ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ໜສ2 ບົດທີ 2 ໜ້າ 21-27
  • ລັກ​ຄົບ​ກັນ​ມັນ​ຊິ​ເປັນ​ຫຍັງ?

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ລັກ​ຄົບ​ກັນ​ມັນ​ຊິ​ເປັນ​ຫຍັງ?
  • ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 2
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ເຫດຜົນ​ທີ່​ໄວລຸ້ນ​ບາງ​ຄົນ​ລັກ​ຄົບ​ກັນ
  • “ໃຫ້​ເກັບ​ເປັນ​ຄວາມ​ລັບ”
  • ອັນຕະລາຍ​ຂອງ​ການ​ລັກ​ຄົບ​ກັນ
  • ຢ່າ​ປິດ​ບັງ
  • ລັກ​ຄົບ​ຫຼື​ເລື່ອງ​ສ່ວນ​ໂຕ?
  • ‘ຂ້ອຍ​ຮູ້​ວ່າ​ຂ້ອຍ​ຕ້ອງ​ເຮັດ​ແນວ​ໃດ’
  • ຂ້ອຍ​ພ້ອມ​ທີ່​ຈະ​ມີ​ແຟນ​ບໍ?
    ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 2
  • ຄົນ​ນີ້​ເໝາະ​ກັບ​ຂ້ອຍ​ບໍ?
    ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 2
  • ສ່ຳ​ໃດ​ຈຶ່ງ​ເອີ້ນ​ວ່າ​ເກີນ​ຂອບເຂດ?
    ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 2
ຄຳຖາມທີ່ໜຸ່ມສາວຖາມ—ຄຳຕອບທີ່ໃຊ້ໄດ້ຜົນ ເຫຼັ້ມທີ 2
ໜສ2 ບົດທີ 2 ໜ້າ 21-27

ບົດ​ທີ 2

ລັກ​ຄົບ​ກັນ​ມັນ​ຊິ​ເປັນ​ຫຍັງ?

ເຈດຊິກ້າ​ລຳບາກ​ໃຈ​ແລະ​ບໍ່​ຮູ້​ວ່າ​ຊິ​ຕັດສິນໃຈ​ແນວ​ໃດ. ທຸກ​ຢ່າງ​ເລີ່ມ​ຈາກ​ໝູ່​ທີ່​ຮຽນ​ຢູ່​ຫ້ອງ​ດຽວ​ກັນ​ຊື່​ເຈເຣມີ້​ໄດ້​ເລີ່ມ​ສະແດງ​ຄວາມ​ສົນໃຈ​ໃນ​ໂຕ​ເຈດຊິກ້າ. ເຈດຊິກ້າ​ເວົ້າ​ວ່າ: “ລາວ​ຫຼໍ່​ຫຼາຍ ແຖມ​ໝູ່​ຂ້ອຍ​ກໍ​ບອກ​ວ່າ​ລາວ​ເປັນ​ຜູ້​ຊາຍ​ທີ່​ດີ​ທີ່​ສຸດ​ທີ່​ຂ້ອຍ​ເຄີຍ​ເຈິ. ຜູ້​ຍິງ​ຫຼາຍ​ຄົນ​ຢາກ​ເປັນ​ແຟນ​ກັບ​ລາວ ແຕ່​ລາວ​ບໍ່​ສົນໃຈ​ເຂົາເຈົ້າ. ລາວ​ສົນໃຈ​ແຕ່​ຂ້ອຍ​ຜູ້​ດຽວ.”

ບໍ່​ດົນ ເຈເຣມີ້​ກໍ​ຊວນ​ເຈດຊິກ້າ​ອອກ​ໄປ​ຫຼິ້ນ​ນຳ​ກັນ. ເຈດຊິກ້າ​ບອກ​ວ່າ​ລາວ​ເປັນ​ພະຍານ​ພະ​ເຢໂຫວາ​ແລະ​ພໍ່​ແມ່​ກໍ​ບໍ່​ໃຫ້​ລາວ​ຄົບ​ກັບ​ຄົນ​ທີ່​ບໍ່​ມີ​ຄວາມ​ເຊື່ອ. ລາວ​ເລົ່າ​ວ່າ: “ແລ້ວ​ເຈເຣມີ້​ກໍ​ສະເໜີ​ໄອເດຍ​ວ່າ ‘ຊັ້ນ​ເຮົາ​ເປັນ​ແຟນ​ກັນ​ໂດຍ​ບໍ່​ໃຫ້​ພໍ່​ແມ່​ເຈົ້າ​ຮູ້​ກໍ​ໄດ້!’”

