ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຮຄ ບົດທີ 41 ໜ້າ 212-216
  • ເດັກ​ນ້ອຍ​ທີ່​ເຮັດ​ໃຫ້​ພະເຈົ້າ​ມີ​ຄວາມ​ຍິນດີ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ເດັກ​ນ້ອຍ​ທີ່​ເຮັດ​ໃຫ້​ພະເຈົ້າ​ມີ​ຄວາມ​ຍິນດີ
  • ຮຽນຈາກຄູຜູ້ຍິ່ງໃຫຍ່
  • ເລື່ອງທີ່ຄ້າຍກັນ
  • ນັກຮົບ​ທີ່​ກ້າຫານ​ກັບ​ເດັກນ້ອຍ​ຜູ້​ຍິງ​ຄົນ​ໜຶ່ງ
    ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
  • ເດັກນ້ອຍຍິງຄົນນຶ່ງຊ່ວຍບຸລຸດຜູ້ມີອຳນາດ
    ໜັງສືຂອງຂ້ອຍກ່ຽວກັບເລື່ອງໃນພະຄຳພີໄບເບິນ
  • ເຍຊູຜູ້ຫນຸ່ມນ້ອຍໃນວິຫານ
    ໜັງສືຂອງຂ້ອຍກ່ຽວກັບເລື່ອງໃນພະຄຳພີໄບເບິນ
ຮຽນຈາກຄູຜູ້ຍິ່ງໃຫຍ່
ຮຄ ບົດທີ 41 ໜ້າ 212-216

ບົດ​ທີ 41

ເດັກ​ນ້ອຍ​ທີ່​ເຮັດ​ໃຫ້​ພະເຈົ້າ​ມີ​ຄວາມ​ຍິນດີ

ລູກ​ຄິດ​ວ່າ​ເດັກ​ນ້ອຍ​ຄົນ​ໃດ​ຢູ່​ໃນ​ໂລກ​ນີ້​ທີ່​ເຮັດ​ໃຫ້​ພະ​ເຢໂຫວາ​ມີ​ຄວາມ​ຍິນດີ​ຫຼາຍ​ທີ່​ສຸດ?— ເດັກ​ນ້ອຍ​ຄົນ​ນັ້ນ​ຄື​ພະ​ເຍຊູ​ລູກ​ຊາຍ​ຂອງ​ພະອົງ. ໃຫ້​ເຮົາ​ມາ​ເວົ້າ​ເຖິງ​ສິ່ງ​ຕ່າງໆ​ທີ່​ພະ​ເຍຊູ​ໄດ້​ເຮັດ​ເພື່ອ​ໃຫ້​ພໍ່​ທີ່​ຢູ່​ທາງ​ພາກ​ສະຫວັນ​ມີ​ຄວາມ​ຍິນດີ.

ຄອບຄົວ​ຂອງ​ພະ​ເຍຊູ​ອາໄສ​ຢູ່​ຫ່າງ​ໄກ​ຈາກ​ເມືອງ​ເຢຣຶຊາເລມ​ເຊິ່ງ​ຕ້ອງ​ໃຊ້​ເວລາ​ເດີນ​ທາງ​ປະມານ​ສາມ​ມື້​ຈຶ່ງ​ຈະ​ໄປ​ຮອດ​ເມືອງ​ນີ້ ເຊິງ​ເປັນ​ທີ່​ຕັ້ງ​ຂອງ​ວິຫານ​ທີ່​ສະຫງ່າ​ງາມ​ຂອງ​ພະ​ເຢໂຫວາ. ພະ​ເຍຊູ​ເອີ້ນ​ວິຫານ​ວ່າ “ເຮືອນ​ແຫ່ງ​ພະ​ບິດາ.” ໃນ​ທຸກໆ​ປີ​ພະອົງ​ກັບ​ຄອບຄົວ​ໄດ້​ໄປ​ທີ່​ນັ້ນ​ເພື່ອ​ເຂົ້າ​ຮ່ວມ​ເທດສະການ​ປັດສະຄາ.

