ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ບສ ບົດທີ 19 ໜ້າ 184-193
  • ຮັກສາ​ຕົວ​ໄວ້​ໃນ​ຄວາມ​ຮັກ​ຂອງ​ພະເຈົ້າ​ຕໍ່ໆໄປ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ຮັກສາ​ຕົວ​ໄວ້​ໃນ​ຄວາມ​ຮັກ​ຂອງ​ພະເຈົ້າ​ຕໍ່ໆໄປ
  • ຄຳພີໄບເບິນສອນແນວໃດແທ້ໆ?
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ເຂົ້າ​ໃຈ​ແລະ​ຕອບ​ສະໜອງ​ຄວາມ​ຮັກ​ຂອງ​ພະເຈົ້າ
  • ຈົ່ງ​ຫຍັບ​ເຂົ້າ​ໃກ້​ພະ​ເຢໂຫວາ​ໃຫ້​ຫຼາຍ​ກວ່າ​ເກົ່າ
  • ພົບ​ຄວາມ​ຍິນດີ​ໃນ​ການ​ນະມັດສະການ
  • ບາກບັ່ນ​ພະຍາຍາມ​ເພື່ອ​ຈະ​ໄດ້ “ຊີວິດ​ອັນ​ແທ້”[1 ຕີໂມເຕ 6:19]
  • ໃກ້​ຊິດ​ແລະ​ສະໜິດ​ກັບ​ພະ​ເຢໂຫວາ​ສະເໝີ
    ຮຽນຄຳພີໄບເບິນແລ້ວໄດ້ຫຍັງ?
  • ຢ່າໃຫ້ຄວາມຮັກຂອງເຈົ້າເຢັນລົງ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2017
  • “ໃຫ້​ໃກ້ຊິດ​ກັບ​ພະເຈົ້າ ແລ້ວ​ເພິ່ນ​ຈະ​ໃກ້ຊິດ​ກັບ​ພວກ​ເຈົ້າ”
    ໃຫ້​ໃກ້ຊິດ​ກັບ​ພະ​ເຢໂຫວາ
  • “ໃຊ້​ຊີວິດ​ດ້ວຍ​ຄວາມ​ຮັກ​ຕໍ່​ໄປ”
    ໃຫ້​ໃກ້ຊິດ​ກັບ​ພະ​ເຢໂຫວາ
ເບິ່ງຕື່ມ
ຄຳພີໄບເບິນສອນແນວໃດແທ້ໆ?
ບສ ບົດທີ 19 ໜ້າ 184-193

ບົດ​ທີ​ສິບ​ເກົ້າ

ຮັກສາ​ຕົວ​ໄວ້​ໃນ​ຄວາມ​ຮັກ​ຂອງ​ພະເຈົ້າ​ຕໍ່ໆໄປ

  • ການ​ຮັກ​ພະເຈົ້າ​ໝາຍ​ຄວາມ​ວ່າ​ແນວ​ໃດ?

  • ເຮົາ​ຈະ​ຮັກສາ​ຕົວ​ໃຫ້​ຢູ່​ໃນ​ຄວາມ​ຮັກ​ຂອງ​ພະເຈົ້າ​ໄດ້​ແນວ​ໃດ?

  • ພະ​ເຢໂຫວາ​ຈະ​ໃຫ້​ລາງວັນ​ອັນ​ໃດ​ແກ່ ຜູ້​ທີ່​ຮັກສາ​ຕົວ​ໃຫ້​ຢູ່​ໃນ​ຄວາມ​ຮັກ​ຂອງ​ພະອົງ?

ຜູ້ຊາຍຄົນໜຶ່ງກຳລັງຊອກຫາບ່ອນຫຼົບພາຍຸ

ເຈົ້າ​ຈະ​ເຮັດ​ໃຫ້​ພະ​ເຢໂຫວາ​ເປັນ​ບ່ອນ​ຄຸ້ມ​ໄພ​ຂອງ​ເຈົ້າ​ໃນ​ສະໄໝ​ທີ່​ວຸ່ນວາຍ​ນີ້​ບໍ?

1, 2. ໃນ​ທຸກ​ມື້​ນີ້ ເຮົາ​ຈະ​ພົບ​ບ່ອນ​ຄຸ້ມ​ກັນ​ທີ່​ປອດໄພ​ໄດ້​ຢູ່​ໃສ?

ຂໍ​ໃຫ້​ນຶກ​ພາບ​ວ່າ​ເຈົ້າ​ກຳລັງ​ຍ່າງ​ຢູ່​ຫົນ​ທາງ​ໃນ​ມື້​ທີ່​ມີ​ພາຍຸ​ຝົນ. ທ້ອງຟ້າ​ມືດ​ຄຶ້ມ ເລີ່ມ​ມີ​ຟ້າ​ເຫຼື້ອມ​ແລະ​ມີ​ສຽງ​ຟ້າ​ຮ້ອງ ຈາກ​ນັ້ນ​ກໍ​ມີ​ຝົນ​ຕົກ​ລົງ​ມາ​ຫ່າ​ໃຫຍ່. ເຈົ້າ​ຟ້າວ​ແລ່ນ​ໄປ​ທາງ​ໜ້າ​ເພື່ອ​ຊອກ​ຫາ​ບ່ອນ​ຫຼົບ. ທັນໃດ​ນັ້ນ​ເຈົ້າ​ກໍ​ເຫັນ​ສາລາ​ຢູ່​ແຄມ​ທາງ. ສາລາ​ຫຼັງ​ນັ້ນ​ເບິ່ງ​ແໜ້ນ​ໜາ​ເປັນ​ຕາ​ເຂົ້າ​ໄປ​ຊົ້ນ. ເຈົ້າ​ຄົງ​ເຫັນ​ວ່າ​ບ່ອນ​ຫຼົບ​ຝົນ​ນັ້ນ​ມີ​ຄ່າ​ຫຼາຍ​ແທ້!

2 ເຮົາ​ກຳລັງ​ມີ​ຊີວິດ​ຢູ່​ໃນ​ສະໄໝ​ທີ່​ມີ​ພາຍຸ​ຂອງ​ຄວາມ​ວຸ່ນ​ວາຍ. ສະພາບການ​ຂອງ​ໂລກ​ນັບ​ມື້​ນັບ​ຮ້າຍແຮງ. ແຕ່​ມີ​ບ່ອນ​ທີ່​ປອດໄພ​ເຊິ່ງ​ສາມາດ​ປ້ອງກັນ​ເຮົາ​ໃຫ້​ພົ້ນ​ຈາກ​ຄວາມ​ເສຍຫາຍ​ຖາວອນ. ບ່ອນ​ຄຸ້ມ​ກັນ​ນັ້ນ​ແມ່ນ​ຫຍັງ? ຂໍ​ໃຫ້​ສັງເກດ​ສິ່ງ​ທີ່​ຄຳພີ​ໄບເບິນ​ສອນ​ທີ່​ວ່າ “ຂ້ອຍ​ໄດ້​ກ່າວ​ເຖິງ​ພະ​ເຢໂຫວາ​ວ່າ ‘ພະອົງ​ເປັນ​ຄວາມ​ໄວ້​ໃຈ [“ບ່ອນ​ເພິ່ງ,” ລ.ມ.] ແລະ​ເປັນ​ປ້ອມ​ຂອງ​ຂ້ອຍ ພະອົງ​ແມ່ນ​ພະເຈົ້າ​ຂອງ​ຂ້ອຍ ຂ້ອຍ​ຈະ​ປົງ​ໃຈ​ໃນ​ພະອົງ.’”—ຄຳເພງ 91:2.

3. ເຮົາ​ຈະ​ເຮັດ​ໃຫ້​ພະ​ເຢໂຫວາ​ເປັນ​ບ່ອນ​ຄຸ້ມ​ໄພ​ໄດ້​ແນວ​ໃດ?