ຖ້າ​ຄົນ​ທີ່​ເຈົ້າ​ສົນໃຈ​ສະເໜີ​ແບບ​ນີ້ ເຈົ້າ​ຈະ​ເຮັດ​ແນວ​ໃດ? ເຈົ້າ​ອາດ​ຈະ​ບໍ່​ຄິດ​ວ່າ​ເຈດຊິກ້າ​ຊິ​ຍອມ​ເຮັດ​ຕາມ​ແຜນ​ຂອງ​ເຈເຣມີ້. ເຈດຊິກ້າ​ເວົ້າ​ວ່າ: “ຖ້າ​ຂ້ອຍ​ເປັນ​ແຟນ​ກັບ​ລາວ ຂ້ອຍ​ຄື​ຊິ​ຊ່ວຍ​ລາວ​ໃຫ້​ມາ​ຮູ້​ຈັກ​ແລະ​ຮັກ​ພະ​ເຢໂຫວາ​ໄດ້.” ຜົນ​ເປັນ​ແນວ​ໃດ? ດຽວ​ເຮົາ​ຈະ​ໄດ້​ຮູ້​ນຳ​ກັນ. ແຕ່​ກ່ອນ​ອື່ນ​ໃຫ້​ເຮົາ​ມາ​ເບິ່ງ​ວ່າ ເປັນ​ຫຍັງ​ບາງ​ຄົນ​ຈຶ່ງ​ລັກ​ມີ​ແຟນ​ທັງໆ​ທີ່​ຮູ້​ວ່າ​ມັນ​ບໍ່​ຖືກ.

ເຫດຜົນ​ທີ່​ໄວລຸ້ນ​ບາງ​ຄົນ​ລັກ​ຄົບ​ກັນ

ເປັນ​ຫຍັງ​ບາງ​ຄົນ​ຈຶ່ງ​ລັກ​ຄົບ​ກັນ? ໄວລຸ້ນ​ຊາຍ​ຊື່​ດາວິດ​ເວົ້າ​ກົງໆ​ວ່າ: “ເຂົາເຈົ້າ​ຮູ້​ວ່າ​ພໍ່​ແມ່​ຈະ​ບໍ່​ເຫັນດີ​ນຳ ເຂົາເຈົ້າ​ຈຶ່ງ​ບໍ່​ບອກ​ພໍ່​ແມ່.” ເຈນ​ເວົ້າ​ເຖິງ​ອີກ​ເຫດຜົນ​ໜຶ່ງ. ລາວ​ເວົ້າ​ວ່າ: “ການ​ລັກ​ມີ​ແຟນ​ສະແດງ​ໃຫ້​ເຫັນ​ວ່າ​ເຈົ້າ​ເປັນ​ໂຕ​ຂອງ​ໂຕເອງ. ເຈົ້າ​ຮູ້ສຶກ​ວ່າ​ໂຕເອງ​ໃຫຍ່​ແລ້ວ​ແຕ່​ພໍ່​ແມ່​ຍັງ​ເຮັດ​ຄື​ກັບ​ວ່າ​ເຈົ້າ​ເປັນ​ເດັກນ້ອຍ ເຈົ້າ​ຈຶ່ງ​ຢາກ​ຕັດສິນໃຈ​ເອງ​ວ່າ​ຈະ​ເຮັດ​ຫຍັງ​ໂດຍ​ທີ່​ບໍ່​ບອກ​ພໍ່​ແມ່.”

ເຈົ້າ​ຄິດ​ວ່າ​ມີ​ເຫດຜົນ​ຫຍັງ​ອີກ​ບໍ​ທີ່​ເຮັດ​ໃຫ້​ບາງ​ຄົນ​ລັກ​ມີ​ແຟນ? ຖ້າ​ຄິດ​ອອກ ຂໍ​ໃຫ້​ຂຽນ​ໃສ່​ທາງ​ລຸ່ມ​ນີ້.

․․․․․

ເຈົ້າ​ຮູ້​ວ່າ​ຄຳພີ​ໄບເບິນ​ບອກ​ໃຫ້​ເຈົ້າ​ເຊື່ອຟັງ​ພໍ່​ແມ່. (ເອເຟໂຊ 6:1) ແລະ​ຖ້າ​ພໍ່​ແມ່​ບໍ່​ຢາກ​ໃຫ້​ເຈົ້າ​ມີ​ແຟນ ເຂົາເຈົ້າ​ກໍ​ຕ້ອງ​ມີ​ເຫດຜົນ​ທີ່​ດີ​ແນ່ນອນ. ແຕ່​ມັນ​ກໍ​ບໍ່​ແປກ​ຖ້າ​ບາງ​ເທື່ອ​ເຈົ້າ​ຈະ​ຮູ້ສຶກ​ວ່າ:

● ທຸກ​ຄົນ​ມີ​ແຟນ​ໝົດ​ຍົກເວັ້ນ​ຂ້ອຍ ຂ້ອຍ​ລະ​ບໍ່​ຄື​ໝູ່.

● ຂ້ອຍ​ມັກ​ຄົນ​ທີ່​ບໍ່​ໄດ້​ເປັນ​ພະຍານ​ພະ​ເຢໂຫວາ.

