ລູກາ
23 ພວກເຂົາທັງໝົດຈຶ່ງລຸກຂຶ້ນແລ້ວເອົາຕົວພະເຢຊູໄປຫາປີລາດ. 2 ຈາກນັ້ນ ພວກເຂົາກໍເລີ່ມກ່າວຫາເພິ່ນວ່າ: “ພວກເຮົາຈັບໄດ້ວ່າຄົນນີ້ສ້າງຄວາມປັ່ນປ່ວນຕໍ່ຊາດຂອງເຮົາ ຍຸຍົງປະຊາຊົນບໍ່ໃຫ້ເສຍພາສີໃຫ້ເຊຊາ ແລະບອກວ່າຕົວເອງເປັນພະຄລິດເຊິ່ງແມ່ນກະສັດອົງໜຶ່ງ.” 3 ປີລາດຈຶ່ງຖາມພະເຢຊູວ່າ: “ເຈົ້າເປັນກະສັດຂອງຊາວຢິວບໍ?” ພະເຢຊູຕອບວ່າ: “ຂ້ອຍເປັນແບບທີ່ເຈົ້າເວົ້າ.” 4 ແລ້ວປີລາດກໍເວົ້າກັບພວກປະໂລຫິດໃຫຍ່ແລະຝູງຄົນວ່າ: “ຂ້ອຍບໍ່ເຫັນວ່າຜູ້ນີ້ມີຄວາມຜິດຫຍັງເລີຍ.” 5 ແຕ່ພວກເຂົາຢືນຢັນວ່າ: “ລາວສອນແລະປຸກລະດົມປະຊາຊົນໄປທົ່ວແຂວງຢູດາຍ ເລີ່ມຕັ້ງແຕ່ແຂວງຄາລີເລຈົນມາຮອດນີ້.” 6 ເມື່ອປີລາດໄດ້ຍິນແບບນັ້ນຈຶ່ງຖາມວ່າ: “ຜູ້ນີ້ເປັນຊາວຄາລີເລແມ່ນບໍ?” 7 ເມື່ອຮູ້ວ່າພະເຢຊູມາຈາກເຂດການປົກຄອງຂອງເຮໂຣດ ປີລາດຈຶ່ງສົ່ງຕົວພະເຢຊູໄປໃຫ້ເຮໂຣດເຊິ່ງຕອນນັ້ນຢູ່ໃນເມືອງເຢຣູຊາເລັມ.
8 ເມື່ອເຮໂຣດເຫັນພະເຢຊູກໍດີໃຈຫຼາຍ. ລາວຢາກເຫັນພະເຢຊູແຕ່ດົນແລ້ວ ຍ້ອນໄດ້ຍິນເລື່ອງກ່ຽວກັບເພິ່ນ ແລະຢາກໃຫ້ເພິ່ນເຮັດການອັດສະຈັນບາງຢ່າງໃຫ້ເບິ່ງ. 9 ລາວຖາມພະເຢຊູຫຼາຍຢ່າງ ແຕ່ເພິ່ນກໍບໍ່ຕອບຫຍັງເລີຍ. 10 ສ່ວນພວກປະໂລຫິດໃຫຍ່ກັບພວກຄູສອນສາສະໜາກໍພາກັນລຸກຂຶ້ນກ່າວຫາພະເຢຊູຢ່າງດຸເດືອດ. 11 ຈາກນັ້ນ ເຮໂຣດກັບພວກທະຫານຂອງລາວກໍດູຖູກແລະເຍາະເຍີ້ຍເພິ່ນ ພວກເຂົາເອົາເຄື່ອງນຸ່ງທີ່ຫຼູຫຼາມາໃສ່ໃຫ້ເພິ່ນແລ້ວສົ່ງຕົວກັບໄປໃຫ້ປີລາດ. 12 ໃນມື້ນັ້ນແຫຼະ ເຮໂຣດກັບປີລາດກາຍມາເປັນໝູ່ກັນ ທັງໆທີ່ກ່ອນໜ້ານີ້ເຄີຍເປັນສັດຕູກັນຕະຫຼອດ.
