາວ່າອັນໃດຖືກອັນໃດຜິດ ເຮົາກໍປ່ຽນແປງໂຕເອງແລະເລີ່ມໃຊ້ຊີວິດຕາມມາດຕະຖານຂອງເພິ່ນ. ຜົນກໍຄື ເຮົາໄດ້ຮັບປະໂຫຍດຫຼາຍແທ້ໆ. (ອຊຢ. 48:17) ເຖິງວ່າຕອນນີ້ເຮົາເຈິກັບບັນຫາ ແຕ່ເຮົາຕ້ອງຢູ່ໄກໆຈາກຄວາມມືດທີ່ເຮົາໄດ້ອອກມາແລ້ວ ແລະ “ໃຊ້ຊີວິດແບບຄົນທີ່ຢູ່ໃນຄວາມສະຫວ່າງຕໍ່ໄປ.” ເຮົາຊິເຮັດແບບນັ້ນໄດ້ແນວໃດ?
Image digitally reproduced with the permission of the Papyrology Collection, Graduate Library, University of Michigan, P.Mich.inv. 6238.Licensed under CC by 3.0
ຄຳແນະນຳທີ່ດີທີ່ໂປໂລໃຫ້ຄລິດສະຕຽນຢູ່ເມືອງເອເຟໂຊ ເຮົາກໍເອົາມາໃຊ້ໃນທຸກມື້ນີ້ໄດ້ຄືກັນ (ເບິ່ງຂໍ້ 7)b
ຢູ່ໄກໆຈາກຄວາມມືດ
8. ຕາມເອເຟໂຊ 5:3-5 ຄລິດສະຕຽນໃນເມືອງເອເຟໂຊຕ້ອງບໍ່ເຮັດຫຍັງ?
8 ອ່ານເອເຟໂຊ 5:3-5. ເພື່ອຄລິດສະຕຽນໃນເມືອງເອເຟໂຊຈະບໍ່ຢູ່ໃນຄວາມມືດທາງດ້ານສິນລະທຳ ເຂົາເຈົ້າຕ້ອງບໍ່ເຮັດສິ່ງທີ່ພະເຢໂຫວາບໍ່ມັກ. ນອກຈາກເຊົາເຮັດຜິດສິນລະທຳທາງເພດແລ້ວ ເຂົາເຈົ້າຕ້ອງບໍ່ເວົ້າຄຳລາມົກນຳ. ໂປໂລເຕືອນຄລິດສະຕຽນໃນເມືອງເອເຟໂຊວ່າ ເຂົາເຈົ້າຕ້ອງບໍ່ຫຍຸ້ງກ່ຽວກັບສິ່ງເຫຼົ່ານີ້ຖ້າຢາກ “ມີສ່ວນໃນການປົກຄອງຂອງພະຄລິດແລະຂອງພະເຈົ້າ.”
9. ເປັນຫຍັງເຮົາຕ້ອງລະວັງທີ່ຈະບໍ່ຫຍຸ້ງກ່ຽວກັບສິ່ງໃດກໍຕາມທີ່ຈະເຮັດໃຫ້ເຮົາເຮັດຜິດສິນລະທຳທາງເພດ?
9 ເຮົາຕ້ອງຕໍ່ສູ້ຕໍ່ໆໄປເພື່ອຈະເຊົາເຮັດ “ສິ່ງທີ່ບໍ່ມີຄ່າທີ່ກ່ຽວກັບຄວາມມືດ.” (ອຟຊ. 5:11) ຫຼາຍເທື່ອເຮົາເຫັນວ່າແຮ່ງຄົນເຮົາເບິ່ງ ຟັງ ຫຼືລົມກັນເລື່ອງເປື້ອນໆຫຼືເລື່ອງຜິດສິນລະທຳ ມັນກໍແຮ່ງງ່າຍທີ່ເຂົາເຈົ້າຈະເຮັດຜິດ. (ປຖກ. 3:6; ຢກບ. 1:14, 15) ຢູ່ປະເທດໜຶ່ງ ມີພີ່ນ້ອງຫຼາຍຄົນຕັ້ງກຸ່ມລົມກັນທາງອອນລາຍ. ທຳອິດ ເຂົາເຈົ້າກໍລົມກັນເລື່ອງຄວາມເຊື່ອ ແຕ່ເມື່ອເວລາຜ່ານໄປບາງຄົນກໍເລີ່ມເວົ້າເລື່ອງບໍ່ດີ ເຊິ່ງສ່ວນຫຼາຍແລ້ວເປັນເລື່ອງເຊັກ. ພີ່ນ້ອງຫຼາຍຄົນໃນກຸ່ມນີ້ຍອມຮັບນຳຫຼັງວ່າເລື່ອງທີ່ລົມກັນເຮັດໃຫ້ເຂົາເຈົ້າເຮັດຜິດສິນລະທຳທາງເພດ.
