ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ສດຮ ບົດຮຽນ 10
  • ຕັ້ງໃຈ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ຕັ້ງໃຈ
  • ສອນ​ຜູ້​ຄົນ—ດ້ວຍ​ຄວາມ​ຮັກ
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ສິ່ງ​ທີ່​ພະ​ເຢຊູ​ເຮັດ
  • ເຮົາ​ໄດ້​ບົດ​ຮຽນ​ຫຍັງ​ຈາກ​ພະ​ເຢຊູ?
  • ຮຽນ​ແບບ​ພະ​ເຢຊູ
  • ຊ່ວຍ​ນັກສຶກສາ​ໃຫ້​ຕັດສິນໃຈ​ຮັບໃຊ້​ພະ​ເຢໂຫວາ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2025
  • ການ​ສອນ​ນິ​ໂກເດມ
    ບຸລຸດຜູ້ຍິ່ງໃຫຍ່ທີ່ສຸດເທົ່າທີ່ໂລກເຄີຍເຫັນ
  • ວິທີ​ຊ່ອຍ​ນັກ​ສຶກສາ​ໃຫ້​ກ້າວ​ໜ້າ​ຈົນ​ຮັບ​ບັບເຕມາ—ຕອນ​ທີ 1
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2020
  • “ໃຫ້​ພວກ​ເຈົ້າ​ໄປ​ຫາ​ຄົນ . . . ແລະ​ສອນ​ພວກ​ເຂົາ​ໃຫ້​ເຂົ້າ​ມາ​ເປັນ​ລູກສິດ.”
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2020
ເບິ່ງຕື່ມ
ສອນ​ຜູ້​ຄົນ—ດ້ວຍ​ຄວາມ​ຮັກ
ສດຮ ບົດຮຽນ 10

ສອນ​ຄົນ​ໃຫ້​ເປັນ​ລູກສິດ

ພະ​ເຢຊູ​ແລະ​ນີໂກເດມ​ລົມ​ກັນ​ຢູ່​ເດີ່ນ​ເຮືອນ​ຕອນ​ກາງຄືນ.

ຢຮ. 3:1, 2

ບົດ​ທີ 10

ຕັ້ງໃຈ

ຫຼັກການ: “ພວກ​ເຮົາ​ຈຶ່ງ​ບໍ່​ໄດ້​ໃຫ້​ແຕ່​ຂ່າວ​ດີ​ຂອງ​ພະເຈົ້າ​ກັບ​ພວກ​ເຈົ້າ​ເທົ່າ​ນັ້ນ ແຕ່​ຕັ້ງໃຈ​ຈະ​ໃຫ້​ຊີວິດ​ຂອງ​ພວກ​ເຮົາ​ນຳ ຍ້ອນ​ພວກ​ເຮົາ​ຮັກ​ພວກ​ເຈົ້າ​ຫຼາຍ.”—1 ທຊ. 2:8

ສິ່ງ​ທີ່​ພະ​ເຢຊູ​ເຮັດ

ພະ​ເຢຊູ​ແລະ​ນີໂກເດມ​ລົມ​ກັນ​ຢູ່​ເດີ່ນ​ເຮືອນ​ຕອນ​ກາງຄືນ.

ວິດີໂອ: ພະ​ເຢຊູ​ສອນ​ນີໂກເດມ

1. ເບິ່ງ ວິດີໂອ ຫຼື​ອ່ານ​ໂຢຮັນ 3:1, 2. ແລ້ວ​ຕອບ​ຄຳ​ຖາມ​ຕໍ່​ໄປ​ນີ້:

  1. ກ. ເຈົ້າ​ຄິດ​ວ່າ​ເປັນ​ຫຍັງ​ນີໂກເດມ​ຈຶ່ງ​ມາ​ຫາ​ພະ​ເຢຊູ​ໃນ​ຕອນ​ກາງຄືນ?—ເບິ່ງ​ໂຢຮັນ 12:42, 43

  2. ຂ. ການ​ທີ່​ພະ​ເຢຊູ​ລົມ​ນຳ​ນີໂກເດມ​ໃນ​ຕອນ​ກາງຄືນ ສະແດງ​ໃຫ້​ເຫັນ​ແນວ​ໃດ​ວ່າ​ເພິ່ນ​ຕັ້ງໃຈ​ສອນ​ລາວ​ໃຫ້​ເປັນ​ລູກສິດ​ແທ້​ໆ?