ຢູ່​ມາ​ມີ​ປີ​ໜຶ່ງ​ຕອນ​ນັ້ນ​ພະ​ເຍຊູ​ອາຍຸ​ໄດ້ 12 ປີ ຫຼັງ​ຈາກ​ເທດ​ສະ​ການ​ປັດສະຄາ​ແລ້ວໆ​ຄອບຄົວ​ຂອງ​ພະອົງ​ເລີ່ມ​ເດີນ​ທາງ​ກັບ​ເມືອ​ເຮືອນ. ຮອດ​ຕອນ​ທີ່​ເຂົາ​ເຈົ້າ​ຢຸດ​ພັກ​ຄ້າງ​ຄືນ​ຈຶ່ງ​ໄດ້​ສັງເກດ​ວ່າ​ພະ​ເຍຊູ​ບໍ່​ໄດ້​ຢູ່​ໃນ​ທ່າມກາງ​ພວກ​ຍາດ​ຕິ​ພີ່​ນ້ອງ​ແລະ​ຫມູ່​ເພື່ອນ. ດັ່ງ​ນັ້ນ ນາງ​ມາລີ​ແລະ​ທ້າວ​ໂຢເຊບ​ຈຶ່ງ​ຟ້າວ​ກັບ​ຄືນ​ເມືອ​ເມືອງ​ເຢຣຶຊາເລມ​ເພື່ອ​ຊອກ​ຫາ​ພະ​ເຍຊູ. ລູກ​ຄິດ​ວ່າ​ພະ​ເຍຊູ​ຢູ່​ໃສ?—

ເຂົາ​ເຈົ້າ​ພົບ​ພະ​ເຍຊູ​ຢູ່​ໃນ​ວິຫານ. ພະອົງ​ກຳລັງ​ຟັງ​ພວກ​ອາຈານ ແລະ​ພະອົງ​ຖາມ​ຄຳຖາມ​ຫຼາຍ​ຂໍ້. ແລະ​ເມື່ອ​ເຂົາ​ເຈົ້າ​ຖາມ​ບັນຫາ​ໜຶ່ງ ພະອົງ​ກໍ​ຕອບ​ໄດ້. ເຂົາ​ເຈົ້າ​ຮູ້ສຶກ​ແປກ​ໃຈ​ໃນ​ຄຳຕອບ​ທີ່​ດີ​ເລີດ​ຂອງ​ພະອົງ. ລູກ​ເຂົ້າ​ໃຈ​ບໍ​ວ່າ​ເປັນ​ຫຍັງ​ພະເຈົ້າ​ຈຶ່ງ​ພູມ​ໃຈ​ໃນ​ລູກ​ຊາຍ​ຂອງ​ພະອົງ?—

ແນ່ນອນ​ວ່າ​ໃນ​ທີ່​ສຸດ​ເມື່ອ​ມາລີ​ແລະ​ໂຢເຊບ​ພົບ​ພະ​ເຍຊູ​ແລ້ວ ເຂົາ​ເຈົ້າ​ຮູ້ສຶກ​ໂລ່ງ​ໃຈ. ແຕ່​ພະ​ເຍຊູ​ພັດ​ບໍ່​ໄດ້​ກັງວົນ​ຫຍັງ. ພະອົງ​ຮູ້​ວ່າ​ວິຫານ​ເປັນ​ສະຖານ​ທີ່​ທີ່​ປອດໄພ. ດັ່ງ​ນັ້ນ​ພະອົງ​ຈຶ່ງ​ຖາມ​ວ່າ: “ພວກ​ເຈົ້າ​ບໍ່​ຮູ້​ບໍ​ວ່າ ເຮົາ​ຕ້ອງ​ຢູ່​ໃນ​ເຮືອນ​ແຫ່ງ​ພະ​ບິດາ​ຂອງ​ເຮົາ?” ພະອົງ​ຮູ້​ວ່າ​ວິຫານ​ເປັນ​ເຮືອນ​ຂອງ​ພະເຈົ້າ ແລະ​ພະອົງ​ມັກ​ທີ່​ຈະ​ຢູ່​ຫັ້ນ.

