ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຊສຕ ບົດທີ 3
  • ຄຳພີ​ໄບເບິນ​ເຊື່ອຖື​ໄດ້​ບໍ?

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ຄຳພີ​ໄບເບິນ​ເຊື່ອຖື​ໄດ້​ບໍ?
  • ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ!—ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຮຽນ​ຄຳພີ​ໄບເບິນ
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ຮຽນ​ຮູ້​ຫຼາຍ​ຂຶ້ນ
  • ສະຫຼຸບ
  • ເບິ່ງ​ເພີ່ມເຕີມ
  • ຄຳພີ​ໄບເບິນ​ເຊື່ອຖື​ໄດ້​ບໍ?
    ຊີວິດທີ່ມີຄວາມສຸກຕະຫຼອດໄປ!—ເລີ່ມຮຽນຮູ້ກ່ຽວກັບຄຳພີໄບເບິນ
  • ຄຳພີ​ໄບເບິນ​ເປັນ​ປຶ້ມ​ທີ່​ມາ​ຈາກ​ພະເຈົ້າ
    ຮຽນຄຳພີໄບເບິນແລ້ວໄດ້ຫຍັງ?
  • ຄຳພີ​ໄບເບິນ—ປຶ້ມ​ທີ່​ມາ​ຈາກ​ພະເຈົ້າ
    ຄຳພີໄບເບິນສອນແນວໃດແທ້ໆ?
  • ຄຳພີ​ໄບເບິນ​ຈະ​ຊ່ວຍ​ເຈົ້າ​ໄດ້​ແນວ​ໃດ?
    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ!—ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຮຽນ​ຄຳພີ​ໄບເບິນ
ເບິ່ງຕື່ມ
ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ!—ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຮຽນ​ຄຳພີ​ໄບເບິນ
ຊສຕ ບົດທີ 3
ບົດ​ທີ 3. ສຳເນົາ​ເກົ່າ​ແກ່​ຂອງ​ຄຳພີ​ໄບເບິນ​ວາງ​ຢູ່​ເທິງ​ໂຕະ.

ບົດ​ທີ 03

ຄຳພີ​ໄບເບິນ​ເຊື່ອຖື​ໄດ້​ບໍ?

ສະບັບພິມ
ສະບັບພິມ
ສະບັບພິມ

ຄຳພີ​ໄບເບິນ​ມີ​ຄຳ​ສັນຍາ​ແລະ​ຄຳ​ແນະນຳ​ຫຼາຍ​ຢ່າງ. ຫຼາຍ​ລ້ານ​ຄົນ​ເຊື່ອ​ສິ່ງ​ທີ່​ຄຳພີ​ໄບເບິນ​ບອກ ແຕ່​ເຈົ້າ​ອາດ​ຍັງ​ບໍ່​ກ້າ​ເຊື່ອ​ຮ້ອຍ​ເປີເຊັນ. ເຈົ້າ​ອາດ​ຄິດ​ວ່າ​ຄຳ​ແນະນຳ​ໃນ​ຄຳພີ​ໄບເບິນ​ທີ່​ຂຽນ​ມາ​ຫຼາຍ​ພັນ​ປີ​ຈະ​ຍັງ​ໃຊ້​ໄດ້​ໃນ​ທຸກ​ມື້​ນີ້​ບໍ ແລະ​ບໍ່​ໝັ້ນໃຈ​ວ່າ​ຄຳ​ສັນຍາ​ທີ່​ບອກ​ໄວ້​ລ່ວງ​ໜ້າ​ຈະ​ເຊື່ອຖື​ໄດ້​ບໍ? ເຮົາ​ຢາກ​ເຊີນ​ເຈົ້າ​ໃຫ້​ມາ​ພິສູດ​ດ້ວຍ​ໂຕເອງ​ວ່າ​ຄຳພີ​ໄບເບິນ​ເຊື່ອຖື​ໄດ້​ແທ້​ບໍ່.

1. ເລື່ອງ​ຕ່າງ​ໆ​ໃນ​ຄຳພີ​ໄບເບິນ​ເປັນ​ຄວາມ​ຈິງ​ບໍ?