3 ຄິດ​ເບິ່ງ​ດູ! ພະ​ເຢໂຫວາ ຜູ້​ສ້າງ​ແລະ​ຜູ້​ມີ​ສິດທິ​ສູງ​ສຸດ​ໃນ​ການ​ປົກຄອງ​ເອກະພົບ​ສາມາດ​ເປັນ​ບ່ອນ​ຄຸ້ມ​ໄພ​ທີ່​ປົກ​ປ້ອງ​ເຮົາ​ໄດ້. ພະອົງ​ສາມາດ​ຄຸ້ມຄອງ​ເຮົາ​ໃຫ້​ປອດໄພ​ເນື່ອງ​ຈາກ​ພະອົງ​ມີ​ລິດເດດ​ຫຼາຍ​ກວ່າ​ຄົນ​ໃດໆຫຼື​ສິ່ງ​ໃດໆທີ່​ອາດ​ສ້າງ​ຄວາມ​ເສຍຫາຍ​ແກ່​ເຮົາ. ເຖິງ​ແມ່ນ​ວ່າ​ເຮົາ​ໄດ້​ຮັບ​ຄວາມ​ເສຍຫາຍ ພະ​ເຢໂຫວາ​ກໍ​ແກ້ໄຂ​ຜົນ​ກະທົບ​ທີ່​ຮ້າຍແຮງ​ທັງ​ໝົດ​ນັ້ນ​ໄດ້. ເຮົາ​ຈະ​ເຮັດ​ໃຫ້​ພະ​ເຢໂຫວາ​ເປັນ​ບ່ອນ​ຄຸ້ມ​ໄພ​ໄດ້​ແນວ​ໃດ? ເຮົາ​ຕ້ອງ​ໄວ້​ວາງໃຈ​ໃນ​ພະອົງ. ນອກ​ຈາກ​ນັ້ນ ພະ​ຄຳ​ຂອງ​ພະເຈົ້າ​ກະຕຸ້ນ​ເຮົາ​ວ່າ “ຈົ່ງ​ຮັກສາ​ຕົວ​ໄວ້​ໃນ​ຄວາມ​ຮັກ​ຂອງ​ພະເຈົ້າ.” (ຢູເດ 21) ແມ່ນ​ແລ້ວ ເຮົາ​ຕ້ອງ​ຮັກສາ​ຕົວ​ໄວ້​ໃນ​ຄວາມ​ຮັກ​ຂອງ​ພະເຈົ້າ​ແລະ​ຮັກສາ​ຄວາມ​ຜູກ​ພັນ​ທີ່​ປ່ຽມ​ດ້ວຍ​ຄວາມ​ຮັກ​ກັບ​ພໍ່​ຂອງ​ເຮົາ​ທີ່​ຢູ່​ໃນ​ສະຫວັນ. ແລ້ວ​ເຮົາ​ກໍ​ຈະ​ໝັ້ນ​ໃຈ​ໄດ້​ວ່າ​ພະອົງ​ເປັນ​ບ່ອນ​ຄຸ້ມ​ໄພ​ຂອງ​ເຮົາ. ແຕ່​ເຮົາ​ຈະ​ສ້າງ​ຄວາມ​ຜູກ​ພັນ​ແບບ​ນັ້ນ​ໄດ້​ແນວ​ໃດ?

ເຂົ້າ​ໃຈ​ແລະ​ຕອບ​ສະໜອງ​ຄວາມ​ຮັກ​ຂອງ​ພະເຈົ້າ

4, 5. ພະ​ເຢໂຫວາ​ໄດ້​ສຳແດງ​ຄວາມ​ຮັກ​ຕໍ່​ເຮົາ​ໂດຍ​ວິທີ​ໃດ​ແດ່?

4 ເພື່ອ​ຈະ​ຮັກສາ​ຕົວ​ໄວ້​ໃນ​ຄວາມ​ຮັກ​ຂອງ​ພະເຈົ້າ ເຮົາ​ຕ້ອງ​ເຂົ້າ​ໃຈ​ວິທີ​ທີ່​ພະ​ເຢໂຫວາ​ໄດ້​ສະແດງ​ຄວາມ​ຮັກ​ຕໍ່​ເຮົາ. ຂໍ​ໃຫ້​ຄິດ​ເຖິງ​ຄຳ​ສອນ​ບາງ​ເລື່ອງ​ໃນ​ຄຳພີ​ໄບເບິນ​ທີ່​ເຈົ້າ​ໄດ້​ຮຽນ​ຮູ້​ໂດຍ​ໃຊ້​ປຶ້ມ​ນີ້. ໃນ​ຖານະ​ເປັນ​ຜູ້​ສ້າງ ພະ​ເຢໂຫວາ​ໄດ້​ມອບ​ແຜ່ນດິນ​ໂລກ​ໃຫ້​ເປັນ​ບ້ານ​ທີ່​ເຮັດ​ໃຫ້​ເຮົາ​ມີ​ຄວາມ​ມ່ວນ​ຊື່ນ. ພະອົງ​ໄດ້​ເຮັດ​ໃຫ້​ແຜ່ນດິນ​ໂລກ​ອຸດົມ​ດ້ວຍ​ອາຫານ​ແລະ​ນ້ຳ ຊັບພະຍາກອນ​ທຳມະຊາດ ຊີວິດ​ສັດ​ທີ່​ໜ້າ​ອອນຊອນ ແລະ​ທິວ​ທັດ​ທຳມະຊາດ​ທີ່​ສວຍ​ງາມ. ໃນ​ຖານະ​ເປັນ​ຜູ້​ປະພັນ​ຄຳພີ​ໄບເບິນ ພະເຈົ້າ​ໄດ້​ເປີດ​ເຜີຍ​ຊື່​ແລະ​ຄຸນ​ລັກສະນະ​ຕ່າງໆຂອງ​ພະອົງ​ໃຫ້​ເຮົາ​ຮູ້ຈັກ. ນອກ​ຈາກ​ນັ້ນ ພະ​ຄຳ​ຂອງ​ພະອົງ​ຍັງ​ເປີດ​ເຜີຍ​ວ່າ​ພະອົງ​ໄດ້​ສົ່ງ​ພະ​ເຍຊູ​ຜູ້​ເປັນ​ລູກ​ຊາຍ​ທີ່​ແພງ​ຫຼາຍ​ໃຫ້​ມາ​ແຜ່ນດິນ​ໂລກ ຍອມ​ໃຫ້​ລູກ​ຊາຍ​ທຸກ​ທໍລະມານ​ແລະ​ສິ້ນ​ຊີວິດ​ເພື່ອ​ເຮົາ. (ໂຢຮັນ 3:16) ຂອງ​ປະທານ​ນັ້ນ​ມີ​ຄວາມ​ໝາຍ​ຕໍ່​ເຮົາ​ແນວ​ໃດ? ຂອງ​ປະທານ​ນັ້ນ​ໃຫ້​ຄວາມ​ຫວັງ​ສຳລັບ​ອະນາຄົດ​ທີ່​ດີ​ເລີດ.

5 ຄວາມ​ຫວັງ​ຂອງ​ເຮົາ​ສຳລັບ​ອະນາຄົດ​ຍັງ​ຂຶ້ນ​ກັບ​ອີກ​ສິ່ງ​ໜຶ່ງ​ທີ່​ພະເຈົ້າ​ເຮັດ. ພະ​ເຢໂຫວາ​ໄດ້​ສ້າງ​ຕັ້ງ​ລັດຖະບານ​ທາງ​ພາກ​ສະຫວັນ ເຊິ່ງ​ກໍ​ຄື​ລາຊະອານາຈັກ​ເມຊີ. ອີກ​ບໍ່​ດົນ​ລາຊະອານາຈັກ​ນີ້​ຈະ​ເຮັດ​ໃຫ້​ຄວາມ​ທຸກ​ລຳບາກ​ທັງ​ສິ້ນ​ໝົດ​ໄປ​ແລະ​ຈະ​ເຮັດ​ໃຫ້​ແຜ່ນດິນ​ໂລກ​ກາຍ​ເປັນ​ອຸທິຍານ. ລອງ​ຄິດ​ເບິ່ງ​ແມ! ເຮົາ​ຈະ​ຢູ່​ທີ່​ນັ້ນ​ດ້ວຍ​ຄວາມ​ສະຫງົບ​ແລະ​ມີ​ຄວາມ​ສຸກ​ຕະຫຼອດ​ໄປ. (ຄຳເພງ 37:29) ໃນ​ລະຫວ່າງ​ນີ້ ພະເຈົ້າ​ໄດ້​ໃຫ້​ການ​ຊີ້​ນຳ​ແກ່​ເຮົາ​ໃນ​ວິທີ​ດຳເນີນ​ຊີວິດ​ຢ່າງ​ດີ​ທີ່​ສຸດ​ເທົ່າ​ທີ່​ເປັນ​ໄປ​ໄດ້​ໃນ​ຕອນ​ນີ້. ພະອົງ​ຍັງ​ໃຫ້​ຂອງ​ປະທານ​ອີກ​ຢ່າງ​ໜຶ່ງ ນັ້ນ​ແມ່ນ​ການ​ອະທິດຖານ ເຊິ່ງ​ເປັນ​ວິທີ​ທີ່​ເຮົາ​ສາມາດ​ຕິດ​ຕໍ່​ກັບ​ພະອົງ​ໄດ້​ທຸກ​ເວລາ. ນີ້​ເປັນ​ພຽງ​ບໍ່​ເທົ່າ​ໃດ​ວິທີ​ທີ່​ພະ​ເຢໂຫວາ​ສະແດງ​ຄວາມ​ຮັກ​ຕໍ່​ມວນ​ມະນຸດ​ໂດຍ​ທົ່ວໄປ​ແລະ​ຕໍ່​ເຈົ້າ​ເອງ​ເປັນ​ສ່ວນ​ຕົວ.

6. ເຈົ້າ​ເອງ​ອາດ​ຈະ​ຕອບ​ສະໜອງ​ແນວ​ໃດ​ຕໍ່​ຄວາມ​ຮັກ​ທີ່​ພະ​ເຢໂຫວາ​ໄດ້​ສະແດງ​ຕໍ່​ເຈົ້າ?

