ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຮພ ໜ້າ 215-ໜ້າ 217 ຂໍ້ 1
  • ສ່ວນ​ປະກອບ​ຍ່ອຍ​ຂອງ​ເລືອດ ແລະ​ວິທີ​ການ​ລະຫວ່າງ​ການ​ຜ່າ​ຕັດ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ສ່ວນ​ປະກອບ​ຍ່ອຍ​ຂອງ​ເລືອດ ແລະ​ວິທີ​ການ​ລະຫວ່າງ​ການ​ຜ່າ​ຕັດ
  • “ຈົ່ງຮັກສາຕົວໄວ້ໃນຄວາມຮັກຂອງພະເຈົ້າ”
  • ເລື່ອງທີ່ຄ້າຍກັນ
  • ພະເຈົ້າ​ບອກ​ຫຍັງ​ໃນ​ເລື່ອງ​ເລືອດ?
    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ!—ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຮຽນ​ຄຳພີ​ໄບເບິນ
  • ເຈົ້າ​ເຫັນ​ຄຸນຄ່າ​ຊີວິດ​ແບບ​ດຽວ​ກັບ​ທີ່​ພະເຈົ້າ​ເຫັນ​ບໍ?
    “ຈົ່ງຮັກສາຕົວໄວ້ໃນຄວາມຮັກຂອງພະເຈົ້າ”
  • ຄຳຖາມຈາກຜູ້ອ່ານ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ—2000
“ຈົ່ງຮັກສາຕົວໄວ້ໃນຄວາມຮັກຂອງພະເຈົ້າ”
ຮພ ໜ້າ 215-ໜ້າ 217 ຂໍ້ 1

ພາກ​ຜະຫນວກ

ສ່ວນ​ປະກອບ​ຍ່ອຍ​ຂອງ​ເລືອດ ແລະ​ວິທີ​ການ​ລະຫວ່າງ​ການ​ຜ່າ​ຕັດ

ສ່ວນ​ປະກອບ​ຍ່ອຍ​ຂອງ​ເລືອດ. ສ່ວນ​ປະກອບ​ຍ່ອຍ​ໄດ້​ມາ​ຈາກ​ສ່ວນ​ປະກອບ​ຫລັກ​ສີ່​ຢ່າງ​ຂອງ​ເລືອດ ຄື​ເມັດ​ເລືອດ​ແດງ ເມັດ​ເລືອດ​ຂາວ ເກັດ​ເລືອດ ແລະ​ປລາດສະມາ (ເລືອດ​ລາຍ). ຍົກ​ຕົວຢ່າງ ເມັດ​ເລືອດ​ແດງ​ມີ​ໂປລຕີນ​ເຮໂມກະໂລບີນ. ມີ​ການ​ໃຊ້​ຜະລິດຕະພັນ​ທີ່​ຜະລິດ​ຈາກ​ເຮໂມກະໂລບີນ​ຂອງ​ມະນຸດ​ແລະ​ສັດ​ເພື່ອ​ຮັກສາ​ຄົນ​ເຈັບ​ທີ່​ເກີດ​ພາວະ​ເລືອດ​ຈາງ​ກະທັນຫັນ​ຫລື​ເສຍ​ເລືອດ​ໃນ​ປະລິມານ​ຫລາຍ.

ປລາດສະມາ ເຊິ່ງ 90 ສ່ວນ​ຮ້ອຍ​ເປັນ​ນ້ຳ ປະກອບ​ດ້ວຍ​ຮອກໂມນ ເກືອ​ອະນົງຄະ​ທາດ ແອນ​ຊາຍ ແລະ​ສານ​ອາຫານ​ຫລາຍ​ຢ່າງ ລວມ​ທັງ​ແຮ່​ທາດ​ແລະ​ນ້ຳ​ຕານ. ປລາດສະມາ​ຍັງ​ປະກອບ​ດ້ວຍ​ສານ​ທີ່​ເຮັດ​ໃຫ້​ເລືອດ​ກ້າມ ພູມ​ຕ້ານ​ທານ​ທີ່​ຕໍ່​ສູ້​ກັບ​ພະຍາດ ແລະ​ໂປລຕີນ​ຕ່າງໆເຊັ່ນ ອານບູມິນ. ຖ້າ​ບຸກຄົນ​ຫນຶ່ງ​ສ່ຽງ​ຕໍ່​ການ​ຕິດ​ເຊື້ອ​ພະຍາດ​ບາງ​ຊະນິດ ທ່ານ​ຫມໍ​ອາດ​ສັ່ງ​ໃຫ້​ສັກ​ກາມ​ມາ ກະລໍບູລິນ ເຊິ່ງ​ສະກັດ​ຈາກ​ປລາດສະມາ​ໃນ​ເລືອດ​ຂອງ​ຄົນ​ທີ່​ມີ​ພູມ​ຕ້ານ​ທານ​ນີ້​ຢູ່​ແລ້ວ. ເມັດ​ເລືອດ​ຂາວ​ອາດ​ເປັນ​ແຫລ່ງ​ກຳເນີດ​ຂອງ​ອິນເຕີເຟໂຣນ​ແລະ​ອິນເຕີລູຄິນ ເຊິ່ງ​ໃຊ້​ຮັກສາ​ການ​ຕິດ​ເຊື້ອ​ວິລຸດ​ແລະ​ມະເຮັງ​ບາງ​ຊະນິດ.