● ຂ້ອຍ​ຢາກ​ມີ​ແຟນ​ທີ່​ເປັນ​ພະຍານ​ພະ​ເຢໂຫວາ ແຕ່​ຂ້ອຍ​ກໍ​ຍັງ​ນ້ອຍ​ຢູ່.

ເຈົ້າ​ຄື​ຊິ​ຮູ້​ດີ​ວ່າ​ພໍ່​ແມ່​ຂອງ​ເຈົ້າ​ຈະ​ເວົ້າ​ແນວ​ໃດ​ກ່ຽວກັບ​ຄຳເວົ້າ​ທາງ​ເທິງ​ນີ້ ແລະ​ເລິກໆ​ໃນ​ໃຈ​ແລ້ວ ເຈົ້າ​ກໍ​ຮູ້​ວ່າ​ພໍ່​ແມ່​ຂອງ​ເຈົ້າ​ເປັນ​ຝ່າຍ​ຖືກ. ແຕ່​ເຈົ້າ​ອາດ​ຮູ້ສຶກ​ຄື​ກັບ​ຜູ້​ຍິງ​ທີ່​ຊື່​ມານາມິ ເຊິ່ງ​ເວົ້າ​ວ່າ: “ເປັນ​ໄປ​ບໍ່​ໄດ້​ດອກ​ທີ່​ໄວລຸ້ນ​ໃນ​ທຸກ​ມື້​ນີ້​ຈະ​ບໍ່​ມີ​ແຟນ. ຂ້ອຍ​ເອງ​ກໍ​ຢາກ​ມີ​ຄື​ກັນ ຂ້ອຍ​ຈຶ່ງ​ຮູ້ສຶກ​ຖືກ​ກົດ​ດັນ​ຫຼາຍ​ຈົນ​ບາງ​ເທື່ອ​ກໍ​ເລີ່ມ​ສົງໄສ​ວ່າ​ໂຕເອງ​ຄິດ​ຖືກ​ແລ້ວ​ບໍ​ທີ່​ບໍ່​ຍອມ​ມີ​ແຟນ.” ເມື່ອ​ມີ​ຄວາມ​ກົດ​ດັນ​ແບບ​ນີ້ ບາງ​ຄົນ​ຈຶ່ງ​ເລີ່ມ​ມີ​ແຟນ​ໂດຍ​ບໍ່​ໃຫ້​ພໍ່​ແມ່​ຮູ້. ເຂົາເຈົ້າ​ເຮັດ​ແນວ​ໃດ?

“ໃຫ້​ເກັບ​ເປັນ​ຄວາມ​ລັບ”

ເມື່ອ​ເວົ້າ​ເຖິງ “ການ​ລັກ​ຄົບ​ກັນ” ໝາຍ​ຄວາມ​ວ່າ​ຈະ​ຕ້ອງ​ມີ​ການ​ຕົວະ​ຢູ່​ນຳ. ບາງ​ຄົນ​ລັກ​ລົມ​ກັນ​ທາງ​ໂທລະສັບ​ຫຼື​ອິນເຕີເນັດ​ເພື່ອ​ຈະ​ບໍ່​ໃຫ້​ໃຜ​ຮູ້. ຕອນ​ຢູ່​ຕໍ່​ໜ້າ​ຄົນ​ອື່ນ ເຂົາເຈົ້າ​ເຮັດ​ຄື​ວ່າ​ເປັນ​ໝູ່​ກັນ ແຕ່​ຕອນ​ລົມ​ກັນ​ທາງ​ໂທລະສັບ ອີເມວ ແລະ​ຂໍ້​ຄວາມ​ພັດ​ເຮັດ​ໃຫ້​ເຫັນ​ວ່າ​ເຂົາເຈົ້າ​ກຳລັງ​ເປັນ​ແຟນ​ກັນ​ແທ້ໆ.

ອີກ​ວິທີ​ໜຶ່ງ​ທີ່​ເຮັດ​ແມ່ນ​ການ​ຈັດ​ກິດຈະກຳ​ຫຼື​ໄປ​ທ່ຽວ​ເປັນ​ກຸ່ມ ຈາກ​ນັ້ນ​ກໍ​ແຍກ​ອອກ​ມາ​ຢູ່​ນຳ​ກັນ​ເປັນ​ຄູ່. ເຈມສ໌​ບອກ​ວ່າ: “ມີ​ຢູ່​ເທື່ອ​ໜຶ່ງ ມີ​ຄົນ​ຊວນ​ພວກ​ເຮົາ​ໄປ​ທ່ຽວ​ນຳ​ກັນ​ເປັນ​ກຸ່ມ ບາດ​ໄປ​ແລ້ວ​ເຮົາ​ຈຶ່ງ​ໄດ້​ມາ​ຮູ້​ວ່າ​ເຂົາເຈົ້າ​ວາງ​ແຜນ​ໃຫ້​ໝູ່​ສອງ​ຄົນ​ໄດ້​ຢູ່​ນຳ​ກັນ. ແລ້ວ​ສອງ​ຄົນ​ນັ້ນ​ກໍ​ຂໍ​ໃຫ້​ເຮົາ​ເກັບ​ເລື່ອງ​ນີ້​ໄວ້​ເປັນ​ຄວາມ​ລັບ.”