ເຮົາ​ໄດ້​ບົດ​ຮຽນ​ຫຍັງ​ຈາກ​ພະ​ເຢຊູ?

2. ຍ້ອນ​ເຮົາ​ຮັກ​ຜູ້​ຄົນ ເຮົາ​ຈຶ່ງ​ຕັ້ງໃຈ​ທີ່​ຈະ​ຊ່ວຍ​ເຂົາເຈົ້າ​ໃຫ້​ເປັນ​ລູກສິດ.

ຮຽນ​ແບບ​ພະ​ເຢຊູ

3. ສອນ​ໃນ​ເວລາ​ແລະ​ສະຖານ​ທີ່​ທີ່​ລາວ​ສະດວກ. ຄົນ​ທີ່​ເຈົ້າ​ສອນ​ອາດຈະ​ສະດວກ​ແຕ່​ບາງ​ມື້​ຫຼື​ບາງ​ເວລາ. ລາວ​ຈະ​ສະບາຍ​ໃຈ​ກວ່າ​ບໍ​ຖ້າ​ຮຽນ​ຢູ່​ບ່ອນ​ເຮັດ​ວຽກ ຢູ່​ເຮືອນ ຫຼື​ຢູ່​ບ່ອນ​ສາທາລະນະ? ຖ້າ​ເປັນ​ໄປ​ໄດ້ ໃຫ້​ລອງ​ປັບ​ປ່ຽນ​ຕາຕະລາງ​ເວລາ​ຂອງ​ເຈົ້າ​ເພື່ອ​ທີ່​ເຈົ້າ​ຈະ​ໄດ້​ສອນ​ໃນ​ເວລາ​ແລະ​ສະຖານ​ທີ່​ທີ່​ລາວ​ສະດວກ​ທີ່​ສຸດ.

4. ສອນ​ເປັນ​ປະຈຳ. ຖ້າ​ເຈົ້າ​ຈະ​ບໍ່​ຢູ່ ຢ່າ​ຍົກ​ເລີກ​ການ​ສຶກສາ. ໃຫ້​ຄິດ​ເບິ່ງ​ວ່າ:

  1. ກ. ເຈົ້າ​ຈະ​ສອນ​ໃນ​ເວລາ​ອື່ນ​ຫຼື​ມື້​ໃດ​ມື້​ໜຶ່ງ​ຂອງ​ອາທິດ​ນັ້ນ​ແທນ​ໄດ້​ບໍ?

  2. ຂ. ເຈົ້າ​ຈະ​ສອນ​ທາງ​ໂທລະສັບ​ຫຼື​ທາງ​ອອນລາຍ​ໄດ້​ບໍ?

  3. ຄ. ເຈົ້າ​ຈະ​ຂໍ​ໃຫ້​ພີ່​ນ້ອງ​ຄົນ​ອື່ນ​ສອນ​ແທນ​ໄດ້​ບໍ?

5. ອະທິດຖານ​ຂໍ​ໃຫ້​ມີ​ຄວາມ​ຄິດ​ທີ່​ຖືກຕ້ອງ. ຂໍ​ພະ​ເຢໂຫວາ​ຊ່ວຍ​ເຈົ້າ​ບໍ່​ໃຫ້​ຍອມແພ້​ໃນ​ການ​ຊ່ວຍ​ຄົນ​ທີ່​ເຈົ້າ​ສອນ ເຖິງ​ວ່າ​ລາວ​ຈະ​ບໍ່​ໄດ້​ຮຽນ​ເປັນ​ປະຈຳ​ຫຼື​ບໍ່​ໄດ້​ເອົາ​ສິ່ງ​ທີ່​ໄດ້​ຮຽນ​ໄປ​ໃຊ້​ທັນທີ​ກໍ​ຕາມ. (ຟລປ. 2:13) ຄົນ​ທີ່​ເຈົ້າ​ສອນ​ໜ້າ​ຈະ​ມີ​ຂໍ້​ດີ​ຫຼາຍ​ຢ່າງ ໃຫ້​ເຈົ້າ​ອະທິດຖານ​ຂໍ​ພະ​ເຢໂຫວາ​ຊ່ວຍ​ເຈົ້າ​ໃຫ້​ເບິ່ງ​ເຫັນ​ຂໍ້​ດີ​ຂອງ​ລາວ.

ເບິ່ງ​ຂໍ້​ຄຳພີ​ເຫຼົ່າ​ນີ້​ນຳ

ສພສ. 3:27; ກຈກ. 20:35; 2 ກຣ. 12:15

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