ເພງທີ 107
ພະເຈົ້າເປັນແບບຢ່າງຂອງຄວາມຮັກ
- 1. ເຮົາຮຽນເລື່ອງຄວາມຮັກ ຈາກແບບຢ່າງເຢໂຫວາ - ໄດ້ແນະນຳ ຊີ້ນຳທາງ - ພະອົງເຮັດທຸກສິ່ງ ເປັນແບບຢ່າງໃຫ້ພວກເຮົາ - ວິທີພະອົງ ສະແດງຄວາມຮັກ - ພະອົງມອບລູກຊາຍ ທີ່ຮັກທີ່ສຸດໃຫ້ເຮົາ - ເພື່ອປົກປິດບາບເຮົາ ອະໄພເມື່ອເຮົາເຮັດຜິດ - ເປັນສິ່ງທີ່ຍິ່ງໃຫຍ່ ໃນການພິສູດຄວາມຮັກ - ທາງຂອງພະອົງ ເປັນແບບຢ່າງຄວາມຮັກ 
- 2. ເດີນຕາມທາງພະເຈົ້າ ຮັກທີ່ເຮົາມີຕໍ່ກັນ - ເປັນຮັກແທ້ ຮັກຈິງໃຈ - ຈະກະຕຸ້ນໃຫ້ເຮົາ ຊ່ວຍເຫຼືອພີ່ນ້ອງຂອງເຮົາ - ທັງເກົ່າແລະໃໝ່ ເຮົາບໍ່ຖິ້ມເຂົາ - ຮັກແທ້ຕໍ່ພະເຈົ້າ ແລະຮັກພີ່ນ້ອງຂອງເຮົາ - ເຮົາບໍ່ອາດຈະຂາດ ສິ່ງໜຶ່ງສິ່ງໃດໄດ້ເລີຍ - ຕ້ອງພ້ອມຈະອະໄພ ຄວາມຜິດຂອງພີ່ນ້ອງເຮົາ - ພິສູດວ່າເຮົາ ຮັກພີ່ນ້ອງແທ້ຈິງ 
- 3. ແບບຢ່າງຂອງຄວາມຮັກ ເຮັດໃຫ້ເຮົາຜູກພັນກັນ - ໃຫ້ເຮົາເປັນ ຄອບຄົວດຽວ - ພໍ່ເຮົາໃນສະຫວັນ ເຊີນເຮົາຢ່າງອົບອຸ່ນວ່າ: - “ມາລອງຊີມເບິ່ງ ເອກະພາບແທ້” - ມາແບ່ງປັນຄວາມຮັກ ແລະຄວາມຍິນດີຂອງເຮົາ - ພະອົງໃຫ້ພະລັງ ແລະພະຄຳປັບປ່ຽນເຮົາ - ພວກເຮົາມີພີ່ນ້ອງ ເພື່ອນແທ້ທີ່ຄອຍເຕືອນເຮົາ - ພະເຢໂຫວາ ພະເຈົ້າແຫ່ງຄວາມຮັກ 
(ເບິ່ງຕື່ມ ໂລມ 12:10; ເອເຟ. 4:3; 2 ເປ. 1:7)