ມັດທາຍ
10 ພະເຢຊູເອີ້ນລູກສິດ 12 ຄົນຂອງເພິ່ນມາແລະໃຫ້ອຳນາດພວກເຂົາເພື່ອຂັບໄລ່ພວກປີສາດແລະປິ່ນປົວໂລກໄພໄຂ້ເຈັບທຸກຊະນິດໄດ້.
2 ສິບສອງຄົນທີ່ເປັນອັກຄະສາວົກ*ມີຊື່ດັ່ງນີ້: ຊີໂມນຫຼືທີ່ເອີ້ນກັນວ່າເປໂຕ ກັບອັນເດອາ ສອງຄົນນີ້ເປັນອ້າຍນ້ອງກັນ ແລະຢາໂກໂບກັບໂຢຮັນ ສອງຄົນນີ້ເປັນລູກຂອງເຊເບດາຍ 3 ແລ້ວກໍມີຟີລິບ ບາຣະໂທໂລມາຍ ໂທມາ ມັດທາຍທີ່ເປັນຄົນເກັບພາສີ ຢາໂກໂບລູກຂອງອາລະຟາຍ ແລະທາດາຍ 4 ຊີໂມນຄານາໄນອົດ* ແລະຢູດາອິດສະກາຣີອົດທີ່ຕໍ່ມາໄດ້ທໍລະຍົດພະເຢຊູ.
5 ພະເຢຊູສົ່ງ 12 ຄົນນີ້ອອກໄປແລະສັ່ງພວກເຂົາວ່າ: “ຢ່າໄປຫາຄົນຕ່າງຊາດ ແລະຢ່າເຂົ້າໄປໃນເມືອງຂອງຊາວຊາມາເຣຍ 6 ແຕ່ໃຫ້ໄປຫາຊາວອິດສະຣາເອນທີ່ເປັນຄືກັບແກະທີ່ຫຼົງທາງ. 7 ເມື່ອໄປປະກາດໃຫ້ເວົ້າວ່າ: ‘ການປົກຄອງ*ທີ່ຢູ່ໃນສະຫວັນມາໃກ້ແລ້ວ.’ 8 ແລະໃຫ້ປິ່ນປົວຄົນເຈັບປ່ວຍໃຫ້ເຊົາ ປຸກຄົນຕາຍໃຫ້ຟື້ນ ປິ່ນປົວຄົນທີ່ເປັນຂີ້ທູດ ແລະຂັບໄລ່ພວກປີສາດ ສິ່ງທີ່ເຈົ້າໄດ້ຮັບມາລ້າໆ ກໍໃຫ້ຄົນອື່ນໄປລ້າໆ. 9 ບໍ່ຕ້ອງເອົາຄຳ ເງິນ ຫຼືທອງແດງຕິດຕົວໄປນຳ* 10 ຫຼືຖົງໃສ່ອາຫານ ຫຼືເສື້ອອີກໂຕໜຶ່ງ ຫຼືເກີບອີກຄູ່ໜຶ່ງ ຫຼືໄມ້ຄ້ອນເທົ້າອີກອັນໜຶ່ງ ເພາະຄົນທີ່ເຮັດວຽກສົມຄວນໄດ້ຮັບອາຫານ.
