ບົດທີ 30
ຄົນທີ່ເຈົ້າຮັກຈະມີຊີວິດໄດ້ອີກ!
ຄວາມຕາຍເຮັດໃຫ້ເຮົາໂສກເສົ້າແລະເສຍໃຈຫຼາຍ. ນີ້ເປັນເຫດຜົນທີ່ຄຳພີໄບເບິນບອກວ່າຄວາມຕາຍເປັນຄືກັບສັດຕູ. (1 ໂກຣິນໂທ 15:26) ໃນບົດທີ 27 ເຮົາໄດ້ຮູ້ແລ້ວວ່າ ພະເຢໂຫວາຊິຈັດການກັບສັດຕູທີ່ໂຫດຮ້າຍນີ້ແລະຄວາມຕາຍຈະບໍ່ມີອີກຕໍ່ໄປ. ແຕ່ຈະເກີດຫຍັງຂຶ້ນກັບຄົນທີ່ຕາຍໄປແລ້ວ? ໃນບົດນີ້ເຮົາຈະໄດ້ຮຽນຮູ້ຫຼາຍຂຶ້ນກ່ຽວກັບຄຳສັນຍາທີ່ດີເລີດອີກຢ່າງໜຶ່ງຂອງພະເຢໂຫວາ ເພິ່ນຈະເຮັດໃຫ້ຫຼາຍລ້ານຄົນທີ່ຕາຍໄປແລ້ວກັບມາມີຊີວິດອີກ ແລະເຂົາເຈົ້າຈະໄດ້ມີຊີວິດຕະຫຼອດໄປ. ແຕ່ເລື່ອງດີໆແບບນີ້ຈະເປັນໄປໄດ້ແທ້ໆບໍ? ແລ້ວຕອນທີ່ເຂົາເຈົ້າຄືນມາຈາກຕາຍເຂົາເຈົ້າຈະໄດ້ຢູ່ໃສ ຢູ່ໃນສະຫວັນຫຼືໃນໂລກ?
1. ພະເຢໂຫວາຢາກເຮັດຫຍັງເພື່ອຄົນທີ່ເຮົາຮັກທີ່ເສຍຊີວິດໄປແລ້ວ?
ພະເຢໂຫວາຢາກເຮັດໃຫ້ຄົນທີ່ຕາຍໄປແລ້ວກັບມາມີຊີວິດອີກ. ຜູ້ຊາຍຄົນໜຶ່ງທີ່ຊື່ໂຢບໝັ້ນໃຈວ່າຖ້າລາວຕາຍພະເຈົ້າຈະບໍ່ລືມລາວ. ລາວເວົ້າກັບພະເຈົ້າວ່າ: “ພະອົງຈະເອີ້ນ ແລະລູກຈະຕອບ.”—ອ່ານໂຢບ 14:13-15
2. ເຮົາຮູ້ໄດ້ແນວໃດວ່າຄົນຕາຍຈະກັບມາມີຊີວິດໄດ້ອີກ?
ຕອນທີ່ພະເຢຊູຢູ່ໃນໂລກ ພະເຈົ້າໃຫ້ເພິ່ນມີອຳນາດທີ່ຈະເຮັດໃຫ້ຄົນຕາຍກັບມາມີຊີວິດອີກ. ພະເຢຊູເຮັດໃຫ້ເດັກນ້ອຍຜູ້ຍິງອາຍຸ 12 ປີ ແລະລູກຊາຍຂອງແມ່ໝ້າຍຄົນໜຶ່ງຟື້ນຄືນມາຈາກຕາຍ. (ມາຣະໂກ 5:41, 42; ລູກາ 7:12-15) ແລະຕໍ່ມາເມື່ອໝູ່ຂອງພະເຢຊູທີ່ຊື່ລາຊະໂຣຕາຍ ເພິ່ນກໍເຮັດໃຫ້ລາວກັບມາມີຊີວິດອີກທັງໆທີ່ລາວຕາຍໄປໄດ້ 4 ມື້ແລ້ວ. ຕອນທີ່ຢູ່ໜ້າອຸໂມງຝັງສົບ ພະເຢຊູອະທິດຖານເຖິງພະເຈົ້າ ແລ້ວເພິ່ນກໍເອີ້ນດ້ວຍສຽງດັງວ່າ: “ລາຊະໂຣເອີ້ຍ ອອກມາ!” ແລະ “ລາຊະໂຣທີ່ຕາຍໄປແລ້ວກໍຍ່າງອອກມາ” ລາວກັບມາມີຊີວິດອີກ! (ໂຢຮັນ 11:43, 44) ຄິດເບິ່ງແມ້ ຄອບຄົວແລະໝູ່ຄູ່ຂອງລາຊະໂຣຈະດີໃຈຫຼາຍສ່ຳໃດ!