10. ຊາຕານພະຍາຍາມຫຼອກລວງເຮົາແນວໃດ? (ເອເຟໂຊ 5:6)
10 ໂລກຂອງຊາຕານພະຍາຍາມເຮັດໃຫ້ເຮົາຄິດວ່າສິ່ງທີ່ພະເຢໂຫວາບອກວ່າຜິດສິນລະທຳແລະບໍ່ສະອາດ ທີ່ຈິງແລ້ວບໍ່ມີຫຍັງຜິດ. (2ປຕ. 2:19) ເຮົາບໍ່ແປກໃຈເລີຍທີ່ເປັນແບບນີ້ ຍ້ອນມັນເປັນກົນອຸບາຍຢ່າງໜຶ່ງທີ່ຊາຕານໃຊ້ມາດົນແລ້ວເພື່ອໃຫ້ຄົນສັບສົນແລະໄຈ້ແຍກບໍ່ໄດ້ວ່າອັນໃດຖືກອັນໃດຜິດ. (ອຊຢ. 5:20; 2ກຣ. 4:4) ເຮົາເຫັນເລີຍວ່າໜັງ ລາຍການໂທລະທັດ ແລະເວັບໄຊຕ່າງໆພະຍາຍາມສະໜັບສະໜູນຄວາມຄິດທີ່ຂັດກັບມາດຕະຖານທີ່ຖືກຕ້ອງຂອງພະເຢໂຫວາ. ຊາຕານກຳລັງພະຍາຍາມຫຼອກລວງເຮົາໃຫ້ຄິດວ່າການກະທຳທີ່ບໍ່ສະອາດແລະການໃຊ້ຊີວິດແບບຜິດສິນລະທຳທາງເພດເປັນເລື່ອງທີ່ຍອມຮັບໄດ້ ທັງມ່ວນແລະບໍ່ມີພິດບໍ່ມີໄພຫຍັງ.—ອ່ານເອເຟໂຊ 5:6
11. ເລື່ອງຂອງແອງເຈລ້າສະແດງໃຫ້ເຫັນແນວໃດວ່າເຮົາຕ້ອງເຮັດຕາມຄຳແນະນຳໃນເອເຟໂຊ 5:7? (ເບິ່ງຮູບນຳ)
11 ຊາຕານຢາກໃຫ້ເຮົາເປັນໝູ່ກັບຄົນທີ່ບໍ່ຮັກພະເຢໂຫວາ ເຊິ່ງເຮັດໃຫ້ເປັນເລື່ອງຍາກທີ່ເຮົາຈະເຮັດຕາມມາດຕະຖານຂອງເພິ່ນ. ຍ້ອນແນວນີ້ ໂປໂລຈຶ່ງເຕືອນຄລິດສະຕຽນໃນເມືອງເອເຟໂຊວ່າ: “ຢ່າເຮັດຄືກັບເຂົາເຈົ້າ” ເຊິ່ງຄົນເຫຼົ່ານີ້ເຮັດໃນສິ່ງທີ່ພະເຢໂຫວາເບິ່ງວ່າຜິດ. (ອຟຊ. 5:7) ເຮົາຕ້ອງຈື່ໄວ້ວ່າ ການເປັນໝູ່ກັບຜູ້ໃດຜູ້ໜຶ່ງບໍ່ແມ່ນສະເພາະຄົນທີ່ເຮົາເຫັນໜ້າຕໍ່ໜ້າເທົ່ານັ້ນ ແຕ່ລວມເຖິງຄົນທີ່ເຮົາຫຼິ້ນນຳໃນສື່ສັງຄົມອອນລາຍນຳ. ຄລິດສະຕຽນຢູ່ເມືອງເອເຟໂຊບໍ່ໄດ້ເຈິອັນຕະລາຍແບບນີ້. ແອງເຈລ້າaທີ່ຢູ່ອາຊີເຫັນວ່າສື່ສັງຄົມອອນລາຍເປັນອັນຕະລາຍແທ້ໆ. ລາວຍອມຮັບວ່າ: “ມັນເປັນຄືກັບດັກ. ມັນປ່ຽນຄວາມຄິດຂອງຂ້ອຍເທື່ອລະເລັກເທື່ອລະໜ້ອຍຈົນເຮັດໃຫ້ຂ້ອຍຮູ້ສຶກວ່າມັນບໍ່ຜິດທີ່ຈະມີໝູ່ທີ່ບໍ່ເຮັດຕາມຫຼັກການໃນຄຳພີໄບເບິນ. ໃນທີ່ສຸດ ຂ້ອຍກໍເລີ່ມຄິດວ່າການໃຊ້ຊີວິດແບບທີ່ພະເຢໂຫວາບໍ່ມັກກໍບໍ່ໄດ້ເປັນຫຍັງ.” ແຕ່ຜູ້ເບິ່ງແຍງໄດ້ຊ່ວຍແອງເຈລ້າໃຫ້ປ່ຽນແປງໂຕເອງ. ແອງເຈລ້າເວົ້າວ່າ: “ຕອນນີ້ຂ້ອຍສົນໃຈສິ່ງທີ່ເສີມຄວາມເຊື່ອຫຼາຍກວ່າສົນໃຈແນວອື່ນທີ່ຢູ່ໃນສື່ສັງຄົມອອນລາຍ.”
ເຮົາຈະໃຊ້ຊີວິດຕາມມາດຕະຖານຂອງພະເຢໂຫວາໄດ້ຫຼາຍສ່ຳໃດ ມັນຂຶ້ນກັບວ່າເຮົາເລືອກໃຜເປັນໝູ່ (ເບິ່ງຂໍ້ 11)
12. ສິ່ງໃດຈະຊ່ວຍເຮົາໃຫ້ຍຶດໝັ້ນກັບມາດຕະຖານຂອງພະເຢໂຫວາ?
12 ເຮົາຕ້ອງຕໍ່ສູ້ກັບຄວາມຄິດຂອງຄົນໃນໂລກທີ່ຖືວ່າການເຮັດຜິດສິນລະທຳເປັນເລື່ອງທີ່ຍອມຮັບໄດ້. ເຮົາຮູ້ວ່າຄວາມຄິດແບບນັ້ນບໍ່ຖືກຕ້ອງ. (ອຟຊ. 4:19, 20) ເຮົາຄວນຖາມໂຕເອງວ່າ: ‘ຂ້ອຍໄດ້ພະຍາຍາມແທ້ໆບໍທີ່ຈະບໍ່ໃຊ້ເວລາຫຼາຍເກີນໄປກັບໝູ່ຢູ່ບ່ອນເຮັດວຽກ ໝູ່ຢູ່ໂຮງຮຽນ ຫຼືຄົນທີ່ບໍ່ໄດ້ນັບຖືມາດຕະຖານຂອງພະເຢໂຫວາ? ຂ້ອຍກ້າຍຶດໝັ້ນກັບມາດຕະຖານຂອງພະເຢໂຫວາບໍເຖິງວ່າບາງຄົນອາດເວົ້າໃຫ້ຂ້ອຍວ່າເປັນຄົນໃຈແຄບ?’ ນອກຈາກນັ້ນ ຄືກັບທີ່ບອກໄວ້ໃນ 2 ຕີໂມທຽວ 2:20-22 ເຮົາອາດຕ້ອງລະວັງຄືກັນເມື່ອເລືອກໝູ່ໃນປະຊາຄົມ ຍ້ອນບໍ່ແມ່ນທຸກຄົນຈະຊ່ວຍເຮົາໃຫ້ຮັບໃຊ້ພະເຢໂຫວາຢ່າງສັດຊື່ຕໍ່ໆໄປ.
