ເພງທີ 72
ເຮັດໃຫ້ລາຊະອານາຈັກຂອງພະເຈົ້າເປັນທີ່ຮູ້ຈັກ
1. ຜ່ານມາພວກເຮົາ ບໍ່ເຄີຍຮູ້ຈັກ
ໃນເລື່ອງແນວທາງ ຂອງຄລິດສະຕຽນ
ເຢໂຫວາ ເຮັດໃຫ້ເຮົາປ່ຽນ
ໃຫ້ຮູ້ເລື່ອງລາຊະອານາຈັກ
ຮູ້ຈັກແນວທາງ ພະເຢໂຫວາ
ໄດ້ມາຮັບໃຊ້ ຮ່ວມກັບອົງການ
ໄດ້ປະກາດ ຊື່ເຢໂຫວາ
ໄດ້ຮ່ວມສັນເສີນຊື່ບໍລິສຸດພະອົງ
ໄດ້ບອກຄວາມຈິງ ໃຫ້ກັບທຸກຄົນ
ຢູ່ຕາມຖະໜົນ ແລະຕາມບ້ານເຮືອນ
ເຮົາໃຊ້ເວລາ ຊ່ວຍຄົນໃຫ້ຮູ້
ວ່າຄວາມຈິງຈະຊ່ວຍໃຫ້ເສລີ
ເຮົາພະຍາຍາມ ໃຫ້ທຸກດິນແດນ
ນະມັດສະການ ພະເຢໂຫວາ
ມາຮັບໃຊ້ ຢ່າງພ້ອມພຽງກັນ
ຈົນເຖິງພະເຈົ້າຈະບອກພວກເຮົາວ່າພໍ
(ເບິ່ງຕື່ມ ຢຊວຍ. 9:9; ເອຊາ. 24:15; ໂຢ. 8:12, 32)