ເພງທີ 99
ພີ່ນ້ອງເປັນແສນເປັນລ້ານຄົນ
1. ພວກພີ່ນ້ອງນັບແສນນັບລ້ານຄົນ ຜູ້ຄົນເຫັນເຮົາເຂົ້າມາ
ເປັນພະຍານຂອງເຢໂຫວາ ໝັ້ນຄົງໃນຄວາມສັດຊື່
ເຮົາເປັນໜຶ່ງໃນຫຼາຍລ້ານຄົນ ທີ່ກຳລັງເພີ່ມທະວີ
ຈາກທຸກຊາດທຸກພາສາແລະຊົນເຜົ່າ ເຂົ້າມາສັນເສີນພະເຈົ້າ
2. ພວກພີ່ນ້ອງນັບແສນນັບລ້ານຄົນ ປະກາດໄປທົ່ວທຸກແຫ່ງ
ຂ່າວດີເລື່ອງສິ່ງທີ່ດີກວ່າ ໃຫ້ຄົນເປັນລ້ານໄດ້ຟັງ
ເຖິງແມ່ນຕອນທີ່ເຮົາລຳບາກ ເຮົາຈະປະກາດຕໍ່ໄປ
ພະເຍຊູເສີມກຳລັງເມື່ອເຮົາເມື່ອຍ ໃຫ້ເຮົາມີຄວາມສົດຊື່ນ
3. ພວກພີ່ນ້ອງນັບແສນນັບລ້ານຄົນ ຢູ່ໃນສາຍຕາພະເຈົ້າ
ພະອົງປົກປ້ອງໃຫ້ພົ້ນໄພ ຮັບໃຊ້ທັງເວັນທັງຄືນ
ເຮົາເປັນໜຶ່ງໃນຫຼາຍລ້ານຄົນ ປະກາດເລື່ອງການປົກຄອງ
ເຮົາໄດ້ເປັນຜູ້ຮ່ວມງານກັບພະເຈົ້າ ຮັບໃຊ້ພະອົງເລື້ອຍໄປ
(ເບິ່ງຕື່ມ ເອຊາ. 52:7; ມັດ. 11:29; ຄຳປ. 7:15)