ຫຼັງ​ຈາກ​ນັ້ນ​ມາລີ​ແລະ​ໂຢເຊບ​ກໍ​ພາ​ພະ​ເຍຊູ​ເຊິ່ງ​ມີ​ອາຍຸ 12 ປີ​ກັບ​ເມືອ​ເຮືອນ​ຂອງ​ຕົນ​ທີ່​ເມືອງ​ນາຊາເລດ. ລູກ​ຄິດ​ວ່າ​ພະ​ເຍຊູ​ປະຕິບັດ​ຕໍ່​ພໍ່​ແມ່ຂອງ​ເພິ່ນ​ແນວ​ໃດ?— ທີ່​ຈິງ ຄຳພີ​ໄບເບິນ​ບອກ​ວ່າ​ພະອົງ “ໄດ້​ຢູ່​ໃຕ້​ບັງຄັບ​ເຂົາ” ຕໍ່ໆ​ໄປ. ລູກ​ຄິດ​ວ່າ​ນັ້ນ​ໝາຍ​ຄວາມ​ວ່າ​ແນວ​ໃດ?— ນັ້ນ​ໝາຍ​ຄວາມ​ວ່າ​ພະອົງ​ເຊື່ອ​ຟັງ ພໍ່​ແມ່. ແມ່ນ​ແລ້ວ ພະອົງ​ເຮັດ​ໃນ​ສິ່ງ​ທີ່​ພໍ່​ແມ່​ຂໍ​ໃຫ້​ພະອົງ​ເຮັດ ແມ່ນ​ກະທັ່ງ​ການ​ໄປ​ຕັກ​ນ້ຳ​ຢູ່​ສ້າງ.—ລືກາ 2:41-51, 52, ທ.ປ.

Young Jesus helps carry water from a well, and questions men at the temple

ຕອນ​ເປັນ​ເດັກ​ນ້ອຍ ພະ​ເຍຊູ​ເຮັດ​ໃຫ້​ພະເຈົ້າ​ມີ​ຄວາມ​ຍິນດີ​ແນວ​ໃດ?

ດັ່ງ​ນັ້ນ​ຂໍ​ໃຫ້​ຄິດ​ກ່ຽວ​ກັບ​ເລື່ອງ​ນີ້ ທັງໆ​ທີ່​ພະ​ເຍຊູ​ເປັນ​ມະນຸດ​ສົມບູນ​ແບບ ພະອົງ​ຍັງ​ເຊື່ອ​ຟັງ​ພໍ່​ແມ່​ທີ່​ບໍ່​ສົມບູນ​ແບບ. ເລື່ອງ​ນີ້​ເຮັດ​ໃຫ້​ພະເຈົ້າ​ມີ​ຄວາມ​ຍິນດີ​ບໍ?— ຍິນດີ​ແທ້ໆ ເພາະ​ພະ​ຄຳ​ຂອງ​ພະເຈົ້າ​ບອກ​ເດັກ​ນ້ອຍ​ວ່າ “ຈົ່ງ [“ເຊື່ອ,” ລ.ມ.] ຟັງ​ພໍ່​ແມ່​ໃນ​ພະອົງ​ເຈົ້າ.” (ເອເຟດ 6:1) ລູກ​ຈະ​ເຮັດ​ໃຫ້​ພະເຈົ້າ​ມີ​ຄວາມ​ຍິນດີ​ໄດ້​ເຊັ່ນ​ກັນ ຖ້າ​ລູກ​ເຊື່ອ​ຟັງ​ພໍ່​ແມ່​ຄື​ກັບ​ທີ່​ພະ​ເຍຊູ​ໄດ້​ເຮັດ.