ຄລິດສະຕຽນ​ຄວນ​ຮັບ​ການ​ຮັກສາ​ທີ່​ນຳ​ໃຊ້​ສ່ວນ​ປະກອບ​ຍ່ອຍ​ຂອງ​ເລືອດ​ບໍ? ຄຳພີ​ໄບເບິນ​ບໍ່​ໄດ້​ໃຫ້​ລາຍ​ລະອຽດ​ທີ່​ເຈາະ​ຈົງ ດັ່ງ​ນັ້ນ ແຕ່​ລະ​ຄົນ​ຕ້ອງ​ຕັດສິນ​ໃຈ​ເອົາ​ເອງ​ຕາມ​ສະຕິ​ຮູ້ສຶກ​ຜິດ​ຊອບ​ຂອງ​ຕົນ​ຕໍ່​ຫນ້າ​ພະເຈົ້າ. ບາງ​ຄົນ​ອາດ​ປະຕິເສດ​ສ່ວນ​ປະກອບ​ຍ່ອຍ​ທັງ​ຫມົດ​ຂອງ​ເລືອດ ໂດຍ​ຫາ​ເຫດຜົນ​ວ່າ​ກົດຫມາຍ​ທີ່​ພະເຈົ້າ​ປະທານ​ໃຫ້​ແກ່​ຊາດ​ອິດສະລາແອນ​ຮຽກ​ຮ້ອງ​ໃຫ້​ເອົາ​ເລືອດ​ທີ່​ອອກ​ຈາກ​ສິ່ງ​ມີ​ຊີວິດ “ຖອກ​ທີ່​ດິນ.” (ພະບັນຍັດ 12:22-24) ສ່ວນ​ຄົນ​ອື່ນໆ ເຖິງ​ແມ່ນ​ວ່າ​ປະຕິເສດ​ການ​ໃສ່​ເລືອດ​ຄົບ​ສ່ວນ​ຫລື​ສ່ວນ​ປະກອບ​ຫລັກ​ຂອງ​ເລືອດ ແຕ່​ອາດ​ຍອມ​ຮັບ​ການ​ປິ່ນປົວ​ທີ່​ກ່ຽວ​ຂ້ອງ​ກັບ​ສ່ວນ​ປະກອບ​ຍ່ອຍ​ຂອງ​ເລືອດ. ເຂົາ​ເຈົ້າ​ອາດ​ຫາ​ເຫດຜົນ​ວ່າ​ເມື່ອ​ເຖິງ​ຈຸດ​ຫນຶ່ງ​ສ່ວນ​ປະກອບ​ຍ່ອຍ​ທີ່​ສະກັດ​ຈາກ​ເລືອດ​ບໍ່​ໄດ້​ຫມາຍ​ເຖິງ​ຊີວິດ​ຂອງ​ສິ່ງ​ມີ​ຊີວິດ​ນັ້ນ​ອີກ​ຕໍ່​ໄປ.

