ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຂຊຄ ໜ້າ 51-55
  • ແຕ່ງດອງ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ແຕ່ງດອງ
  • ຂໍ້ຄຳພີສຳລັບການໃຊ້ຊີວິດຂອງຄລິດສະຕຽນ
ຂໍ້ຄຳພີສຳລັບການໃຊ້ຊີວິດຂອງຄລິດສະຕຽນ
ຂຊຄ ໜ້າ 51-55

ແຕ່ງດອງ

ການ​ແຕ່ງດອງ​ມີ​ທີ່​ມາ​ແນວ​ໃດ?

ປຖກ 1:27, 28; 2:22-24; ມທ 19:4-6

ຄລິດສະຕຽນ​ຄວນ​ເລືອກ​ໃຜ​ເປັນ​ຄູ່​ແຕ່ງດອງ?

ເປັນ​ຫຍັງ​ຄລິດສະຕຽນ​ແທ້​ຈຶ່ງ​ບໍ່​ຍອມ​ໃຫ້​ລູກ​ຊາຍ​ຫຼື​ລູກ​ສາວ​ທີ່​ຮັບ​ບັບເຕມາ​ແລ້ວ​ແຕ່ງດອງ​ກັບ​ຄົນ​ທີ່​ບໍ່​ໄດ້​ເປັນ​ຜູ້​ຮັບໃຊ້​ຂອງ​ພະ​ເຢໂຫວາ​ທີ່​ອຸທິດ​ໂຕ​ແລະ​ຮັບ​ບັບເຕມາ?

1ກຣ 7:39; 2ກຣ 6:14, 15

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ປຖກ 24:1-4, 7—ອັບຣາຮາມ​ທີ່​ເຖົ້າ​ຫຼາຍ​ແລ້ວ​ໄດ້​ຕັດສິນໃຈ​ຫາ​ເມຍ​ໃຫ້​ອີຊາກ​ລູກ​ຊາຍ​ຂອງ​ລາວ​ຈາກ​ຜູ້​ທີ່​ຮັບໃຊ້​ພະ​ເຢໂຫວາ ບໍ່​ແມ່ນ​ຈາກ​ຄົນ​ການາອານ​ທີ່​ນະມັດສະການ​ພະ​ເຈົ້າ​ອື່ນ​ໆ​

    • ປຖກ 28:1-4—ອີຊາກ​ບອກ​ຢາໂຄບ​ວ່າ​ລາວ​ບໍ່​ຄວນ​ແຕ່ງດອງ​ກັບ​ຜູ້​ຍິງ​ຄົນ​ການາອານ ແຕ່​ໃຫ້​ຫາ​ເມຍ​ທີ່​ຮັບໃຊ້​ພະ​ເຢໂຫວາ

ພະ​ເຢໂຫວາ​ຮູ້ສຶກ​ແນວ​ໃດ​ເມື່ອ​ຜູ້​ຮັບໃຊ້​ຂອງ​ເພິ່ນ​ແຕ່ງດອງ​ກັບ​ຜູ້​ທີ່​ບໍ່​ມີ​ຄວາມ​ເຊື່ອ?

ພບຍ 7:3, 4

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • 1ກສ 11:1-6, 9-11—ໂຊໂລໂມນ​ເຮັດ​ສິ່ງ​ທີ່​ຂັດ​ກັບ​ກົດໝາຍ​ຂອງ​ພະ​ເຢໂຫວາ​ໂດຍ​ແຕ່ງດອງ​ກັບ​ຜູ້​ຍິງ​ຕ່າງ​ຊາດ​ແລະ​ຍອມ​ໃຫ້​ຜູ້​ຍິງ​ເຫຼົ່າ​ນັ້ນ​ຊັກ​ຈູງ​ລາວ​ໃຫ້​ນະມັດສະການ​ພະ​ປອມ ພະ​ເຢໂຫວາ​ຈຶ່ງ​ໃຈ​ຮ້າຍ​ໃຫ້​ລາວ​ຫຼາຍ