ອີກ​ວິທີ​ໜຶ່ງ​ທີ່​ລູກ​ອາດ​ເຮັດ​ໃຫ້​ພະເຈົ້າ​ມີ​ຄວາມ​ຍິນດີ​ກໍ​ຄື​ການ​ບອກ​ຄົນ​ອື່ນໆ​ໃນ​ເລື່ອງ​ພະອົງ. ບາງ​ຄົນ​ອາດ​ເວົ້າ​ວ່າ​ນີ້​ບໍ່​ແມ່ນ​ສິ່ງ​ທີ່​ຄົນ​ຫນຸ່ມ​ສາວ​ຄວນ​ເຮັດ. ແຕ່​ເມື່ອ​ມີ​ຄົນ​ພະຍາຍາມ​ຫ້າມ​ພວກ​ເດັກ​ນ້ອຍ​ບໍ່​ໃຫ້​ເຮັດ​ສິ່ງ​ນີ້ ພະ​ເຍຊູ​ກ່າວ​ວ່າ: “ທ່ານ​ທັງ​ຫຼາຍ​ບໍ່​ໄດ້​ອ່ານ​ສັກ​ເທື່ອ​ຫຼື​ຂໍ້​ທີ່​ວ່າ ‘ພະອົງ​ໄດ້​ຕັ້ງ​ຄວາມ​ສັນລະເສີນ​ແຫ່ງ​ຕົນ​ໄວ້​ດ້ວຍ​ປາກ​ຂອງ​ພວກ​ເດັກ​ນ້ອຍ . . . ?’” (ມັດທາຍ 21:16) ດັ່ງ​ນັ້ນ ຖ້າ​ເຮົາ​ຕ້ອງການ​ແທ້ໆ ເຮົາ​ທຸກ​ຄົນ​ສາມາດ​ບອກ​ຄົນ​ອື່ນ​ໃຫ້​ຮູ້​ກ່ຽວ​ກັບ​ພະ​ເຢໂຫວາ​ແລະ​ໃນ​ເລື່ອງ​ທີ່​ວ່າ​ພະອົງ​ເປັນ​ພະເຈົ້າ​ຜູ້​ດີ​ປະເສີດ. ແລະ​ຖ້າ​ເຮົາ​ເຮັດ​ແບບ​ນັ້ນ ເຮົາ​ຈະ​ເຮັດ​ໃຫ້​ພະເຈົ້າ​ມີ​ຄວາມ​ຍິນດີ.

ເພື່ອ​ເຮົາ​ຈະ​ເວົ້າ​ໃຫ້​ຄົນ​ອື່ນ​ຟັງ ເຮົາ​ສາມາດ​ຮຽນ​ຮູ້​ເລື່ອງ​ຕ່າງໆ​ກ່ຽວ​ກັບ​ພະເຈົ້າ​ໄດ້​ຈາກ​ໃສ?— ຈາກ​ການ​ສຶກສາ​ຄຳພີ​ໄບເບິນ​ຢູ່​ເຮືອນ. ທີ່​ຈິງ​ເຮົາ​ຈະ​ຮຽນ​ຮູ້​ໄດ້​ຫຼາຍ​ຕື່ມ​ອີກ​ຢູ່​ສະຖານ​ທີ່​ເຊິ່ງ​ປະຊາຊົນ​ຂອງ​ພະເຈົ້າ​ພົບ​ກັນ​ເພື່ອ​ສຶກສາ. ແຕ່​ເຮົາ​ຈະ​ບອກ​ໄດ້​ແນວ​ໃດ​ວ່າ​ໃຜ​ຄື​ປະຊາຊົນ​ຂອງ​ພະອົງ?—

