ບົດທີ 20
ມີການຈັດລະບຽບປະຊາຄົມຕ່າງໆແນວໃດ?
ພະເຢໂຫວາເປັນພະເຈົ້າທີ່ມີລະບຽບ. (1 ໂກຣິນໂທ 14:33) ດັ່ງນັ້ນ ເຮົາຈຶ່ງບໍ່ແປກໃຈເລີຍທີ່ຄົນຂອງເພິ່ນຈະມີລະບຽບຄືກັນ. ແລ້ວປະຊາຄົມຕ່າງໆມີການຈັດລະບຽບແນວໃດ? ແລະເຮົາຈະເຮັດຫຍັງໄດ້ແດ່ເພື່ອຊ່ວຍປະຊາຄົມໃຫ້ເປັນລະບຽບ?
1. ໃຜເປັນຜູ້ນຳຂອງປະຊາຄົມ?
“ພະຄລິດເປັນຜູ້ນຳຂອງປະຊາຄົມ.” (ເອເຟໂຊ 5:23) ພະເຢຊູເບິ່ງແຍງວຽກຂອງພະຍານພະເຢໂຫວາທົ່ວໂລກຈາກສະຫວັນ. ເພິ່ນເຮັດແບບນັ້ນໂດຍແຕ່ງຕັ້ງ “ທາດທີ່ສັດຊື່ແລະສຸຂຸມ” ເຊິ່ງກໍຄືຄລິດສະຕຽນກຸ່ມນ້ອຍໆທີ່ມີຄວາມເຊື່ອເຂັ້ມແຂງເຊິ່ງເຮົາເອີ້ນວ່າ ຄະນະກຳມະການປົກຄອງ. (ອ່ານມັດທາຍ 24:45-47) ໃນສະຕະວັດທຳອິດ ອັກຄະສາວົກແລະຜູ້ເບິ່ງແຍງທີ່ຢູ່ໃນເມືອງເຢຣູຊາເລັມໄດ້ເບິ່ງແຍງປະຊາຄົມຕ່າງໆ. ໃນທຸກມື້ນີ້ຄະນະກຳມະການປົກຄອງກໍເຮັດແບບນັ້ນຄືກັນ ເຂົາເຈົ້າເບິ່ງແຍງປະຊາຄົມຕ່າງໆທີ່ຢູ່ທົ່ວໂລກ. (ກິດຈະການ 15:2) ແຕ່ຄະນະກຳມະການປົກຄອງກໍບໍ່ໄດ້ເປັນຜູ້ນຳຂອງອົງການ. ເຂົາເຈົ້າຍອມຮັບການຊີ້ນຳຈາກພະເຢຊູ ແລະເຂົາເຈົ້າຈະຄົ້ນຄວ້າຫາຄຳແນະນຳຈາກຄຳພີໄບເບິນເພື່ອເບິ່ງວ່າພະເຢໂຫວາຢາກໃຫ້ເຂົາເຈົ້າເຮັດຫຍັງ.
2. ຜູ້ເບິ່ງແຍງແມ່ນໃຜແລະເຂົາເຈົ້າເຮັດຫຍັງແດ່?
ຜູ້ເບິ່ງແຍງແມ່ນຜູ້ຊາຍທີ່ເປັນຄລິດສະຕຽນທີ່ສັດຊື່ມາດົນຫຼາຍປີ. ເຂົາເຈົ້າສອນຈາກຄຳພີໄບເບິນ ພ້ອມຊ່ວຍເຫຼືອແລະໃຫ້ກຳລັງໃຈຄົນຂອງພະເຈົ້າ. ຜູ້ເບິ່ງແຍງເຮັດໜ້າທີ່ນີ້ໂດຍບໍ່ໄດ້ຮັບຄ່າຈ້າງ. ເຂົາເຈົ້າເຮັດ ‘ແບບເຕັມໃຈໃຫ້ພະເຈົ້າ ບໍ່ແມ່ນເພື່ອຈະໄດ້ຜົນປະໂຫຍດໃສ່ໂຕເອງ ແຕ່ເຮັດແບບກະຕືລືລົ້ນ.’ (1 ເປໂຕ 5:1, 2) ນອກຈາກນັ້ນ ຜູ້ເບິ່ງແຍງຈະມີຜູ້ຊ່ວຍວຽກຮັບໃຊ້ທີ່ຊ່ວຍວຽກຕ່າງໆໃນປະຊາຄົມ ແລະໃນອະນາຄົດ ຜູ້ຊ່ວຍວຽກຮັບໃຊ້ກໍອາດຈະມີຄຸນສົມບັດທີ່ຈະເປັນຜູ້ເບິ່ງແຍງນຳ.