ເມື່ອ​ຕັດສິນ​ໃຈ​ໃນ​ເລື່ອງ​ສ່ວນ​ປະກອບ​ຍ່ອຍ​ຂອງ​ເລືອດ ຂໍ​ໃຫ້​ພິຈາລະນາ​ຄຳຖາມ​ຕໍ່​ໄປ​ນີ້ ຂ້ອຍ​ເຂົ້າ​ໃຈ​ບໍ​ວ່າ​ການ​ປະຕິເສດ​ສ່ວນ​ປະກອບ​ຍ່ອຍ​ຂອງ​ເລືອດ​ທຸກ​ຢ່າງ​ຫມາຍ​ຄວາມ​ວ່າ​ຂ້ອຍ​ຈະ​ບໍ່​ຮັບ​ການ​ປິ່ນປົວ​ບາງ​ຢ່າງ​ທີ່​ກ່ຽວ​ຂ້ອງ​ກັບ​ການ​ໃຊ້​ຜະລິດຕະພັນ​ທີ່​ມາ​ຈາກ​ເລືອດ​ເພື່ອ​ຕ້ານ​ພະຍາດ​ຫລື​ທີ່​ອາດ​ຊ່ວຍ​ໃຫ້​ເລືອດ​ກ້າມ​ເພື່ອ​ໃຫ້​ເລືອດ​ເຊົາ​ໄຫລ? ຂ້ອຍ​ສາມາດ​ອະທິບາຍ​ກັບ​ທ່ານ​ຫມໍ​ໄດ້​ບໍ​ວ່າ​ເປັນ​ຫຍັງ​ຂ້ອຍ​ຈຶ່ງ​ປະຕິເສດ​ຫລື​ຍອມ​ຮັບ​ສ່ວນ​ປະກອບ​ຍ່ອຍ​ຂອງ​ເລືອດ​ຢ່າງ​ຫນຶ່ງ​ຫລື​ຫລາຍ​ກວ່າ​ນັ້ນ?

ວິທີ​ການ​ລະຫວ່າງ​ການ​ຜ່າ​ຕັດ. ສິ່ງ​ເຫລົ່າ​ນີ້​ລວມ​ເຖິງ​ການ​ຫລຸດ​ຄວາມ​ເຂັ້ມ​ຂອງ​ເລືອດ​ແລະ​ການ​ເກັບ​ຮັກສາ​ເລືອດ. ໃນ​ການ​ຫລຸດ​ຄວາມ​ເຂັ້ມ​ຂອງ​ເລືອດ​ນັ້ນ ເລືອດ​ບາງ​ສ່ວນ​ຈະ​ຖືກ​ເຮັດ​ໃຫ້​ໄຫລ​ອອກ​ຈາກ​ຮ່າງກາຍ ແລ້ວ​ປ່ຽນ​ແທນ​ດ້ວຍ​ສານ​ຂະຫຍາຍ​ບໍລິມາດ ແລະ​ພາຍ​ຫລັງ​ກໍ​ໃຫ້​ເລືອດ​ນັ້ນ​ໄຫລ​ກັບ​ເຂົ້າ​ໄປ​ໃນ​ຮ່າງກາຍ​ຂອງ​ຄົນ​ເຈັບ​ອີກ. ການ​ເກັບ​ຮັກສາ​ເລືອດ​ທີ່​ໄຫລ​ອອກ​ເປັນ​ການ​ເກັບ​ເລືອດ​ທີ່​ເສຍ​ໄປ​ໃນ​ລະຫວ່າງ​ການ​ຜ່າ​ຕັດ​ແລ້ວ​ໃສ່​ຄືນ​ເຂົ້າ​ໄປ​ໃນ​ຮ່າງກາຍ​ອີກ. ເລືອດ​ທີ່​ໄຫລ​ອອກ​ຈາກ​ບາດ​ແຜ​ຫລື​ຈາກ​ປ່ອງ​ພາຍ​ໃນ​ຮ່າງກາຍ​ຖືກ​ນຳ​ໄປ​ເຮັດ​ໃຫ້​ສະອາດ​ຫລື​ຖືກ​ຕອງ ແລະ​ຈາກ​ນັ້ນ​ກໍ​ໃສ່​ຄືນ​ເຂົ້າ​ໄປ​ໃນ​ຮ່າງກາຍ​ຂອງ​ຄົນ​ເຈັບ. ເນື່ອງ​ຈາກ​ແພດ​ແຕ່​ລະ​ຄົນ​ມີ​ວິທີ​ການ​ໃຊ້​ເຕັກນິກ​ເຫລົ່າ​ນີ້​ແຕກຕ່າງ​ກັນ ຄລິດສະຕຽນ​ຄວນ​ກວດ​ສອບ​ເບິ່ງ​ວ່າ​ວິທີ​ການ​ແບບ​ໃດ​ທີ່​ແພດ​ຕັ້ງ​ໃຈ​ຈະ​ໃຊ້.