ຜູ້​ຄົນ​ເຮັດ​ຫຍັງ​ຢູ່​ການ​ປະຊຸມ​ຂອງ​ເຂົາ​ເຈົ້າ? ເຂົາ​ເຈົ້າ​ສອນ​ສິ່ງ​ທີ່​ມີ​ຢູ່​ໃນ​ຄຳພີ​ໄບເບິນ​ແທ້ໆ​ບໍ? ເຂົາ​ເຈົ້າ​ອ່ານ​ແລະ​ພິຈາລະນາ​ຄຳພີ​ໄບເບິນ​ບໍ? ນັ້ນ​ເປັນ​ວິທີ​ທີ່​ເຮົາ​ຟັງ​ພະເຈົ້າ​ແມ່ນ​ບໍ?— ແລະ​ຢູ່​ການ​ປະຊຸມ​ຕ່າງໆ​ຂອງ​ຄລິດສະຕຽນ​ເຮົາ​ຄົງ​ຄາດ​ໝາຍ​ວ່າ​ຈະ​ໄດ້​ຍິນ​ສິ່ງ​ທີ່​ພະເຈົ້າ​ກ່າວ​ແມ່ນ​ບໍ?— ແຕ່​ຈະ​ວ່າ​ແນວ​ໃດ​ຖ້າ​ມີ​ຄົນ​ບອກ​ລູກ​ວ່າ​ບໍ່​ຈຳເປັນ​ຕ້ອງ​ໃຊ້​ຊີວິດ​ຕາມ​ທີ່​ພະ​ຄຳພີ​ສອນ? ລູກ​ຈະ​ເວົ້າ​ໄດ້​ບໍ​ວ່າ​ເຂົາ​ເຈົ້າ​ເປັນ​ປະຊາຊົນ​ຂອງ​ພະເຈົ້າ?—

ນີ້​ຄື​ອີກ​ສິ່ງ​ໜຶ່ງ​ທີ່​ຕ້ອງ​ຄິດ​ເຖິງ. ຄຳພີ​ໄບເບິນ​ບອກ​ວ່າ​ປະຊາຊົນ​ຂອງ​ພະເຈົ້າ​ຈະ​ເປັນ “ພວກ​ໜຶ່ງ . . . ສຳລັບ​ນາມ​ຊື່​ແຫ່ງ​ພະອົງ.” (ກິດຈະການ 15:14) ເນື່ອງ​ຈາກ​ຊື່​ຂອງ​ພະເຈົ້າ​ຄື​ເຢໂຫວາ ເຮົາ​ອາດ​ຖາມ​ຜູ້​ຄົນ​ວ່າ​ພະ​ເຢໂຫວາ​ແມ່ນ​ພະເຈົ້າ​ຂອງ​ເຂົາ​ເຈົ້າ​ຫຼື​ບໍ່. ຖ້າ​ເຂົາ​ເຈົ້າ​ຕອບ​ວ່າ​ບໍ່​ແມ່ນ ເຮົາ​ກໍ​ຮູ້​ໂລດ​ວ່າ​ເຂົາ​ເຈົ້າ​ບໍ່​ແມ່ນ​ປະຊາຊົນ​ຂອງ​ພະອົງ. ນອກ​ຈາກ​ນັ້ນ ປະຊາຊົນ​ຂອງ​ພະເຈົ້າ​ຈະ​ເວົ້າ​ລົມ​ກັບ​ຄົນ​ອື່ນໆ​ເລື່ອງ​ລາຊະອານາຈັກ​ຂອງ​ພະເຈົ້າ. ແລະ​ເຂົາ​ເຈົ້າ​ຈະ​ສະແດງ​ຄວາມ​ຮັກ​ຕໍ່​ພະເຈົ້າ​ໂດຍ​ຮັກສາ​ຂໍ້​ຄຳ​ສັ່ງ​ຕ່າງໆ​ຂອງ​ພະອົງ.—1 ໂຢຮັນ 5:3.

ຖ້າ​ລູກ​ຮູ້ຈັກ​ຜູ້​ຄົນ​ທີ່​ເຮັດ​ສິ່ງ​ຕ່າງໆ​ທັງ​ໝົດ​ນີ້ ລູກ​ກໍ​ຄວນ​ພົບ​ກັບ​ເຂົາ​ເຈົ້າ​ເພື່ອ​ການ​ນະມັດສະການ. ລູກ​ຄວນ​ຕັ້ງ​ໃຈ​ຟັງ​ຢູ່​ການ​ປະຊຸມ​ເຫຼົ່າ​ນີ້​ແລະ​ຕອບ​ຄຳຖາມ​ຕ່າງໆ​ເມື່ອ​ມີ​ການ​ຖາມ​ຄຳຖາມ. ນັ້ນ​ແມ່ນ​ສິ່ງ​ທີ່​ພະ​ເຍຊູ​ເຮັດ​ເມື່ອ​ພະອົງ​ຢູ່​ໃນ​ເຮືອນ​ຂອງ​ພະເຈົ້າ. ແລະ​ຖ້າ​ລູກ​ເຮັດ​ສິ່ງ​ຕ່າງໆ​ເຫຼົ່າ​ນັ້ນ ລູກ​ຈະ​ເຮັດ​ໃຫ້​ພະເຈົ້າ​ມີ​ຄວາມ​ຍິນດີ​ຄື​ກັບ​ທີ່​ພະ​ເຍຊູ​ເຮັດ.