    • ນຮຢ 13:23-27—ຄື​ກັບ​ພະ​ເຢໂຫວາ ເນເຮມີຢາ​ໃຈ​ຮ້າຍ​ຫຼາຍ​ເມື່ອ​ຜູ້​ຊາຍ​ຄົນ​ອິດສະຣາເອນ​ແຕ່ງດອງ​ກັບ​ຜູ້​ຍິງ​ຕ່າງ​ຊາດ​ທີ່​ບໍ່​ໄດ້​ຮັບໃຊ້​ພະ​ເຢໂຫວາ ດັ່ງນັ້ນ​ລາວ​ຈຶ່ງ​ຮ້າຍ​ແລະ​ເຕືອນ​ເຂົາເຈົ້າ

ເປັນ​ຫຍັງ​ຈຶ່ງ​ເປັນ​ເລື່ອງ​ທີ່​ສະຫຼາດ​ທີ່​ຈະ​ແຕ່ງດອງ​ກັບ​ຄົນ​ທີ່​ຮັບໃຊ້​ພະ​ເຢໂຫວາ​ຢ່າງ​ສັດຊື່​ແລະ​ມີ​ຊື່​ສຽງ​ດີ?

ສພສ 18:22; 31:10, 28

ເບິ່ງ ອຟຊ 5:28-31, 33 ນຳ

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • 1ຊມ 25:2, 3, 14-17—ນາບານ​ເປັນ​ຄົນ​ຮັ່ງ​ຫຼາຍ ແຕ່​ລາວ​ໃຈ​ໂຫດ​ຮ້າຍ​ແລະ​ເປັນ​ຜົວ​ທີ່​ບໍ່​ດີ​ຂອງ​ອາບີກາຍ

    • ສພສ 21:9—ຖ້າ​ເຮົາ​ບໍ່​ເລືອກ​ຢ່າງ​ສະຫຼາດ ເຮົາ​ຄື​ຊິ​ເລືອກ​ແຕ່ງດອງ​ກັບ​ຄົນ​ທີ່​ເຮັດ​ໃຫ້​ເຮົາ​ບໍ່​ມີ​ຄວາມ​ສຸກ​ແລະ​ຄວາມ​ສະຫງົບສຸກ​ນຳ

    • ຣມ 7:2—ອັກຄະສາວົກ​ໂປໂລ​ອະທິບາຍ​ວ່າ​ເມື່ອ​ຜູ້​ຍິງ​ແຕ່ງດອງ ລາວ​ຈະ​ຢູ່​ພາຍ​ໃຕ້​ອຳນາດ​ຂອງ​ຜົວ​ທີ່​ເປັນ​ມະນຸດ​ບໍ່​ສົມບູນແບບ ດັ່ງນັ້ນ ຜູ້​ຍິງ​ທີ່​ສະຫຼາດ​ຈະ​ເລືອກ​ຄູ່​ແຕ່ງດອງ​ຢ່າງ​ລະ​ມັດ​ລະວັງ

ການ​ກະກຽມ​ສຳລັບ​ການ​ແຕ່ງດອງ

ເປັນ​ຫຍັງ​ຜູ້​ຊາຍ​ຄວນ​ກວດ​ສອບ​ໃຫ້​ແນ່​ໃຈ​ວ່າ​ລາວ​ສາມາດ​ເບິ່ງແຍງ​ເມຍ​ແລະ​ລູກ​ໄດ້​ກ່ອນ​ທີ່​ລາວ​ຈະ​ເລີ່ມ​ຄິດ​ກ່ຽວກັບ​ການ​ແຕ່ງດອງ?