6 ຄຳຖາມ​ສຳຄັນ​ທີ່​ເຮົາ​ຄວນ​ພິຈາລະນາ​ຄື ເຮົາ​ຈະ​ຕອບ​ສະໜອງ​ຕໍ່​ຄວາມ​ຮັກ​ຂອງ​ພະ​ເຢໂຫວາ​ແນວ​ໃດ? ຫຼາຍ​ຄົນ​ອາດ​ເວົ້າ​ວ່າ “ເຮົາ​ຕ້ອງ​ຮັກ​ພະ​ເຢໂຫວາ​ເປັນ​ການ​ຕອບ​ແທນ.” ເຈົ້າ​ຮູ້ສຶກ​ແນວ​ນັ້ນ​ບໍ? ພະ​ເຍຊູ​ບອກ​ວ່າ​ຂໍ້​ສຳຄັນ​ທີ່​ສຸດ​ໃນ​ຂໍ້​ຄຳ​ສັ່ງ​ທັງ​ໝົດ​ແມ່ນ “ເຈົ້າ​ຈົ່ງ​ຮັກ​ພະ​ເຢໂຫວາ​ຜູ້​ເປັນ​ພະເຈົ້າ​ຂອງ​ເຈົ້າ ເຈົ້າ​ຈົ່ງ​ຮັກ​ດ້ວຍ​ສຸດ​ໃຈ​ແລະ​ດ້ວຍ​ສຸດ​ຈິດ​ແລະ​ດ້ວຍ​ສຸດ​ຄວາມ​ຄຶດ​ຂອງ​ເຈົ້າ.” (ມັດທາຍ 22:37) ແນ່ນອນ​ວ່າ​ເຈົ້າ​ມີ​ຫຼາຍ​ເຫດຜົນ​ທີ່​ຈະ​ຮັກ​ພະ​ເຢໂຫວາ​ພະເຈົ້າ. ແຕ່​ການ​ທີ່​ເຈົ້າ​ຮູ້ສຶກ ຮັກ​ພະ​ເຢໂຫວາ​ນັ້ນ​ພໍ​ແລ້ວ​ບໍ​ທີ່​ຈະ​ບອກ​ວ່າ​ຮັກ​ພະອົງ​ດ້ວຍ​ສຸດ​ໃຈ ສຸດ​ຈິດ ແລະ​ສຸດ​ຄວາມ​ຄຶດ?

ແກ່ນໝາກແອັບເປິນ

7. ການ​ຮັກ​ພະເຈົ້າ​ເປັນ​ພຽງ​ຄວາມ​ຮູ້ສຶກ​ເທົ່າ​ນັ້ນ​ບໍ? ຈົ່ງ​ອະທິບາຍ

7 ດັ່ງ​ທີ່​ຄຳພີ​ໄບເບິນ​ໄດ້​ຊີ້​ແຈງ​ໄວ້ ຄວາມ​ຮັກ​ທີ່​ເຮົາ​ມີ​ຕໍ່​ພະເຈົ້າ​ບໍ່​ແມ່ນ​ເປັນ​ພຽງ​ຄວາມ​ຮູ້ສຶກ​ເທົ່າ​ນັ້ນ. ທີ່​ຈິງ ເຖິງ​ແມ່ນ​ວ່າ​ການ​ມີ​ຄວາມ​ຮູ້ສຶກ​ຮັກ​ພະ​ເຢໂຫວາ​ຖື​ວ່າ​ສຳຄັນ ແຕ່​ຄວາມ​ຮູ້ສຶກ​ນີ້​ກໍ​ເປັນ​ພຽງ​ຈຸດ​ເລີ່ມ​ຕົ້ນ​ຂອງ​ການ​ມີ​ຄວາມ​ຮັກ​ແທ້​ຕໍ່​ພະອົງ. ແກ່ນ​ໝາກ​ແອັບເປິນ​ຖື​ວ່າ​ເປັນ​ສິ່ງ​ຈຳເປັນ​ເພື່ອ​ຈະ​ເຕີບ​ໃຫຍ່​ເປັນ​ຕົ້ນ​ແອັບເປິນ​ທີ່​ເກີດ​ດອກ​ອອກ​ໝາກ. ຖ້າ​ເຈົ້າ​ຢາກ​ໄດ້​ໝາກ​ແອັບເປິນ​ໜ່ວຍ​ໜຶ່ງ ເຈົ້າ​ຈະ​ພໍ​ໃຈ​ບໍ​ຖ້າ​ມີ​ຄົນ​ຍື່ນ​ແຕ່​ແກ່ນ​ມັນ​ໃຫ້​ເຈົ້າ? ແນ່ນອນ​ວ່າ​ບໍ່​ພໍ​ໃຈ! ຄ້າຍ​ກັນ ການ​ທີ່​ເຮົາ​ຮູ້ສຶກ​ວ່າ​ຮັກ​ພະ​ເຢໂຫວາ​ພະເຈົ້າ​ກໍ​ເປັນ​ພຽງ​ການ​ເລີ່ມ​ຕົ້ນ. ຄຳພີ​ໄບເບິນ​ສອນ​ວ່າ “ອັນ​ນີ້​ເປັນ​ຄວາມ​ຮັກ​ແກ່​ພະເຈົ້າ ຄື​ວ່າ​ໃຫ້​ເຮົາ​ທັງ​ຫຼາຍ​ຖື​ຮັກສາ​ຄຳ​ສັ່ງ​ທັງ​ຫຼາຍ​ແຫ່ງ​ພະອົງ ແລະ​ຄຳ​ສັ່ງ​ທັງ​ຫຼາຍ​ແຫ່ງ​ພະອົງ​ກໍ​ບໍ່​ຍາກ.” (1 ໂຢຮັນ 5:3) ເພື່ອ​ຈະ​ເປັນ​ຄວາມ​ຮັກ​ແທ້ ຄວາມ​ຮັກ​ທີ່​ເຮົາ​ມີ​ຕໍ່​ພະເຈົ້າ​ຕ້ອງ​ເກີດ​ຜົນ​ທີ່​ດີ. ຄວາມ​ຮັກ​ນັ້ນ​ຕ້ອງ​ສະແດງ​ອອກ​ໂດຍ​ການ​ກະທຳ.—ມັດທາຍ 7:16-20.

8, 9. ເຮົາ​ຈະ​ສະແດງ​ຄວາມ​ຮັກ​ແລະ​ຄວາມ​ຮູ້​ບຸນ​ຄຸນ​ຕໍ່​ພະເຈົ້າ​ໄດ້​ແນວ​ໃດ?

8 ເຮົາ​ສະແດງ​ຄວາມ​ຮັກ​ຕໍ່​ພະເຈົ້າ​ເມື່ອ​ເຮົາ​ປະຕິບັດ​ຕາມ​ຂໍ້​ຄຳ​ສັ່ງ​ແລະ​ນຳ​ໃຊ້​ຫຼັກ​ການ​ຕ່າງໆຂອງ​ພະອົງ. ການ​ເຮັດ​ແບບ​ນັ້ນ​ບໍ່​ຍາກ​ເກີນ​ໄປ. ແທນ​ທີ່​ຈະ​ຍາກ ພະ​ເຢໂຫວາ​ອອກ​ກົດ​ໝາຍ​ເພື່ອ​ຊ່ວຍ​ເຮົາ​ໃຫ້​ມີ​ຊີວິດ​ທີ່​ດີ ມີ​ຄວາມ​ສຸກ​ແລະ​ມີ​ຄວາມ​ອີ່ມ​ໃຈ. (ເອຊາອີ 48:17) ໂດຍ​ການ​ດຳເນີນ​ຊີວິດ​ຕາມ​ການ​ຊີ້​ນຳ​ຂອງ​ພະ​ເຢໂຫວາ ເຮົາ​ສະແດງ​ໃຫ້​ພໍ່​ທີ່​ຢູ່​ໃນ​ສະຫວັນ​ເຫັນ​ວ່າ​ເຮົາ​ຮູ້​ບຸນ​ຄຸນ​ຢ່າງ​ແທ້​ຈິງ​ຕໍ່​ທຸກ​ສິ່ງ​ທີ່​ພະອົງ​ເຮັດ​ເພື່ອ​ເຮົາ. ເປັນ​ຕາ​ເສຍດາຍ ໃນ​ໂລກ​ທຸກ​ມື້​ນີ້​ມີ​ໜ້ອຍ​ຄົນ​ເປັນ​ແນວ​ນັ້ນ. ເຮົາ​ບໍ່​ຢາກ​ເປັນ​ຄົນ​ບໍ່​ຮູ້ຈັກ​ບຸນ​ຄຸນ​ຄື​ກັບ​ບາງ​ຄົນ​ທີ່​ຢູ່​ໃນ​ສະໄໝ​ທີ່​ພະ​ເຍຊູ​ຢູ່​ແຜ່ນດິນ​ໂລກ. ພະ​ເຍຊູ​ປິ່ນປົວ​ຄົນ​ຂີ້ທູດ​ສິບ​ຄົນ ແຕ່​ວ່າ​ມີ​ພຽງ​ຄົນ​ດຽວ ທີ່​ກັບ​ມາ​ຂອບໃຈ. (ລືກາ 17:12-17) ແນ່ນອນ​ວ່າ​ເຮົາ​ຢາກ​ເປັນ​ຄື​ຄົນ​ທີ່​ຮູ້​ບຸນ​ຄຸນ ບໍ່​ຢາກ​ເປັນ​ຄື​ເກົ້າ​ຄົນ​ນັ້ນ!