ລູກ​ຄຶດ​ອອກ​ບໍ​ວ່າ​ຄຳພີ​ໄບເບິນ​ເວົ້າ​ເຖິງ​ເດັກ​ນ້ອຍ​ຄົນ​ໃດ​ອີກ​ທີ່​ເຮັດ​ໃຫ້​ພະເຈົ້າ​ມີ​ຄວາມ​ຍິນດີ?— ທ້າວ​ຕີໂມເຕ​ເປັນ​ຕົວຢ່າງ​ທີ່​ໂດດ​ເດັ່ນ. ພໍ່​ຂອງ​ລາວ​ເປັນ​ຜູ້​ທີ່​ບໍ່​ໄດ້​ມີ​ຄວາມ​ເຊື່ອ​ໃນ​ພະ​ເຢໂຫວາ. ແຕ່​ແມ່ຂອງ​ລາວ​ນາງ​ເອິນິດ​ແລະ​ແມ່​ເຖົ້າ​ຂອງ​ລາວ​ນາງ​ໂລອິດ​ພັດ​ເປັນ​ຜູ້​ມີ​ຄວາມ​ເຊື່ອ. ຕີໂມເຕ​ຟັງ​ແມ່​ກັບ​ແມ່​ເຖົ້າ​ແລະ​ຮຽນ​ຮູ້​ກ່ຽວ​ກັບ​ພະ​ເຢໂຫວາ.

Eunice teaches young Timothy, while his father and his grandmother Lois are nearby

ເຖິງ​ແມ່ນ​ວ່າ​ພໍ່​ບໍ່​ໄດ້​ເຂົ້າ​ມາ​ເປັນ​ຜູ້​ທີ່​ມີ​ຄວາມ​ເຊື່ອ ທ້າວ​ຕີໂມເຕ​ຕ້ອງການ​ເຮັດ​ຫຍັງ?

ເມື່ອ​ຕີໂມເຕ​ເຕີບ​ໃຫຍ່​ຂຶ້ນ ອັກຄະສາວົກ​ໂປໂລ​ໄດ້​ມາ​ຢາມ​ເມືອງ​ທີ່​ຕີໂມເຕ​ອາໄສ​ຢູ່. ທ່ານ​ໂປໂລ​ສັງເກດ​ເຫັນ​ວ່າ​ຕີໂມເຕ​ຕ້ອງການ​ທີ່​ຈະ​ຮັບໃຊ້​ພະ​ເຢໂຫວາ​ຫຼາຍ​ແທ້ໆ. ດັ່ງ​ນັ້ນ​ທ່ານ​ໂປໂລ​ຈຶ່ງ​ຊວນ​ຕີໂມເຕ​ໄປ​ກັບ​ລາວ​ເພື່ອ​ຈະ​ຮັບໃຊ້​ພະເຈົ້າ​ໄດ້​ຫຼາຍ​ຂຶ້ນ. ທຸກໆ​ບ່ອນ​ທີ່​ເຂົາ​ເຈົ້າ​ເດີນ​ທາງ​ໄປ ເຂົາ​ເຈົ້າ​ໄດ້​ບອກ​ຜູ້​ຄົນ​ກ່ຽວ​ກັບ​ເລື່ອງ​ລາຊະອານາຈັກ​ຂອງ​ພະເຈົ້າ​ແລະ​ເລື່ອງ​ພະ​ເຍຊູ.—ກິດຈະການ 16:1-5; 2 ຕີໂມເຕ 1:5; 3:14, 15.