ຄຳພີ​ໄບເບິນ​ບັນທຶກ “ສິ່ງ​ທີ່​ເປັນ​ຄວາມ​ຈິງ​ຢ່າງ​ຖືກຕ້ອງ.” (ປັນຍາຈານ 12:10) ເລື່ອງ​ຕ່າງ​ໆ​ໃນ​ຄຳພີ​ໄບເບິນ​ກ່ຽວ​ຂ້ອງ​ກັບ​ເຫດການ​ແລະ​ຜູ້​ຄົນ​ທີ່​ມີ​ຢູ່​ແທ້. (ອ່ານ​ລູກາ 1:3; 3:1, 2) ນັກ​ປະຫວັດສາດ​ແລະ​ນັກ​ບູຮານຄະດີ​ຫຼາຍ​ຄົນ​ຢືນຢັນ​ຄວາມ​ຖືກຕ້ອງ​ຂອງ​ມື້​ທີ່​ສຳຄັນ ຜູ້​ຄົນ ສະຖານ​ທີ່ ແລະ​ເຫດການ​ຕ່າງ​ໆ​ທີ່​ບອກ​ໄວ້​ໃນ​ຄຳພີ​ໄບເບິນ.

2. ເປັນ​ຫຍັງ​ເຮົາ​ຈຶ່ງ​ເວົ້າ​ໄດ້​ວ່າ​ຄຳພີ​ໄບເບິນ​ຍັງ​ບໍ່​ຫຼ້າ​ສະໄໝ?

ຫຼາຍ​ເທື່ອ​ຄຳພີ​ໄບເບິນ​ເວົ້າ​ເຖິງ​ເລື່ອງ​ຕ່າງ​ໆ​ທີ່​ຄົນ​ໃນ​ສະໄໝ​ກ່ອນ​ຍັງ​ບໍ່​ຮູ້​ຈັກ. ຕົວຢ່າງ​ເຊັ່ນ ຄຳພີ​ໄບເບິນ​ເວົ້າ​ເຖິງ​ຄວາມ​ຮູ້​ທາງ​ວິທະຍາສາດ ເຊິ່ງ​ຫຼາຍ​ຄົນ​ໃນ​ສະໄໝ​ນັ້ນ​ບໍ່​ເຊື່ອ​ວ່າ​ເປັນ​ຄວາມ​ຈິງ. ແຕ່​ເມື່ອ​ວິທະຍາສາດ​ກ້າວໜ້າ​ຂຶ້ນ​ກໍ​ເຮັດ​ໃຫ້​ເຮົາ​ຮູ້​ວ່າ​ສິ່ງ​ທີ່​ຄຳພີ​ໄບເບິນ​ເວົ້າ​ເປັນ​ຄວາມ​ຈິງ. ຄຳພີ​ໄບເບິນ “ເຊື່ອຖື​ໄດ້​ທັງ​ຕອນນີ້​ແລະ​ຕະຫຼອດ​ໄປ.”—ເພງ​ສັນລະເສີນ 111:8

3. ເປັນ​ຫຍັງ​ເຮົາ​ຈຶ່ງ​ເຊື່ອ​ສິ່ງ​ທີ່​ຄຳພີ​ໄບເບິນ​ເວົ້າ​ເລື່ອງ​ອະນາຄົດ​ໄດ້?

ຄຳພີ​ໄບເບິນ​ມີ​ຄຳ​ພະຍາກອນaຫຼາຍ​ເລື່ອງ​ທີ່​ບອກ​ລ່ວງ​ໜ້າ “ກ່ຽວກັບ​ສິ່ງ​ຕ່າງ​ໆ​ທີ່​ຍັງ​ບໍ່​ທັນ​ເກີດຂຶ້ນ.” (ເອຊາຢາ 46:10) ແລະ​ຍັງ​ບອກ​ຢ່າງ​ຖືກຕ້ອງ​ນຳ​ວ່າ​ສະພາບການ​ຂອງ​ໂລກ​ໃນ​ທຸກ​ມື້​ນີ້​ຈະ​ເປັນ​ແນວ​ໃດ. ໃນ​ບົດ​ນີ້​ເຮົາ​ຈະ​ມາ​ເບິ່ງ​ຄຳ​ພະຍາກອນ​ບາງ​ເລື່ອງ​ໃນ​ຄຳພີ​ໄບເບິນ. ຄວາມ​ຖືກຕ້ອງ​ຂອງ​ຄຳ​ພະຍາກອນ​ເຫຼົ່າ​ນັ້ນ​ຈະ​ເຮັດ​ໃຫ້​ເຈົ້າ​ຮູ້ສຶກ​ງຶດງໍ້!

