ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ວຊພຖຕ ບົດຄວາມ 116
  • ໃຜ​ຈະ​ໄປ​ສະຫວັນ?

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ໃຜ​ຈະ​ໄປ​ສະຫວັນ?
  • ຖາມ-ຕອບ​ເລື່ອງ​ຄຳພີ​ໄບເບິນ
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ຄຳ​ຕອບ​ຈາກ​ຄຳພີ​ໄບເບິນ
  • ລາຊະອານາຈັກ​ຂອງ​ພະເຈົ້າ​ແມ່ນ​ຫຍັງ?
    ຄຳພີໄບເບິນສອນແນວໃດແທ້ໆ?
  • ການ​ປົກຄອງ​ຂອງ​ພະເຈົ້າ​ແມ່ນ​ຫຍັງ?
    ຮຽນຄຳພີໄບເບິນແລ້ວໄດ້ຫຍັງ?
  • ປຶ້ມ​ພະນິມິດ​ເວົ້າ​ເຖິງ​ອະນາຄົດ​ຂອງ​ເຮົາ​ແນວ​ໃດ?
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2022
  • ຄວາມ​ຕາຍ​ຂອງ​ພະ​ເຍຊູ​ມີ​ຄວາມ​ໝາຍ​ແນວ​ໃດ​ສຳລັບ​ເຈົ້າ?
    ເຊື່ອຟັງພະເຈົ້າແລ້ວຈະມີຊີວິດຕະຫຼອດໄປ
ຖາມ-ຕອບ​ເລື່ອງ​ຄຳພີ​ໄບເບິນ
ວຊພຖຕ ບົດຄວາມ 116
ຈຳນວນ 144.000 ຄົນ​ຮ່ວມ​ປົກຄອງ​ກັບ​ພະ​ເຢຊູ​ໃນ​ສະຫວັນ

ໃຜ​ຈະ​ໄປ​ສະຫວັນ?

ຄຳ​ຕອບ​ຈາກ​ຄຳພີ​ໄບເບິນ

ພະເຈົ້າ​ເລືອກ​ຄລິດສະຕຽນ​ທີ່​ສັດຊື່​ຈຳນວນ​ໜຶ່ງ​ໃຫ້​ໄປ​ສະຫວັນ. (1 ເປໂຕ 1:3, 4) ຄົນ​ທີ່​ຖືກ​ເລືອກ​ຕ້ອງ​ຮັກສາ​ຄວາມ​ເຊື່ອ​ໃຫ້​ເຂັ້ມແຂງ​ແລະ​ໃຊ້​ຊີວິດ​ໃນ​ແບບ​ທີ່​ບໍລິສຸດ​ແລະ​ສະອາດ​ຕໍ່​ໆ​ໄປ​ເພື່ອ​ຈະ​ມີ​ຄຸນສົມບັດ​ເໝາະ​ສົມ​ທີ່​ຈະ​ໄດ້​ຮັບ​ຊີວິດ​ໃນ​ສະຫວັນ.—ເອເຟໂຊ 5:5; ຟີລິບປອຍ 3:12-14

ເຂົາເຈົ້າ​ຈະ​ໄປ​ເຮັດ​ຫຍັງ​ໃນ​ສະຫວັນ?

ຄົນ​ທີ່​ໄປ​ສະຫວັນ​ຈະ​ເປັນ​ກະສັດ​ແລະ​ປະໂລຫິດ​ຮ່ວມ​ກັບ​ພະ​ເຢຊູ​ເປັນ​ເວລາ 1.000 ປີ. (ພະ​ນິມິດ 5:9, 10; 20:6) ເຂົາເຈົ້າ​ຈະ​ເປັນ “ຟ້າ​ສະຫວັນ​ໃໝ່” ຄື​ການ​ປົກຄອງ​ໃນ​ສະຫວັນ​ແລະ​ຈະ​ປົກຄອງ “ໂລກ​ໃໝ່” ເຊິ່ງ​ກໍ​ຄື​ສັງຄົມ​ມະນຸດ​ທີ່​ຢູ່​ໃນ​ໂລກ​ແລະ​ຊ່ວຍ​ຟື້ນຟູ​ມະນຸດ​ທຸກ​ຄົນ​ໃຫ້​ກັບ​ມາ​ເປັນ​ຄົນ​ດີ​ແບບ​ທີ່​ພະເຈົ້າ​ຕັ້ງໃຈ​ໄວ້​ຕັ້ງແຕ່​ທຳອິດ.—ເອຊາຢາ 65:17; 2 ເປໂຕ 3:13