ແຕ່​ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ເວົ້າ​ເຖິງ​ສະເພາະ​ເດັກ​ນ້ອຍ​ຜູ້​ຊາຍ​ເທົ່າ​ນັ້ນ​ບໍ​ທີ່​ເຮັດ​ໃຫ້​ພະເຈົ້າ​ມີ​ຄວາມ​ຍິນດີ?— ບໍ່​ແມ່ນ. ຂໍ​ໃຫ້​ພິຈາລະນາ​ເລື່ອງ​ຂອງ​ເດັກ​ຍິງ​ຊາວ​ອິດສະລາແອນ​ທີ່​ເຮັດ​ໃຫ້​ພະເຈົ້າ​ມີ​ຄວາມ​ຍິນດີ. ໃນ​ສະໄໝ​ທີ່​ລາວ​ມີ​ຊີວິດ​ຢູ່ ຊາດ​ຊີລີ​ແລະ​ຊາດ​ອິດສະລາແອນ​ເປັນ​ສັດຕູ​ກັນ. ຢູ່​ມາ​ມື້​ໜຶ່ງ​ຊາວ​ຊີລີ​ໄດ້​ເຮັດ​ສົງຄາມ​ກັບ​ຊາວ​ອິດສະລາແອນ​ແລະ​ຈັບ​ເດັກ​ຍິງ​ຄົນ​ນັ້ນ​ໄປ​ເປັນ​ຊະເລີຍ. ລາວ​ຖືກ​ສົ່ງ​ໄປ​ເຮືອນ​ຂອງ​ຫົວໜ້າ​ກອງທັບ​ທີ່​ຊື່​ນາ​ມານ. ຢູ່​ທີ່​ນັ້ນ​ລາວ​ໄດ້​ເປັນ​ຄົນ​ຮັບໃຊ້​ເມຍ​ຂອງ​ທ່ານ​ນາ​ມານ.

ໃນ​ຂະນະ​ນັ້ນ​ທ່ານ​ນາ​ມານ​ເປັນ​ພະຍາດ​ຂີ້ທູດ. ບໍ່​ມີ​ທ່ານ​ໝໍ​ຄົນ​ໃດ​ສາມາດ​ຊ່ວຍ​ລາວ​ໄດ້. ແຕ່​ເດັກ​ຍິງ​ຈາກ​ປະເທດ​ອິດສະລາແອນ​ເຊື່ອ​ວ່າ​ຜູ້​ພະຍາກອນ​ຊິ່ງ​ເປັນ​ຜູ້​ຮັບໃຊ້​ພິເສດ​ຄົນ​ໜຶ່ງ​ຂອງ​ພະເຈົ້າ​ສາມາດ​ຊ່ວຍ​ທ່ານ​ນາ​ມານ​ໄດ້. ແມ່ນ​ແລ້ວ ທ່ານ​ນາ​ມານ​ແລະ​ເມຍ​ຂອງ​ລາວ​ບໍ່​ໄດ້​ເປັນ​ຜູ້​ນະມັດສະການ​ພະ​ເຢໂຫວາ. ເດັກ​ຍິງ​ຄົນ​ນີ້​ຄວນ​ບອກ​ເຂົາ​ເຈົ້າ​ໃນ​ສິ່ງ​ທີ່​ລາວ​ຮູ້​ບໍ? ຖ້າ​ເປັນ​ລູກ ລູກ​ຈະ​ເຮັດ​ແນວ​ໃດ?—

An Israelite girl talks to Naaman’s wife

ເດັກ​ຍິງ​ຊາວ​ອິດສະລາແອນ​ຄົນ​ນີ້​ເຮັດ​ໃຫ້​ພະເຈົ້າ​ມີ​ຄວາມ​ຍິນດີ​ແນວ​ໃດ?

