ເພງທີ 46
ຂອບໃຈພະເຢໂຫວາ
- 1. ຂອບໃຈ ເຢໂຫວາ ທຸກທຸກວັນແລະທຸກຄືນ - ທີ່ໃຫ້ ແສງສະຫວ່າງ ອັນລ້ຳຄ່າ ແກ່ເຮົາ - ຂອບໃຈ ພະອົງທີ່ ໃຫ້ເຮົາໄດ້ ອະທິດຖານ - ໃຫ້ເຮົາໄດ້ເຂົ້າຫາ ຕອນທີ່ເຮົາ ກັງວົນ 
- 2. ຂອບໃຈ ເຢໂຫວາ ສຳລັບລູກຊາຍທີ່ຮັກ - ຜູ້ໄດ້ ໄຊຊະນະ ໂລກນີ້ດ້ວຍ ຄວາມເຊື່ອ - ຂອບໃຈ ໃຫ້ແບບຢ່າງ ຈະຕິດຕາມ ທາງພະອົງ - ຂໍຊ່ວຍໃຫ້ເຮົາເຮັດ ຕາມທີ່ໄດ້ ສັນຍາ 
- 3. ຂອບໃຈ ທີ່ໃຫ້ກຽດ ໃຫ້ພວກເຮົາໄດ້ປະກາດ - ເລື່ອງຊື່ ຂອງພະອົງ ເລື່ອງຄວາມຈິງ ແລະສອນ - ຂອບໃຈ ອີກບໍ່ດົນ ທີ່ຄວາມທຸກ ຈະໝົດໄປ - ລາຊະອານາຈັກ ຈະໃຫ້ພອນ ມາກມາຍ 
(ເບິ່ງຕື່ມ ເພງ. 50:14; 95:2; 147:7; ໂກໂລ. 3:15)