ຄະນະກຳມະການປົກຄອງຈະແຕ່ງຕັ້ງຜູ້ເບິ່ງແຍງບາງຄົນໃຫ້ເປັນຜູ້ເບິ່ງແຍງໝວດ. ຜູ້ເບິ່ງແຍງໝວດຈະໄປຢ້ຽມຢາມປະຊາຄົມຕ່າງໆເພື່ອໃຫ້ຄຳແນະນຳແລະໃຫ້ກຳລັງໃຈໂດຍໃຊ້ຄຳພີໄບເບິນ. ແລະຕອນທີ່ໄປຢ້ຽມຢາມປະຊາຄົມ ຖ້າຜູ້ເບິ່ງແຍງໝວດເຫັນວ່າຜູ້ຊາຍບາງຄົນມີຄຸນສົມບັດຄືກັບທີ່ຄຳພີໄບເບິນບອກໄວ້ ຜູ້ເບິ່ງແຍງໝວດກໍຈະແຕ່ງຕັ້ງເຂົາເຈົ້າໃຫ້ເປັນຜູ້ເບິ່ງແຍງຫຼືຜູ້ຊ່ວຍວຽກຮັບໃຊ້.—1 ຕີໂມທຽວ 3:1-10, 12; ຕີໂຕ 1:5-9
3. ພະຍານພະເຢໂຫວາທຸກຄົນເຮັດຫຍັງ?
ທຸກຄົນໃນປະຊາຄົມຈະ “ສັນລະເສີນຊື່ຂອງພະເຢໂຫວາ” ໂດຍໄປປະຊຸມແລະມີສ່ວນຮ່ວມໃນການປະຊຸມ ເຊັ່ນ ອອກຄວາມຄິດເຫັນ ບັນລະຍາຍຫຼືສາທິດຕາມທີ່ໄດ້ຮັບມອບໝາຍ ແລະຮ້ອງເພງສັນລະເສີນພະເຈົ້າ. ນອກຈາກນັ້ນ ພະຍານພະເຢໂຫວາຈະໄປປະກາດໃຫ້ຫຼາຍທີ່ສຸດເທົ່າທີ່ຈະເຮັດໄດ້.—ອ່ານເພງສັນລະເສີນ 148:12, 13
ຮຽນຮູ້ຫຼາຍຂຶ້ນ
ໃຫ້ເຮົາມາເບິ່ງວ່າພະເຢຊູເປັນຜູ້ນຳແບບໃດ ຜູ້ເບິ່ງແຍງຈະຮຽນແບບເພິ່ນໄດ້ແນວໃດ ແລະເຮົາຈະເຊື່ອຟັງພະເຢຊູແລະຮ່ວມມືກັບຜູ້ເບິ່ງແຍງໄດ້ແນວໃດ.
4. ພະເຢຊູເປັນຜູ້ນຳທີ່ໃຈດີຫຼາຍ
ພະເຢຊູມີຄຳເຊີນທີ່ອົບອຸ່ນຫຼາຍເຖິງເຮົາທຸກຄົນ. ອ່ານມັດທາຍ 11:28-30 ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
ພະເຢຊູເປັນຜູ້ນຳແບບໃດ ແລະເພິ່ນຢາກໃຫ້ເຮົາຮູ້ສຶກແນວໃດ?
ຜູ້ເບິ່ງແຍງເຮັດຕາມຕົວຢ່າງຂອງພະເຢຊູແນວໃດ? ເປີດວິດີໂອ.
ຄຳພີໄບເບິນບອກໄວ້ແນວໃດກ່ຽວກັບໜ້າທີ່ຂອງຜູ້ເບິ່ງແຍງ.
ອ່ານເອຊາຢາ 32:2 ແລະ 1 ເປໂຕ 5:1-3 ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
ເຈົ້າຮູ້ສຶກແນວໃດເມື່ອຮູ້ວ່າຜູ້ເບິ່ງແຍງຮຽນແບບພະເຢຊູໂດຍເຮັດໃຫ້ຄົນອື່ນຮູ້ສຶກສົດຊື່ນແລະມີກຳລັງໃຈ?
ນອກຈາກເຮັດໃຫ້ຄົນອື່ນຮູ້ສຶກສົດຊື່ນແລະມີກຳລັງໃຈແລ້ວ ຜູ້ເບິ່ງແຍງຍັງຮຽນແບບພະເຢຊູແນວໃດອີກ?
5. ຜູ້ເບິ່ງແຍງສອນໂດຍເຮັດໃຫ້ເຫັນເປັນຕົວຢ່າງ
ພະເຢຊູຢາກໃຫ້ຜູ້ເບິ່ງແຍງຮູ້ສຶກແນວໃດກັບໜ້າທີ່ຂອງເຂົາເຈົ້າ? ເປີດວິດີໂອ.
ພະເຢຊູບອກວ່າຜູ້ເບິ່ງແຍງໃນປະຊາຄົມຄວນເປັນແນວໃດ. ອ່ານມັດທາຍ 23:8-12 ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
ຄຳພີໄບເບິນບອກວ່າຜູ້ເບິ່ງແຍງຄວນເປັນແນວໃດ?ແລະຜູ້ນຳສາສະໜາທົ່ວໄປເປັນແບບນັ້ນບໍ?