“ໃຊ້ຊີວິດແບບຄົນທີ່ຢູ່ໃນຄວາມສະຫວ່າງ”
13. ການໃຊ້ຊີວິດແບບຄົນທີ່ຢູ່ໃນຄວາມສະຫວ່າງຕໍ່ໄປໝາຍຄວາມວ່າແນວໃດ? (ເອເຟໂຊ 5:7-9)
13 ໂປໂລແນະນຳຄລິດສະຕຽນໃນເມືອງເອເຟໂຊວ່າເຂົາເຈົ້າຕ້ອງບໍ່ພຽງແຕ່ຢູ່ໄກໆຈາກຄວາມມືດເທົ່ານັ້ນ ແຕ່ຕ້ອງ “ໃຊ້ຊີວິດແບບຄົນທີ່ຢູ່ໃນຄວາມສະຫວ່າງຕໍ່ໄປ.” (ອ່ານເອເຟໂຊ 5:7-9) ເລື່ອງນີ້ໝາຍຄວາມວ່າແນວໃດ? ເວົ້າງ່າຍໆກໍຄື ເຮົາຕ້ອງປະພຶດໃຫ້ສົມກັບເປັນຄລິດສະຕຽນແທ້ຕະຫຼອດເວລາ. ວິທີໜຶ່ງທີ່ເຮົາຈະເຮັດແບບນັ້ນໄດ້ແມ່ນ ອ່ານແລະສຶກສາຄົ້ນຄວ້າຄຳພີໄບເບິນຢ່າງຈິງຈັງ ລວມທັງອ່ານປຶ້ມຕ່າງໆຂອງອົງການນຳ. ເປັນເລື່ອງສຳຄັນຫຼາຍທີ່ເຮົາຈະເບິ່ງຕົວຢ່າງແລະຄຳສອນຂອງພະເຢຊູ ຍ້ອນເພິ່ນເປັນ “ຄວາມສະຫວ່າງໃຫ້ໂລກ.”—ຢຮ. 8:12; ສພສ. 6:23
14. ພະລັງບໍລິສຸດຊ່ວຍເຮົາແນວໃດ?
14 ເຮົາຕ້ອງໄດ້ຮັບຄວາມຊ່ວຍເຫຼືອຈາກພະລັງບໍລິສຸດຂອງພະເຈົ້າເພື່ອເຮົາຈະ “ໃຊ້ຊີວິດແບບຄົນທີ່ຢູ່ໃນຄວາມສະຫວ່າງຕໍ່ໄປ.” ຍ້ອນຫຍັງ? ຍ້ອນວ່າມັນບໍ່ງ່າຍເລີຍທີ່ເຮົາຈະຮັກສາໂຕໃຫ້ສະອາດໃນໂລກທີ່ມີແຕ່ການເຮັດຜິດສິນລະທຳ. (1ທຊ. 4:3-5, 7, 8) ພະລັງບໍລິສຸດສາມາດຊ່ວຍເຮົາໃຫ້ຕໍ່ສູ້ກັບຄວາມຄິດຂອງຄົນໃນໂລກໄດ້ ເຊິ່ງລວມເຖິງປັດຊະຍາແລະແນວຄິດທີ່ຂັດກັບຄວາມຄິດຂອງພະເຈົ້າ. ນອກຈາກນັ້ນ ພະລັງບໍລິສຸດຍັງຊ່ວຍເຮົາໃຫ້ສະແດງຜົນຂອງຄວາມສະຫວ່າງ ເຊິ່ງແມ່ນ “ຄວາມດີທຸກຢ່າງ [ແລະ] ຄວາມຖືກຕ້ອງ.”—ອຟຊ. 5:9
15. ມີວິທີໃດແດ່ທີ່ເຮົາຈະໄດ້ຮັບພະລັງບໍລິສຸດ? (ເອເຟໂຊ 5:19, 20)
15 ວິທີໜຶ່ງທີ່ເຮົາຈະໄດ້ຮັບພະລັງບໍລິສຸດແມ່ນການອະທິດຖານຂໍ. ພະເຢຊູບອກວ່າ ພະເຢໂຫວາຈະ “ເອົາພະລັງບໍລິສຸດໃຫ້ຄົນທີ່ຂໍນຳເພິ່ນ.” (ລກ. 11:13) ເມື່ອເຮົາສັນລະເສີນພະເຢໂຫວານຳກັນກັບພີ່ນ້ອງຢູ່ການປະຊຸມ ເຮົາກໍໄດ້ຮັບພະລັງບໍລິສຸດຄືກັນ. (ອ່ານເອເຟໂຊ 5:19, 20) ພະລັງບໍລິສຸດຈະຊ່ວຍເຮົາໃຫ້ໃຊ້ຊີວິດໃນແບບທີ່ເຮັດໃຫ້ພະເຢໂຫວາພໍໃຈ.
