ລູກາ
3 ໃນປີທີ 15 ທີ່ເຊຊາຕີເບຣີໂອປົກຄອງ ປົນຕີໂອປີລາດເປັນເຈົ້າແຂວງຢູດາຍ ເຮໂຣດ*ເປັນຜູ້ປົກຄອງແຂວງຄາລີເລ ຟີລິບອ້າຍຂອງເຮໂຣດເປັນຜູ້ປົກຄອງແຂວງອູຕູຣາຍກັບທາໂຄນິດ ແລະລີຊາເນຍເປັນຜູ້ປົກຄອງແຂວງອາບີເລັນ 2 ອັນນາເປັນປະໂລຫິດໃຫຍ່ ແລະກາຢະຟາເປັນມະຫາປະໂລຫິດ ໃນປີນັ້ນເອງ ພະເຈົ້າສົ່ງຂ່າວໃຫ້ໂຢຮັນລູກຂອງເຊກາຣີຢາຕອນທີ່ລາວຢູ່ໃນບ່ອນທຸລະກັນດານ.
3 ໂຢຮັນຈຶ່ງໄປທົ່ວຂົງເຂດແມ່ນ້ຳຈໍແດນແລະປະກາດໃຫ້ຜູ້ຄົນຮັບບັບເຕມາເພື່ອສະແດງການກັບໃຈ ແລ້ວພະເຈົ້າຈະໃຫ້ອະໄພບາບຂອງພວກເຂົາ 4 ເລື່ອງນີ້ເປັນໄປຕາມທີ່ຂຽນໄວ້ໃນປຶ້ມຂອງຜູ້ພະຍາກອນເອຊາຢາທີ່ວ່າ: “ມີຜູ້ໜຶ່ງສົ່ງສຽງຮ້ອງຢູ່ໃນບ່ອນທຸລະກັນດານວ່າ: ‘ໃຫ້ກຽມທາງໄວ້ສຳລັບພະເຢໂຫວາ! ເຮັດທາງຂອງພະອົງໃຫ້ຊື່. 5 ຮ່ອມພູທຸກແຫ່ງຕ້ອງຖົມໃຫ້ເຕັມ ພູເຂົາແລະໂນນພູທຸກໜ່ວຍຕ້ອງເຮັດໃຫ້ພຽງ ທາງຄົດລ້ຽວຕ້ອງເຮັດໃຫ້ຊື່ ແລະບ່ອນທີ່ມີຂຸມຕ້ອງປັບໃຫ້ລຽບ 6 ແລະມະນຸດທຸກຄົນຈະໄດ້ເຫັນການຊ່ວຍໃຫ້ລອດຈາກພະເຈົ້າ.’”
7 ໂຢຮັນເວົ້າກັບປະຊາຊົນທີ່ມາຮັບບັບເຕມາວ່າ: “ພວກຊາດງູຮ້າຍ ໃຜບອກວ່າພວກເຈົ້າຈະໜີພົ້ນຈາກການລົງໂທດຂອງພະເຈົ້າໄດ້? 8 ເຮັດໃຫ້ເຫັນແມ້ວ່າພວກເຈົ້າກັບໃຈແທ້ໆ.* ຢ່າຄິດວ່າ ‘ພວກເຮົາເປັນລູກຫຼານຂອງອັບຣາຮາມໄດ໋.’ ເພາະຂ້ອຍຈະບອກໃຫ້ຮູ້ວ່າ ພະເຈົ້າຈະໃຫ້ອັບຣາຮາມມີລູກຫຼານຈາກກ້ອນຫີນເຫຼົ່ານີ້ກໍໄດ້. 9 ຕອນນີ້ຂວານກໍວາງໄວ້ຢູ່ເຫງົ້າຂອງຕົ້ນໄມ້ແລ້ວ ຕົ້ນໄມ້ທຸກຕົ້ນທີ່ໝາກບໍ່ດີຈະຕ້ອງຖືກປ້ຳແລະເອົາໄປໂຍນຖິ້ມໃນກອງໄຟ.”
10 ປະຊາຊົນຈຶ່ງຖາມໂຢຮັນວ່າ: “ຄັນຊັ້ນ ພວກເຮົາຄວນເຮັດແນວໃດ?” 11 ໂຢຮັນຕອບພວກເຂົາວ່າ: “ໃຫ້ຄົນທີ່ມີເສື້ອ 2 ໂຕແບ່ງໃຫ້ຄົນທີ່ບໍ່ມີ ແລະໃຫ້ຄົນທີ່ມີອາຫານແບ່ງປັນໃຫ້ຄົນທີ່ບໍ່ມີ.” 12 ແມ່ນແຕ່ຄົນເກັບພາສີກໍມາຂໍຮັບບັບເຕມາຄືກັນ ພວກເຂົາຖາມວ່າ: “ອາຈານ ພວກເຮົາຄວນເຮັດແນວໃດ?” 13 ໂຢຮັນຕອບວ່າ: “ຢ່າເກັບພາສີເກີນອັດຕາ.” 14 ພວກທະຫານກໍມາຖາມຄືກັນວ່າ: “ພວກເຮົາເດ້ຄວນເຮັດແນວໃດ?” ໂຢຮັນຕອບວ່າ: “ຢ່າຂູດຮີດ*ຫຼືໃສ່ຮ້າຍຜູ້ໃດແບບຜິດໆ ແຕ່ໃຫ້ພໍໃຈກັບຄ່າຈ້າງທີ່ໄດ້ຮັບ.”