ຄື​ກັບ​ທີ່​ເຈມສ໌​ບອກ ຄົນ​ທີ່​ລັກ​ຄົບ​ກັນ​ໄດ້​ມັກ​ຈະ​ມີ​ໝູ່​ໃຫ້​ຄວາມ​ຮ່ວມ​ມື. ແຄຣໍ​ເວົ້າ​ວ່າ: “ຫຼາຍ​ເທື່ອ ມີ​ໝູ່​ຢ່າງ​ໜ້ອຍ​ໜຶ່ງ​ຄົນ​ທີ່​ຮູ້​ກ່ຽວກັບ​ແຜນການ​ນີ້​ແຕ່​ເລືອກ​ທີ່​ຈະ​ບໍ່​ບອກ​ໃຜ ຍ້ອນ​ຢ້ານ​ໝູ່​ຄຽດ.” ບາງ​ເທື່ອ​ກໍ​ເຖິງຂັ້ນ​ຕົວະ​ກັນ. ເບດ​ອາຍຸ 17 ປີ​ເວົ້າ​ວ່າ: “ຫຼາຍ​ຄົນ​ຕ້ອງ​ຕົວະ​ພໍ່​ແມ່​ເພື່ອ​ບໍ່​ໃຫ້​ຮູ້​ວ່າ​ໄປ​ທ່ຽວ​ກັບ​ແຟນ.” ມິຊາກິ​ອາຍຸ 19 ປີ ກໍ​ເຄີຍ​ເຮັດ​ແບບ​ນັ້ນ. ລາວ​ເວົ້າ​ວ່າ: “ຂ້ອຍ​ຕ້ອງ​ລະວັງ​ຕອນ​ທີ່​ຕົວະ​ພໍ່​ແມ່. ຂ້ອຍ​ບອກ​ຄວາມ​ຈິງ​ທຸກ​ຢ່າງ ແຕ່​ບໍ່​ໄດ້​ບອກ​ວ່າ​ມີ​ແຟນ​ໄປ​ນຳ​ເພື່ອ​ພໍ່​ແມ່​ຈະ​ຍັງ​ໄວ້ໃຈ​ຂ້ອຍ.”

ອັນຕະລາຍ​ຂອງ​ການ​ລັກ​ຄົບ​ກັນ

ຖ້າ​ຕອນນີ້​ເຈົ້າ​ລັກ​ຄົບ​ກັບ​ຄົນ​ໜຶ່ງ​ຢູ່ ຫຼື​ກຳລັງ​ຄິດ​ທີ່​ຈະ​ເຮັດ​ແບບ​ນັ້ນ ໃຫ້​ເຈົ້າ​ຖາມ​ໂຕເອງ​ດ້ວຍ​ຄຳ​ຖາມ​ສອງ​ຂໍ້​ຕໍ່​ໄປ​ນີ້:

ຜົນ​ຈະ​ເປັນ​ແນວ​ໃດ? ເຈົ້າ​ຕັ້ງໃຈ​ຈະ​ແຕ່ງດອງ​ກັບ​ຄົນ​ນີ້​ໃນ​ໄວໆ​ນີ້​ບໍ? ອີວານ​ອາຍຸ 20 ປີ​ເວົ້າ​ວ່າ: “ການ​ມີ​ແຟນ​ໂດຍ​ບໍ່​ໄດ້​ຄິດ​ທີ່​ຈະ​ແຕ່ງດອງ​ກໍ​ຄື​ກັບ​ການ​ໂຄສະນາ​ສິ່ງ​ທີ່​ເຈົ້າ​ບໍ່​ຢາກ​ຂາຍ.” ຜົນ​ເປັນ​ແນວ​ໃດ? ສຸພາສິດ 13:12 ບອກ​ວ່າ “ຄວາມ​ຫວັງ​ທີ່​ຖືກ​ເລື່ອນ​ອອກ​ໄປ​ເຮັດ​ໃຫ້​ເສຍໃຈ.” ເຈົ້າ​ຢາກ​ໃຫ້​ຄົນ​ທີ່​ເຈົ້າ​ສົນໃຈ​ເສຍໃຈ​ແທ້ໆ​ບໍ? ຄຳ​ເຕືອນ​ອີກ​ຢ່າງ​ໜຶ່ງ​ແມ່ນ ການ​ລັກ​ມີ​ແຟນ​ຈະ​ເຮັດ​ໃຫ້​ພໍ່​ແມ່​ແລະ​ຜູ້​ໃຫຍ່​ຄົນ​ອື່ນໆ​ທີ່​ເປັນ​ຫ່ວງ​ເຈົ້າ​ບໍ່​ຮູ້​ວ່າ​ເຈົ້າ​ກຳລັງ​ຄົບ​ກັບ​ເພດ​ກົງ​ກັນ​ຂ້າມ​ຢູ່ ເຂົາເຈົ້າ​ເລີຍ​ບໍ່​ສາມາດ​ຄຳ​ແນະນຳ​ດີໆ​ໃນ​ເລື່ອງ​ການ​ມີ​ແຟນ. ນີ້​ອາດ​ເຮັດ​ໃຫ້​ເຈົ້າ​ມີ​ໂອກາດ​ທີ່​ຈະ​ເຮັດ​ຜິດ​ສິນລະທຳ​ທາງ​ເພດ​ໄດ້​ງ່າຍ.—ຄາລາເຕຍ 6:7