ທີ່​ຈິງ​ເດັກ​ຍິງ​ຄົນ​ນັ້ນ​ເວົ້າ​ວ່າ: ‘ຖ້າ​ທ່ານ​ນາ​ມານ​ຈະ​ໄປ​ຫາ​ຜູ້​ພະຍາກອນ​ຂອງ​ພະ​ເຢໂຫວາ​ໃນ​ປະເທດ​ອິດສະລາແອນ ເມື່ອ​ນັ້ນ​ທ່ານ​ຈະ​ໄດ້​ຮັບ​ການ​ປິ່ນປົວ​ໃຫ້​ເຊົາ​ຈາກ​ພະຍາດ​ຂີ້ທູດ​ນີ້.’ ທ່ານ​ນາ​ມານ​ໄດ້​ເຊື່ອ​ຟັງ​ເດັກ​ຍິງ​ຄົນ​ນີ້​ແລະ​ໄປ​ຫາ​ຜູ້​ພະຍາກອນ​ຂອງ​ພະ​ເຢໂຫວາ. ເມື່ອ​ລາວ​ເຮັດ​ໃນ​ສິ່ງ​ທີ່​ຜູ້​ພະຍາກອນ​ບອກ​ໃຫ້​ເຮັດ ລາວ​ກໍ​ໄດ້​ຮັບ​ການ​ປິ່ນປົວ​ໃຫ້​ເຊົາ. ເລື່ອງ​ນີ້​ເປັນ​ສາເຫດ​ໃຫ້​ທ່ານ​ນາ​ມານ​ເຂົ້າ​ມາ​ເປັນ​ຜູ້​ນະມັດສະການ​ພະເຈົ້າ​ອົງ​ທ່ຽງ​ແທ້.—2 ກະສັດ 5:1-15.

ລູກ​ຢາກ​ຊ່ວຍ​ບາງ​ຄົນ​ໃຫ້​ຮຽນ​ຮູ້​ເລື່ອງ​ພະ​ເຢໂຫວາ​ແລະ​ສິ່ງ​ທີ່​ພະອົງ​ສາມາດ​ເຮັດ ຄື​ກັບ​ທີ່​ເດັກ​ຍິງ​ຄົນ​ນັ້ນ​ໄດ້​ເຮັດ​ບໍ?— ມີ​ໃຜ​ແດ່​ທີ່​ລູກ​ອາດ​ຊ່ວຍ​ໄດ້?— ແນ່ນອນ ທຳອິດ​ເຂົາ​ເຈົ້າ​ອາດ​ຄິດ​ວ່າ​ຕົນ​ເອງ​ບໍ່​ຕ້ອງການ​ຄວາມ​ຊ່ວຍເຫຼືອ. ແຕ່​ລູກ​ອາດ​ເວົ້າ​ກັບ​ເຂົາ​ເຈົ້າ​ກ່ຽວ​ກັບ​ສິ່ງ​ດີໆ​ທີ່​ພະ​ເຢໂຫວາ​ເຮັດ ແລະ​ເຂົາ​ເຈົ້າ​ອາດ​ຈະ​ຟັງ​ກໍ​ໄດ້. ລູກ​ສາມາດ​ໝັ້ນ​ໃຈ​ໄດ້​ວ່າ​ການ​ເຮັດ​ແບບ​ນີ້​ຈະ​ເຮັດ​ໃຫ້​ພະເຈົ້າ​ມີ​ຄວາມ​ຍິນດີ.

ຖ້ອຍຄຳ​ທີ່​ຫນູນ​ກຳລັງ​ໃຈ​ສຳລັບ​ຄົນ​ຫນຸ່ມ​ສາວ​ເພື່ອ​ຈະ​ມີ​ຄວາມ​ຍິນດີ​ໃນ​ການ​ຮັບໃຊ້​ພະເຈົ້າ​ຈະ​ເບິ່ງ​ໄດ້​ຕື່ມ​ອີກ​ໃນ​ພະທຳ​ຄຳເພງ 122:1; 148:12, 13; ຜູ້ເທສະໜາປ່າວປະກາດ 12:1; 1 ຕີໂມເຕ 4:12; ແລະ​ເຫບເລີ 10:23-25.

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