ເພງທີ 46
ຂອບໃຈພະເຢໂຫວາ
1. ຂອບໃຈ ເຢໂຫວາ ທຸກທຸກວັນແລະທຸກຄືນ
ທີ່ໃຫ້ ແສງສະຫວ່າງ ອັນລ້ຳຄ່າ ແກ່ເຮົາ
ຂອບໃຈ ພະອົງທີ່ ໃຫ້ເຮົາໄດ້ ອະທິດຖານ
ໃຫ້ເຮົາໄດ້ເຂົ້າຫາ ຕອນທີ່ເຮົາ ກັງວົນ
2. ຂອບໃຈ ເຢໂຫວາ ສຳລັບລູກຊາຍທີ່ຮັກ
ຜູ້ໄດ້ ໄຊຊະນະ ໂລກນີ້ດ້ວຍ ຄວາມເຊື່ອ
ຂອບໃຈ ໃຫ້ແບບຢ່າງ ຈະຕິດຕາມ ທາງພະອົງ
ຂໍຊ່ວຍໃຫ້ເຮົາເຮັດ ຕາມທີ່ໄດ້ ສັນຍາ
3. ຂອບໃຈ ທີ່ໃຫ້ກຽດ ໃຫ້ພວກເຮົາໄດ້ປະກາດ
ເລື່ອງຊື່ ຂອງພະອົງ ເລື່ອງຄວາມຈິງ ແລະສອນ
ຂອບໃຈ ອີກບໍ່ດົນ ທີ່ຄວາມທຸກ ຈະໝົດໄປ
ລາຊະອານາຈັກ ຈະໃຫ້ພອນ ມາກມາຍ
(ເບິ່ງຕື່ມ ເພງ. 50:14; 95:2; 147:7; ໂກໂລ. 3:15)