16. ສິ່ງໃດຈະຊ່ວຍເຮົາໃຫ້ຕັດສິນໃຈໄດ້ຢ່າງຖືກຕ້ອງ? (ເອເຟໂຊ 5:10, 17)
16 ເມື່ອເຮົາຕ້ອງຕັດສິນໃຈເລື່ອງທີ່ສຳຄັນ ເຮົາຕ້ອງພະຍາຍາມເຂົ້າໃຈວ່າ “ພະເຢໂຫວາຕ້ອງການຫຍັງ” ແລ້ວກໍເຮັດຕາມນັ້ນ. (ອ່ານເອເຟໂຊ 5:10, 17) ຕອນທີ່ເຮົາເຈິສະຖານະການບາງຢ່າງ ແລ້ວຊອກຫາຫຼັກການໃນຄຳພີໄບເບິນທີ່ກ່ຽວກັບເລື່ອງນັ້ນກໍສະແດງວ່າເຮົາຢາກຮູ້ວ່າພະເຢໂຫວາຄິດແນວໃດ. ເມື່ອເຮົາເຮັດຕາມຫຼັກການຂອງພະເຢໂຫວາ ເຮົາກໍຈະຕັດສິນໃຈໄດ້ຢ່າງຖືກຕ້ອງ.
17. ການໃຊ້ເວລາໃຫ້ເປັນປະໂຫຍດຫຼາຍທີ່ສຸດໝາຍເຖິງຫຍັງ? (ເອເຟໂຊ 5:15, 16) (ເບິ່ງຮູບນຳ)
17 ໂປໂລຍັງໃຫ້ຄຳແນະນຳຄລິດສະຕຽນໃນເມືອງເອເຟໂຊວ່າໃຫ້ໃຊ້ເວລາໃຫ້ເປັນປະໂຫຍດຫຼາຍທີ່ສຸດ. (ອ່ານເອເຟໂຊ 5:15, 16) ຊາຕານ “ໂຕຊົ່ວຮ້າຍ” ທີ່ເປັນສັດຕູຂອງເຮົາຢາກໃຫ້ເຮົາຫຍຸ້ງຢູ່ກັບສິ່ງຕ່າງໆທີ່ເປັນຂອງໂລກນີ້ຈົນເຮົາບໍ່ມີເວລາຮັບໃຊ້ພະເຢໂຫວາ. (1ຢຮ. 5:19) ຄລິດສະຕຽນບາງຄົນອາດໃຫ້ການຫາເງິນ ການຮຽນສູງໆ ຫຼືການເຮັດວຽກສຳຄັນກວ່າການຮັບໃຊ້ພະເຢໂຫວາ. ຖ້າເປັນແບບນັ້ນກໍສະແດງວ່າລາວເລີ່ມຄິດຄືກັບຄົນທົ່ວໄປໃນໂລກ. ທີ່ຈິງ ສິ່ງເຫຼົ່ານີ້ບໍ່ມີຫຍັງຜິດ ແຕ່ມັນບໍ່ຄວນເປັນສິ່ງສຳຄັນທີ່ສຸດໃນຊີວິດຂອງເຮົາ. ຖ້າເຮົາຢາກ “ໃຊ້ຊີວິດແບບຄົນທີ່ຢູ່ໃນຄວາມສະຫວ່າງ” ເຮົາຕ້ອງ “ໃຊ້ເວລາ [ຂອງເຮົາ] ໃຫ້ເປັນປະໂຫຍດຫຼາຍທີ່ສຸດ” ເຊິ່ງກໍຄືສົນໃຈສິ່ງທີ່ສຳຄັນແທ້ໆ.
ຄລິດສະຕຽນໃນເມືອງເອເຟໂຊກະຕືລືລົ້ນທີ່ຈະໃຊ້ເວລາໃຫ້ເປັນປະໂຫຍດຫຼາຍທີ່ສຸດ (ເບິ່ງຂໍ້ 17)
18. ໂດນໍ້ໄດ້ເຮັດຫຍັງເພື່ອຈະໃຊ້ເວລາໃຫ້ເປັນປະໂຫຍດຫຼາຍທີ່ສຸດ?