9 ເຮົາ​ຕ້ອງ​ປະຕິບັດ​ຕາມ​ຂໍ້​ຄຳ​ສັ່ງ​ອັນ​ໃດ​ຂອງ​ພະ​ເຢໂຫວາ? ເຮົາ​ໄດ້​ສຶກສາ​ໄປ​ຫຼາຍ​ຂໍ້​ແລ້ວ​ໃນ​ປຶ້ມ​ນີ້ ແຕ່​ຂໍ​ໃຫ້​ທົບ​ທວນ​ບາງ​ຂໍ້. ການ​ປະຕິບັດ​ຕາມ​ຂໍ້​ຄຳ​ສັ່ງ​ຂອງ​ພະ​ເຢໂຫວາ​ຈະ​ຊ່ວຍ​ເຮົາ​ໃຫ້​ຮັກສາ​ຕົວ​ໄວ້​ໃນ​ຄວາມ​ຮັກ​ຂອງ​ພະ​ເຢໂຫວາ​ຕໍ່​ໄປ.

ຈົ່ງ​ຫຍັບ​ເຂົ້າ​ໃກ້​ພະ​ເຢໂຫວາ​ໃຫ້​ຫຼາຍ​ກວ່າ​ເກົ່າ

10. ຂໍ​ໃຫ້​ອະທິບາຍ​ເຫດຜົນ​ທີ່​ການ​ຮັບ​ເອົາ​ຄວາມ​ຮູ້​ເລື່ອງ​ພະ​ເຢໂຫວາ​ພະເຈົ້າ​ຕໍ່ໆໄປ​ເປັນ​ສິ່ງ​ສຳຄັນ.

10 ການ​ຮຽນ​ຮູ້​ເລື່ອງ​ພະ​ເຢໂຫວາ​ເປັນ​ຂັ້ນ​ຕອນ​ສຳຄັນ​ທີ່​ຈະ​ໃຫ້​ເຮົາ​ຫຍັບ​ເຂົ້າ​ໃກ້​ພະອົງ​ຫຼາຍ​ກວ່າ​ເກົ່າ. ການ​ຫຍັບ​ເຂົ້າ​ໃກ້​ພະ​ເຢໂຫວາ​ເປັນ​ຂັ້ນ​ຕອນ​ທີ່​ຄວນ​ດຳເນີນ​ແບບ​ຕໍ່​ເນື່ອງ. ຖ້າ​ເຈົ້າ​ນັ່ງ​ຝີງ​ໄຟ​ຢູ່​ນອກ​ເຮືອນ​ໃນ​ຄືນ​ທີ່​ໜາວ​ຫຼາຍ ເຈົ້າ​ຈະ​ປ່ອຍ​ໃຫ້​ໄຟ​ຮ້ວຍ​ລົງ​ຈົນ​ດັບ​ໄປ​ບໍ? ບໍ່. ເຈົ້າ​ຈະ​ຕື່ມ​ຟືນ​ເພື່ອ​ໃຫ້​ໄຟ​ລຸກ​ແລະ​ຮ້ອນ​ຢູ່​ຕະຫຼອດ. ຊີວິດ​ຂອງ​ເຈົ້າ​ຂຶ້ນ​ຢູ່​ກັບ​ການ​ເຮັດ​ເຊັ່ນ​ນັ້ນ! ຟືນ​ເປັນ​ເຊື້ອ​ເພີງ​ທີ່​ເຮັດ​ໃຫ້​ໄຟ​ລຸກ​ເຊັ່ນ​ໃດ “ຄວາມ​ຮູ້ຈັກ​ພະເຈົ້າ” ກໍ​ເຮັດ​ໃຫ້​ຄວາມ​ຮັກ​ທີ່​ເຮົາ​ມີ​ຕໍ່​ພະ​ເຢໂຫວາ​ແຮງ​ກ້າ​ຂຶ້ນ​ເຊັ່ນ​ນັ້ນ.—ສຸພາສິດ 2:1-5.

ຜູ້ຊາຍຄົນໜຶ່ງກຳລັງນັ່ງຝີງໄຟແລະຕື່ມຟືນໃສ່ໄຟ

ເຊັ່ນ​ດຽວ​ກັບ​ໄຟ​ຄວາມ​ຮັກ​ທີ່​ເຈົ້າ​ມີ​ຕໍ່​ພະ​ເຢໂຫວາ​ຕ້ອງ​ໄດ້​ຮັບ​ເຊື້ອ​ໄຟ​ເພື່ອ​ຈະ​ລຸກ​ຢູ່​ຕະຫຼອດ

11. ຄຳ​ສອນ​ຂອງ​ພະ​ເຍຊູ​ສົ່ງ​ຜົນ​ແນວ​ໃດ​ຕໍ່​ພວກ​ລູກ​ສິດ?

11 ພະ​ເຍຊູ​ຢາກ​ໃຫ້​ພວກ​ລູກ​ສິດ​ຮັກສາ​ຄວາມ​ຮັກ​ທີ່​ມີ​ຕໍ່​ພະ​ເຢໂຫວາ​ແລະ​ຕໍ່​ພະ​ຄຳ​ທີ່​ປະກອບ​ດ້ວຍ​ຄວາມ​ຈິງ​ອັນ​ລ້ຳ​ຄ່າ​ໃຫ້​ຄົງ​ຢູ່​ແລະ​ແຮງ​ກ້າ​ຕໍ່ໆໄປ. ຫຼັງ​ການ​ຄືນ​ມາ​ຈາກ​ຕາຍ ພະ​ເຍຊູ​ໄດ້​ສອນ​ລູກ​ສິດ​ສອງ​ຄົນ​ກ່ຽວ​ກັບ​ຄຳ​ພະຍາກອນ​ບາງ​ຂໍ້​ໃນ​ພະ​ຄຳພີ​ພາກ​ພາສາ​ເຫບເລີ​ເຊິ່ງ​ສຳເລັດ​ເປັນ​ຈິງ​ໃນ​ພະອົງ. ຜົນ​ເປັນ​ແນວ​ໃດ? ເຂົາ​ເຈົ້າ​ທັງ​ສອງ​ໄດ້​ເວົ້າ​ໃນ​ເວລາ​ຕໍ່​ມາ​ວ່າ “ເມື່ອ​ພະອົງ​ໄດ້​ປາກ​ກັບ​ຫມູ່​ເຮົາ​ໃນ​ຫົນ​ທາງ ແກ້ໄຂ​ພະ​ຄຳພີ​ໃຫ້​ຫມູ່​ເຮົາ​ຟັງ ໃຈ​ຂອງ​ເຮົາ​ບໍ່​ເຜົາ​ຮ້ອນ​ໃນ​ຕົວ​ເຮົາ​ຫຼື?”—ລືກາ 24:32.

12, 13. (ກ) ທ່າມກາງ​ມະນຸດ​ສ່ວນ​ຫຼາຍ​ໃນ​ທຸກ​ມື້​ນີ້ ຄວາມ​ຮັກ​ທີ່​ມີ​ຕໍ່​ພະເຈົ້າ​ແລະ​ຕໍ່​ຄຳພີ​ໄບເບິນ​ເປັນ​ແນວ​ໃດ? (ຂ) ເຮົາ​ຈະ​ປ້ອງກັນ​ບໍ່​ໃຫ້​ຄວາມ​ຮັກ​ຂອງ​ເຮົາ​ເຢັນ​ລົງ​ໄດ້​ແນວ​ໃດ?

12 ເມື່ອ​ເຈົ້າ​ຫາ​ກໍ​ເລີ່ມ​ຮຽນ​ສິ່ງ​ທີ່​ຄຳພີ​ໄບເບິນ​ສອນ​ແທ້ໆ ເຈົ້າ​ສັງເກດ​ບໍ​ວ່າ​ຫົວໃຈ​ຂອງ​ເຈົ້າ​ເລີ່ມ​ລຸກ​ໄໝ້​ດ້ວຍ​ຄວາມ​ຍິນດີ ຄວາມ​ກະຕືລືລົ້ນ ແລະ​ຄວາມ​ຮັກ​ຕໍ່​ພະເຈົ້າ? ຕ້ອງ​ເປັນ​ແນວ​ນັ້ນ​ແທ້ໆ. ຫຼາຍ​ຄົນ​ກໍ​ຮູ້ສຶກ​ເຊັ່ນ​ນັ້ນ. ສິ່ງ​ທີ່​ຍາກ​ໃນ​ຕອນ​ນີ້​ກໍ​ຄື​ການ​ຮັກສາ​ຄວາມ​ຮັກ​ທີ່​ແຮງ​ກ້າ​ນັ້ນ​ໃຫ້​ມີ​ຢູ່​ຕໍ່​ໄປ​ແລະ​ຊ່ວຍ​ໃຫ້​ຄວາມ​ຮັກ​ນັ້ນ​ເຕີບ​ໃຫຍ່​ຂຶ້ນ. ເຮົາ​ບໍ່​ຢາກ​ຕິດ​ຕາມ​ແນວ​ທາງ​ຂອງ​ໂລກ​ໃນ​ທຸກ​ມື້​ນີ້. ພະ​ເຍຊູ​ບອກ​ລ່ວງ​ໜ້າ​ວ່າ “ຄວາມ​ຮັກ​ແຫ່ງ​ຄົນ​ຫຼາຍ​ຄົນ​ຈະ​ເຢັນ​ລົງ​ໄປ.” (ມັດທາຍ 24:12) ເຈົ້າ​ເອງ​ຈະ​ປ້ອງກັນ​ແນວ​ໃດ​ເພື່ອ​ບໍ່​ໃຫ້​ຄວາມ​ຮັກ​ທີ່​ມີ​ຕໍ່​ພະ​ເຢໂຫວາ​ແລະ​ຕໍ່​ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ​ເຢັນ​ລົງ?

