ປັບປຸງຄວາມສາມາດໃນວຽກຮັບໃຊ້ຂອງເຮົາໃຫ້ດີຂຶ້ນ—ການສະເໜີປຶ້ມໄບເບິນສອນ
ເປັນຫຍັງຈຶ່ງສຳຄັນ? ປຶ້ມໄບເບິນສອນ ເປັນເຄື່ອງມືຫຼັກໃນກ່ອງເຄື່ອງມືສຳລັບການສອນ ແລະເປັນປຶ້ມທີ່ເຮົາໃຊ້ເພື່ອຊ່ວຍຜູ້ຄົນໃຫ້ຮູ້ວ່າຄຳພີໄບເບິນສອນແນວໃດແທ້ໆ. ແຕ່ກ່ອນທີ່ຈະໃຊ້ສຶກສາກັບບາງຄົນ ທຳອິດເຮົາຕ້ອງສະເໜີປຶ້ມໃຫ້ລາວກ່ອນ. ດັ່ງນັ້ນ ໃນການປະກາດ ພວກເຮົາທຸກຄົນຄວນພະຍາຍາມເປັນຄົນທີ່ຊຳນານໃນການສະເໜີປຶ້ມໄບເບິນສອນ. (ສຸພາ. 22:29) ມີຫຼາຍວິທີ ແລະຜູ້ປະກາດຄວນໃຊ້ວິທີທີ່ເກີດຜົນ. ບາງວິທີທາງລຸ່ມນີ້ອາດເປັນປະໂຫຍດ.
ລອງເຮັດໃນເດືອນນີ້:
ໃຫ້ຝຶກຊ້ອມໃນຕອນທີ່ນະມັດສະການປະຈຳຄອບຄົວ.
ເມື່ອໄປປະກາດ ໃຫ້ບອກພີ່ນ້ອງທີ່ໄປນຳກັນວ່າເຈົ້າຕັ້ງໃຈຈະເວົ້າຫຍັງ. (ສຸພາ. 27:17) ໃຫ້ປັບປ່ຽນການສະເໜີຖ້າເຫັນວ່າບໍ່ເກີດຜົນດີ.