ເພງທີ 61
ພະຍານທັງຫຼາຍກ້າວໜ້າໄປ!
1. ເຮົາຕ້ອງໝັ້ນຄົງຂະນະອະວະສານໃກ້ມາ
ຢູ່ພ້ອມຈະປະກາດເລື່ອງຂ່າວດີໃຫ້ທຸກຄົນຟັງ
ເຖິງວ່າຊາຕານຈະຂັດຂວາງພວກເຮົາ
ແຕ່ເຮົາມີພະເຈົ້າເຢໂຫວາຊ່ວຍເຫຼືອເຮົາ
(ທ່ອນຊ້ຳ)
ກ້າວໄປພະຍານເຢໂຫວາໄປດ້ວຍຄວາມກ້າຫານ
ດີໃຈໄດ້ຮ່ວມງານ ກັບພະເຈົ້າອົງທີ່ຍິ່ງໃຫຍ່
ຈະໃກ້ຫຼືຈະໄກ ບອກເອົາໄວ້ໂລກໃໝ່ໃກ້ມາ
ອີກບໍ່ດົນພອນນານາ ມາເຖິງແນ່ນອນ
2. ເຮົາເປັນພະຍານບໍ່ຕ້ອງການຊີວິດສະບາຍ
ບໍ່ຫວັງໃຫ້ເຈົ້ານາຍຂອງໂລກນີ້ມາຊື່ນຊົມເຮົາ
ເຮົາລະວັງມົນທິນຂອງໂລກທຸກຢ່າງ
ເພື່ອສັດຊື່ໃນຫົນທາງພະເຈົ້າຕະຫຼອດໄປ
(ທ່ອນຊ້ຳ)
ກ້າວໄປພະຍານເຢໂຫວາໄປດ້ວຍຄວາມກ້າຫານ
ດີໃຈໄດ້ຮ່ວມງານ ກັບພະເຈົ້າອົງທີ່ຍິ່ງໃຫຍ່
ຈະໃກ້ຫຼືຈະໄກ ບອກເອົາໄວ້ໂລກໃໝ່ໃກ້ມາ
ອີກບໍ່ດົນພອນນານາ ມາເຖິງແນ່ນອນ
3. ມີຄົນດູໝິ່ນການປົກຄອງຂອງເຢໂຫວາ
ພວກເຂົາຕ່າງໃສ່ຮ້າຍແລະທຳລາຍຊື່ສຽງພະອົງ
ພວກເຮົາຕ້ອງເຊີດຊູໃຫ້ນາມສູງສົ່ງ
ໂດຍປະກາດກັບຜູ້ຄົນໃຫ້ທົ່ວທຸກຫົນແຫ່ງ
(ທ່ອນຊ້ຳ)
ກ້າວໄປພະຍານເຢໂຫວາໄປດ້ວຍຄວາມກ້າຫານ
ດີໃຈໄດ້ຮ່ວມງານ ກັບພະເຈົ້າອົງທີ່ຍິ່ງໃຫຍ່
ຈະໃກ້ຫຼືຈະໄກ ບອກເອົາໄວ້ໂລກໃໝ່ໃກ້ມາ
ອີກບໍ່ດົນພອນນານາ ມາເຖິງແນ່ນອນ
(ເບິ່ງຕື່ມ ອົບ. 9:16; ຟີລິບ 1:7; 2 ຕີໂມ. 2:3, 4; ຢໂກ. 1:27)