ກ. ຜູ້ເບິ່ງແຍງເຮັດໃຫ້ທັງໂຕເອງແລະຄອບຄົວຂອງລາວມີຄວາມເຊື່ອເຂັ້ມແຂງ
ຂ. ຜູ້ເບິ່ງແຍງເປັນຫ່ວງທຸກຄົນໃນປະຊາຄົມ
ຄ. ຜູ້ເບິ່ງແຍງໄປປະກາດເປັນປະຈຳ
ງ. ຜູ້ເບິ່ງແຍງເຮັດໜ້າທີ່ສອນ. ເຂົາເຈົ້າຍັງຊ່ວຍອະນາໄມແລະເຮັດວຽກອື່ນໆນຳ
6. ເຮົາໃຫ້ຄວາມຮ່ວມມືກັບຜູ້ເບິ່ງແຍງໄດ້
ຄຳພີໄບເບິນບອກໃຫ້ຮູ້ວ່າເປັນຫຍັງຈຶ່ງສຳຄັນທີ່ເຮົາຈະໃຫ້ຄວາມຮ່ວມມືກັບຜູ້ເບິ່ງແຍງ. ອ່ານເຮັບເຣີ 13:17 ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
ເປັນຫຍັງຄຳພີໄບເບິນຈຶ່ງບອກໃຫ້ເຮົາເຊື່ອຟັງຄົນທີ່ນຳໜ້າໃນປະຊາຄົມ? ເຈົ້າຮູ້ສຶກແນວໃດກັບເລື່ອງນີ້?
ອ່ານລູກາ 16:10 ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
ເປັນຫຍັງຈຶ່ງສຳຄັນທີ່ເຮົາຈະໃຫ້ຄວາມຮ່ວມມືກັບຜູ້ເບິ່ງແຍງເຖິງວ່າເລື່ອງນັ້ນຈະເບິ່ງຄືວ່າເປັນເລື່ອງນ້ອຍໆ?
ບາງຄົນເວົ້າວ່າ: “ພຽງແຕ່ເຮົາສັດທາກໍພໍແລ້ວ ບໍ່ຕ້ອງໄປເຂົ້າຮ່ວມກັບສາສະໜາດອກ.”
ຖ້າເຈົ້ານະມັດສະການພະເຈົ້າຮ່ວມກັບປະຊາຄົມ ເຈົ້າຈະໄດ້ຮັບປະໂຫຍດຫຍັງແດ່?
ສະຫຼຸບ
ພະເຢຊູເປັນຜູ້ນຳຂອງປະຊາຄົມ. ເຮົາເຕັມໃຈໃຫ້ຄວາມຮ່ວມມືກັບຜູ້ເບິ່ງແຍງຍ້ອນເຂົາເຈົ້າພະຍາຍາມຮຽນແບບພະເຢຊູ. ຜູ້ເບິ່ງແຍງຢາກໃຫ້ເຮົາສົດຊື່ນແລະມີກຳລັງໃຈ ເຂົາເຈົ້າສອນເຮົາໂດຍເຮັດໃຫ້ເຫັນເປັນຕົວຢ່າງ.
ຄຳຖາມທົບທວນ
ໃຜເປັນຜູ້ນຳຂອງປະຊາຄົມ?
ຜູ້ເບິ່ງແຍງຊ່ວຍປະຊາຄົມແນວໃດແດ່?
ພະຍານພະເຢໂຫວາທຸກຄົນຄວນເຮັດຫຍັງ?
ເບິ່ງເພີ່ມເຕີມ
ຄະນະກຳມະການປົກຄອງແລະຜູ້ເບິ່ງແຍງເຮັດຫຍັງແດ່ທີ່ສະແດງວ່າເຂົາເຈົ້າຮັກແລະເປັນຫ່ວງພີ່ນ້ອງແທ້ໆ.
ຊ່ວຍພີ່ນ້ອງໃຫ້ມີຄວາມເຊື່ອເຂັ້ມແຂງເມື່ອວຽກຖືກສັ່ງຫ້າມ (4:22)
ຜູ້ເບິ່ງແຍງໝວດເຮັດຫຍັງແດ່.
ຜູ້ຍິງມີຄ່າຫຼາຍໃນປະຊາຄົມ.
“ພະຍານພະເຢໂຫວາມີຜູ້ສອນທີ່ເປັນຜູ້ຍິງບໍ?” (ຫໍສັງເກດການ 1 ກັນຍາ 2012)
ຜູ້ເບິ່ງແຍງເຮັດວຽກໜັກເພື່ອໃຫ້ກຳລັງໃຈໝູ່ຮ່ວມຄວາມເຊື່ອ.
“ຄລິດສະຕຽນຜູ້ດູແລ—‘ເພື່ອນຮ່ວມງານທີ່ເຮັດໃຫ້ເຮົາມີຄວາມສຸກ’” (ຫໍສັງເກດການ 15 ມັງກອນ 2013)