3. ມີຄວາມຫວັງຫຍັງບໍຖ້າຄົນທີ່ເຈົ້າຮັກຕາຍຈາກໄປ?
ຄຳພີໄບເບິນສັນຍາວ່າ: ‘ຈະມີການຄືນມາຈາກຕາຍ.’ (ກິດຈະການ 24:15) ຕອນທີ່ພະເຢຊູຢູ່ໃນໂລກ ເພິ່ນປຸກຫຼາຍຄົນໃຫ້ກັບມາມີຊີວິດອີກ ເຂົາເຈົ້າບໍ່ໄດ້ຖືກເອີ້ນໃຫ້ລົງມາຈາກສະຫວັນ ຍ້ອນຫຼັງຈາກທີ່ຕາຍແລ້ວ ເຂົາເຈົ້າກໍບໍ່ໄດ້ໄປສະຫວັນ. (ໂຢຮັນ 3:13) ຄົນເຫຼົ່ານັ້ນດີໃຈຫຼາຍທີ່ໄດ້ກັບມາມີຊີວິດອີກໃນໂລກ. ອີກບໍ່ດົນ ພະເຢຊູຈະເຮັດໃຫ້ຫຼາຍພັນລ້ານຄົນຄືນມາຈາກຕາຍ ແລະມີຊີວິດທີ່ມີຄວາມສຸກຕະຫຼອດໄປໃນໂລກທີ່ເປັນສວນອຸທິຍານ. ເພິ່ນບອກວ່າ “ທຸກຄົນທີ່ຢູ່ໃນບ່ອນຝັງສົບ” ແມ່ນແຕ່ຄົນທີ່ອາດຈະຖືກລືມໄປແລ້ວຫຼືຕາຍໄປດົນແລ້ວກໍຍັງຢູ່ໃນຄວາມຊົງຈຳຂອງພະເຈົ້າ ແລະເຂົາເຈົ້າຈະກັບມາມີຊີວິດອີກ.—ໂຢຮັນ 5:28, 29
ຮຽນຮູ້ຫຼາຍຂຶ້ນ
ເບິ່ງຫຼັກຖານຈາກຄຳພີໄບເບິນວ່າເປັນຫຍັງເຮົາຈຶ່ງໝັ້ນໃຈໄດ້ວ່າຄົນທີ່ຕາຍໄປແລ້ວຈະກັບມາມີຊີວິດໄດ້ອີກ ແລະເປັນຫຍັງການຄືນມາຈາກຕາຍຈຶ່ງເຮັດໃຫ້ເຈົ້າມີກຳລັງໃຈແລະມີຄວາມຫວັງ.
4. ພະເຢຊູເຮັດໃຫ້ເຫັນວ່າເພິ່ນສາມາດເຮັດໃຫ້ຄົນທີ່ຕາຍໄປແລ້ວກັບມາມີຊີວິດໄດ້ອີກ
ເບິ່ງນຳກັນວ່າພະເຢຊູເຮັດຫຍັງເພື່ອລາຊະໂຣໝູ່ຂອງເພິ່ນ. ອ່ານໂຢຮັນ 11:14, 38-44 ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
ເຮົາຮູ້ໄດ້ແນວໃດວ່າລາຊະໂຣຕາຍແລ້ວແທ້ໆ?—ເບິ່ງຂໍ້ 39
ຖ້າລາຊະໂຣຕາຍແລ້ວໄປສະຫວັນ ເຈົ້າຄິດວ່າພະເຢຊູຢາກຈະເຮັດໃຫ້ລາວລົງມາຈາກສະຫວັນ ແລ້ວມາມີຊີວິດຢູ່ໃນໂລກອີກບໍ?
5. ຫຼາຍຄົນຈະໄດ້ຮັບການປຸກໃຫ້ມີຊີວິດອີກ!
ອ່ານເພງສັນລະເສີນ 37:29 ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
ເມື່ອຫຼາຍພັນລ້ານຄົນຄືນມາຈາກຕາຍ ເຂົາເຈົ້າຈະມີຊີວິດຢູ່ໃສ?
ນອກຈາກພະເຢຊູຈະປຸກຄົນທີ່ນະມັດສະການພະເຢໂຫວາແລ້ວ ເພິ່ນຈະປຸກຄົນອື່ນໆອີກຫຼາຍຄົນນຳ. ອ່ານກິດຈະການ 24:15 ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
ມີໃຜແດ່ທີ່ເຈົ້າຢາກໃຫ້ກັບມາມີຊີວິດອີກ?