13 ປີລາດເອີ້ນພວກປະໂລຫິດໃຫຍ່ ພວກຜູ້ນຳຊາວຢິວ ແລະປະຊາຊົນໃຫ້ມາປະຊຸມກັນ 14 ແລ້ວບອກພວກເຂົາວ່າ: “ພວກເຈົ້າເອົາຕົວຜູ້ນີ້ມາໃຫ້ຂ້ອຍ ແລະກ່າວຫາວ່າລາວປຸກລະດົມປະຊາຊົນໃຫ້ກະບົດ ແຕ່ເມື່ອຂ້ອຍສອບສວນລາວຕໍ່ໜ້າພວກເຈົ້າແລ້ວ ກໍບໍ່ເຫັນມີຫຼັກຖານຫຍັງທີ່ສະແດງວ່າລາວມີຄວາມຜິດຕາມທີ່ພວກເຈົ້າກ່າວຫາ. 15 ເຮໂຣດເອງກໍຄິດແບບນີ້ຄືກັນຈຶ່ງສົ່ງຕົວລາວກັບມາໃຫ້ຂ້ອຍ ທີ່ຈິງ ຜູ້ນີ້ບໍ່ໄດ້ເຮັດຫຍັງທີ່ຄວນໄດ້ຮັບໂທດເຖິງຕາຍ. 16 ຂ້ອຍຈະລົງໂທດລາວແລ້ວປ່ອຍຕົວໄປ.” 17 *—— 18 ແຕ່ຝູງຄົນຮ້ອງເປັນສຽງດຽວກັນວ່າ: “ຂ້າລາວສະ ແລ້ວປ່ອຍໂຕບາຣາບາໃຫ້ພວກເຮົາ!” 19 (ບາຣາບາຖືກຄຸກໃນຂໍ້ຫາປຸກລະດົມຄົນໃນເມືອງແລະຂ້າຄົນຕາຍ). 20 ປີລາດເວົ້າກັບພວກເຂົາອີກເທື່ອໜຶ່ງເພາະລາວຢາກປ່ອຍພະເຢຊູ. 21 ແຕ່ພວກເຂົາແຮ່ງຮ້ອງດັງຂຶ້ນອີກວ່າ: “ເອົາລາວໄປຄຶງໄວ້ເທິງເສົາ! ເອົາລາວໄປຄຶງໄວ້ເທິງເສົາ!”* 22 ປີລາດເວົ້າກັບພວກເຂົາເປັນເທື່ອທີສາມວ່າ: “ຍ້ອນຫຍັງ? ລາວເຮັດຫຍັງຜິດ? ຂ້ອຍບໍ່ເຫັນວ່າລາວເຮັດຫຍັງທີ່ສົມຄວນຕາຍ. ຂ້ອຍຈະລົງໂທດລາວແລ້ວປ່ອຍຕົວໄປ.” 23 ແຕ່ພວກເຂົາແຮ່ງຮ້ອງດັງຂຶ້ນບໍ່ເຊົາເພື່ອໃຫ້ເອົາພະເຢຊູໄປຄຶງ* ຈົນໃນທີ່ສຸດປີລາດກໍຍອມ. 24 ດັ່ງນັ້ນ ລາວຈຶ່ງຕັດສິນຕາມທີ່ຝູງຄົນຮຽກຮ້ອງ. 25 ປີລາດໄດ້ປ່ອຍຄົນທີ່ຕິດຄຸກຂໍ້ຫາປຸກລະດົມແລະຂ້າຄົນຕາຍ ແລະໄດ້ປະຫານພະເຢຊູຕາມທີ່ປະຊາຊົນຕ້ອງການ.
26 ຕອນທີ່ທະຫານກຳລັງເອົາຕົວພະເຢຊູໄປ ມີຄົນໜຶ່ງຊື່ຊີໂມນ ລາວເປັນຊາວກີເຣເນ ເດີນທາງມາຈາກນອກເມືອງ ພວກທະຫານຈຶ່ງສັ່ງລາວໃຫ້ແບກເສົາທໍລະມານ*ນຳຫຼັງພະເຢຊູໄປ. 27 ມີຄົນຈຳນວນຫຼາຍຕິດຕາມເພິ່ນໄປ ລວມທັງພວກຜູ້ຍິງທີ່ຮ້ອງໄຫ້ຄ່ຳຄວນຍ້ອນອີ່ຕົນເພິ່ນ. 28 ພະເຢຊູປິ່ນມາເວົ້າກັບພວກເຂົາວ່າ: “ຜູ້ຍິງຊາວເຢຣູຊາເລັມ ຢ່າຮ້ອງໄຫ້ອີ່ຕົນຂ້ອຍເລີຍ. ຮ້ອງໄຫ້ອີ່ຕົນຕົວເອງກັບລູກຂອງພວກເຈົ້າດີກວ່າ 29 ຍ້ອນວັນນັ້ນຈະມາເຖິງເມື່ອຜູ້ຄົນພາກັນເວົ້າວ່າ ‘ຜູ້ຍິງທີ່ເປັນໝັນ ຜູ້ຍິງທີ່ບໍ່ໄດ້ເກີດລູກ ແລະຜູ້ຍິງທີ່ບໍ່ມີລູກນ້ອຍກໍມີຄວາມສຸກ!’ 30 ຕອນນັ້ນພວກເຂົາຈະເວົ້າກັບພູເຂົາວ່າ ‘ບັງພວກເຮົາໄວ້ແດ່!’ ແລະເວົ້າກັບໂນນພູວ່າ ‘ເຊື່ອງພວກເຮົາໄວ້ແດ່!’ 31 ຖ້າພວກເຂົາເຮັດແບບນີ້ຕອນທີ່ຕົ້ນໄມ້ຍັງຂຽວສົດ ຈະເກີດຫຍັງຂຶ້ນຕອນທີ່ຕົ້ນໄມ້ຫ່ຽວແຫ້ງ?”