ພະ​ເຢໂຫວາ​ພະເຈົ້າ​ຮູ້ສຶກ​ແນວ​ໃດ​ກັບ​ສິ່ງ​ທີ່​ຂ້ອຍ​ເຮັດ​ຢູ່? ຄຳພີ​ໄບເບິນ​ບອກ​ວ່າ: “ທຸກ​ສິ່ງ​ຖືກ​ເປີດເຜີຍ​ແລະ​ປາກົດ​ແຈ້ງ​ຕໍ່​ສາຍ​ຕາ​ຂອງ​ເພິ່ນ​ຜູ້​ທີ່​ພວກ​ເຮົາ​ຕ້ອງ​ໃຫ້​ການ.” (ເຮັບເຣີ 4:13) ດັ່ງນັ້ນ ເຖິງ​ວ່າ​ເຈົ້າ​ຈະ​ພະຍາຍາມ​ປິດ​ບັງ​ເລື່ອງ​ທີ່​ໂຕເອງ​ມີ​ແຟນ ຫຼື​ປິດ​ບັງ​ຊ່ວຍ​ໝູ່ ແຕ່​ພະ​ເຢໂຫວາ​ກໍ​ຮູ້. ແລະ​ຖ້າ​ເຈົ້າ​ຕົວະ ເຈົ້າ​ກໍ​ແຮ່ງ​ຕ້ອງ​ຄິດ​ໃຫ້​ດີໆ​ເພາະ​ພະ​ເຢໂຫວາ​ພະເຈົ້າ​ຊັງ​ການ​ເວົ້າ​ຕົວະ. ທີ່​ຈິງ “ລີ້ນ​ທີ່​ເວົ້າ​ຕົວະ” ຈັດ​ຢູ່​ໃນ​ອັນ​ດັບ​ຕົ້ນໆ​ຂອງ​ສິ່ງ​ທີ່​ເພິ່ນ​ຊັງ​ທີ່​ບອກ​ໃນ​ຄຳພີ​ໄບເບິນ.—ສຸພາສິດ 6:16-19

ຢ່າ​ປິດ​ບັງ

ຖ້າ​ຕອນນີ້​ເຈົ້າ​ກຳລັງ​ຄົບ​ກັບ​ໃຜ​ຢູ່​ກໍ​ຄວນ​ບອກ​ໃຫ້​ພໍ່​ແມ່​ຫຼື​ພີ່ນ້ອງ​ທີ່​ເປັນ​ຜູ້​ໃຫຍ່​ຮູ້. ແລະ​ຖ້າ​ໝູ່​ຂອງ​ເຈົ້າ​ລັກ​ມີ​ແຟນ ກໍ​ຢ່າ​ຊ່ວຍ​ເຂົາເຈົ້າ​ປິດ​ບັງ. (1 ຕີໂມທຽວ 5:22) ຖ້າ​ເຈົ້າ​ຊ່ວຍ​ໝູ່​ປິດ​ບັງ ແລ້ວ​ມີ​ເລື່ອງ​ທີ່​ບໍ່​ດີ​ເກີດຂຶ້ນ​ກັບ​ເຂົາເຈົ້າ ເຈົ້າ​ຈະ​ຮູ້ສຶກ​ແນວ​ໃດ? ເຈົ້າ​ຕ້ອງ​ມີ​ສ່ວນ​ຮັບ​ຜິດ​ຊອບ​ກັບ​ເລື່ອງ​ນີ້​ນຳ​ບໍ່​ແມ່ນ​ບໍ?

ສົມມຸດ​ວ່າ​ໝູ່​ຂອງ​ເຈົ້າ​ເປັນ​ໂລກ​ເບົາ​ຫວານ​ແລະ​ລັກ​ກິນ​ເຂົ້າໜົມ​ຫວານ. ຖ້າ​ເຈົ້າ​ຮູ້​ເລື່ອງ​ນີ້ ແຕ່​ໝູ່​ຂອງ​ເຈົ້າ​ຂໍ​ບໍ່​ໃຫ້​ບອກ​ໃຜ ເຈົ້າ​ຈະ​ເຮັດ​ເປັນ​ແນວ​ໃດ? ເຈົ້າ​ຈະ​ຊ່ວຍ​ໝູ່​ປິດ​ບັງ​ຫຼື​ຈະ​ຊ່ວຍ​ຊີວິດ​ລາວ​ໂດຍ​ລົງມື​ເຮັດ​ຫຍັງ​ບາງຢ່າງ?