ຄົນ​ທີ່​ຈະ​ໄປ​ສະຫວັນ​ມີ​ຈຳນວນ​ເທົ່າ​ໃດ?

ຄຳພີ​ໄບເບິນ​ບອກ​ຢ່າງ​ຈະ​ແຈ້ງ​ວ່າ​ມີ​ຄົນ 144.000 ຄົນ​ທີ່​ຈະ​ຖືກ​ປຸກ​ໃຫ້​ຟື້ນ​ຄືນ​ມາ​ຈາກ​ຕາຍ​ແລະ​ມີ​ຊີວິດ​ໃນ​ສະຫວັນ. (ພະ​ນິມິດ 7:4) ນິມິດ​ໃນ​ປຶ້ມ​ພະ​ນິມິດ 14:1-3 ອັກຄະສາວົກ​ໂຢຮັນ​ເຫັນ “ລູກ​ແກະ​ຂອງ​ພະເຈົ້າ​ຢືນ​ຢູ່​ເທິງ​ພູເຂົາ​ຊີໂອນ ແລະ​ມີ​ຄົນ 144.000 ຄົນ​ຢູ່​ນຳ” ໃນ​ນິມິດ​ນີ້ “ລູກ​ແກະ” ໝາຍເຖິງ​ພະ​ເຢຊູ​ທີ່​ຖືກ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາ​ຍ. (ໂຢຮັນ 1:29; 1 ເປໂຕ 1:19) “ພູເຂົາ​ຊີໂອນ” ໝາຍເຖິງ​ຕຳແໜ່ງ​ສູງ​ສົ່ງ​ທີ່​ພະ​ເຢຊູ​ກັບ 144.000 ຄົນ​ໄດ້​ຮັບ​ໃນ​ສະຫວັນ.—ຄຳເພງ 2:6; ເຮັບເຣີ 12:22

ຄົນ​ທີ່ “ພະເຈົ້າ​ໄດ້​ເອີ້ນ​ແລະ​ເລືອກ​ໄວ້” ໃຫ້​ປົກຄອງ​ຮ່ວມ​ກັບ​ພະຄລິດ​ໃນ​ສະຫວັນ​ຍັງ​ຖືກ​ເອີ້ນ​ວ່າ: “ແກະ​ຝູງ​ນ້ອຍ” ນຳ. (ພະ​ນິມິດ 17:14; ລູກາ 12:32) ນີ້​ສະແດງ​ວ່າ​ເຂົາເຈົ້າ​ຈະ​ມີ​ຈຳນວນ​ໜ້ອຍ​ເມື່ອ​ທຽບ​ກັບ​ແກະ​ທັງໝົດ​ຂອງ​ພະ​ເຢຊູ.—ໂຢຮັນ 10:16

ຄວາມ​ເຊື່ອ​ຜິດ​ໆ​ກ່ຽວກັບ​ຄົນ​ທີ່​ຈະ​ໄປ​ສະຫວັນ

ບາງ​ຄົນ​ເຊື່ອ​ວ່າ: ຄົນ​ດີ​ທຸກ​ຄົນ​ໄປ​ສະຫວັນ

ຄວາມ​ຈິງ​ແມ່ນ: ພະເຈົ້າ​ສັນຍາ​ວ່າ​ຄົນ​ດີ​ສ່ວນ​ຫຼາຍ​ຈະ​ມີ​ຊີວິດ​ຕະຫຼອດ​ໄປ​ໃນ​ໂລກ.—ຄຳເພງ 37:11, 29, 34

