ເພງທີ 107
ພະເຈົ້າເປັນແບບຢ່າງຂອງຄວາມຮັກ
1. ເຮົາຮຽນເລື່ອງຄວາມຮັກ ຈາກແບບຢ່າງເຢໂຫວາ
ໄດ້ແນະນຳ ຊີ້ນຳທາງ
ພະອົງເຮັດທຸກສິ່ງ ເປັນແບບຢ່າງໃຫ້ພວກເຮົາ
ວິທີພະອົງ ສະແດງຄວາມຮັກ
ພະອົງມອບລູກຊາຍ ທີ່ຮັກທີ່ສຸດໃຫ້ເຮົາ
ເພື່ອປົກປິດບາບເຮົາ ອະໄພເມື່ອເຮົາເຮັດຜິດ
ເປັນສິ່ງທີ່ຍິ່ງໃຫຍ່ ໃນການພິສູດຄວາມຮັກ
ທາງຂອງພະອົງ ເປັນແບບຢ່າງຄວາມຮັກ
2. ເດີນຕາມທາງພະເຈົ້າ ຮັກທີ່ເຮົາມີຕໍ່ກັນ
ເປັນຮັກແທ້ ຮັກຈິງໃຈ
ຈະກະຕຸ້ນໃຫ້ເຮົາ ຊ່ວຍເຫຼືອພີ່ນ້ອງຂອງເຮົາ
ທັງເກົ່າແລະໃໝ່ ເຮົາບໍ່ຖິ້ມເຂົາ
ຮັກແທ້ຕໍ່ພະເຈົ້າ ແລະຮັກພີ່ນ້ອງຂອງເຮົາ
ເຮົາບໍ່ອາດຈະຂາດ ສິ່ງໜຶ່ງສິ່ງໃດໄດ້ເລີຍ
ຕ້ອງພ້ອມຈະອະໄພ ຄວາມຜິດຂອງພີ່ນ້ອງເຮົາ
ພິສູດວ່າເຮົາ ຮັກພີ່ນ້ອງແທ້ຈິງ
3. ແບບຢ່າງຂອງຄວາມຮັກ ເຮັດໃຫ້ເຮົາຜູກພັນກັນ
ໃຫ້ເຮົາເປັນ ຄອບຄົວດຽວ
ພໍ່ເຮົາໃນສະຫວັນ ເຊີນເຮົາຢ່າງອົບອຸ່ນວ່າ:
“ມາລອງຊີມເບິ່ງ ເອກະພາບແທ້”
ມາແບ່ງປັນຄວາມຮັກ ແລະຄວາມຍິນດີຂອງເຮົາ
ພະອົງໃຫ້ພະລັງ ແລະພະຄຳປັບປ່ຽນເຮົາ
ພວກເຮົາມີພີ່ນ້ອງ ເພື່ອນແທ້ທີ່ຄອຍເຕືອນເຮົາ
ພະເຢໂຫວາ ພະເຈົ້າແຫ່ງຄວາມຮັກ
(ເບິ່ງຕື່ມ ໂລມ 12:10; ເອເຟ. 4:3; 2 ເປ. 1:7)