ເພງທີ 38
ພະອົງຈະເຮັດໃຫ້ເຈົ້າເຂັ້ມແຂງ
1. ເຫດຜົນທີ່ເຢໂຫວາ ໃຫ້ເຈົ້າເຂົ້າມາຄວາມຈິງ
ທີ່ຊ່ວຍເຈົ້າຈາກໂລກມືດ ສູ່ຄວາມສະຫວ່າງ
ກໍເພາະພະອົງ ໄດ້ເຫັນ ສິ່ງທີ່ຢູ່ໃນໃຈເຈົ້າ
ເຈົ້າຢາກເຮັດດີແລະຢາກຮູ້ຈັກພະອົງ
ເມື່ອເຈົ້າໄດ້ອຸທິດຕົວຕອນອະທິດຖານ
ພະອົງກໍໄດ້ຊ່ວຍເຫຼືອໃຫ້ເຈົ້າເຂັ້ມແຂງ
(ທ່ອນຊ້ຳ)
ພະເຢໂຫວາໄດ້ຊື້ເຈົ້າ ເຈົ້າຈຶ່ງເປັນຂອງພະອົງ
ພະອົງຈະຄອຍຊ່ວຍເຫຼືອ ເພື່ອເຈົ້າຈະຕັ້ງໝັ້ນຄົງ
ຈະເຮັດໃຫ້ເຈົ້າເຂັ້ມແຂງ ແລະປົກປ້ອງເຈົ້າດັ່ງຜ່ານມາ
ຈະຊ່ວຍໃຫ້ເຈົ້າເຂັ້ມແຂງ ແລະໝັ້ນຄົງໄປຕະຫຼອດ
2. ພະເຈົ້າໄດ້ໃຫ້ລູກຊາຍ ທີ່ຮັກທີ່ສຸດເພື່ອເຈົ້າ
ພະອົງຕ້ອງການ ຊ່ວຍເຈົ້າໄປເຖິງຈຸດໝາຍ
ຖ້າພະອົງໃຫ້ ລູກຊາຍ ທີ່ຮັກທີ່ສຸດເພື່ອເຈົ້າ
ພະອົງກໍຍິ່ງຕ້ອງໃຫ້ກຳລັງແກ່ເຈົ້າ
ຈະບໍ່ເຄີຍລືມຄວາມຮັກຄວາມເຊື່ອຂອງເຈົ້າ
ພະອົງຈະເຝົ້າຮັກສາຄົນຂອງພະອົງ
(ທ່ອນຊ້ຳ)
ພະເຢໂຫວາໄດ້ຊື້ເຈົ້າ ເຈົ້າຈຶ່ງເປັນຂອງພະອົງ
ພະອົງຈະຄອຍຊ່ວຍເຫຼືອ ເພື່ອເຈົ້າຈະຕັ້ງໝັ້ນຄົງ
ຈະເຮັດໃຫ້ເຈົ້າເຂັ້ມແຂງ ແລະປົກປ້ອງເຈົ້າດັ່ງຜ່ານມາ
ຈະຊ່ວຍໃຫ້ເຈົ້າເຂັ້ມແຂງ ແລະໝັ້ນຄົງໄປຕະຫຼອດ
(ເບິ່ງຕື່ມ ໂລມ 8:32; 14:8, 9; ເຫບ. 6:10; 1 ເປ. 2:9)