ເພງທີ 22
ລັດຖະບານຂອງພະເຈົ້າກໍ່ຕັ້ງແລ້ວ—ຂໍໃຫ້ມາເຖີດ!
1. ເຢໂຫວາດຳລົງຢູ່ເລື້ອຍມາ
ຈະເປັນເຊັ່ນນັ້ນຕໍ່ໄປ
ພະອົງໃຫ້ອຳນາດແກ່ລູກຊາຍ
ແລະທ່ານເຕັມໃຈເຊື່ອຟັງ
ລາຊະອານາຈັກໄດ້ຕັ້ງແລ້ວ
ທ່ານກຳລັງຈະປົກຄອງທົ່ວໂລກ
(ທ່ອນຊ້ຳ)
ສິ່ງທີ່ກຳລັງມາເຖິງ
ຄືອຳນາດ ຄວາມພົ້ນ ການປົກຄອງ
ຕອນນີ້ກຳລັງກຽມພ້ອມ
ເຮົາຂໍ ໃຫ້ມາເຖີດ ຂໍໃຫ້ມາ
2. ຊາຕານເຫຼືອເວລາຢູ່ບໍ່ດົນ
ພວກເຮົາໝັ້ນໃຈແນ່ນອນ
ເຖິງເຮົາຢູ່ໃນເວລາຫຍຸ້ງຍາກ
ຄວາມຫວັງຢູ່ອີກບໍ່ໄກ
ລາຊະອານາຈັກໄດ້ຕັ້ງແລ້ວ
ທ່ານກຳລັງຈະປົກຄອງທົ່ວໂລກ
(ທ່ອນຊ້ຳ)
ສິ່ງທີ່ກຳລັງມາເຖິງ
ຄືອຳນາດ ຄວາມພົ້ນ ການປົກຄອງ
ຕອນນີ້ກຳລັງກຽມພ້ອມ
ເຮົາຂໍ ໃຫ້ມາເຖີດ ຂໍໃຫ້ມາ
3. ບັນດາທູດສະຫວັນຕ່າງດີໃຈ
ຮ່ວມກັນຮ້ອງເພງຍິນດີ
ຍ້ອນເທິງສະຫວັນບໍ່ມີມານຮ້າຍ
ບໍ່ມີຜູ້ທີ່ລໍ້ລວງ
ລາຊະອານາຈັກໄດ້ຕັ້ງແລ້ວ
ທ່ານກຳລັງຈະປົກຄອງທົ່ວໂລກ
(ທ່ອນຊ້ຳ)
ສິ່ງທີ່ກຳລັງມາເຖິງ
ຄືອຳນາດ ຄວາມພົ້ນ ການປົກຄອງ
ຕອນນີ້ກຳລັງກຽມພ້ອມ
ເຮົາຂໍ ໃຫ້ມາເຖີດ ຂໍໃຫ້ມາ
(ເບິ່ງຕື່ມ ດາ. 2:34, 35; 2 ໂກ. 4:18)