ຄ້າຍ​ກັນ​ເຈົ້າ​ຕ້ອງ​ຕັດສິນໃຈ​ວ່າ​ຈະ​ເຮັດ​ແນວ​ໃດ​ຖ້າ​ເຈົ້າ​ຮູ້​ວ່າ​ໝູ່​ກຳລັງ​ລັກ​ຄົບ​ກັບ​ຄົນ​ໜຶ່ງ​ຢູ່. ຢ່າ​ຢ້ານ​ວ່າ​ຈະ​ເສຍ​ໝູ່. ເມື່ອ​ເວລາ​ຜ່ານ​ໄປ ໝູ່​ແທ້​ຈະ​ຮູ້​ວ່າ​ທີ່​ເຈົ້າ​ເຮັດ​ແບບ​ນີ້​ກໍ​ເພື່ອ​ປະໂຫຍດ​ຂອງ​ລາວ.—ເພງ​ສັນລະເສີນ 141:5

ລັກ​ຄົບ​ຫຼື​ເລື່ອງ​ສ່ວນ​ໂຕ?

ການ​ທີ່​ຄົນ​ໃດ​ຄົນ​ໜຶ່ງ​ຄົບ​ກັນ​ແຕ່​ຍັງ​ບໍ່​ເປີດເຜີຍ ກໍ​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ຄົນ​ນັ້ນ​ເວົ້າ​ຕົວະ​ສະເໝີ​ໄປ. ຕົວຢ່າງ​ເຊັ່ນ ບາງ​ຄູ່​ຢາກ​ຮູ້​ຈັກ​ກັນ​ກ່ອນ​ໄລຍະ​ໜຶ່ງ ແຕ່​ກໍ​ບໍ່​ຢາກ​ໃຫ້​ຫຼາຍ​ຄົນ​ຮູ້​ວ່າ​ເຂົາເຈົ້າ​ຄົບ​ກັນ. ຍ້ອນຫຍັງ? ຄື​ກັບ​ທີ່​ໂທມັດ​ບອກ ອາດ​ເປັນ​ຍ້ອນ “ເຂົາເຈົ້າ​ບໍ່​ຢາກ​ໃຫ້​ໃຜ​ມາ​ຖາມ​ຕະຫຼອດ​ວ່າ ‘ພວກ​ເຈົ້າ​ຊິ​ແຕ່ງດອງ​ກັນ​ມື້​ໃດ?’”

ຄວາມ​ກົດ​ດັນ​ຈາກ​ຄົນ​ອື່ນ​ອາດ​ຈະ​ກໍ່​ຜົນ​ເສຍຫາຍ​ໄດ້. (ເພງ​ຂອງ​ໂຊໂລໂມນ 2:7) ດັ່ງນັ້ນ ໃນ​ຊ່ວງ​ທີ່​ເລີ່ມ​ຄົບ​ກັນ ບາງ​ຄົນ​ຈຶ່ງ​ຕັ້ງໃຈ​ທີ່​ຈະ​ບໍ່​ບອກ​ໃຫ້​ຄົນ​ອື່ນ​ຮູ້. (ສຸພາສິດ 10:19) ແອນ​ນ້າ​ອາຍຸ 20 ປີ​ເວົ້າ​ວ່າ: “ການ​ເຮັດ​ແບບ​ນີ້​ຊ່ວຍ​ໃຫ້​ທັງ​ສອງ​ຄົນ​ມີ​ເວລາ​ຕັດສິນໃຈ​ວ່າ​ເຂົາເຈົ້າ​ຈະ​ເຂົ້າ​ກັນ​ໄດ້​ບໍ່. ຖ້າ​ຄິດ​ວ່າ​ເຂົ້າ​ກັນ​ໄດ້ ກໍ​ຈຶ່ງ​ຈະ​ບອກ​ຄົນ​ອື່ນ.”

ແຕ່​ໃນ​ຂະນະ​ດຽວ​ກັນ ເຈົ້າ​ກໍ​ບໍ່​ຄວນ​ປິດ​ບັງ​ຈາກ​ຜູ້​ທີ່​ມີ​ສິດ​ຮູ້​ກ່ຽວກັບ​ເລື່ອງ​ນີ້ ເຊັ່ນ ພໍ່​ແມ່​ຂອງ​ເຈົ້າ​ຫຼື​ພໍ່​ແມ່​ຂອງ​ຄົນ​ທີ່​ເຈົ້າ​ກຳລັງ​ຄົບຫາ. ແທ້ໆ​ແລ້ວ ຖ້າ​ເຈົ້າ​ບໍ່​ຢາກ​ບອກ​ວ່າ​ເຈົ້າ​ມີ​ແຟນ ເຈົ້າ​ກໍ​ຄວນ​ຖາມ​ໂຕເອງ​ວ່າ​ຍ້ອນຫຍັງ. ຫຼື​ເຈົ້າ​ຮູ້​ຢູ່​ແລ້ວ​ວ່າ​ຖ້າ​ບອກ​ພໍ່​ແມ່ ເຂົາເຈົ້າ​ກໍ​ຄື​ຊິ​ບໍ່​ຍອມ​ໃຫ້​ຄົບ​ກັນ?