13 ຈົ່ງ​ຮັບ​ເອົາ​ຄວາມ​ຮູ້​ກ່ຽວ​ກັບ​ພະ​ເຢໂຫວາ​ພະເຈົ້າ​ແລະ​ພະ​ເຍຊູ​ຄລິດ​ຕໍ່ໆໄປ. (ໂຢຮັນ 17:3) ຄົ້ນ​ຄຶດ​ຫຼື​ໄຕ່ຕອງ​ສິ່ງ​ທີ່​ໄດ້​ຮຽນ​ຮູ້​ຈາກ​ພະ​ຄຳ​ຂອງ​ພະເຈົ້າ ພ້ອມ​ນັ້ນ​ໃຫ້​ຖາມ​ຕົວ​ເອງ​ວ່າ ‘ເລື່ອງ​ນີ້​ສອນ​ຫຍັງ​ຂ້ອຍ​ກ່ຽວ​ກັບ​ພະ​ເຢໂຫວາ​ພະເຈົ້າ? ມີ​ເຫດຜົນ​ອັນ​ໃດ​ອີກ​ທີ່​ຈະ​ເຮັດ​ໃຫ້​ຂ້ອຍ​ຮັກ​ພະອົງ​ດ້ວຍ​ສຸດ​ໃຈ ສຸດ​ຈິດ ແລະ​ສຸດ​ຄວາມ​ຄຶດ​ຂອງ​ຂ້ອຍ?’ (1 ຕີໂມເຕ 4:15) ການ​ຄົ້ນ​ຄຶດ​ແບບ​ນີ້​ຈະ​ຊ່ວຍ​ເຮົາ​ໃຫ້​ມີ​ຄວາມ​ຮັກ​ທີ່​ແຮງ​ກ້າ​ຕໍ່​ພະ​ເຢໂຫວາ​ສະເໝີ.

14. ການ​ອະທິດຖານ​ຈະ​ຊ່ວຍ​ເຮົາ​ໃຫ້​ຮັກສາ​ຄວາມ​ຮັກ​ທີ່​ມີ​ຕໍ່​ພະ​ເຢໂຫວາ​ໄວ້​ຕໍ່ໆໄປ​ໄດ້​ແນວ​ໃດ?

14 ອີກ​ວິທີ​ໜຶ່ງ​ທີ່​ຈະ​ຊ່ວຍ​ໃຫ້​ເຈົ້າ​ມີ​ຄວາມ​ຮັກ​ທີ່​ແຮງ​ກ້າ​ຕໍ່​ພະ​ເຢໂຫວາ​ສະເໝີ​ຄື​ການ​ອະທິດຖານ​ເປັນ​ປະຈຳ. (1 ເທຊະໂລນີກ 5:17) ໃນ​ບົດ​ທີ 17 ຂອງ​ປຶ້ມ​ນີ້ ເຮົາ​ໄດ້​ຮຽນ​ຮູ້​ວ່າ​ການ​ອະທິດຖານ​ເປັນ​ຂອງ​ປະທານ​ອັນ​ລ້ຳ​ຄ່າ​ຈາກ​ພະເຈົ້າ. ເຊັ່ນ​ດຽວ​ກັບ​ສາຍ​ສຳພັນ​ຂອງ​ມະນຸດ​ຈະ​ງອກ​ງາມ​ຂຶ້ນ​ໄດ້​ກໍ​ຍ້ອນ​ມີ​ການ​ເວົ້າ​ລົມ​ກັນ​ເປັນ​ປະຈຳ​ໂດຍ​ບໍ່​ຈຳກັດ ສາຍ​ສຳພັນ​ທີ່​ເຮົາ​ມີ​ຕໍ່​ພະ​ເຢໂຫວາ​ກໍ​ຈະ​ແໜ້ນແຟ້ນ​ແລະ​ຄົງ​ຢູ່​ຕໍ່​ໄປ​ເມື່ອ​ເຮົາ​ອະທິດຖານ​ເຖິງ​ພະອົງ​ເປັນ​ປະຈຳ. ເປັນ​ສິ່ງ​ສຳຄັນ​ທີ່​ເຮົາ​ຈະ​ບໍ່​ອະທິດຖານ​ແບບ​ພໍ​ເປັນ​ພິທີ ຄື​ເປັນ​ຄຳ​ເວົ້າ​ທີ່​ເວົ້າ​ຊ້ຳ​ຊາກ​ຄື​ກັນ​ທຸກ​ມື້​ໂດຍ​ບໍ່​ມີ​ຄວາມ​ຮູ້ສຶກ​ຫຼື​ບໍ່​ມີ​ຄວາມ​ໝາຍ​ອັນ​ໃດ​ເລີຍ. ເຮົາ​ຕ້ອງ​ເວົ້າ​ກັບ​ພະ​ເຢໂຫວາ​ຄື​ກັບ​ລູກ​ເວົ້າ​ກັບ​ພໍ່​ຜູ້​ທີ່​ຕົນ​ຮັກ. ແນ່ນອນ ເຮົາ​ຢາກ​ເວົ້າ​ກັບ​ພະ​ເຢໂຫວາ​ດ້ວຍ​ຄວາມ​ນັບຖື ແຕ່​ກໍ​ເວົ້າ​ແບບ​ເປີດ​ໃຈ ແບບ​ຈິງ​ໃຈ ແລະ​ເວົ້າ​ອອກ​ມາ​ຈາກ​ຫົວໃຈ. (ຄຳເພງ 62:8) ແມ່ນ​ແລ້ວ ການ​ສຶກສາ​ຄຳພີ​ໄບເບິນ​ເປັນ​ສ່ວນ​ຕົວ​ແລະ​ການ​ອະທິດຖານ​ດ້ວຍ​ຄວາມ​ຮູ້ສຶກ​ຈາກ​ໃຈ​ເປັນ​ສິ່ງ​ສຳຄັນ​ໃນ​ການ​ນະມັດສະການ​ຂອງ​ເຮົາ ແລະ​ນັ້ນ​ຈະ​ຊ່ວຍ​ເຮົາ​ໃຫ້​ຮັກສາ​ຕົວ​ໄວ້​ໃນ​ຄວາມ​ຮັກ​ຂອງ​ພະເຈົ້າ​ຕໍ່ໆໄປ.

ພົບ​ຄວາມ​ຍິນດີ​ໃນ​ການ​ນະມັດສະການ

15, 16. ເປັນ​ຫຍັງ​ຈຶ່ງ​ຖືກຕ້ອງ​ທີ່​ຈະ​ຖື​ວ່າ​ການ​ປະກາດ​ເລື່ອງ​ລາຊະອານາຈັກ​ເປັນ​ສິດທິ​ພິເສດ​ແລະ​ເປັນ​ຊັບ​ສົມບັດ?

15 ການ​ສຶກສາ​ສ່ວນ​ຕົວ​ແລະ​ການ​ອະທິດຖານ​ເປັນ​ວິທີ​ນະມັດສະການ​ທີ່​ເຮົາ​ອາດ​ເຮັດ​ເປັນ​ສ່ວນ​ຕົວ. ແຕ່​ຕອນ​ນີ້​ຂໍ​ໃຫ້​ພິຈາລະນາ​ການ​ນະມັດສະການ​ໃນ​ແບບ​ທີ່​ເຮົາ​ເຮັດ​ຢ່າງ​ເປີດ​ເຜີຍ ຄື​ການ​ເວົ້າ​ກັບ​ຄົນ​ອື່ນ​ເລື່ອງ​ຄວາມ​ເຊື່ອ​ຂອງ​ເຮົາ. ເຈົ້າ​ໄດ້​ແບ່ງ​ປັນ​ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ​ໃຫ້​ກັບ​ຄົນ​ອື່ນ​ແລ້ວ​ບໍ? ຖ້າ​ໄດ້​ເຮັດ​ແລ້ວ ເຈົ້າ​ກໍ​ມີ​ສິດທິ​ພິເສດ​ອັນ​ດີ​ເລີດ. (ລືກາ 1:74) ເມື່ອ​ເຮົາ​ແບ່ງ​ປັນ​ຄວາມ​ຈິງ​ທີ່​ໄດ້​ຮຽນ​ຮູ້​ກ່ຽວ​ກັບ​ພະ​ເຢໂຫວາ​ພະເຈົ້າ ເຮົາ​ກຳລັງ​ເຮັດ​ໜ້າ​ທີ່​ມອບ​ໝາຍ​ທີ່​ສຳຄັນ​ທີ່​ສຸດ​ເຊິ່ງ​ໄດ້​ມອບ​ໄວ້​ແກ່​ຄລິດສະຕຽນ​ແທ້​ທຸກ​ຄົນ ນັ້ນ​ຄື​ການ​ປະກາດ​ຂ່າວ​ດີ​ເລື່ອງ​ລາຊະອານາຈັກ​ຂອງ​ພະເຈົ້າ.—ມັດທາຍ 24:14; 28:19, 20.