15 ຕອນນັ້ນ ຜູ້ຄົນກຳລັງລໍຖ້າພະຄລິດຢູ່ ແລະສົງໄສກ່ຽວກັບໂຢຮັນວ່າ: “ລາວຈະແມ່ນພະຄລິດບໍ?” 16 ແຕ່ໂຢຮັນຕອບພວກເຂົາວ່າ: “ຂ້ອຍໃຫ້ບັບເຕມາພວກເຈົ້າດ້ວຍນ້ຳ ແຕ່ມີຜູ້ໜຶ່ງທີ່ຍິ່ງໃຫຍ່ກວ່າຂ້ອຍກຳລັງຈະມາ ຂ້ອຍບໍ່ສົມຄວນຈະແກ້ສາຍມັດເກີບໃຫ້ເພິ່ນຊ້ຳ. ເພິ່ນຈະໃຫ້ບັບເຕມາພວກເຈົ້າດ້ວຍພະລັງບໍລິສຸດແລະດ້ວຍໄຟ.* 17 ເພິ່ນຖືເຄື່ອງມືທີ່ໃຊ້ແຍກຂີ້ແກບ* ແລະຈະເກັບມ້ຽນລານຟາດເຂົ້າຂອງເພິ່ນໃຫ້ກ້ຽງ ເພິ່ນຈະລວບລວມເຂົ້າໄວ້ໃນເລົ້າ ສ່ວນຂີ້ແກບນັ້ນເພິ່ນຈະເຜົາດ້ວຍໄຟທີ່ບໍ່ມີວັນມອດ.”
18 ໂຢຮັນຍັງໃຫ້ຄຳແນະນຳຕັກເຕືອນອີກຫຼາຍຢ່າງແລະປະກາດຂ່າວດີໃຫ້ປະຊາຊົນຟັງຕໍ່ໄປ. 19 ໂຢຮັນຕຳໜິເຮໂຣດຜູ້ປົກຄອງແຂວງເລື່ອງທີ່ລາວແຕ່ງດອງກັບເຮໂຣເດຍທີ່ເປັນເມຍອ້າຍຂອງຕົວເອງ ແລະເລື່ອງຊົ່ວຮ້າຍອື່ນໆທີ່ເຮໂຣດໄດ້ເຮັດ 20 ແລ້ວເຮໂຣດກໍເຮັດຊົ່ວເພີ່ມຂຶ້ນອີກໂດຍຈັບໂຢຮັນໄປຂັງໄວ້ໃນຄຸກ.
21 ໃນຕອນທີ່ຜູ້ຄົນກຳລັງມາຮັບບັບເຕມາ ພະເຢຊູກໍມາຮັບບັບເຕມາຄືກັນ ແລະຂະນະທີ່ເພິ່ນອະທິດຖານຢູ່ ທ້ອງຟ້າກໍເປີດອອກ 22 ແລ້ວພະລັງບໍລິສຸດຮູບຮ່າງຄືກັບນົກເຂົາໄດ້ລົງມາຢູ່ເທິງເພິ່ນ ແລ້ວກໍມີສຽງເວົ້າຈາກຟ້າວ່າ: “ລູກຮັກຂອງພໍ່ ພໍ່ພໍໃຈໃນຕົວລູກຫຼາຍ.”