‘ຂ້ອຍ​ຮູ້​ວ່າ​ຂ້ອຍ​ຕ້ອງ​ເຮັດ​ແນວ​ໃດ’

ໃນ​ຕອນ​ຕົ້ນ ເຮົາ​ເວົ້າ​ເຖິງ​ເຈດຊິກ້າ​ທີ່​ລັກ​ເປັນ​ແຟນ​ກັບ​ເຈເຣມີ້ ແຕ່​ຕໍ່​ມາ​ລາວ​ກໍ​ປ່ຽນ​ໃຈ​ຫຼັງ​ຈາກ​ທີ່​ໄດ້​ລົມ​ກັບ​ພີ່ນ້ອງ​ຄລິດສະຕຽນ​ຄົນ​ໜຶ່ງ​ທີ່​ເຄີຍ​ລັກ​ມີ​ແຟນ​ຄື​ກັນ. ເຈດຊິກ້າ​ເວົ້າ​ວ່າ: “ເມື່ອ​ຂ້ອຍ​ຮູ້​ວ່າ​ພີ່ນ້ອງ​ຄົນ​ນັ້ນ​ເລີກ​ກັບ​ແຟນ ຂ້ອຍ​ກໍ​ຮູ້​ເລີຍ​ວ່າ​ຂ້ອຍ​ຕ້ອງ​ເຮັດ​ແນວ​ໃດ.” ມັນ​ງ່າຍ​ບໍ​ທີ່​ຈະ​ເລີກ​ກັນ? ບໍ່​ງ່າຍ​ເລີຍ! ເຈດຊິກ້າ​ບອກ​ວ່າ: “ລາວ​ເປັນ​ຜູ້​ຊາຍ​ຄົນ​ດຽວ​ທີ່​ຂ້ອຍ​ມັກ​ຫຼາຍ​ແທ້ໆ. ຂ້ອຍ​ຮ້ອງໄຫ້​ທຸກ​ມື້​ບັກ​ຫຼາຍໆ​ອາທິດ.”

ເຖິງ​ວ່າ​ເຈດຊິກ້າ​ຈະ​ຫຼົງ​ເຮັດ​ສິ່ງ​ທີ່​ບໍ່​ດີ​ແດ່ ແຕ່​ລາວ​ກໍ​ຢາກ​ເຮັດ​ສິ່ງ​ທີ່​ຖືກຕ້ອງ​ແທ້ໆ​ຍ້ອນ​ລາວ​ຮັກ​ພະ​ເຢໂຫວາ. ເມື່ອ​ເວລາ​ຜ່ານ​ໄປ ຄວາມ​ເຈັບ​ປວດ​ຈາກ​ການ​ອົກ​ຫັກ​ກໍ​ຄ່ອຍໆ​ຫາຍ​ໄປ. ເຈດຊິກ້າ​ເວົ້າ​ວ່າ: “ຕອນນີ້ ຄວາມ​ສຳພັນ​ຂອງ​ຂ້ອຍ​ກັບ​ພະ​ເຢໂຫວາ​ດີ​ຂຶ້ນ​ກວ່າ​ແຕ່​ກ່ອນ. ຂ້ອຍ​ຮູ້ສຶກ​ຂອບໃຈ​ເພິ່ນ​ຫຼາຍ​ແທ້ໆ​ທີ່​ຊີ້ນຳ​ຂ້ອຍ​ໃນ​ເວລາ​ທີ່​ເໝາະສົມ!”

ໃນ​ບົດ​ຕໍ່​ໄປ

ຖ້າ​ເຈົ້າ​ພ້ອມ​ທີ່​ຈະ​ມີ​ແຟນ​ແລ້ວ ແລະ​ເຈິ​ຄົນ​ທີ່​ເຈົ້າ​ມັກ​ແລ້ວ ເຈົ້າ​ຈະ​ຮູ້​ໄດ້​ແນວ​ໃດ​ວ່າ​ຄົນ​ນີ້​ເໝາະ​ກັບ​ເຈົ້າ?