16 ອັກຄະສາວົກ​ໂປໂລ​ຖື​ວ່າ​ວຽກ​ຮັບໃຊ້​ຂອງ​ລາວ​ເປັນ​ສິ່ງ​ທີ່​ມີ​ຄ່າ ໂດຍ​ເອີ້ນ​ວຽກ​ນີ້​ວ່າ​ເປັນ​ຊັບ​ສົມບັດ. (2 ໂກລິນໂທ 4:7) ການ​ເວົ້າ​ກັບ​ຄົນ​ອື່ນ​ເລື່ອງ​ພະ​ເຢໂຫວາ​ພະເຈົ້າ​ແລະ​ຈຸດ​ປະສົງ​ຕ່າງໆຂອງ​ພະອົງ​ເປັນ​ວຽກ​ດີ​ທີ່​ສຸດ​ທີ່​ເຮົາ​ສາມາດ​ເຮັດ​ໄດ້. ການ​ເວົ້າ​ແບບ​ນີ້​ເປັນ​ການ​ຮັບໃຊ້​ນາຍ​ຜູ້​ທີ່​ດີ​ທີ່​ສຸດ​ແລະ​ວຽກ​ນີ້​ໃຫ້​ຜົນ​ຕອບ​ແທນ​ດີ​ກວ່າ​ວຽກ​ໃດໆ. ໂດຍ​ການ​ເຂົ້າ​ຮ່ວມ​ໃນ​ວຽກ​ນີ້ ເຈົ້າ​ເອງ​ກຳລັງ​ຊ່ວຍ​ຄົນ​ທີ່​ມີ​ໃຈ​ສັດ​ຊື່​ໃຫ້​ຫຍັບ​ເຂົ້າ​ໃກ້​ພໍ່​ຂອງ​ເຮົາ​ທີ່​ຢູ່​ໃນ​ສະຫວັນ​ແລະ​ໃຫ້​ເຂົາ​ເຈົ້າ​ເລີ່ມ​ຍ່າງ​ຢູ່​ໃນ​ເສັ້ນ​ທາງ​ທີ່​ນຳ​ໄປ​ສູ່​ຊີວິດ​ຕະຫຼອດ​ໄປ! ມີ​ວຽກ​ໃດ​ອີກ​ບໍ​ທີ່​ເປັນ​ຕາ​ອີ່ມ​ໃຈ​ຫຼາຍ​ກວ່າ​ນີ້? ນອກ​ຈາກ​ນັ້ນ ການ​ໃຫ້​ຄຳ​ພະຍານ​ເລື່ອງ​ພະ​ເຢໂຫວາ​ແລະ​ພະ​ຄຳ​ຂອງ​ພະອົງ​ກໍ​ເພີ່ມ​ຄວາມ​ເຊື່ອ​ແລະ​ຄວາມ​ຮັກ​ທີ່​ເຈົ້າ​ມີ​ຕໍ່​ພະອົງ​ໃຫ້​ໝັ້ນ​ຄົງ​ຫຼາຍ​ຂຶ້ນ. ພະ​ເຢໂຫວາ​ຖື​ວ່າ​ຄວາມ​ພະຍາຍາມ​ຂອງ​ເຈົ້າ​ມີ​ຄ່າ​ແທ້ໆ. (ເຫບເລີ 6:10) ການ​ເຮັດ​ວຽກ​ດັ່ງ​ກ່າວ​ນີ້​ຢ່າງ​ຫ້າວຫັນ​ຈະ​ຊ່ວຍ​ເຈົ້າ​ໃຫ້​ຮັກສາ​ຕົວ​ໄວ້​ໃນ​ຄວາມ​ຮັກ​ຂອງ​ພະ​ເຢໂຫວາ​ຕໍ່ໆໄປ.—1 ໂກລິນໂທ 15:58.

17. ເປັນ​ຫຍັງ​ການ​ປະກາດ​ຂອງ​ຄລິດສະຕຽນ​ຈຶ່ງ​ເປັນ​ວຽກ​ທີ່​ຮີບ​ດ່ວນ?

17 ເປັນ​ສິ່ງ​ສຳຄັນ​ທີ່​ຈະ​ຈື່​ຈຳ​ໄວ້​ວ່າ​ວຽກ​ການ​ປະກາດ​ເລື່ອງ​ລາຊະອານາຈັກ​ເປັນ​ສິ່ງ​ຮີບ​ດ່ວນ. ຄຳພີ​ໄບເບິນ​ກ່າວ​ວ່າ “ຈົ່ງ​ປະກາດ​ພະ​ຄຳ ຈົ່ງ​ປະກາດ​ຢ່າງ​ຮີບ​ດ່ວນ.” (2 ຕີໂມເຕ 4:2, ລ.ມ.) ເປັນ​ຫຍັງ​ວຽກ​ນີ້​ຈຶ່ງ​ຮີບ​ດ່ວນ​ຫຼາຍ? ພະ​ຄຳ​ຂອງ​ພະເຈົ້າ​ບອກ​ເຮົາ​ວ່າ “ວັນ​ອັນ​ໃຫຍ່​ຂອງ​ພະ​ເຢໂຫວາ​ມາ​ໃກ້​ແລ້ວ. ວັນ​ນັ້ນ​ຫຍັບ​ມາ​ໂດຍ​ເຮວ.” (ໂຊໂຟນີ 1:14) ແມ່ນ​ແລ້ວ ເວລາ​ຈໍ້​ເຂົ້າ​ມາ​ເລື້ອຍໆເມື່ອ​ພະ​ເຢໂຫວາ​ຈະ​ນຳ​ເອົາ​ລະບົບ​ທັງ​ສິ້ນ​ໄປ​ເຖິງ​ຈຸດ​ຈົບ. ຜູ້​ຄົນ​ຈະ​ຕ້ອງ​ໄດ້​ຮັບ​ການ​ເຕືອນ! ເຂົາ​ເຈົ້າ​ຕ້ອງ​ຮູ້​ວ່າ​ບັດ​ນີ້​ເປັນ​ເວລາ​ທີ່​ຕ້ອງ​ເລືອກ​ພະ​ເຢໂຫວາ​ເປັນ​ຜູ້​ປົກຄອງ​ອົງ​ສູງ​ສຸດ. ອະວະສານ “ຈະ​ບໍ່​ຊັກຊ້າ.”—ຫາບາກຸກ 2:3, ທ.ປ.

18. ເປັນ​ຫຍັງ​ເຮົາ​ຈຶ່ງ​ຄວນ​ນະມັດສະການ​ພະ​ເຢໂຫວາ​ຢ່າງ​ເປີດ​ເຜີຍ​ຮ່ວມ​ກັບ​ຄລິດສະຕຽນ​ແທ້?

18 ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ນະມັດສະການ​ພະອົງ​ຢ່າງ​ເປີດ​ເຜີຍ​ຮ່ວມ​ກັບ​ຄລິດສະຕຽນ​ແທ້. ດ້ວຍ​ເຫດ​ນັ້ນ​ພະ​ຄຳ​ຂອງ​ພະອົງ​ຈຶ່ງ​ກ່າວ​ວ່າ “ພວກ​ເຮົາ​ຈົ່ງ​ລະວັງ​ຄຶດ​ເຖິງ​ກັນ​ແລະ​ກັນ ເພື່ອ​ຈະ​ໄດ້​ເຕືອນ​ໃຈ​ກັນ​ໃຫ້​ປົງ​ໃຈ​ຮັກ​ກັນ​ແລະ​ກັນ​ແລະ​ກະທຳ​ການ​ດີ ຢ່າ​ໃຫ້​ປະການ​ຊຸມນຸມ​ກັນ​ນັ້ນ​ເໝືອນ​ດັ່ງ​ຜູ້​ລາງ​ຄົນ​ເຄີຍ​ປະ ແຕ່​ວ່າ​ຈົ່ງ​ເຕືອນ​ສະຕິ​ກັນ​ແລະ​ກັນ ແລະ​ມາກ​ກວ່າ​ນັ້ນ​ອີກ​ເພາະ​ທ່ານ​ທັງ​ຫຼາຍ​ເຫັນ​ວ່າ​ວັນ​ນັ້ນ​ພວມ​ຫຍັບ​ເຂົ້າ​ມາ.” (ເຫບເລີ 10:24, 25) ເມື່ອ​ຊຸມນຸມ​ກັບ​ເພື່ອນ​ຮ່ວມ​ຄວາມ​ເຊື່ອ​ຢູ່​ການ​ປະຊຸມ​ຄລິດສະຕຽນ ເຮົາ​ມີ​ໂອກາດ​ອັນ​ດີ​ເລີດ​ທີ່​ຈະ​ສັນລະເສີນ​ແລະ​ນະມັດສະການ​ພະເຈົ້າ​ທີ່​ເຮົາ​ຮັກ. ນອກ​ຈາກ​ນີ້ ການ​ປະຊຸມ​ຍັງ​ເປັນ​ໂອກາດ​ທີ່​ເຮົາ​ຈະ​ເສີມ​ສ້າງ​ແລະ​ຫນູນ​ໃຈ​ກັນ​ແລະ​ກັນ.