ຮຽນ​ຮູ້​ຫຼາຍ​ຂຶ້ນ

ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ຄວາມ​ຮູ້​ທາງ​ວິທະຍາສາດ​ສອດ​ຄ່ອງ​ກັບ​ຄຳພີ​ໄບເບິນ​ແນວ​ໃດ ແລະ​ເບິ່ງ​ລາຍລະອຽດ​ຂອງ​ຄຳ​ພະຍາກອນ​ບາງ​ເລື່ອງ​ໃນ​ຄຳພີ​ໄບເບິນ​ທີ່​ໜ້າ​ງຶດງໍ້​ນຳ.

4. ຄຳພີ​ໄບເບິນ​ສອດ​ຄ່ອງ​ກັບ​ວິທະຍາສາດ

ໃນ​ສະໄໝ​ບູຮານ ຄົນ​ສ່ວນ​ຫຼາຍ​ເຊື່ອ​ວ່າ​ໂລກ​ຢອງ​ຢູ່​ເທິງ​ບາງ​ຢ່າງ. ເປີດ​ວິດີໂອ.

ວິດີໂອ: ໂລກ​ລອຍ​ຢູ່​ໂດຍ​ບໍ່​ໄດ້​ຍຶດ​ກັບ​ຫຍັງ (1:13)

ຂໍ​ສັງເກດ​ສິ່ງ​ທີ່​ບອກ​ໄວ້​ໃນ​ປຶ້ມ​ໂຢບ​ປະມານ 3.500 ປີ​ມາ​ແລ້ວ. ອ່ານ​ໂຢບ 26:7 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳ​ຖາມ​ຕໍ່​ໄປ​ນີ້:

  • ການ​ທີ່​ຄຳພີ​ໄບເບິນ​ບອກ​ວ່າ​ໜ່ວຍໂລກ​ລອຍ​ຢູ່ “ໂດຍ​ບໍ່​ໄດ້​ຍຶດ​ກັບ​ຫຍັງ” ເປັນ​ຄວາມ​ຮູ້​ທີ່​ໜ້າ​ງຶດງໍ້​ບໍ? ຍ້ອນຫຍັງ?

ຄົນ​ເຮົາ​ຫາກໍ​ມີ​ຄວາມ​ເຂົ້າໃຈ​ກ່ຽວກັບ​ວົງ​ຈອນ​ຂອງ​ນ້ຳ​ເມື່ອ​ປະມານ 200 ປີ​ມາ​ນີ້. ແຕ່​ຂໍ​ໃຫ້​ສັງເກດ​ສິ່ງ​ທີ່​ຄຳພີ​ໄບເບິນ​ບອກ​ເມື່ອ​ຫຼາຍ​ພັນ​ປີ​ກ່ອນ. ອ່ານ​ໂຢບ 36:27, 28 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳ​ຖາມ​ຕໍ່​ໄປ​ນີ້:

  • ການ​ທີ່​ຄຳພີ​ໄບເບິນ​ເວົ້າ​ກ່ຽວກັບ​ວົງ​ຈອນ​ຂອງ​ນ້ຳ​ແບບ​ງ່າຍ​ໆ​ເມື່ອ​ຫຼາຍ​ພັນ​ປີ ກ່ອນ​ທີ່​ຄົນ​ເຮົາ​ຈະ​ມີ​ຄວາມ​ເຂົ້າໃຈ​ເລື່ອງ​ນີ້ ເຈົ້າ​ຄິດ​ວ່າ​ເປັນ​ເລື່ອງ​ທີ່​ໜ້າ​ງຶດງໍ້​ບໍ?