ເມື່ອ​ຕັດສິນ​ໃຈ​ກ່ຽວ​ກັບ​ວິທີ​ການ​ເຫລົ່າ​ນີ້ ຂໍ​ໃຫ້​ຖາມ​ຕົວ​ເອງ​ດັ່ງ​ນີ້ ‘ຖ້າ​ມີ​ການ​ເຮັດ​ໃຫ້​ເລືອດ​ສ່ວນ​ຫນຶ່ງ​ຂອງ​ຂ້ອຍ​ໄຫລ​ອອກ​ຈາກ​ຮ່າງກາຍ​ແລ້ວ​ໄຫລ​ກັບ​ເຂົ້າ​ມາ​ໃນ​ຮ່າງກາຍ​ອີກ​ແລະ​ການ​ໄຫລ​ນັ້ນ​ອາດ​ຢຸດ​ໄລຍະ​ຫນຶ່ງ ສະຕິ​ຮູ້ສຶກ​ຜິດ​ຊອບ​ຂອງ​ຂ້ອຍ​ຈະ​ຍອມ​ໃຫ້​ຂ້ອຍ​ມອງ​ວ່າ​ເລືອດ​ນັ້ນ​ຍັງ​ເປັນ​ສ່ວນ​ຫນຶ່ງ​ຂອງ​ໂຕ​ຂ້ອຍ​ຢູ່​ບໍ ເຊິ່ງ​ຖ້າ​ເປັນ​ແນວ​ນັ້ນ​ກໍ​ບໍ່​ຈຳເປັນ​ຕ້ອງ “ຖອກ​ທີ່​ດິນ”? (ພະບັນຍັດ 12:23, 24) ຖ້າ​ໃນ​ຂັ້ນ​ຕອນ​ຫນຶ່ງ​ຂອງ​ການ​ຮັກສາ ເລືອດ​ບາງ​ສ່ວນ​ຂອງ​ຂ້ອຍ​ຖືກ​ເອົາ​ອອກ​ໄປ​ແລະ​ດັດ​ແປງ​ແລ້ວ​ໃສ່​ຄືນ​ເຂົ້າ​ໄປ​ໃນ​ຮ່າງກາຍ ສະຕິ​ຮູ້ສຶກ​ຜິດ​ຊອບ​ທີ່​ໄດ້​ຮັບ​ການ​ຝຶກ​ຝົນ​ຕາມ​ຫລັກ​ການ​ໃນ​ຄຳພີ​ໄບເບິນ​ຈະ​ລົບກວນ​ຂ້ອຍ​ບໍ? ຂ້ອຍ​ຮູ້​ບໍ​ວ່າ​ການ​ບໍ່​ຍອມ​ຮັບ​ວິທີ​ການ​ແພດ​ທຸກ​ຢ່າງ​ທີ່​ກ່ຽວ​ຂ້ອງ​ກັບ​ການ​ໃຊ້​ເລືອດ​ຂອງ​ຕົວ​ເອງ​ຫມາຍ​ຄວາມ​ວ່າ​ຂ້ອຍ​ຈະ​ບໍ່​ຍອມ​ຮັບ​ການ​ກວດ​ເລືອດ ການ​ຟອກ​ເລືອດ ຫລື​ການ​ໃຊ້​ເຄື່ອງ​ຫົວໃຈ​ຫລື​ປອດ​ທຽມ?’

ເລືອດ ສ່ວນ​ປະກອບ​ຫຼັກ​ສີ່​ຢ່າງ​ຂອງ​ເລືອດ ແລະ​ສ່ວນ​ປະກອບ​ຍ່ອຍ​ຂອງ​ເລືອດ

ຄລິດສະຕຽນ​ຕ້ອງ​ຕັດສິນ​ໃຈ​ດ້ວຍ​ຕົວ​ເອງ​ວ່າ​ຈະ​ຍອມ​ຮັບ​ເອົາ​ວິທີ​ການ​ໃດ​ໃນ​ການ​ໃຊ້​ເລືອດ​ຂອງ​ຕົນ​ເອງ​ໃນ​ລະຫວ່າງ​ຜ່າ​ຕັດ. ຫລັກ​ການ​ດຽວ​ກັນ​ນີ້​ເອົາ​ມາ​ໃຊ້​ກັບ​ການ​ທົດລອງ​ທາງ​ການ​ແພດ​ແລະ​ການ​ຮັກສາ​ໃນ​ປັດຈຸບັນ​ທີ່​ກ່ຽວ​ຂ້ອງ​ກັບ​ການ​ເອົາ​ເລືອດ​ປະລິມານ​ເລັກ​ຫນ້ອຍ​ອອກ​ຈາກ​ຮ່າງກາຍ​ຂອງ​ເຮົາ​ເອງ ບາງ​ທີ​ເອົາ​ໄປ​ດັດ​ແປງ​ໃນ​ບາງ​ວິທີ ແລະ​ຈາກ​ນັ້ນ​ກໍ​ສັກ​ຄືນ​ເຂົ້າ​ໄປ​ໃນ​ຮ່າງກາຍ​ອີກ.