19. ເຮົາ​ຈະ​ສ້າງ​ຄວາມ​ຮັກ​ຄວາມ​ຜູກ​ພັນ​ໃນ​ປະຊາຄົມ​ຄລິດສະຕຽນ​ໃຫ້​ແໜ້ນແຟ້ນ​ຂຶ້ນ​ໄດ້​ແນວ​ໃດ?

19 ໃນ​ຂະນະ​ທີ່​ຄົບຫາ​ກັບ​ຄົນ​ອື່ນໆທີ່​ນະມັດສະການ​ພະ​ເຢໂຫວາ ເຮົາ​ກຳລັງ​ສ້າງ​ຄວາມ​ຮັກ​ຄວາມ​ຜູກ​ພັນ​ແລະ​ມິດຕະພາບ​ໃນ​ປະຊາຄົມ​ໃຫ້​ແໜ້ນແຟ້ນ​ຂຶ້ນ. ເປັນ​ສິ່ງ​ສຳຄັນ​ທີ່​ເຮົາ​ຈະ​ຊອກ​ເບິ່ງ​ຈຸດ​ດີ​ຂອງ​ກັນ​ແລະ​ກັນ ຄື​ກັບ​ທີ່​ພະ​ເຢໂຫວາ​ຊອກ​ເບິ່ງ​ຈຸດ​ດີ​ໃນ​ໂຕ​ເຮົາ. ຢ່າ​ຄາດ​ໝາຍ​ຄວາມ​ສົມບູນ​ພ້ອມ​ຈາກ​ເພື່ອນ​ຮ່ວມ​ຄວາມ​ເຊື່ອ. ຂໍ​ໃຫ້​ຈື່​ວ່າ​ເຮົາ​ແຕ່​ລະ​ຄົນ​ພັດທະນາ​ຄວາມ​ເຊື່ອ​ໃນ​ລະດັບ​ທີ່​ຕ່າງ​ກັນ​ແລະ​ເຮົາ​ແຕ່​ລະ​ຄົນ​ກໍ​ຜິດ​ພາດ​ໄດ້. (ໂກໂລດ 3:13) ຈົ່ງ​ພະຍາຍາມ​ຄົບຫາ​ເປັນ​ເພື່ອນ​ກັບ​ຜູ້​ທີ່​ຮັກ​ພະ​ເຢໂຫວາ​ຢ່າງ​ແຮງ​ກ້າ ແລ້ວ​ເຮົາ​ຈະ​ພົບ​ວ່າ​ຕົວ​ເອງ​ກ້າວ​ໜ້າ​ທາງ​ຝ່າຍ​ວິນຍານ. ແມ່ນ​ແລ້ວ ການ​ນະມັດສະການ​ພະ​ເຢໂຫວາ​ຮ່ວມ​ກັບ​ພີ່​ນ້ອງ​ຊາຍ​ຍິງ​ທີ່​ມີ​ຄວາມ​ເຊື່ອ​ແບບ​ດຽວ​ກັນ​ຈະ​ຊ່ວຍ​ເຮົາ​ໃຫ້​ຮັກສາ​ຕົວ​ໄວ້​ໃນ​ຄວາມ​ຮັກ​ຂອງ​ພະເຈົ້າ. ພະ​ເຢໂຫວາ​ຈະ​ມອບ​ລາງວັນ​ອັນ​ໃດ​ໃຫ້​ຜູ້​ທີ່​ນະມັດສະການ​ພະອົງ​ດ້ວຍ​ຄວາມ​ສັດ​ຊື່​ແລະ​ຮັກສາ​ຕົວ​ໄວ້​ໃນ​ຄວາມ​ຮັກ​ຂອງ​ພະອົງ?

ບາກບັ່ນ​ພະຍາຍາມ​ເພື່ອ​ຈະ​ໄດ້ “ຊີວິດ​ອັນ​ແທ້”[1 ຕີໂມເຕ 6:19]

20, 21. “ຊີວິດ​ອັນ​ແທ້” ແມ່ນ​ຫຍັງ ແລະ​ເປັນ​ຫຍັງ​ຈຶ່ງ​ເປັນ​ຄວາມ​ຫວັງ​ທີ່​ດີ​ເລີດ?

20 ພະ​ເຢໂຫວາ​ໃຫ້​ຊີວິດ​ເປັນ​ລາງວັນ​ສຳລັບ​ຜູ້​ຮັບໃຊ້​ທີ່​ສັດ​ຊື່​ຂອງ​ພະອົງ ແຕ່​ເປັນ​ຊີວິດ​ແບບ​ໃດ? ຕອນ​ນີ້​ເຈົ້າ​ມີ​ຊີວິດ​ແທ້ໆບໍ? ເຮົາ​ສ່ວນ​ຫຼາຍ​ຈະ​ຕອບ​ວ່າ​ແມ່ນ. ທີ່​ຈິງ ເຮົາ​ຫັນ​ໃຈ ເຮົາ​ກິນ​ເຂົ້າ​ແລະ​ດື່ມ​ນ້ຳ. ແນ່ນອນ​ວ່າ​ເຮົາ​ມີ​ຊີວິດ​ຢູ່. ແລະ​ຕອນ​ທີ່​ເຮົາ​ມີ​ຄວາມ​ສຸກ​ຫຼາຍໆເຮົາ​ອາດ​ເວົ້າ​ວ່າ “ນີ້​ແຫຼະ​ຄື​ຊີວິດ​ແທ້ໆ!” ແຕ່​ຄຳພີ​ໄບເບິນ​ບອກ​ໃນ​ແງ່​ໜຶ່ງ​ທີ່​ສຳຄັນ ຄື​ວ່າ​ບໍ່​ມີ​ມະນຸດ​ຄົນ​ໃດ​ໃນ​ທຸກ​ມື້​ນີ້​ມີ​ຊີວິດ​ແທ້ໆ.

ຄອບຄົວໜຶ່ງກຳລັງມີຄວາມສຸກໃນອຸທິຍານເທິງໂລກ

ພະ​ເຢໂຫວາ​ຢາກ​ໃຫ້​ເຈົ້າ​ໄດ້​ຮັບ “ຊີວິດ​ອັນ​ແທ້.” ເຈົ້າ​ຢາກ​ໄດ້​ບໍ?

21 ພະ​ຄຳ​ຂອງ​ພະເຈົ້າ​ກະຕຸ້ນ​ເຕືອນ​ເຮົາ​ໃຫ້ “ກຳ​ເອົາ​ຖື​ຊີວິດ​ອັນ​ແທ້​ນັ້ນ.” (1 ຕີໂມເຕ 6:19) ຖ້ອຍຄຳ​ດັ່ງ​ກ່າວ​ຊີ້​ບອກ​ວ່າ “ຊີວິດ​ອັນ​ແທ້” ເປັນ​ສິ່ງ​ທີ່​ເຮົາ​ຫວັງ​ວ່າ​ຈະ​ໄດ້​ຮັບ​ໃນ​ອະນາຄົດ. ແມ່ນ​ແລ້ວ ເມື່ອ​ສົມບູນ​ແບບ​ເຮົາ​ຈະ​ມີ​ຊີວິດ​ໃນ​ຄວາມ​ໝາຍ​ທີ່​ຄົບ​ຖ້ວນ​ທີ່​ສຸດ​ຂອງ​ຖ້ອຍຄຳ​ນີ້ ເນື່ອງ​ຈາກ​ເຮົາ​ຈະ​ມີ​ຊີວິດ​ຢູ່​ໃນ​ແບບ​ທີ່​ພະເຈົ້າ​ມຸ່ງ​ໝາຍ​ໄວ້​ຕັ້ງ​ແຕ່​ຕອນ​ທຳອິດ. ເມື່ອ​ເຮົາ​ມີ​ຊີວິດ​ຢູ່​ແຜ່ນດິນ​ໂລກ​ທີ່​ເປັນ​ອຸທິຍານ​ພ້ອມ​ທັງ​ມີ​ສຸຂະພາບ​ທີ່​ແຂງແຮງ ມີ​ຄວາມ​ສະຫງົບ ແລະ​ມີ​ຄວາມ​ສຸກ ໃນ​ທີ່​ສຸດ​ເຮົາ​ຈະ​ມ່ວນ​ຊື່ນ​ກັບ “ຊີວິດ​ອັນ​ແທ້” ເຊິ່ງ​ກໍ​ຄື​ຊີວິດ​ຕະຫຼອດ​ໄປ. (1 ຕີໂມເຕ 6:12) ນີ້​ເປັນ​ຄວາມ​ຫວັງ​ທີ່​ວິເສດ​ບໍ່​ແມ່ນ​ບໍ?