1ຕມ 5:8

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ສພສ 24:27—ກ່ອນ​ທີ່​ຜູ້​ຊາຍ​ຈະ​ແຕ່ງດອງ​ແລະ​ມີ​ລູກ ລາວ​ຄວນ​ຈະ​ເຮັດ​ວຽກ​ໜັກ​ເພື່ອ​ໃຫ້​ລາວ​ພ້ອມ​ທີ່​ຈະ​ຫາ​ລ້ຽງ​ຄອບຄົວ

ເປັນ​ຫຍັງ​ຄົນ​ສອງ​ຄົນ​ທີ່​ກຳລັງ​ຄົບຫາ​ເບິ່ງ​ໃຈ​ກັນ​ຈຶ່ງ​ຄວນ​ໃຫ້​ຄວາມ​ສຳຄັນ​ກັບ​ການ​ຊອກ​ຫາ​ຄຳ​ແນະນຳ​ທີ່​ສະຫຼາດ​ຈາກ​ຄົນ​ອື່ນ​ແລະ​ເຮັດ​ຄວາມ​ຮູ້​ຈັກ​ກັນ​ໃຫ້​ດີ​ແທນ​ທີ່​ຈະ​ສົນໃຈ​ແຕ່​ຮູບ​ຮ່າງ​ໜ້າ​ຕາ?

ສພສ 13:10; 1ປຕ 3:3-6

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ນຣ 2:4-7, 10-12—ໂບອາດ​ໄດ້​ຮູ້​ວ່າ​ຣຸດ​ເປັນ​ຜູ້​ຍິງ​ແບບ​ໃດ​ຈາກ​ການ​ເຝົ້າ​ເບິ່ງ​ວ່າ​ລາວ​ເຮັດ​ວຽກ​ໜັກ​ສ່ຳ​ໃດ ລາວ​ປະຕິບັດ​ຕໍ່​ນາໂອມີ​ແນວ​ໃດ ໂດຍ​ການ​ຟັງ​ລາຍງານ​ກ່ຽວກັບ​ລາວ​ຈາກ​ຄົນ​ທີ່​ໄວ້ໃຈ​ໄດ້ ແລະ​ໂດຍ​ການ​ເບິ່ງ​ວ່າ​ລາວ​ຮັກ​ພະ​ເຢໂຫວາ​ຫຼາຍ​ສ່ຳ​ໃດ

    • ນຣ 2:8, 9, 20—ຣຸດ​ເຫັນ​ວ່າ​ໂບອາດ​ເປັນ​ຄົນ​ໃຈ​ດີ ມີ​ໃຈ​ກວ້າງ​ຂວາງ ແລະ​ໂບອາດ​ຮັກ​ພະ​ເຢໂຫວາ

ເປັນ​ຫຍັງ​ພະ​ເຢໂຫວາ​ຈຶ່ງ​ຮຽກ​ຮ້ອງ​ໃຫ້​ຄູ່​ຮັກ​ຮັກສາ​ຄວາມ​ສະອາດ​ທາງ​ສິນລະທຳ​ໃນ​ລະຫວ່າງ​ທີ່​ຄົບຫາ​ກັນ​ແລະ​ໝັ້ນ​ກັນ?

ຄລຕ 5:19; ກລຊ 3:5; 1ທຊ 4:4

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ສພສ 5:18, 19—ວິທີ​ສະແດງ​ຄວາມ​ຮັກ​ບາງ​ວິທີ​ມີ​ໄວ້​ສຳລັບ​ຄູ່​ທີ່​ແຕ່ງດອງ​ແລ້ວ​ເທົ່າ​ນັ້ນ

    • ພຊມ 1:2; 2:6—ຄົນ​ລ້ຽງ​ແກະ​ແລະ​ສາວ​ເມືອງ​ຊູເລມ​ສະແດງ​ຄວາມ​ຮູ້ສຶກ​ຕໍ່​ກັນ​ດ້ວຍ​ວິທີ​ທີ່​ເໝາະ​ສົມ