ຄຳຖາມ​ທີ່​ແນະນຳ​ໄວ້​ເພື່ອ​ຖາມ​ທ່ານ​ຫມໍ

ຖ້າ​ເຈົ້າ​ຕ້ອງ​ໄດ້​ຮັບ​ການ​ຜ່າ​ຕັດ​ຫລື​ການ​ປິ່ນປົວ​ທີ່​ອາດ​ກ່ຽວ​ຂ້ອງ​ກັບ​ຜະລິດຕະພັນ​ທີ່​ເຮັດ​ຈາກ​ເລືອດ ຈົ່ງ​ເຮັດ​ໃຫ້​ແນ່​ໃຈ​ວ່າ​ເຈົ້າ​ໄດ້​ຂຽນ​ເອກະສານ​ທາງ​ກົດຫມາຍ​ທີ່​ກ່ຽວ​ຂ້ອງ​ຢ່າງ​ຄົບ​ຖ້ວນ ເຊັ່ນ ຫນັງສື​ມອບ​ສິດ​ກ່ຽວ​ກັບ​ການ​ປິ່ນປົວ ເຊິ່ງ​ເຮັດ​ຂຶ້ນ​ມາ​ເພື່ອ​ປົກ​ປ້ອງ​ເຈົ້າ​ຈາກ​ການ​ໃສ່​ເລືອດ. ນອກ​ຈາກ​ນັ້ນ ເຈົ້າ​ອາດ​ຖາມ​ທ່ານ​ຫມໍ​ດ້ວຍ​ຄຳຖາມ​ຕໍ່​ໄປ​ນີ້

  • ພະນັກງານ​ແພດ​ທຸກ​ຄົນ​ທີ່​ກ່ຽວ​ຂ້ອງ​ຮູ້​ບໍ​ວ່າ​ໃນ​ຖານະ​ທີ່​ຂ້ອຍ​ເປັນ​ພະຍານ​ພະ​ເຢໂຫວາ ຂ້ອຍ​ຂໍ​ສັ່ງ​ວ່າ​ຢ່າ​ໃສ່​ເລືອດ (ເລືອດ​ຄົບ​ສ່ວນ ເມັດ​ເລືອດ​ແດງ ເມັດ​ເລືອດ​ຂາວ ເກັດ​ເລືອດ ຫລື​ປລາດສະມາ) ໃຫ້​ຂ້ອຍ ບໍ່​ວ່າ​ເປັນ​ກໍລະນີ​ໃດ​ກໍ​ຕາມ?

  • ຖ້າ​ມີ​ການ​ແນະນຳ​ໃຫ້​ໃຊ້​ຢາ​ທີ່​ມີ​ສ່ວນ​ປະກອບ​ຍ່ອຍ​ຂອງ​ເລືອດ ຢາ​ນັ້ນ​ມີ​ສ່ວນ​ປະກອບ​ຫຍັງ​ແດ່? ຈະ​ໃຊ້​ຢາ​ນີ້​ໃນ​ປະລິມານ​ເທົ່າ​ໃດ ແລະ​ຈະ​ໃຊ້​ແນວ​ໃດ?

  • ຖ້າ​ສະຕິ​ຮູ້ສຶກ​ຜິດ​ຊອບ​ຂອງ​ຂ້ອຍ​ຍອມ​ໃຫ້​ຮັບ​ສ່ວນ​ປະກອບ​ຍ່ອຍ ຈະ​ມີ​ຄວາມ​ສ່ຽງ​ອັນ​ໃດ​ແດ່​ໃນ​ເລື່ອງ​ການ​ປິ່ນປົວ? ມີ​ທາງ​ເລືອກ​ອື່ນ​ໃນ​ການ​ປິ່ນປົວ​ບໍ?

ກ່ອນ​ຈະ​ຕັດສິນ​ໃຈ​ໃນ​ເລື່ອງ​ທີ່​ກ່າວ​ມາ​ຂ້າງ​ເທິງ​ນັ້ນ ຈົ່ງ​ອະທິດຖານ​ກ່ຽວ​ກັບ​ເລື່ອງ​ນີ້​ຕໍ່​ພະ​ເຢໂຫວາ. ພະອົງ​ສັນຍາ​ວ່າ​ຈະ​ໃຫ້​ສະຕິ​ປັນຍາ​ທີ່​ຈຳເປັນ​ແກ່​ທຸກ​ຄົນ​ທີ່ “ຂໍ​ແຕ່​ພະເຈົ້າ [ຕໍ່ໆໄປ]” ດ້ວຍ​ຄວາມ​ເຊື່ອ.—ຢາໂກໂບ 1:5, 6.

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