  • ຂໍ້​ຄຳພີ​ທີ່​ເຈົ້າ​ຫາກໍ​ອ່ານ​ເຮັດ​ໃຫ້​ເຈົ້າ​ເຊື່ອຖື​ຄຳພີ​ໄບເບິນ​ຫຼາຍ​ຂຶ້ນ​ບໍ?

ຄຳພີ​ໄບເບິນ​ອະທິບາຍ​ເລື່ອງ​ວົງ​ຈອນ​ຂອງ​ນ້ຳ. ລູກ​ສອນ​ສະແດງ​ໃຫ້​ເຫັນ​ທິດ​ທາງ​ການ​ໝູນ​ວຽນ​ຂອງ​ນ້ຳ.

5. ຄຳພີ​ໄບເບິນ​ບອກ​ລ່ວງ​ໜ້າເຖິງ​ເຫດການ​ຕ່າງ​ໆ​ທີ່​ສຳຄັນ

ອ່ານ​ເອຊາຢາ 44:27–45:2 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳ​ຖາມ​ຕໍ່​ໄປ​ນີ້:

  • ມີ​ລາຍລະອຽດ​ຫຍັງ​ແດ່​ທີ່​ຄຳພີ​ໄບເບິນ​ບອກ​ໄວ້​ລ່ວງ​ໜ້າ 200 ປີ​ກ່ອນ​ທີ່​ບາບີໂລນ​ຈະ​ຖືກ​ຍຶດ?

ເປີດ​ວິດີໂອ.

ວິດີໂອ: ຄຳພີ​ໄບເບິນ​ບອກ​ລ່ວງ​ໜ້າ​ເລື່ອງ​ການ​ຫຼົ້ມຈົມ​ຂອງ​ບາບີໂລນ (0:58)

ປະຫວັດສາດ​ຢືນຢັນ​ວ່າ​ໄຊຣັດ​ກະສັດ​ຂອງ​ເປີເຊຍ​ແລະ​ທະຫານ​ຂອງ​ລາວ​ຍຶດ​ເມືອງ​ບາບີໂລນ​ໃນ​ປີ 539 ກ່ອນ ຄ.ສ.b ເຂົາເຈົ້າ​ປ່ຽນ​ທິດ​ທາງ​ການ​ໄຫຼ​ຂອງ​ແມ່​ນ້ຳ​ທີ່​ອ້ອມ​ເມືອງ​ນັ້ນ. ຫຼັງ​ຈາກ​ນັ້ນ​ກໍ​ເຂົ້າ​ໄປ​ໃນ​ເມືອງ​ທາງ​ປະຕູ​ທີ່​ເປີດ​ປະ​ໄວ້ ເຂົາເຈົ້າ​ຍຶດ​ເມືອງ​ນັ້ນ​ໄດ້​ໂດຍ​ທີ່​ບໍ່​ມີ​ການ​ສູ້ຮົບ. ຈົນ​ຮອດ​ທຸກ​ມື້​ນີ້ ເວລາ​ໄດ້​ຜ່ານ​ມາ 2.500 ປີ​ແລ້ວ ແລະ​ຕອນນີ້​ເມືອງ​ບາບີໂລນ​ກໍ​ເປັນ​ພຽງ​ຊາກຫັກພັງ. ຂໍ​ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ຄຳພີ​ໄບເບິນ​ບອກ​ລ່ວງ​ໜ້າ​ກ່ຽວກັບ​ເລື່ອງ​ນີ້​ແນວ​ໃດ.

ອ່ານ​ເອຊາຢາ 13:19, 20 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳ​ຖາມ​ຕໍ່​ໄປ​ນີ້:

  • ຄຳ​ພະຍາກອນ​ກ່ຽວກັບ​ເມືອງ​ບາບີໂລນ​ໄດ້​ເກີດຂຶ້ນ​ແທ້​ແນວ​ໃດ?