    • ພຊມ 4:12; 8:8-10—ສາວ​ເມືອງ​ຊູເລມ​ສະແດງ​ໃຫ້​ເຫັນ​ການ​ຄວບຄຸມ​ໂຕເອງ. ລາວ​ປຽບ​ຄື​ກັບ​ສວນ​ທີ່​ມີ​ຮົ້ວ​ອ້ອມ​ໄວ້

ເປັນ​ຫຍັງ​ຄູ່​ຮັກ​ຕ້ອງ​ແຕ່ງດອງ​ກັນ​ຕາມ​ຂໍ້​ກຳນົດ​ທາງ​ດ້ານ​ກົດໝາຍ?

ມທ 22:21; ຣມ 13:1; ຕຕ 3:1

ໜ້າທີ່​ຮັບ​ຜິດ​ຊອບ​ຂອງ​ຜົວ

ພະ​ເຢໂຫວາ​ຄາດໝາຍ​ຫຍັງ​ຈາກ​ຜົວ?

ອຟຊ 5:23, 25, 28-31, 33

ຜູ້​ຊາຍ​ທີ່​ແຕ່ງດອງ​ແລ້ວ​ຄວນ​ເຮັດ​ຕາມ​ຕົວຢ່າງ​ອັນ​ໃດ?

1ກຣ 11:3; ອຟຊ 5:23

ເປັນ​ຫຍັງ​ຜົວ​ຈຶ່ງ​ຕ້ອງ​ສະແດງ​ວ່າ​ລາວ​ຮັກ​ເມຍ​ແລະ​ເຂົ້າໃຈ​ຄວາມ​ຕ້ອງການ​ແລະ​ຄວາມ​ຮູ້ສຶກ​ຂອງ​ເມຍ

ກລຊ 3:19; 1ປຕ 3:7

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ປຖກ 21:8-12—ພະ​ເຢໂຫວາ​ສັ່ງ​ອັບຣາຮາມ​ໃຫ້​ຟັງ​ຊາຣາ​ເມຍ​ຂອງ​ລາວ ເຖິງ​ວ່າ​ລາວ​ບໍ່​ມັກ​ຄຳ​ແນະນຳ​ຂອງ​ຊາຣາ

    • ສພສ 31:10, 11, 16, 28—ຜົວ​ທີ່​ສະຫຼາດ​ເຊິ່ງ​ມີ​ເມຍ​ທີ່​ດີ​ຈະ​ບໍ່​ຄວບຄຸມ​ເມຍ​ຫຼື​ຊອກ​ຫາ​ຂໍ້​ເສຍ​ໃນ​ໂຕ​ເມຍ. ແທນ​ທີ່​ຈະ​ເຮັດ​ແນວ​ນັ້ນ ລາວ​ຈະ​ເຊື່ອໃຈ​ເມຍ​ແລະ​ຊົມເຊີຍ​ເມຍ

    • ອຟຊ 5:33—ອັກຄະສາວົກ​ໂປໂລ​ສະແດງ​ໃຫ້​ເຫັນ​ວ່າ​ເມຍ​ຈຳເປັນ​ຕ້ອງ​ຮູ້​ວ່າ​ຜົວ​ຮັກ​ເມຍ

ໜ້າທີ່​ຮັບ​ຜິດ​ຊອບ​ຂອງ​ເມຍ

ພະ​ເຢໂຫວາ​ໃຫ້​ເມຍ​ມີ​ໜ້າທີ່​ຮັບ​ຜິດ​ຊອບ​ສຳຄັນ​ຫຍັງ?

ປຖກ 2:18; ກລຊ 3:18; ຕຕ 2:4, 5

ໜ້າທີ່​ຮັບ​ຜິດ​ຊອບ​ຂອງ​ເມຍ​ເປັນ​ສິ່ງ​ທີ່​ຕ່ຳຕ້ອຍ​ບໍ?