11 ເມື່ອເຂົ້າໄປໃນບ້ານໃດເມືອງໃດກໍຕາມ ໃຫ້ໄປຊອກຫາຄົນທີ່ເຕັມໃຈຕ້ອນຮັບເຈົ້າ ແລ້ວພັກຢູ່ຫັ້ນຈົນກວ່າຈະໄປ. 12 ເມື່ອພວກເຈົ້າເຂົ້າໄປໃນເຮືອນຫຼັງໃດ ໃຫ້ທັກທາຍ*ຄົນໃນເຮືອນນັ້ນ. 13 ຖ້າພວກເຂົາຕ້ອນຮັບພວກເຈົ້າ ຂໍໃຫ້ຄວາມສະຫງົບສຸກຢູ່ນຳພວກເຂົາ ແຕ່ຖ້າພວກເຂົາບໍ່ຕ້ອນຮັບພວກເຈົ້າ ຂໍໃຫ້ຄວາມສະຫງົບສຸກນັ້ນຍັງຢູ່ນຳພວກເຈົ້າ. 14 ຖ້າຜູ້ໃດບໍ່ຕ້ອນຮັບພວກເຈົ້າຫຼືບໍ່ຟັງພວກເຈົ້າ ກໍໃຫ້ສັ່ນຂີ້ຝຸ່ນອອກຈາກຕີນຕອນທີ່ອອກຈາກເຮືອນນັ້ນຫຼືເມືອງນັ້ນ.* 15 ຂ້ອຍຈະບອກໃຫ້ຮູ້ວ່າ ໃນວັນພິພາກສາ ເມືອງນັ້ນຈະຮັບໂທດໜັກກວ່າເມືອງໂຊໂດມກັບເມືອງໂກໂມຣາອີກ.
16 ຂໍໃຫ້ຈື່ໄວ້ວ່າ ເມື່ອຂ້ອຍໃຊ້ພວກເຈົ້າໄປ ພວກເຈົ້າຈະເປັນຄືກັບແກະໃນຝູງໝາປ່າ ດັ່ງນັ້ນ ພວກເຈົ້າຕ້ອງລະວັງຕົວຄືກັບງູ ແລະບໍ່ມີພິດບໍ່ມີໄພຄືກັບນົກເຂົາ. 17 ລະວັງໃຫ້ດີ ເພາະຈະມີຄົນຈັບພວກເຈົ້າໄປຂຶ້ນສານ ແລະພວກເຂົາຈະຂ້ຽນຕີພວກເຈົ້າໃນບ່ອນປະຊຸມຂອງພວກເຂົາ. 18 ພວກເຈົ້າຈະຖືກພາຕົວໄປຢູ່ຕໍ່ໜ້າເຈົ້າແຂວງແລະກະສັດເພາະພວກເຈົ້າເປັນລູກສິດຂອງຂ້ອຍ ແລ້ວພວກເຈົ້າຈະໄດ້ບອກພວກເຂົາແລະຄົນຕ່າງຊາດກ່ຽວກັບຄວາມເຊື່ອຂອງພວກເຈົ້າ. 19 ຕອນທີ່ພວກເຂົາຈັບພວກເຈົ້າໄປນັ້ນ ບໍ່ຕ້ອງອຸກໃຈວ່າຈະເວົ້າແນວໃດຫຼືຈະເວົ້າຫຍັງ ເພາະໃນຕອນນັ້ນພວກເຈົ້າຈະຮູ້ວ່າຕ້ອງເວົ້າຫຍັງ 20 ທີ່ຈິງແລ້ວ ບໍ່ແມ່ນຕົວຂອງພວກເຈົ້າເອງເທົ່ານັ້ນທີ່ເວົ້າ ແຕ່ພະລັງຈາກພະເຈົ້າຜູ້ເປັນພໍ່ຈະຊ່ວຍພວກເຈົ້າໃຫ້ຮູ້ວ່າຄວນເວົ້າຫຍັງ. 21 ນອກຈາກນັ້ນ ອ້າຍຈະເຮັດໃຫ້ນ້ອງຖືກຂ້າ ນ້ອງກໍຈະເຮັດຕໍ່ອ້າຍແບບດຽວກັນ ພໍ່ຈະເຮັດໃຫ້ລູກຖືກຂ້າ ແລະລູກຈະຕໍ່ຕ້ານພໍ່ແມ່ແລະຈະເຮັດໃຫ້ພໍ່ແມ່ຖືກຂ້າ. 22 ທຸກຄົນຈະກຽດຊັງພວກເຈົ້າຍ້ອນພວກເຈົ້າເປັນລູກສິດຂອງຂ້ອຍ ແຕ່ຜູ້ທີ່ອົດທົນຈົນເຖິງທີ່ສຸດຈະໄດ້ຮັບການຊ່ວຍໃຫ້ລອດ. 23 ຖ້າຜູ້ຄົນຂົ່ມເຫງພວກເຈົ້າໃນເມືອງໜຶ່ງ ກໍໃຫ້ໜີໄປອີກເມືອງໜຶ່ງ ຂ້ອຍຈະບອກໃຫ້ຮູ້ວ່າ ພວກເຈົ້າຈະປະກາດບໍ່ທັນຄົບທຸກເມືອງຂອງອິດສະຣາເອນຊ້ຳຕອນທີ່ ‘ລູກມະນຸດ’ ມາຮອດ.