  • ພະ​ເຢຊູ​ບອກ​ວ່າ: “ບໍ່​ມີ​ຜູ້​ໃດ​ເຄີຍ​ຂຶ້ນ​ໄປ​ສະຫວັນ.” (ໂຢຮັນ 3:13) ການ​ທີ່​ພະ​ເຢຊູ​ເວົ້າ​ແບບ​ນີ້​ສະແດງ​ວ່າ​ຄົນ​ດີ​ທີ່​ຕາຍ​ໄປ​ກ່ອນ​ເພິ່ນ​ເຊັ່ນ: ອັບຣາຮາມ ໂມເຊ ໂຢບ ແລະ​ດາວິດ​ບໍ​​ໄດ້​ໄປ​ສະຫວັນ. (ກິດຈະການ 2:29, 34) ແຕ່​ເຂົາເຈົ້າ​ມີ​ຄວາມ​ຫວັງ​ວ່າ​ຈະ​ໄດ້​ຮັບ​ການ​ປຸກ​ໃຫ້​ຄືນ​ມາ​ຈາກ​ຕາຍ​ເພື່ອ​ຢູ່​ໃນ​ໂລກ.—ໂຢບ 14:13-15

  • ການ​ຟື້ນ​ຄືນ​ມາ​ຈາກ​ຕາຍ​ເພື່ອ​ໄປ​ສະຫວັນ​ເອີ້ນ​ວ່າ: “ຄືນ​ມາ​ຈາກ​ຕາຍ​ລຳດັບ​ທຳອິດ.” (ພະ​ນິມິດ 20:6) ນີ້​ໝາຍ​ຄວາມ​ວ່າ​ຈະ​ມີ​ການ​ຄືນ​ມາ​ຈາກ​ຕາຍ​ເພື່ອ​ຢູ່​ໃນ​ໂລກ.

  • ຄຳພີ​ໄບເບິນ​ສອນ​ວ່າ​ເມື່ອ​ການ​ປົກຄອງ​ຂອງ​ພະເຈົ້າ​ມາ​ປົກຄອງ “ຄວາມ​ຕາຍ​ຈະ​ບໍ່​ມີ​ອີກ​ຕໍ່​ໄປ.” (ພະ​ນິມິດ 21:3, 4) ຄຳ​ສັນຍາ​ນີ້​ໃຊ້​ໄດ້​ກັບ​ໂລກ​ເທົ່າ​ນັ້ນ ເພາະ​ບໍ່​ເຄີຍ​ມີ​ຄວາມ​ຕາຍ​ໃນ​ສະຫວັນ.

ບາງ​ຄົນ​ເຊື່ອ​ວ່າ: ມະນຸດ​ທຸກ​ຄົນ​ເລືອກ​ໄດ້​ເອງ​ວ່າ​ຢາກ​ມີ​ຊີວິດ​ໃນ​ສະຫວັນ​ຫຼື​ໃນ​ໂລກ.

ຄວາມ​ຈິງ​ແມ່ນ: ພະເຈົ້າ​ເປັນ​ຜູ້​ກຳນົດ​ວ່າ​ຄລິດສະຕຽນ​ທີ່​ສັດຊື່​ຄົນ​ໃດ​ຈະ​ໄດ້ “ລາງວັນ ນັ້ນ​ແມ່ນ​ຊີວິດ​ໃນ​ສະຫວັນ​ຕາມ​ທີ່​ພະເຈົ້າ​ເອີ້ນ.” (ຟີລິບປອຍ 3:14) ບໍ່​ວ່າ​ເຮົາ​ຢາກ​ຈະ​ໄປ​ສະຫວັນ​ຫຼາຍ​ສ່ຳ​ໃດ ຖ້າ​ພະເຈົ້າ​ບໍ່​ເລືອກ​ກໍ​ໄປ​ສະຫວັນ​ບໍ່​ໄດ້.—ມັດທາຍ 20:20-23

ບາງ​ຄົນ​ເຊື່ອ​ວ່າ: ຊີວິດ​ຕະຫຼອດ​ໄປ​ໃນ​ໂລກ​ດ້ອຍ​ຄ່າ​ກວ່າ​ຊີວິດ​ໃນ​ສະຫວັນ ເພາະ​ຄົນ​ທີ່​ໄດ້​ຢູ່​ໃນ​ໂລກ​ແມ່ນ​ຄົນ​ທີ່​ບໍ່​ສົມຄວນ​ຈະ​ໄປ​ສະຫວັນ.

