ເພງທີ 7
ພະເຢໂຫວາເປັນກຳລັງຂອງເຮົາ
1. ພະເຢໂຫວາ ເມດຕາແລະເປັນກຳລັງ
ຜູ້ຊ່ວຍໃຫ້ລອດ ເຮົາພູມໃຈໃນພະອົງ
ເຮົາເປັນພະຍານ ບອກຂ່າວສານຂອງພະອົງ
ເຖິງຄົນບໍ່ຟັງແຕ່ເຮົາກໍຍັງຍິນດີ
(ທ່ອນຊ້ຳ)
ໂອ້ພະເຢໂຫວາ ຜູ້ເປັນກຳລັງເຮົາ
ເຮົາປະກາດຊື່ພະອົງທັງຄືນວັນ
ພະເຢໂຫວາຜູ້ມີ ອຳນາດມາກລົ້ນ
ຜູ້ເປັນສີລາປົກປ້ອງ ເປັນກຳລັງເຮົາ
2. ຍິນດີຮັບໃຊ້ ຜູ້ທີ່ເປັນແສງສະຫວ່າງ
ດັ່ງຖືກເປີດຕາ ໃຫ້ເຫັນທາງຂອງຄວາມຈິງ
ເມື່ອອ່ານຄຳສອນ ເຮົາໄດ້ຮັບຂໍ້ເຕືອນໃຈ
ຊ່ວຍໃຫ້ຍຶດໝັ້ນທີ່ລາຊະອານາຈັກ
(ທ່ອນຊ້ຳ)
ໂອ້ພະເຢໂຫວາ ຜູ້ເປັນກຳລັງເຮົາ
ເຮົາປະກາດຊື່ພະອົງທັງຄືນວັນ
ພະເຢໂຫວາຜູ້ມີ ອຳນາດມາກລົ້ນ
ຜູ້ເປັນສີລາປົກປ້ອງ ເປັນກຳລັງເຮົາ
3. ເຮັດຕາມນ້ຳໃຈ ພະເຈົ້າເຮົາມີຄວາມສຸກ
ເຖິງມານຂົ່ມເຫງ ເຮົາຍັງວາງໃຈພະອົງ
ເມື່ອມັນຂົ່ມເຫງ ຂໍຊ່ວຍໃຫ້ເຮົາອົດທົນ
ພິສູດເຖິງອຳນາດຍິ່ງໃຫຍ່ຂອງພະອົງ
(ທ່ອນຊ້ຳ)
ໂອ້ພະເຢໂຫວາ ຜູ້ເປັນກຳລັງເຮົາ
ເຮົາປະກາດຊື່ພະອົງທັງຄືນວັນ
ພະເຢໂຫວາຜູ້ມີ ອຳນາດມາກລົ້ນ
ຜູ້ເປັນສີລາປົກປ້ອງ ເປັນກຳລັງເຮົາ
(ເບິ່ງຕື່ມ 2 ຊາມ. 22:3; ເພງ. 18:2; ເອຊາ. 43:12)