ຊາກຫັກພັງ​ຂອງ​ບາບີໂລນ​ຢູ່​ປະເທດ​ອີຣັກ​ໃນ​ທຸກ​ມື້​ນີ້

ຮູບ: ສາກ​ເຫດການ​ຕ່າງ​ໆ​ທີ່​ຄຳພີ​ໄບເບິນ​ບອກ​ລ່ວງ​ໜ້າ​ກ່ຽວກັບ ‘ສະໄໝ​ສຸດທ້າຍ.’ 1. ອາຄານ​ຖືກ​ໄຟ​ໄໝ້. 2. ທະຫານ​ຍິງ​ປືນ​ກົນ. 3. ປະຊາຊົນ​ສູ້​ກັບ​ຕຳຫຼວດ​ທີ່​ໃສ່​ເຄື່ອງ​ປ້ອງກັນ​ຄວບຄຸມ​ຝູງ​ຊົນ. 4. ຜູ້​ຊາຍ​ສອງ​ຄົນ​ປຸ້ນ​ຮ້ານ​ຂາຍ​ເຄື່ອງ. 5. ລົດ​ຖັງ​ບຸກ​ເຂົ້າ​ເມືອງ. 6. ຜູ້​ຄົນ​ທີ່​ອຶດ​ຫິວ​ໃສ່​ໜ້າ​ກາກ​ແລະ​ຢືນ​ຕໍ່​ແຖວ​ຖ້າ​ຮັບ​ອາຫານ. 7. ແຜ່ນດິນ​ແຫ້ງ​ແຕກ​ອອກ​ເປັນ​ໄລຍະ​ທາງ​ຫຼາຍ​ກິໂລແມັດ. 8. ເຮືອນ​ພັງ​ເສຍຫາຍ​ຫຼັງ​ຈາກ​ເກີດ​ແຜ່ນດິນ​ໄຫວ.

6. ຄຳພີ​ໄບເບິນ​ບອກ​ລ່ວງ​ໜ້າ​ເຖິງສິ່ງ​ຕ່າງ​ໆ​ທີ່​ກຳລັງ​ເກີດຂຶ້ນ​ໃນ​ທຸກ​ມື້​ນີ້

ຄຳພີ​ໄບເບິນ​ບອກ​ວ່າ​ສະໄໝ​ຂອງ​ເຮົາ​ເປັນ “ສະໄໝ​ສຸດທ້າຍ.” (2 ຕີໂມທຽວ 3:1) ຂໍ​ໃຫ້​ສັງເກດ​ວ່າ​ຄຳພີ​ໄບເບິນ​ບອກ​ລ່ວງ​ໜ້າ​ກ່ຽວກັບ​ສະໄໝ​ສຸດທ້າຍ​ແນວ​ໃດ.

ອ່ານ​ມັດທາຍ 24:6, 7 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳ​ຖາມ​ຕໍ່​ໄປ​ນີ້:

  • ຄຳພີ​ໄບເບິນ​ບອກ​ວ່າ​ຈະ​ມີ​ເຫດການ​ຫຍັງ​ແດ່​ທີ່​ເກີດຂຶ້ນ​ໃນ​ສະໄໝ​ສຸດທ້າຍ?

ອ່ານ 2 ຕີໂມທຽວ 3:1-5 ແລ້ວ​ລົມ​ກັນ​ກ່ຽວກັບ​ຄຳ​ຖາມ​ຕໍ່​ໄປ​ນີ້:

  • ຄຳພີ​ໄບເບິນ​ບອກ​ວ່າ​ໃນ​ສະໄໝ​ສຸດທ້າຍ ຜູ້​ຄົນ​ຈະ​ມີ​ນິດໄສ​ແນວ​ໃດ?

  • ເຈົ້າ​ຄິດ​ວ່າ​ຄົນ​ໃນ​ສະໄໝ​ນີ້​ເປັນ​ແບບ​ນັ້ນ​ບໍ?

ບາງ​ຄົນ​ເວົ້າ​ວ່າ: “ຄຳພີ​ໄບເບິນ​ເປັນ​ພຽງ​ປຶ້ມ​ນິທານ ບໍ່​ແມ່ນ​ເລື່ອງ​ຈິງ.”

  • ເທົ່າ​ທີ່​ຮຽນ​ມາ​ເຈົ້າ​ຄິດ​ວ່າ​ຄຳພີ​ໄບເບິນ​ເຊື່ອຖື​ໄດ້​ບໍ? ເປັນ​ຫຍັງ​ຈຶ່ງ​ຄິດ​ແບບ​ນັ້ນ?