18 ໃຫ້ເຈົ້າຊອກຫາວິທີທີ່ຈະຮັບໃຊ້ພະເຢໂຫວາຫຼາຍຂຶ້ນ. ໂດນໍ້ທີ່ຢູ່ອາຝຼິກກາໃຕ້ໄດ້ເຮັດແບບນັ້ນ. ລາວເວົ້າວ່າ: “ຂ້ອຍເບິ່ງສະພາບການຂອງໂຕເອງ ແລ້ວກໍອະທິດຖານຫາພະເຢໂຫວາຢ່າງຈິງຈັງຂໍໃຫ້ເພິ່ນຊ່ວຍຂ້ອຍໃຫ້ຮັບໃຊ້ໄດ້ຫຼາຍຂຶ້ນ. ຂ້ອຍອະທິດຖານຂໍໃຫ້ໄດ້ວຽກທີ່ຈະຊ່ວຍຂ້ອຍໃຫ້ມີເວລາຫຼາຍຂຶ້ນທີ່ຈະໄປປະກາດ ແລ້ວພະເຢໂຫວາກໍຊ່ວຍຂ້ອຍໃຫ້ໄດ້ວຽກແບບນັ້ນ. ຈາກນັ້ນ ຂ້ອຍກັບເມຍກໍເລີ່ມຮັບໃຊ້ເຕັມເວລານຳກັນ.”
19. ເຮົາຈະ “ໃຊ້ຊີວິດແບບຄົນທີ່ຢູ່ໃນຄວາມສະຫວ່າງຕໍ່ໄປ” ໄດ້ແນວໃດ?
19 ຈົດໝາຍທີ່ໂປໂລຂຽນໄປຫາຄລິດສະຕຽນຢູ່ເມືອງເອເຟໂຊຕ້ອງຊ່ວຍເຂົາເຈົ້າໃຫ້ຮັກສາຄວາມສັດຊື່ຕໍ່ພະເຢໂຫວາໄດ້ແທ້ໆ. ຄຳແນະນຳຂອງລາວກໍຊ່ວຍເຮົາໃນທຸກມື້ນີ້ຄືກັນ. ຄືກັບທີ່ເຮົາໄດ້ຮຽນແລ້ວ ຄຳແນະນຳຂອງໂປໂລຊ່ວຍເຮົາໃຫ້ເລືອກຄວາມບັນເທີງແລະເລືອກໝູ່ຢ່າງສະຫຼາດ. ຄຳແນະນຳຂອງລາວຊ່ວຍເຮົາໃຫ້ໃຊ້ຊີວິດແບບຄົນທີ່ຢູ່ໃນຄວາມສະຫວ່າງຕໍ່ໄປໄດ້ໂດຍສຶກສາຄຳພີໄບເບິນເປັນປະຈຳ. ນອກຈາກນັ້ນ ໂປໂລຍັງເນັ້ນເຖິງຄວາມສຳຄັນຂອງພະລັງບໍລິສຸດທີ່ສາມາດຊ່ວຍເຮົາໃຫ້ສະແດງຄຸນລັກສະນະທີ່ດີໄດ້. ຖ້າເຮົາເຮັດຕາມຄຳແນະນຳຂອງໂປໂລ ເຮົາກໍຈະສາມາດຕັດສິນໃຈໄດ້ຢ່າງຖືກຕ້ອງເຊິ່ງສອດຄ່ອງກັບຄວາມຄິດຂອງພະເຢໂຫວາ. ການເຮັດສິ່ງເຫຼົ່ານີ້ຈະຊ່ວຍເຮົາບໍ່ໃຫ້ຢູ່ໃນຄວາມມືດຂອງໂລກນີ້ ແຕ່ຈະຢູ່ໃນຄວາມສະຫວ່າງຕໍ່ໆໄປ.
ເຈົ້າຈະຕອບແນວໃດ?
“ຄວາມມືດ” ກັບ “ຄວາມສະຫວ່າງ” ທີ່ເວົ້າເຖິງໃນເອເຟໂຊ 5:8 ໝາຍເຖິງຫຍັງ?
ເຮົາຈະຢູ່ໄກໆຈາກຄວາມມືດໄດ້ແນວໃດ?
ເຮົາຈະ “ໃຊ້ຊີວິດແບບຄົນທີ່ຢູ່ໃນຄວາມສະຫວ່າງຕໍ່ໄປ” ໄດ້ແນວໃດ?
ເພງທີ 95 ແສງສະຫວ່າງທີ່ແຮງກ້າຂຶ້ນ
a ຊື່ສົມມຸດ.
b ຄຳອະທິບາຍຮູບ: ສຳເນົາເກົ່າແກ່ຂອງຈົດໝາຍທີ່ໂປໂລຂຽນໄປຫາຄລິດສະຕຽນຢູ່ເມືອງເອເຟໂຊ.