ສິ່ງທີ່ມີຄ່າຈາກພະຄຳຂອງພະເຈົ້າ | ອົບພະຍົບ 17-18
ຄົນຈຽມຕົວຈະຝຶກສອນແລະມອບໜ້າທີ່ຮັບຜິດຊອບໃຫ້ຄົນອື່ນ
ເມື່ອພີ່ນ້ອງທີ່ຮັບໃຊ້ມາດົນຝຶກສອນແລະມອບໜ້າທີ່ຮັບຜິດຊອບໃຫ້ຄົນໜຸ່ມ ລາວກຳລັງສະແດງຄວາມຈຽມຕົວ ຄວາມຮັກ ແລະຄວາມສຸຂຸມ. ແລ້ວລາວຈະເຮັດແບບນັ້ນໄດ້ແນວໃດ?
ເລືອກຄົນທີ່ລາວເຫັນວ່າມີແນວໂນ້ມທີ່ຈະເຮັດວຽກຮັບໃຊ້ພະເຢໂຫວາຫຼາຍຂຶ້ນໄດ້
ບອກຢ່າງຈະແຈ້ງວ່າຕ້ອງເຮັດຫຍັງເພື່ອຈະເຮັດວຽກໃຫ້ສຳເລັດ
ຈັດກຽມເງິນທຶນ ເຄື່ອງມື ຫຼືການຊ່ວຍເຫຼືອທີ່ຈຳເປັນ
ຕິດຕາມເບິ່ງວຽກເປັນໄລຍະໆ ແລະສະແດງຄວາມໄວ້ໃຈໃນຄວາມສາມາດຂອງພີ່ນ້ອງທີ່ລາວສອນ
ໃຫ້ຖາມຕົວເອງວ່າ ‘ຂ້ອຍສາມາດມອບໜ້າທີ່ຮັບຜິດຊອບຫຍັງແດ່ໃຫ້ຄົນອື່ນ?’