ສະຫຼຸບ

ປະຫວັດສາດ ວິທະຍາສາດ ແລະ​ຄຳ​ພະຍາກອນ​ເຮັດ​ໃຫ້​ເຮົາ​ໝັ້ນໃຈ​ວ່າ​ຄຳພີ​ໄບເບິນ​ເຊື່ອຖື​ໄດ້.

ຄຳ​ຖາມ​ທົບທວນ

  • ເລື່ອງ​ຕ່າງ​ໆ​ໃນ​ຄຳພີ​ໄບເບິນ​ເປັນ​ຄວາມ​ຈິງ​ບໍ?

  • ມີ​ເລື່ອງ​ຫຍັງ​ແດ່​ທີ່​ເຮັດ​ໃຫ້​ເຫັນ​ວ່າ​ຄຳພີ​ໄບເບິນ​ສອດ​ຄ່ອງ​ກັບ​ວິທະຍາສາດ?

  • ເຈົ້າ​ຄິດ​ວ່າ​ຄຳພີ​ໄບເບິນ​ບອກ​ລ່ວງ​ໜ້າ​ເລື່ອງ​ອະນາຄົດ​ໄດ້​ບໍ? ເປັນ​ຫຍັງ​ຈຶ່ງ​ຄິດ​ແນວ​ນັ້ນ?

ສິ່ງ​ທີ່​ເຈົ້າ​ເຮັດ​ໄດ້

ເບິ່ງ​ເພີ່ມເຕີມ

ຄຳພີ​ໄບເບິນ​ມີ​ຂໍ້​ຜິດ​ພາດ​ທາງວິທະຍາສາດ​ບໍ?

“ວິທະຍາສາດ​ກັບ​ຄຳພີ​ໄບເບິນ​ສອດ​ຄ່ອງ​ກັນ​ບໍ?” (ບົດ​ຄວາມ​ໃນ​ເວັບໄຊ)

ຈະ​ມີ​ຫຍັງ​ເກີດຂຶ້ນ​ໃນ “ສະໄໝ​ສຸດທ້າຍ”?

“6 ເລື່ອງ​ທີ່​ຄຳພີ​ໄບເບິນ​ພະຍາກອນ​ກຳລັງ​ເກີດຂຶ້ນ​ແທ້” (ຫໍສັງເກດການ 1 ພຶດສະພາ 2011)

ເບິ່ງ​ວ່າ​ຄຳ​ພະຍາກອນ​ຕ່າງ​ໆ​ໃນ​ຄຳພີ​ໄບເບິນ​ກ່ຽວກັບ​ຈັກກະພັດ​ກຣີກ​ເກີດຂຶ້ນ​ແທ້​ໄດ້​ແນວ​ໃດ.

ເຂັ້ມແຂງ​ຂຶ້ນ​ເພາະ “ຄຳ​ພະຍາກອນ” (5:22)

ເບິ່ງ​ວ່າ​ຄຳ​ພະຍາກອນ​ໃນ​ຄຳພີ​ໄບເບິນ​ປ່ຽນ​ຄວາມ​ຄິດ​ຂອງ​ຜູ້​ຊາຍ​ຄົນ​ໜຶ່ງ​ຕໍ່​ຄຳພີ​ໄບເບິນ​ແນວ​ໃດ.

“ຂ້ອຍ​ບໍ່​ເຊື່ອ​ວ່າ​ມີ​ພະເຈົ້າ” (ຫໍສັງເກດການ ສະບັບ​ທີ 5 ປີ 2017)

a ຄຳ​ພະຍາກອນ​ແມ່ນ​ສິ່ງ​ທີ່​ພະເຈົ້າ​ບອກ​ກ່ຽວກັບ​ເຫດການ​ຕ່າງ​ໆ​ທີ່​ຈະ​ເກີດຂຶ້ນ​ໃນ​ອະນາຄົດ.

b ກ່ອນ ຄ.ສ ໝາຍ​ເຖິງ “ກ່ອນ​ຄລິດ​ສັກກະຫຼາດ” ແລະ ຄ.ສ ໝາຍ​ເຖິງ “ຄລິດ​ສັກກະຫຼາດ.”

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