24 ລູກສິດບໍ່ເໜືອກວ່າອາຈານ ແລະທາດບໍ່ເໜືອກວ່ານາຍ. 25 ຖ້າລູກສິດທຽບເທົ່າກັບອາຈານແລະທາດທຽບເທົ່າກັບນາຍກໍໜ້າຈະພໍໃຈແລ້ວ. ຖ້າຜູ້ຄົນເອີ້ນເຈົ້າຂອງເຮືອນວ່າເບເອນເຊບູນ* ພວກເຂົາກໍແຮ່ງຈະເອີ້ນຄົນໃນເຮືອນດ້ວຍຊື່ທີ່ຊົ່ວຮ້າຍກວ່ານັ້ນອີກບໍ່ແມ່ນບໍ? 26 ດັ່ງນັ້ນ ບໍ່ຕ້ອງຢ້ານພວກເຂົາ ເພາະທຸກສິ່ງທີ່ປົກປິດໄວ້ຈະຖືກເປີດອອກ ແລະຄວາມລັບທຸກເລື່ອງຈະຖືກເປີດເຜີຍ. 27 ເລື່ອງທີ່ຂ້ອຍບອກພວກເຈົ້າໃນບ່ອນມືດ ໃຫ້ພວກເຈົ້າເວົ້າໃນບ່ອນແຈ້ງ ແລະເລື່ອງທີ່ເຈົ້າໄດ້ຍິນຂ້ອຍຊິ່ມ ໃຫ້ປ່າວປະກາດຈາກດາດຟ້າ. 28 ຢ່າຢ້ານຄົນທີ່ຂ້າພວກເຈົ້າໄດ້ພຽງຮ່າງກາຍ ແຕ່ບໍ່ສາມາດເອົາຊີວິດທີ່ພວກເຈົ້າຈະໄດ້ຮັບໃນອະນາຄົດໄປໄດ້ ແຕ່ໃຫ້ຢ້ານພະອົງຜູ້ທີ່ທຳລາຍພວກເຈົ້າໄດ້ຕະຫຼອດໄປໃນເກເຮັນນາ.* 29 ນົກກະຈອກ 2 ໂຕພວກເຂົາຂາຍພຽງບໍ່ເທົ່າໃດກີບ* ແຕ່ບໍ່ມີຈັກໂຕຈະຕົກເຖິງດິນໂດຍທີ່ພະເຈົ້າຜູ້ເປັນພໍ່ຂອງພວກເຈົ້າບໍ່ຮູ້ຈັກ. 30 ຂະໜາດຜົມຢູ່ຫົວຂອງພວກເຈົ້າພະອົງກໍນັບໄວ້ແລ້ວທຸກເສັ້ນ. 31 ດັ່ງນັ້ນ ບໍ່ຕ້ອງຢ້ານ ເພາະພວກເຈົ້າມີຄ່າຫຼາຍກວ່ານົກກະຈອກຫຼາຍໂຕລວມກັນ.