ຂໍ້​ຄຳພີ​ຫຼັກ

“ພວກ​ເຮົາ​ຕັ້ງໃຈ​ຈະ​ປະພຶດ​ໂຕ​ສັດຊື່​ໃນ​ທຸກ​ເລື່ອງ.”—ເຮັບເຣີ 13:18

ຄຳ​ແນະນຳ

ເຈົ້າ​ບໍ່​ຈຳເປັນ​ຕ້ອງ​ປະກາດ​ໃຫ້​ທຸກ​ຄົນ​ຮູ້​ວ່າ​ເຈົ້າ​ມີ​ແຟນ. ແຕ່​ຢ່າງ​ໜ້ອຍ​ເຈົ້າ​ຄວນ​ບອກ​ພໍ່​ແມ່​ຂອງ​ເຈົ້າ ແລະ​ພໍ່​ແມ່​ຂອງ​ແຟນ ເພາະ​ເຂົາເຈົ້າ​ມີ​ສິດ​ທີ່​ຈະ​ຮູ້.

ເຈົ້າ​ຮູ້​ບໍ . . . ?

ເພື່ອ​ຈະ​ຄົບ​ກັນ​ໄດ້​ດົນໆ​ຕ້ອງ​ມີ​ຄວາມ​ໄວ້ໃຈ​ກັນ. ການ​ລັກ​ຄົບ​ກັນ​ເຮັດ​ໃຫ້​ພໍ່​ແມ່​ບໍ່​ໄວ້ໃຈ​ເຈົ້າ ແລະ​ຍັງ​ທຳລາຍ​ຄວາມ​ສຳພັນ​ຂອງ​ເຈົ້າ​ກັບ​ແຟນ​ນຳ.

ແຜນ​ພາກ​ປະຕິບັດ!

ຖ້າ​ຂ້ອຍ​ກຳລັງ​ລັກ​ຄົບ​ກັບ​ພີ່ນ້ອງ​ຄລິດສະຕຽນ ຂ້ອຍ​ຈະ ․․․․․

ຖ້າ​ໝູ່​ຂອງ​ຂ້ອຍ​ລັກ​ມີ​ແຟນ ຂ້ອຍ​ຈະ ․․․․․

ສິ່ງ​ທີ່​ຂ້ອຍ​ຢາກ​ຖາມ​ພໍ່​ແມ່​ກ່ຽວກັບ​ເລື່ອງ​ນີ້​ແມ່ນ ․․․․․

ເຈົ້າ​ຄິດ​ແນວ​ໃດ?

● ກັບ​ໄປ​ເບິ່ງ​ສາມ​ສະຖານະການ​ໃນ​ໜ້າ​ທີ 22 ທີ່​ເນັ້ນ​ດ້ວຍ​ໂຕ​ເຂັ້ມ. ລອງ​ຄິດ​ເບິ່ງ​ວ່າ​ບາງ​ເທື່ອ​ເຈົ້າ​ຮູ້ສຶກ​ຄື​ກັບ​ຂໍ້​ໃດ?

● ເຈົ້າ​ຈະ​ຈັດການ​ກັບ​ບັນຫາ​ນັ້ນ​ແນວ​ໃດ​ໂດຍ​ບໍ່​ລັກ​ມີ​ແຟນ?

● ເຈົ້າ​ຈະ​ເຮັດ​ແນວ​ໃດ​ຖ້າ​ເຈົ້າ​ຮູ້​ວ່າ​ໝູ່​ກຳລັງ​ລັກ​ມີ​ແຟນ ແລະ​ເປັນ​ຫຍັງ​ເຈົ້າ​ຈຶ່ງ​ເລືອກ​ທີ່​ຈະ​ເຮັດ​ແບບ​ນັ້ນ?

[ຖ້ອຍ​ຄຳ​ທີ່​ຍົກ​ມາ​ໜ້າ 27]

“ຂ້ອຍ​ເລີກ​ກັບ​ຜູ້​ຊາຍ​ຄົນ​ນັ້ນ​ແລ້ວ. ທຸກ​ເທື່ອ​ທີ່​ເຫັນ​ລາວ​ຢູ່​ໂຮງຮຽນ ຂ້ອຍ​ກໍ​ຮູ້ສຶກ​ເຈັບ​ປວດ​ໃຈ​ຫຼາຍ. ແຕ່​ຂ້ອຍ​ຮູ້​ວ່າ​ພະ​ເຢໂຫວາ​ພະເຈົ້າ​ເຫັນ​ທຸກ​ຢ່າງ​ທີ່​ເຮົາ​ເຮັດ​ແລະ​ຮູ້​ດີ​ກວ່າ​ເຮົາ ເຮົາ​ຈຶ່ງ​ຕ້ອງ​ໄວ້ໃຈ​ເພິ່ນ.”—ເຈດຊິກ້າ

[ຮູບ​ພາບ​ໜ້າ 25]

ເມື່ອ​ໝູ່​ລັກ​ມີ​ແຟນ​ແລ້ວ​ເຮົາ​ຊ່ວຍ​ປິດ​ບັງ ກໍ​ຄື​ກັບ​ເຮົາ​ຊ່ວຍ​ປິດ​ບັງ​ຄົນ​ທີ່​ເປັນ​ເບົາ​ຫວານ​ທີ່​ລັກ​ກິນ​ຂອງ​ຫວານ

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