ຄິດເບິ່ງແມ້: ພະເຢຊູປຸກຄົນທີ່ຕາຍໄປແລ້ວໃຫ້ຄືນມາຈາກຕາຍໄດ້ງ່າຍໆຄືກັບພໍ່ທີ່ປຸກລູກໃຫ້ຕື່ນ
6. ການຄືນມາຈາກຕາຍເຮັດໃຫ້ເຈົ້າມີກຳລັງໃຈແລະມີຄວາມຫວັງໄດ້
ຫຼາຍຄົນທີ່ໂສກເສົ້າເສຍໃຈໄດ້ກຳລັງໃຈຈາກເລື່ອງຂອງລູກສາວຢາອີໂຣທີ່ຄຳພີໄບເບິນບອກໄວ້. ອ່ານເລື່ອງທີ່ເຄີຍເກີດຂຶ້ນແທ້ໃນລູກາ 8:40-42, 49-56.
ກ່ອນພະເຢຊູຈະປຸກລູກສາວຂອງຢາອີໂຣໃຫ້ກັບມາມີຊີວິດ ເພິ່ນບອກຢາອີໂຣວ່າ: “ບໍ່ຕ້ອງຢ້ານ ຂໍພຽງແຕ່ເຈົ້າມີຄວາມເຊື່ອ.” (ເບິ່ງຂໍ້ 50) ຄວາມຫວັງເລື່ອງການຄືນມາຈາກຕາຍຈະຊ່ວຍເຮົາແນວໃດ . . .
ຖ້າຄົນທີ່ເຮົາຮັກຕາຍຈາກໄປ?
ຖ້າຊີວິດເຮົາຕົກຢູ່ໃນອັນຕະລາຍ?
ເປີດວິດີໂອ ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
ຄວາມຫວັງເລື່ອງການຄືນມາຈາກຕາຍຊ່ວຍປອບໃຈແລະໃຫ້ກຳລັງໃຈພໍ່ແມ່ຂອງເຟລິຊິຕີ້ແນວໃດ?
ບາງຄົນເວົ້າວ່າ: “ຈະເປັນໄປໄດ້ແທ້ໆບໍທີ່ຄົນຕາຍໄປແລ້ວຈະກັບມາມີຊີວິດໄດ້ອີກ?”
ເຈົ້າຄິດແນວໃດ?
ເຈົ້າຈະເປີດຂໍ້ຄຳພີໃດທີ່ເຮັດໃຫ້ເຫັນວ່າການຄືນມາຈາກຕາຍຈະເກີດຂຶ້ນແທ້?
ສະຫຼຸບ
ຄຳພີໄບເບິນສັນຍາວ່າຫຼາຍພັນລ້ານຄົນທີ່ຕາຍໄປແລ້ວຈະຄືນມາຈາກຕາຍ. ພະເຢໂຫວາຢາກໃຫ້ເຂົາເຈົ້າກັບມາມີຊີວິດອີກ ແລະເພິ່ນຈະໃຫ້ອຳນາດກັບພະເຢຊູເພື່ອຈະປຸກຄົນທີ່ຕາຍໄປແລ້ວໃຫ້ກັບມາມີຊີວິດໄດ້ອີກ.
ຄຳຖາມທົບທວນ
ພະເຢໂຫວາແລະພະເຢຊູຮູ້ສຶກແນວໃດກັບການເຮັດໃຫ້ຄົນທີ່ຕາຍໄປແລ້ວກັບມາມີຊີວິດອີກ?
ເມື່ອຫຼາຍພັນລ້ານຄົນຄືນມາຈາກຕາຍເຂົາເຈົ້າຈະມີຊີວິດຢູ່ໃສ ຢູ່ໃນສະຫວັນຫຼືໃນໂລກ? ເປັນຫຍັງເຈົ້າຈຶ່ງຕອບແບບນັ້ນ?
ເປັນຫຍັງເຈົ້າຈຶ່ງໝັ້ນໃຈວ່າຄົນທີ່ເຈົ້າຮັກທີ່ຕາຍໄປແລ້ວຈະກັບມາມີຊີວິດອີກ?
ເບິ່ງເພີ່ມເຕີມ
ມາເບິ່ງວ່າເຈົ້າຈະເຮັດຫຍັງໄດ້ແດ່ເມື່ອໂສກເສົ້າເສຍໃຈ.
ຄຳແນະນຳຈາກຄຳພີໄບເບິນຈະຊ່ວຍຄົນທີ່ກຳລັງໂສກເສົ້າໄດ້ແທ້ໆບໍ?
ເມື່ອເດັກນ້ອຍສູນເສຍຄົນທີ່ຮັກ ອັນໃດຈະຊ່ວຍເຂົາເຈົ້າໄດ້?
ຈະມີໃຜບໍທີ່ຈະຖືກປຸກໃຫ້ໄປຢູ່ໃນສະຫວັນ? ແລະໃຜຈະບໍ່ຖືກປຸກໃຫ້ຄືນມາຈາກຕາຍ?