ຄວາມ​ຈິງ​ແມ່ນ: ພະເຈົ້າ​ເອີ້ນ​ຄົນ​ທີ່​ຈະ​ຢູ່​ຕະຫຼອດ​ໄປ​ໃນ​ໂລກ​ວ່າ: “ປະຊາຊົນ​ຂອງ​ເຮົາ” “ຄົນ​ທີ່​ເຮົາ​ເລືອກ​ໄວ້” ແລະ “ຄົນ​ທີ່​ພະ​ເຢໂຫວາ​ອວຍພອນ” (ເອຊາ​ຢາ 65:21-23, ລ.ມ.) ເຂົາເຈົ້າ​ຈະ​ມີ​ສິດທິ​ພິເສດ​ໃນ​ການ​ເຮັດ​ໃຫ້​ຄວາມ​ຕ້ອງການ​ຂອງ​ພະເຈົ້າ​ຕັ້ງແຕ່​ທຳອິດ​ເກີດຂຶ້ນ​ແທ້ ນັ້ນ​ຄື​ມະນຸດ​ສົມບູນ​ແບບ​ຢູ່​ໃນ​ໂລກ​ທີ່​ເປັນ​ອຸທິຍານ​ຕະຫຼອດ​ໄປ.—ປະຖົມມະການ 1:28; ຄຳ​ເພງ 115:16; ເອຊາຢາ 45:18

ບາງ​ຄົນ​ເຊື່ອ​ວ່າ: ຈຳນວນ 144.000 ຄົນ​ໃນ​ປຶ້ມ​ພະ​ນິມິດ​ເປັນ​ພຽງ​ສັນຍະລັກ​ບໍ່​ແມ່ນ​ຈຳນວນ​ຄົນ​ທີ່​ຈະ​ໄປ​ສະຫວັນ​ແທ້​ໆ.

ຄວາມ​ຈິງ​ແມ່ນ: ເຖິງ​ວ່າ​ປຶ້ມ​ພະ​ນິມິດ​ຈະ​ມີ​ໂຕ​ເລກ​ທີ່​ເປັນ​ສັນຍະລັກ​ຢູ່​ຫຼາຍ ແຕ່​ໂຕ​ເລກ​ບາງ​ໂຕ​ກໍ​ເປັນ​ຈຳນວນ​ແທ້​ໆ ເຊັ່ນ: “ຊື່​ຂອງ​ອັກຄະສາວົກ 12 ຄົນ​ຂອງ​ລູກ​ແກະ​ຂອງ​ພະເຈົ້າ.” (ພະ​ນິມິດ 21:14) ລອງ​ມາ​ເບິ່ງ​ຫຼັກຖານ​ທີ່​ເຮັດ​ໃຫ້​ສະຫຼຸບ​ໄດ້​ວ່າ​ຈຳນວນ 144,000 ຄົນ​ເປັນ​ຈຳນວນ​ແທ້​ໆ​ບໍ່​ແມ່ນ​ສັນຍະລັກ.