ປຖກ 1:26-28, 31; 2:18

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ສພສ 1:8; 1ກຣ 7:4—ພະເຈົ້າ​ໃຫ້​ຜູ້​ທີ່​ເປັນ​ເມຍ​ແລະ​ແມ່​ມີ​ອຳນາດ​ລະດັບ​ໜຶ່ງ​ໃນ​ຄອບຄົວ

    • 1ກຣ 11:3—ອັກຄະສາວົກ​ໂປໂລ​ອະທິບາຍ​ວ່າ​ເຮົາ​ທຸກ​ຄົນ​ມີ​ຜູ້​ນຳ ຍົກເວັ້ນ​ພະເຈົ້າ​ຜູ້​ມີ​ລິດເດດ​ສູງ​ສຸດ

    • ຮຣ 13:7, 17—ໃນ​ປະຊາຄົມ ທັງ​ຜູ້​ຊາຍ​ແລະ​ຜູ້​ຍິງ​ຈຳເປັນ​ຕ້ອງ​ຮ່ວມ​ມື​ແລະ​ເຊື່ອຟັງ​ຜູ້​ທີ່​ໄດ້​ຮັບ​ມອບໝາຍ​ໃຫ້​ເປັນ​ຜູ້​ນຳໜ້າ

ເມຍ​ຄລິດສະຕຽນ​ຂອງ​ຜູ້​ທີ່​ບໍ່​ມີ​ຄວາມ​ເຊື່ອ​ຈະ​ເຮັດ​ໃຫ້​ພະ​ເຢໂຫວາ​ມີ​ຄວາມ​ສຸກ​ໄດ້​ແນວ​ໃດ?

1ກຣ 7:13-16; 1ປຕ 3:1, 2

ເປັນ​ຫຍັງ​ເມຍ​ຄລິດສະຕຽນ​ຄວນ​ນັບຖື​ຜົວ?

ອຟຊ 5:33

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ປຖກ 18:12; 1ປຕ 3:5, 6—ຊາຣາ​ເຄົາລົບ​ນັບຖື​ອັບຣາຮາມ​ຢ່າງ​ເລິກ​ເຊິ່ງ​ແລະ​ຄິດ​ວ່າ​ລາວ​ເປັນ “ນາຍ”

ເມຍ​ແບບ​ໃດ​ທີ່​ຄຳພີ​ໄບເບິນ​ຍົກຍ້ອງ?

ສພສ 19:14; 31:10, 13-31

  • ຕົວຢ່າງ​ໃນ​ຄຳພີ​ໄບເບິນ​ທີ່​ສາມາດ​ຊ່ວຍ​ເຮົາ​ໄດ້:

    • ປຖກ 24:62-67—ເຣເບກາ​ຊ່ວຍ​ອີຊາກ​ຜົວ​ຂອງ​ລາວ​ໃຫ້​ມີ​ກຳລັງ​ໃຈ​ຂຶ້ນ​ຫຼັງ​ຈາກ​ທີ່​ເສຍ​ແມ່​ໄປ

    • 1ຊມ 25:14-24, 32-38—ອາບີກາຍ​ປົກປ້ອງ​ຜົວ​ທີ່​ໂງ່​ຂອງ​ລາວ​ແລະ​ຊ່ວຍ​ຄອບຄົວ​ຂອງ​ລາວ​ໂດຍ​ການ​ອ້ອນວອນ​ດາວິດ​ດ້ວຍ​ຄວາມ​ຖ່ອມ​ໂຕ​ເພື່ອ​ໃຫ້​ດາວິດ​ສະແດງ​ຄວາມ​ເມດຕາ