22. ເຮົາ​ຈະ “ກຳ​ເອົາ​ຖື​ຊີວິດ​ອັນ​ແທ້​ນັ້ນ” ໄດ້​ແນວ​ໃດ?

22 ເຮົາ​ຈະ “ກຳ​ເອົາ​ຖື​ຊີວິດ​ອັນ​ແທ້​ນັ້ນ” ໄດ້​ແນວ​ໃດ? ຈາກ​ຂໍ້​ຄວາມ​ໃນ​ພະ​ຄຳພີ​ບົດ​ດຽວ​ກັນ ໂປໂລ​ກະຕຸ້ນ​ເຕືອນ​ຄລິດສະຕຽນ “ໃຫ້​ກະທຳ​ການ​ດີ” ແລະ “ເປັນ​ຄົນ​ມັ່ງ​ມີ​ໃນ​ການ​ດີ​ທັງ​ຫຼາຍ.” (1 ຕີໂມເຕ 6:18) ດັ່ງ​ນັ້ນ ປາກົດ​ແຈ້ງ​ວ່າ​ສ່ວນ​ຫຼາຍ​ແລ້ວ​ເລື່ອງ​ນີ້​ຂຶ້ນ​ຢູ່​ກັບ​ວິທີ​ທີ່​ເຮົາ​ນຳ​ໃຊ້​ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ​ທີ່​ເຮົາ​ໄດ້​ຮຽນ​ຮູ້. ແຕ່​ໂປໂລ​ໝາຍ​ຄວາມ​ວ່າ ເຮົາ​ໄດ້ “ຊີວິດ​ອັນ​ແທ້” ເປັນ​ຄື​ຄ່າ​ຈ້າງ ສຳລັບ​ການ​ເຮັດ​ດີ​ບໍ? ບໍ່​ແມ່ນ ເພາະ​ທີ່​ຈິງ​ແລ້ວ​ຄວາມ​ຫວັງ​ອັນ​ດີ​ເລີດ​ດັ່ງ​ກ່າວ​ຂຶ້ນ​ຢູ່​ກັບ​ການ​ທີ່​ເຮົາ​ໄດ້​ຮັບ “ຄວາມ​ກະລຸນາ​ອັນ​ບໍ່​ຄວນ​ໄດ້​ຮັບ” ຈາກ​ພະເຈົ້າ. (ໂລມ 5:15, ລ.ມ.) ຢ່າງ​ໃດ​ກໍ​ຕາມ ພະ​ເຢໂຫວາ​ຍິນດີ​ທີ່​ຈະ​ໃຫ້​ລາງວັນ​ແກ່​ຜູ້​ຮັບໃຊ້​ທີ່​ສັດ​ຊື່​ຂອງ​ພະອົງ. ພະອົງ​ຢາກ​ໃຫ້​ເຈົ້າ​ມີ “ຊີວິດ​ອັນ​ແທ້.” ຊີວິດ​ຕະຫຼອດ​ໄປ​ທີ່​ມີ​ຄວາມ​ສຸກ​ແລະ​ສະຫງົບ​ສຸກ​ດັ່ງ​ກ່າວ​ນັ້ນ​ລໍ​ຖ້າ​ຢູ່​ທາງ​ໜ້າ​ຜູ້​ທີ່​ຮັກສາ​ຕົວ​ໄວ້​ໃນ​ຄວາມ​ຮັກ​ຂອງ​ພະເຈົ້າ​ຕໍ່ໆໄປ.

23. ເປັນ​ຫຍັງ​ການ​ຮັກສາ​ຕົວ​ໄວ້​ໃນ​ຄວາມ​ຮັກ​ຂອງ​ພະເຈົ້າ​ຈຶ່ງ​ເປັນ​ເລື່ອງ​ສຳຄັນ?

23 ເຮົາ​ແຕ່​ລະ​ຄົນ​ຄວນ​ຖາມ​ຕົວ​ເອງ​ວ່າ ‘ຂ້ອຍ​ກຳລັງ​ນະມັດສະການ​ພະເຈົ້າ​ໃນ​ແບບ​ທີ່​ພະອົງ​ກຳນົດ​ໄວ້​ໃນ​ຄຳພີ​ໄບເບິນ​ບໍ?’ ຖ້າ​ແຕ່​ລະ​ມື້​ເຮົາ​ແນ່​ໃຈ​ວ່າ​ເຮົາ​ກຳລັງ​ນະມັດສະການ​ພະເຈົ້າ​ໃນ​ແບບ​ທີ່​ກ່າວ​ມາ​ແລ້ວ​ນັ້ນ ເຮົາ​ກໍ​ຢູ່​ໃນ​ເສັ້ນ​ທາງ​ທີ່​ຖືກຕ້ອງ​ແລ້ວ. ເຮົາ​ຈະ​ໝັ້ນ​ໃຈ​ໄດ້​ວ່າ​ພະ​ເຢໂຫວາ​ເປັນ​ບ່ອນ​ຄຸ້ມ​ໄພ​ຂອງ​ເຮົາ. ພະອົງ​ຈະ​ຄຸ້ມຄອງ​ຜູ້​ຮັບໃຊ້​ທີ່​ສັດ​ຊື່​ຂອງ​ພະອົງ​ໃຫ້​ລອດ​ຜ່ານ​ສະໄໝ​ສຸດ​ທ້າຍ​ທີ່​ຫຍຸ້ງຍາກ​ໃນ​ລະບົບ​ເກົ່າ​ນີ້. ພະ​ເຢໂຫວາ​ຈະ​ພາ​ເຮົາ​ເຂົ້າ​ສູ່​ລະບົບ​ໃໝ່​ທີ່​ຮຸ່ງເຮືອງ​ເຊິ່ງ​ຕອນ​ນີ້​ໃກ້​ເຂົ້າ​ມາ​ແລ້ວ. ເມື່ອ​ເຮົາ​ມີ​ຊີວິດ​ຢູ່​ໃນ​ຕອນ​ນັ້ນ​ເຮົາ​ຈະ​ຕື່ນ​ເຕັ້ນ​ແທ້ໆ! ແລະ​ເຮົາ​ຈະ​ຮູ້ສຶກ​ຍິນດີ​ແທ້ໆທີ່​ໄດ້​ເລືອກ​ຢ່າງ​ຖືກຕ້ອງ​ໃນ​ສະໄໝ​ສຸດ​ທ້າຍ​ນີ້! ຖ້າ​ເຈົ້າ​ເລືອກ​ແບບ​ນັ້ນ​ຕັ້ງ​ແຕ່​ຕອນ​ນີ້ ເຈົ້າ​ກໍ​ຈະ​ມີ “ຊີວິດ​ອັນ​ແທ້” ເຊິ່ງ​ເປັນ​ຊີວິດ​ແບບ​ທີ່​ພະ​ເຢໂຫວາ​ພະເຈົ້າ​ມຸ່ງ​ໝາຍ​ໄວ້​ໃຫ້​ຢູ່​ຕະຫຼອດ​ການ!

ສິ່ງ​ທີ່​ຄຳພີ​ໄບເບິນ​ສອນ

  • ເຮົາ​ສະແດງ​ຄວາມ​ຮັກ​ແທ້​ຕໍ່​ພະເຈົ້າ​ໂດຍ​ການ​ເຮັດ​ຕາມ​ຂໍ້​ຄຳ​ສັ່ງ​ຂອງ​ພະອົງ​ແລະ​ໂດຍ​ການ​ນຳ​ໃຊ້​ຫຼັກ​ການ​ຕ່າງໆຂອງ​ພະອົງ.—1 ໂຢຮັນ 5:3.

  • ການ​ສຶກສາ​ພະ​ຄຳ​ຂອງ​ພະເຈົ້າ ການ​ອະທິດຖານ​ເຖິງ​ພະ​ເຢໂຫວາ​ຢ່າງ​ຈິງ​ໃຈ ການ​ສອນ​ຄົນ​ອື່ນ​ກ່ຽວ​ກັບ​ພະອົງ ແລະ​ການ​ນະມັດສະການ​ພະອົງ​ຢູ່​ການ​ປະຊຸມ​ຄລິດສະຕຽນ​ຈະ​ຊ່ວຍ​ເຮົາ​ໃຫ້​ຮັກສາ​ຕົວ​ໄວ້​ໃນ​ຄວາມ​ຮັກ​ຂອງ​ພະເຈົ້າ​ຕໍ່ໆໄປ.—ມັດທາຍ 24:14; 28:19, 20; ໂຢຮັນ 17:3; 1 ເທຊະໂລນີກ 5:17; ເຫບເລີ 10:24, 25.

  • ຜູ້​ທີ່​ຮັກສາ​ຕົວ​ໄວ້​ໃນ​ຄວາມ​ຮັກ​ຂອງ​ພະເຈົ້າ​ມີ​ຄວາມ​ຫວັງ​ທີ່​ຈະ​ໄດ້​ຮັບ “ຊີວິດ​ອັນ​ແທ້.”—1 ຕີໂມເຕ 6:12, 19; ຢູເດ 21.

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