32 ມີຜູ້ຮ້າຍ 2 ຄົນຖືກເອົາຕົວໄປປະຫານພ້ອມກັບພະເຢຊູ. 33 ເມື່ອມາຮອດບ່ອນໜຶ່ງທີ່ເອີ້ນກັນວ່າຫົວກະໂຫຼກ ພວກເຂົາກໍຄຶງພະເຢຊູໄວ້ເທິງເສົາແລະຜູ້ຮ້າຍສອງຄົນນັ້ນກໍຖືກຄຶງໄວ້ ຜູ້ໜຶ່ງຢູ່ເບື້ອງຂວາແລະຜູ້ໜຶ່ງຢູ່ເບື້ອງຊ້າຍຂອງເພິ່ນ. 34 ພະເຢຊູເວົ້າວ່າ: “ພໍ່ເອີຍ ຍົກໂທດໃຫ້ພວກເຂົາແດ່ ເພາະພວກເຂົາບໍ່ຮູ້ວ່າກຳລັງເຮັດຫຍັງຢູ່.” ແລ້ວພວກເຂົາກໍເອົາເສື້ອຂອງເພິ່ນມາຈົກສະຫຼາກປັນກັນ. 35 ຜູ້ຄົນກໍຢືນເບິ່ງຢູ່ ສ່ວນພວກຜູ້ນຳຊາວຢິວພາກັນເວົ້າເຍາະເຍີ້ຍວ່າ: “ລາວຊ່ວຍຄົນອື່ນໄດ້ ໃຫ້ລາວຊ່ວຍຕົວເອງນຳແມະ ຖ້າລາວເປັນພະຄລິດທີ່ພະເຈົ້າເລືອກແທ້ໆ.” 36 ພວກທະຫານກໍເຮັດທ່າທາງເຍາະເຍີ້ຍພະເຢຊູຄືກັນ ແລ້ວເອົາເຫຼົ້າແວງສົ້ມມາໃຫ້ເພິ່ນດື່ມ 37 ແລະເວົ້າວ່າ: “ຖ້າເຈົ້າເປັນກະສັດຂອງຊາວຢິວແທ້ໆກໍຊ່ວຍຕົວເອງໃຫ້ລອດແມະ.” 38 ມີຂໍ້ຄວາມຕິດຢູ່ເທິງຫົວເພິ່ນວ່າ: “ນີ້ແມ່ນກະສັດຂອງຊາວຢິວ.”
39 ຜູ້ຮ້າຍຄົນໜຶ່ງທີ່ຖືກຄຶງໄວ້ໄດ້ເວົ້າດູຖູກພະເຢຊູວ່າ: “ເຈົ້າເປັນພະຄລິດບໍ່ແມ່ນບໍ? ຊ່ວຍຕົວເອງກັບພວກເຮົາໃຫ້ລອດແມະ!” 40 ແຕ່ຜູ້ຮ້າຍອີກຄົນໜຶ່ງຫ້າມລາວວ່າ: “ເຈົ້າບໍ່ຢຳເກງພະເຈົ້າບໍ ເຈົ້າກໍຖືກລົງໂທດຄືກັນໄດ໋? 41 ພວກເຮົາສົມຄວນຕາຍຢູ່ແລ້ວ ຍ້ອນພວກເຮົາໄດ້ເຮັດຜິດແທ້ໆ ແຕ່ຜູ້ນີ້ບໍ່ໄດ້ເຮັດຫຍັງຜິດເລີຍ.” 42 ແລ້ວລາວກໍເວົ້າວ່າ: “ທ່ານເຢຊູ ຕອນທີ່ທ່ານໄດ້ເປັນກະສັດ* ຢ່າລືມຂ້ອຍເດີ້.” 43 ພະເຢຊູບອກລາວວ່າ: “ຂ້ອຍຂໍບອກເຈົ້າມື້ນີ້ວ່າ ເຈົ້າຈະໄດ້ຢູ່ກັບຂ້ອຍໃນອຸທິຍານແນ່ນອນ.”
