ຕາຕະລາງອາທິດເລີ່ມຕົ້ນວັນທີ 9 ພະຈິກ
ອາທິດເລີ່ມຕົ້ນວັນທີ 9 ພະຈິກ
ເພງ 48 ແລະການອະທິດຖານ
ການສຶກສາພະຄຳພີປະຈຳປະຊາຄົມ
ລບ ບົດ 2 ຫຍໍ້ໜ້າ 1-12 (30 ນາທີ)
ໂຮງຮຽນເພື່ອການຮັບໃຊ້ຕາມລະບອບຂອງພະເຈົ້າ
ການອ່ານພະຄຳພີ 1 ຂ່າວຄາວ 21-25 (8 ນາທີ)
ທີ 1: 1 ຂ່າວຄາວ 23:1-11 (ບໍ່ເກີນ 3 ນາທີ)
ທີ 2: ເອລີເຊ—ເຮົາຕ້ອງມີຄວາມນັບຖືຜູ້ຮັບໃຊ້ຂອງພະເຢໂຫວາຢ່າງເລິກເຊິ່ງ—ທຕ ໜ້າ 85-86 ຫຍໍ້ໜ້າ 6-10 (5 ນາທີ)
ທີ 3: ອະລະມາເຄໂດນຄືຫຍັງ?—ຕ 8/7/05 ໜ້າ 12 (5 ນາທີ)
ການປະຊຸມເພື່ອການຮັບໃຊ້
ຫົວເລື່ອງຫຼັກຂອງເດືອນນີ້: ‘ເຮົາໄດ້ປູກໄວ້ ທ່ານອະໂປໂລໄດ້ຫົດນ້ຳ ແຕ່ວ່າພະເຈົ້າໄດ້ໂຜດໃຫ້ເກີດໝາກ.’—1 ໂກ. 3:6
ເພງ 98
10 ນາທີ: ‘ເຮົາໄດ້ປູກໄວ້ ທ່ານອະໂປໂລໄດ້ຫົດນ້ຳ ແຕ່ວ່າພະເຈົ້າໄດ້ໂຜດໃຫ້ເກີດໝາກ.’ ບັນລະຍາຍໂດຍໃຊ້ຫົວເລື່ອງຫຼັກຂອງເດືອນນີ້. (1 ໂກ. 3:6) ຖ້າມີເວລາ ໃຫ້ເວົ້າເຖິງຈຸດຕ່າງໆຈາກຫໍສັງເກດການ 1 ມີນາ 1993 ໜ້າ 20-23. ແນະນຳສ່ວນຕ່າງໆຂອງການປະຊຸມເພື່ອການຮັບໃຊ້ໃນເດືອນນີ້ສັ້ນໆວ່າກ່ຽວຂ້ອງກັບຫົວເລື່ອງຫຼັກແນວໃດ.
20 ນາທີ: “ປັບປຸງຄວາມສາມາດໃນວຽກຮັບໃຊ້ຂອງເຮົາໃຫ້ດີຂຶ້ນ—ການສະເໜີປຶ້ມໄບເບິນສອນ.” ບັນລະຍາຍແລະຖາມຄວາມຄິດເຫັນ. ໃຫ້ສາທິດ 2 ແບບສັ້ນໆ. ແບບທຳອິດ ເຮັດຕາມການສະເໜີຈາກບົດຄວາມ ແລະແບບທີສອງ ເຮັດການສະເໜີໃນແບບຂອງເຮົາເອງທີ່ໃຊ້ໄດ້ຜົນດີ.
ເພງ 111 ແລະການອະທິດຖານ