    • ອສທ 4:6-17; 5:1-8; 7:1-6; 8:3-6—ລາຊີນີ​ເອັດສະເທີ​ສ່ຽງ​ຊີວິດ​ເຖິງ​ສອງ​ເທື່ອ​ໂດຍ​ການ​ເຂົ້າ​ໄປ​ຫາ​ຜົວ​ຂອງ​ລາວ​ແລະ​ອ້ອນວອນ​ຜົວ​ໃຫ້​ຊ່ວຍ​ປົກປ້ອງ​ປະຊາຊົນ​ຂອງ​ພະເຈົ້າ​ທັງ​ໆ​ທີ່​ຜົວ​ບໍ່​ໄດ້​ເອີ້ນ​ລາວ​ໃຫ້​ໄປ​ຫາ

ການ​ແກ້ໄຂ​ບັນຫາ

ຫຼັກການ​ອັນ​ໃດ​ທີ່​ສາມາດ​ຊ່ວຍ​ຄູ່​ແຕ່ງດອງ​ໃຫ້​ແກ້ໄຂ​ບັນຫາ​ໃນ​ຊີວິດ​ແຕ່ງດອງ?

1ກຣ 13:4-8; ອຟຊ 5:33; ກລຊ 3:12-14

ຫຼັກການ​ອັນ​ໃດ​ທີ່​ຈະ​ຊ່ວຍ​ໃຫ້​ຄູ່​ແຕ່ງດອງ​ຕັດສິນໃຈ​ເລື່ອງ​ເງິນ​ໄດ້​ດີ?

ລກ 12:15; ຟລປ 4:5; 1ຕມ 6:9, 10; ຮຣ 13:5

ເບິ່ງ “ເງິນ” ນຳ

ຫຼັກການ​ອັນ​ໃດ​ທີ່​ສາມາດ​ຊ່ວຍ​ໃຫ້​ຄູ່​ແຕ່ງດອງ​ຕົກ​ລົງ​ກັນ​ໄດ້​ວ່າ​ຈະ​ຮັບ​ມື​ກັບ​ຍາດ​ຕິ​ພີ່ນ້ອງ​ແລະ​ພໍ່​ແມ່​ຂອງ​ຄູ່​ແຕ່ງດອງ​ແນວ​ໃດ?

ພສ 34:14; ມທ 19:5, 6; 1ກຣ 13:4, 5

ຫຼັກການ​ອັນ​ໃດ​ແດ່​ທີ່​ສາມາດ​ຊີ້ນຳ​ຄູ່​ແຕ່ງດອງ​ໃນ​ເລື່ອງ​ການ​ມີ​ເພດ​ສຳພັນ​ໄດ້?

ສພສ 5:15-20; ມທ 5:27, 28; 1ກຣ 7:3-5; 10:24; ຟລປ 2:4; ຮຣ 13:4

ເປັນ​ຫຍັງ​ການ​ໃຫ້​ຄວາມ​ສຳຄັນ​ກັບ​ຄຸນລັກສະນະ​ທີ່​ດີ​ຂອງ​ຄູ່​ຂອງ​ເຮົາ​ຫຼາຍ​ກວ່າ​ຈຸດ​ອ່ອນ​ຂອງ​ລາວ​ຈຶ່ງ​ສຳຄັນ?

ພສ 103:14; 130:3, 4; ສພສ 17:9; 1ປຕ 4:8

ເປັນ​ຫຍັງ​ຈຶ່ງ​ດີ​ກວ່າ​ທີ່​ຈະ​ແກ້ໄຂ​ບັນຫາ​ໄວ​ໆ​ດ້ວຍ​ຄວາມ​ຮັກ ແທນ​ທີ່​ຈະ​ເກັບ​ຄວາມ​ໃຈ​ຮ້າຍ​ຫຼື​ຄວາມ​ຄຽດ​ໄວ້?