44 ຕອນນັ້ນເປັນເວລາປະມານຕອນທ່ຽງ* ແຕ່ທົ່ວແຜ່ນດິນກໍມືດໝົດຈົນຮອດບ່າຍ 3 ໂມງ* 45 ຍ້ອນບໍ່ມີແສງຕາເວັນ ແລ້ວຜ້າກັ້ງໃນຫ້ອງບໍລິສຸດຂອງວິຫານໄດ້ຈີກເປັນສອງຕ່ອນຕັ້ງແຕ່ເທິງລົງລຸ່ມ. 46 ພະເຢຊູຮ້ອງສຽງດັງວ່າ: “ພໍ່ເອີຍ ລູກຂໍຝາກຊີວິດໄວ້ໃນມືຂອງພໍ່.” ເມື່ອເວົ້າຈົບແລ້ວ ເພິ່ນກໍໝົດລົມຫາຍໃຈ. 47 ເມື່ອນາຍຮ້ອຍເຫັນສິ່ງທີ່ເກີດຂຶ້ນກໍສັນລະເສີນພະເຈົ້າແລະເວົ້າວ່າ: “ທີ່ຈິງແລ້ວ ຄົນນີ້ເປັນຜູ້ບໍລິສຸດ.” 48 ເມື່ອຜູ້ຄົນທີ່ພາກັນມາເບິ່ງເຫດການນັ້ນເຫັນວ່າເກີດຫຍັງຂຶ້ນ ພວກເຂົາກໍເມືອເຮືອນພ້ອມທັງຕີເອິກຕົວເອງດ້ວຍຄວາມເສຍໃຈ. 49 ສ່ວນຄົນທີ່ລຶ້ງເຄີຍກັບພະເຢຊູລວມທັງພວກຜູ້ຍິງທີ່ຕິດຕາມເພິ່ນມາຈາກແຂວງຄາລີເລກໍຢືນເບິ່ງເຫດການຢູ່ໃນໄລຍະຫ່າງໆ.
50 ມີຜູ້ຊາຍຄົນໜຶ່ງຊື່ໂຢເຊັບທີ່ເປັນສະມາຊິກຄົນໜຶ່ງຂອງສະພາ* ລາວເປັນຄົນດີແລະເຊື່ອຟັງພະເຈົ້າ.* 51 (ລາວບໍ່ໄດ້ອອກສຽງສະໜັບສະໜູນແຜນການແລະການກະທຳຂອງສະພານັ້ນ). ລາວມາຈາກອາຣີມາທາຍທີ່ເປັນເມືອງໜຶ່ງຂອງຊາວຢູດາຍແລະລໍຖ້າການປົກຄອງ*ຂອງພະເຈົ້າຢູ່. 52 ໂຢເຊັບຄົນນີ້ໄປຂໍສົບພະເຢຊູຈາກປີລາດ. 53 ລາວເອົາສົບເພິ່ນລົງມາຈາກເສົາ ເອົາຜ້າລິນິນເນື້ອດີມາພັນ ແລະວາງສົບໄວ້ໃນອຸໂມງຝັງສົບທີ່ເຈາະໄວ້ແລ້ວໃນຫີນ ເຊິ່ງບ່ອນນັ້ນບໍ່ເຄີຍວາງສົບຜູ້ໃດໄວ້ຈັກເທື່ອ. 54 ມື້ນັ້ນເປັນມື້ກະກຽມ* ແລະຕອນນັ້ນວັນຊະບາໂຕໃກ້ຈະເລີ່ມແລ້ວ. 55 ພວກຜູ້ຍິງທີ່ຕິດຕາມພະເຢຊູມາຈາກແຂວງຄາລີເລກໍໄປທີ່ອຸໂມງຄືກັນ ພວກເຂົາແນມເຂົ້າໄປໃນອຸໂມງນັ້ນແລະເຫັນບ່ອນທີ່ສົບຂອງພະເຢຊູຖືກວາງໄວ້ 56 ແລ້ວພວກເຂົາກໍກັບໄປກຽມເຄື່ອງຫອມກັບນ້ຳມັນຫອມ ແຕ່ໃນວັນຊະບາໂຕພວກເຂົາຢຸດພັກຕາມທີ່ກົດໝາຍຂອງໂມເຊກຳນົດໄວ້.