ພະ​ນິມິດ 7:4 ບອກ​ວ່າ: “ຄົນ​ທີ່​ຖືກ​ປະທັບ​ກາ (ຫຼື​ໄດ້​ຮັບ​ການ​ຮັບຮອງ​ວ່າ​ໄດ້​ໄປ​ສະຫວັນ) ມີ​ຈຳນວນ 144.000 ຄົນ” ແຕ່​ຂໍ້​ຕໍ່​ມາ​ອີກ​ບໍ່​ເທົ່າ​ໃດ​ຂໍ້​ມີ​ການ​ເວົ້າ​ເຖິງ​ຄົນ​ອີກ​ກຸ່ມ​ໜຶ່ງ​ແມ່ນ “ຄົນ​ຝູງ​ໃຫຍ່​ທີ່​ບໍ່​ມີ​ຜູ້​ໃດ​ນັບ​ຈຳນວນ​ໄດ້” ເຊິ່ງ “ຄົນ​ຝູງ​ໃຫຍ່” ນີ້​ກໍ​ໄດ້​ຮັບ​ຄວາມ​ລອດ​ຈາກ​ພະເຈົ້າ​ຄື​ກັນ. (ພະ​ນິມິດ 7:9, 10) ຖ້າ​ຈຳນວນ 144.000 ຄົນ​ເປັນ​ສັນຍະລັກ​ໝາຍເຖິງ​ຈຳນວນ​ຫຼວງ​ຫຼາຍ​ບໍ່​ຈຳກັດ​ຢູ່​ແລ້ວ ກໍ​ບໍ່​ຈຳເປັນ​ຕ້ອງ​ປຽບທຽບ​ກັບ​ຄົນ​ອີກ​ກຸ່ມ​ໜຶ່ງ.a

ນອກ​ຈາກ​ນີ້ ປຶ້ມ​ພະ​ນິມິດ​ອະທິບາຍ​ວ່າ​ຄົນ 144.000 ຄົນ “ຖືກ​ຊື້​ຈາກ​ທ່າມກາງ​ມະນຸດ​ເຊິ່ງ​ເປັນ​ໝາກ​ຜົນ​ທຳອິດ.” (ພະ​ນິມິດ 14:4) ຄຳ​ວ່າ “ໝາກ​ຜົນ​ທຳອິດ” ໝາຍເຖິງ​ສ່ວນ​ນ້ອຍ​ໆ​ສ່ວນ​ໜຶ່ງ​ທີ່​ຖືກ​ຄັດ​ອອກ​ມາ​ຈາກ​ໝາກ​ຜົນ​ທັງໝົດ ເຊິ່ງ​ເປັນ​ຄຳ​ທີ່​ເໝາະ​ຈະ​ໃຊ້​ກັບ​ຄົນ​ກຸ່ມ​ນ້ອຍ​ໆ​ທີ່​ຖືກ​ເລືອກ​ໃຫ້​ໄປ​ປົກຄອງ​ໃນ​ສະຫວັນ​ຮ່ວມ​ກັບ​ພະ​ເຢຊູ​ເພື່ອ​ເບິ່ງແຍງ​ປະຊາຊົນ​ເທິງ​ໂລກ​ເຊິ່ງ​ມີ​ຢ່າງ​ຫຼວງ​ຫຼາຍ​ຈົນ​ລະບຸ​ຈຳນວນ​ບໍ່​ໄດ້.—ພະ​ນິມິດ 5:10

a ສາສະດາ​ຈານ​ໂຣເບີດ ແອລ. ໂທມັດ​ອະທິບາຍ​ກ່ຽວກັບ​ຈຳນວນ 144.000​ຄົນ ໃນ​ພະ​ນິມິດ 7:4 ວ່າ: “ນີ້​ເປັນ​ຈຳນວນ​ທີ່​ຈຳກັດ​ເຊິ່ງ​ກົງ​ກັນ​ຂ້າມ​ກັບ​ຈຳນວນ​ທີ່​ບໍ່​ຈຳກັດ​ໃນ​ພະ​ນິມິດ 7:9 ຖ້າ​ຈະ​ຖື​ວ່າ​ໂຕ​ເລກ​ນີ້​ເປັນ​ສັນຍະລັກ​ກໍ​ຄື​ຊິ​ບໍ່​ມີ​ໂຕ​ເລກ​ໃດ​ໃນ​ປຶ້ມ​ພະ​ນິມິດ​ເປັນ​ຈຳນວນ​ແທ້​ໆ​ໄດ້​ເລີຍ.”—ພະ​ນິມິດ 1-7: An Exegetical Commentary ໜ້າ 474

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