ພສ 37:8; ສພສ 14:29; ອຟຊ 4:26, 27; ຢກບ 1:19, 20

ເປັນ​ຫຍັງ​ການ​ໃຈ​ຮ້າຍ ການ​ຮ້ອງ​ໃສ່ ການ​ປ້ອຍ​ດ່າ ແລະ​ການ​ທຳຮ້າຍ​ຮ່າງກາຍ​ແບບ​ໃດ​ກໍ​ຕາມ​ຈຶ່ງ​ເປັນ​ສິ່ງ​ທີ່​ຍອມຮັບ​ບໍ່​ໄດ້​ສຳລັບ​ຄລິດສະຕຽນ​ສະເໝີ?

ພສ 11:5; ຄລຕ 5:19-21; ອຟຊ 4:31, 32; ຕຕ 3:2

ເມື່ອ​ຄູ່​ຜົວ​ເມຍ​ບໍ່​ເຫັນດີ​ນຳ​ກັນ​ໃນ​ເລື່ອງ​ໃດ​ເລື່ອງ​ໜຶ່ງ ເປົ້າໝາຍ​ຂອງ​ທັງ​ຜົວ​ແລະ​ເມຍ​ຄວນ​ເປັນ​ແນວ​ໃດ?

ພສ 34:14; ມທ 5:9; ຣມ 12:17, 18, 21

ພອນ​ອັນ​ໃດ​ມາ​ຈາກ​ການ​ແຕ່ງດອງ​ທີ່​ມີ​ພະ​ເຢໂຫວາ​ເປັນ​ຮາກ​ຖານ?

ປຍຈ 4:9-12

ມາດຕະຖານ​ສຳລັບ​ການ​ແຕ່ງດອງ

ຄຳພີ​ໄບເບິນ​ເວົ້າ​ວ່າ​ແນວ​ໃດ​ກ່ຽວກັບ​ການ​ຮ່ວມ​ເພດ​ແລະ​ການ​ແຕ່ງດອງ?

ສພສ 6:32; ມທ 5:27, 28; 1ກຣ 6:9, 10; ຮຣ 13:4

ຄລິດສະຕຽນ​ໄດ້​ຮັບ​ອະນຸຍາດ​ໃຫ້​ແຕ່ງດອງ​ກັບ​ຫຼາຍ​ກວ່າ​ໜຶ່ງ​ຄົນ​ໃນ​ເວລາ​ດຽວ​ກັນ​ບໍ?

ມທ 19:8, 9; 1ກຣ 7:2; 1ຕມ 3:2, 12

ເຮົາ​ຮູ້​ໄດ້​ແນວ​ໃດ​ວ່າ​ການ​ແຕ່ງດອງ​ຄວນ​ເປັນ​ລະຫວ່າງ​ຜູ້​ຊາຍ​ແລະ​ຜູ້​ຍິງ?

ປຖກ 2:18, 22, 24; ມທ 19:4-6; ຣມ 1:23-27

ເປັນ​ຫຍັງ​ຄູ່​ແຕ່ງດອງ​ຄວນ​ຢູ່​ນຳ​ກັນ?

ມຣກ 10:6-9; ຣມ 7:2, 3; 1ກຣ 7:10, 11

ເຫດຜົນ​ດຽວ​ໃນ​ຄຳພີ​ໄບເບິນ​ສຳລັບ​ການ​ປະ​ຮ້າງ​ແມ່ນ​ຫຍັງ?

ມທ 5:32; 19:9

ພະ​ເຢໂຫວາ​ຮູ້ສຶກ​ແນວ​ໃດ​ກ່ຽວກັບ​ການ​ຢ່າ​ຮ້າງ​ໂດຍ​ບໍ່​ມີ​ເຫດຜົນ​ທີ່​ເໝາະ​ສົມ?

ມລກ 2:13-16

ເມື່ອ​ຄູ່​ແຕ່ງດອງ​ຕາຍ​ແລ້ວ ແມ່​ໝ້າຍ​ຫຼື​ພໍ່​ໝ້າຍ​ສາມາດ​ແຕ່ງດອງ​ໃໝ່​ໄດ້​ບໍ?

ຣມ 7:2, 3; 1ກຣ 7:39

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