ເພງທີ 139
ນຶກພາບເມື່ອທຸກສິ່ງກາຍເປັນສິ່ງໃໝ່
1. ໃຫ້ນຶກພາບວ່າໄດ້ເຫັນຕົວເອງ
ກັບພວກພີ່ນ້ອງວ່າຢູ່ໃນໂລກໃໝ່ແລ້ວ
ມີຄວາມສະຫງົບແລະມີຄວາມສຸກ
ຢູ່ຢ່າງສັນຕິແລະມີອິດສະຫຼະ
ສິ່ງທີ່ບໍ່ດີບໍ່ມີຕໍ່ໄປ
ພະເຈົ້າຈະປົກຄອງດ້ວຍຍຸຕິທຳ
ເວລາທີ່ໂລກນີ້ເປັນໂລກໃໝ່ໃກ້ເຂົ້າມາ
ພວກເຮົາມາຮ່ວມກັນຮ້ອງບົດເພງສັນເສີນສຸດໃຈ
(ທ່ອນຊ້ຳ)
ເຮົາຂອບໃຈພະເຈົ້າ ສຳລັບທຸກທຸກຢ່າງ
ສິ່ງດີຕ່າງຕ່າງທີ່ເຮັດທາງພະເຍຊູ
ດ້ວຍກຽດແລະຄວາມຍິນດີເຮົາຈຶ່ງຮ້ອງເພງຈາກໃຈ
ເພື່ອໃຫ້ຄຳສັນເສີນ ຄວາມນັບຖື ໃຫ້ກຽດພະອົງ
2. ນຶກເຫັນຕົວເອງໃຫ້ເຫັນຕົວເຮົາ
ໃຫ້ນຶກໄປເຖິງຕອນທີ່ໂລກເປັນໂລກໃໝ່
ຈະບໍ່ໄດ້ຍິນແລະຈະບໍ່ເຫັນ
ການເຕືອນໄພຫຼືສິ່ງເຮັດໃຫ້ເຮົາຢ້ານ
ທີ່ພະອົງກ່າວຈະຕ້ອງເປັນຈິງ
ເຮົາຈະສຸກໃຈຢູ່ພາຍໃຕ້ພະອົງ
ຄົນຕາຍກໍ່ຖືກປຸກໃຫ້ກັບມາມີຊີວິດ
ເຂົາຈະມາຮ່ວມສັນເສີນເຢໂຫວາກັບພວກເຮົາ
(ທ່ອນຊ້ຳ)
ເຮົາຂອບໃຈພະເຈົ້າ ສຳລັບທຸກທຸກຢ່າງ
ສິ່ງດີຕ່າງຕ່າງທີ່ເຮັດທາງພະເຍຊູ
ດ້ວຍກຽດແລະຄວາມຍິນດີເຮົາຈຶ່ງຮ້ອງເພງຈາກໃຈ
ເພື່ອໃຫ້ຄຳສັນເສີນ ຄວາມນັບຖື ໃຫ້ກຽດພະອົງ
(ເບິ່ງຕື່ມ ເພງ. 37:10, 11; ເອຊາ. 65:17; ໂຢ. 5:28; 2 ເປ. 3:13)