32 ຖ້າຜູ້ໃດຍອມຮັບວ່າຕົວເອງເປັນລູກສິດຂອງຂ້ອຍຕໍ່ໜ້າຄົນອື່ນ ຂ້ອຍກໍຈະຍອມຮັບຄືກັນວ່າລາວເປັນລູກສິດຂ້ອຍຕໍ່ໜ້າພໍ່ຂອງຂ້ອຍຜູ້ຢູ່ໃນສະຫວັນ. 33 ແຕ່ຖ້າຜູ້ໃດປະຕິເສດຂ້ອຍຕໍ່ໜ້າຄົນອື່ນ ຂ້ອຍກໍຈະປະຕິເສດລາວຄືກັນຕໍ່ໜ້າພໍ່ຂອງຂ້ອຍຜູ້ຢູ່ໃນສະຫວັນ. 34 ຢ່າຄິດວ່າຂ້ອຍມາເຮັດໃຫ້ໂລກສະຫງົບສຸກ ຂ້ອຍບໍ່ໄດ້ມາເຮັດໃຫ້ເກີດຄວາມສະຫງົບສຸກ ແຕ່ມາເພື່ອເຮັດໃຫ້ແຕກແຍກ.* 35 ຂ້ອຍມາເຮັດໃຫ້ເກີດຄວາມແຕກແຍກລະຫວ່າງລູກຊາຍກັບພໍ່ ລູກສາວກັບແມ່ ແລະລູກໃພ້ກັບແມ່ຍ່າ. 36 ທີ່ຈິງ ຄົນໃນຄອບຄົວດຽວກັນຈະເປັນສັດຕູກັນ. 37 ຄົນທີ່ຮັກພໍ່ແມ່ຫຼາຍກວ່າຂ້ອຍກໍບໍ່ເໝາະສົມທີ່ຈະເປັນລູກສິດຂອງຂ້ອຍ ແລະຄົນທີ່ຮັກລູກຫຼາຍກວ່າຂ້ອຍກໍບໍ່ເໝາະສົມຄືກັນ. 38 ຄົນທີ່ບໍ່ຍອມແບກເສົາທໍລະມານ*ຂອງຕົວເອງແລະຕິດຕາມຂ້ອຍກໍບໍ່ເໝາະສົມທີ່ຈະເປັນລູກສິດຂອງຂ້ອຍ. 39 ຄົນທີ່ພະຍາຍາມເອົາຕົວລອດຈະເສຍຊີວິດ ແຕ່ຄົນທີ່ສະລະຊີວິດເພື່ອຂ້ອຍ ລາວຈະໄດ້ຊີວິດ.
40 ຄົນທີ່ຕ້ອນຮັບພວກເຈົ້າກໍຕ້ອນຮັບຂ້ອຍ ແລະຄົນທີ່ຕ້ອນຮັບຂ້ອຍກໍຕ້ອນຮັບພະອົງຜູ້ທີ່ໃຊ້ຂ້ອຍມາ. 41 ຄົນທີ່ຕ້ອນຮັບຄົນໃດຄົນໜຶ່ງຍ້ອນລາວເປັນຜູ້ພະຍາກອນກໍຈະໄດ້ຮັບລາງວັນຄືກັບທີ່ຜູ້ພະຍາກອນໄດ້ຮັບ ແລະຄົນທີ່ຕ້ອນຮັບຄົນໃດຄົນໜຶ່ງຍ້ອນລາວເປັນຄົນຂອງພະເຈົ້າ*ກໍຈະໄດ້ຮັບລາງວັນຄືກັບທີ່ຄົນຂອງພະເຈົ້າໄດ້ຮັບ. 42 ຂ້ອຍຈະບອກໃຫ້ຮູ້ວ່າ ຄົນທີ່ເອົານ້ຳເຢັນພຽງຈອກດຽວໃຫ້ຄົນຕ່ຳຕ້ອຍຜູ້ໜຶ່ງໃນຄົນເຫຼົ່ານີ້ດື່ມຍ້ອນຄົນນັ້ນເປັນລູກສິດຂອງຂ້ອຍ ລາວຈະໄດ້ຮັບລາງວັນແນ່ນອນ.”