23 ພະເຢຊູເລີ່ມວຽກປະກາດຕອນອາຍຸໄດ້ 30 ປີ. ຄົນທົ່ວໄປເຂົ້າໃຈວ່າ ພະເຢຊູເປັນລູກຂອງໂຢເຊັບ;
ໂຢເຊັບເປັນລູກຂອງເຮລີ;
24 ເຮລີເປັນລູກຂອງມັດທາດ;
ມັດທາດເປັນລູກຂອງເລວີ;
ເລວີເປັນລູກຂອງເມລະຂີ;
ເມລະຂີເປັນລູກຂອງຢັນນາ;
ຢັນນາເປັນລູກຂອງໂຢເຊັບ;
25 ໂຢເຊັບເປັນລູກຂອງມັດຕາເທຍ;
ມັດຕາເທຍເປັນລູກຂອງອາໂມດ;
ອາໂມດເປັນລູກຂອງນາຮູມ;
ນາຮູມເປັນລູກຂອງເອຊະລີ;
ເອຊະລີເປັນລູກຂອງນາຄາຍ;
26 ນາຄາຍເປັນລູກຂອງມາອາດ;
ມາອາດເປັນລູກຂອງມັດຕາເທຍ;
ມັດຕາເທຍເປັນລູກຂອງເຊເມອີນ;
ເຊເມອີນເປັນລູກຂອງໂຢເຊັກ;
ໂຢເຊັກເປັນລູກຂອງໂຢດາ;
27 ໂຢດາເປັນລູກຂອງໂຢອານັນ;
ໂຢອານັນເປັນລູກຂອງເຣຊາ;
ເຣຊາເປັນລູກຂອງເຊຣຸບບາເບນ;
ເຊຣຸບບາເບນເປັນລູກຂອງເຊອານຕີເອນ;
ເຊອານຕີເອນເປັນລູກຂອງເນຣີ;
28 ເນຣີເປັນລູກຂອງເມລະຂີ;
ເມລະຂີເປັນລູກຂອງອັດດີ;
ອັດດີເປັນລູກຂອງໂກຊາມ;
ໂກຊາມເປັນລູກຂອງເອັນມາດາມ;
ເອັນມາດາມເປັນລູກຂອງເອຣະ;
29 ເອຣະເປັນລູກຂອງເຢຊູ;
ເຢຊູເປັນລູກຂອງເອລີເອເຊ;
ເອລີເອເຊເປັນລູກຂອງໂຢຣີມ;
ໂຢຣີມເປັນລູກຂອງມັດທາດ;
ມັດທາດເປັນລູກຂອງເລວີ;
30 ເລວີເປັນລູກຂອງຊີເມໂອນ;
ຊີເມໂອນເປັນລູກຂອງຢູດາ;
ຢູດາເປັນລູກຂອງໂຢເຊັບ;
ໂຢເຊັບເປັນລູກຂອງໂຢນາມ;
ໂຢນາມເປັນລູກຂອງເອເລຍກີມ;
31 ເອເລຍກີມເປັນລູກຂອງເມເລອາ;
ເມເລອາເປັນລູກຂອງເມັນນາ;
ເມັນນາເປັນລູກຂອງມັດຕາທາ;
ມັດຕາທາເປັນລູກຂອງນາທານ;
ນາທານເປັນລູກຂອງດາວິດ;
32 ດາວິດເປັນລູກຂອງເຢຊີ;
ເຢຊີເປັນລູກຂອງໂອເບັດ;
ໂອເບັດເປັນລູກຂອງໂບອາດ;
ໂບອາດເປັນລູກຂອງຊັນໂມນ;
ຊັນໂມນເປັນລູກຂອງນາໂຊນ;
33 ນາໂຊນເປັນລູກຂອງອາມມີນາດາບ;
ອາມມີນາດາບເປັນລູກຂອງອານີ;*
ອານີເປັນລູກຂອງເຮຊະໂຣນ;
ເຮຊະໂຣນເປັນລູກຂອງເປເຣດ;
ເປເຣດເປັນລູກຂອງຢູດາ;
34 ຢູດາເປັນລູກຂອງຢາໂຄບ;
ຢາໂຄບເປັນລູກຂອງອີຊາກ;
ອີຊາກເປັນລູກຂອງອັບຣາຮາມ;
ອັບຣາຮາມເປັນລູກຂອງເຕຣາ;
ເຕຣາເປັນລູກຂອງນາໂຮ;
35 ນາໂຮເປັນລູກຂອງເຊຣຸກ;
ເຊຣຸກເປັນລູກຂອງເຣອູ;
ເຣອູເປັນລູກຂອງເປເລັກ;
ເປເລັກເປັນລູກຂອງເອເບ;
ເອເບເປັນລູກຂອງເຊລາ;
36 ເຊລາເປັນລູກຂອງກາຍນານ;
ກາຍນານເປັນລູກຂອງອາກປັກຊາດ;
ອາກປັກຊາດເປັນລູກຂອງເຊມ;
ເຊມເປັນລູກຂອງໂນອາ;
ໂນອາເປັນລູກຂອງລາເມັກ;
37 ລາເມັກເປັນລູກຂອງເມທູເຊລາ;
ເມທູເຊລາເປັນລູກຂອງເອນົກ;
ເອນົກເປັນລູກຂອງຢາເຣັດ;
ຢາເຣັດເປັນລູກຂອງມາຮາລາເລນ;
ມາຮາລາເລນເປັນລູກຂອງກາຍນານ;
38 ກາຍນານເປັນລູກຂອງເອໂນດ;
ເອໂນດເປັນລູກຂອງເຊດ;
ເຊດເປັນລູກຂອງອາດາມ;
ອາດາມເປັນລູກຂອງພະເຈົ້າ.