ໂຢຮັນ
3 ມີຜູ້ນຳຊາວຢິວຄົນໜຶ່ງເປັນຟາຣິຊາຍຊື່ນີໂກເດມ. 2 ລາວມາຫາພະເຢຊູຕອນກາງຄືນແລະເວົ້າວ່າ: “ອາຈານ ພວກເຮົາຮູ້ວ່າທ່ານເປັນຄູທີ່ພະເຈົ້າສົ່ງມາ ຍ້ອນບໍ່ມີຜູ້ໃດເຮັດການອັດສະຈັນແບບທ່ານໄດ້ຖ້າບໍ່ໄດ້ຮັບອຳນາດຈາກພະເຈົ້າ.” 3 ພະເຢຊູເວົ້າກັບລາວວ່າ: “ຂ້ອຍຈະບອກໃຫ້ຮູ້ວ່າ ຖ້າຜູ້ໃດບໍ່ເກີດໃໝ່* ຜູ້ນັ້ນຈະເຫັນການປົກຄອງ*ຂອງພະເຈົ້າບໍ່ໄດ້.” 4 ນີໂກເດມຖາມເພິ່ນວ່າ: “ຄົນເຖົ້າຈະເກີດໃໝ່ໄດ້ແນວໃດ? ຈະໃຫ້ເຂົ້າໄປໃນທ້ອງແມ່ແລ້ວເກີດອອກມາເປັນຄັ້ງທີສອງໄດ້ບໍ?” 5 ພະເຢຊູຕອບວ່າ: “ຂ້ອຍຈະບອກໃຫ້ຮູ້ວ່າ ຜູ້ໃດທີ່ບໍ່ໄດ້ເກີດໂດຍຮັບບັບເຕມາໃນນ້ຳແລະໂດຍຮັບພະລັງຂອງພະເຈົ້າ* ຜູ້ນັ້ນຈະມີສ່ວນໃນການປົກຄອງຂອງພະອົງບໍ່ໄດ້. 6 ຄົນທີ່ເກີດຈາກພໍ່ແມ່ທີ່ເປັນມະນຸດກໍເປັນລູກຂອງມະນຸດ ແຕ່ຄົນທີ່ເກີດຈາກພະລັງຂອງພະເຈົ້າກໍເປັນລູກຂອງພະເຈົ້າ. 7 ບໍ່ຕ້ອງແປກໃຈທີ່ຂ້ອຍບອກວ່າ: ພວກເຈົ້າຈະຕ້ອງເກີດໃໝ່. 8 ລົມຢາກຈະພັດໄປທາງໃດ ມັນກໍຈະພັດໄປທາງນັ້ນ ເຈົ້າໄດ້ຍິນສຽງລົມແຕ່ບໍ່ຮູ້ວ່າມັນພັດມາຈາກໃສແລະຈະໄປທາງໃດ. ທຸກຄົນທີ່ເກີດຈາກພະລັງຂອງພະເຈົ້າກໍເປັນແບບນັ້ນຄືກັນ.”
9 ນີໂກເດມຈຶ່ງຖາມພະເຢຊູວ່າ: “ເລື່ອງນີ້ຈະເປັນໄປໄດ້ແນວໃດ?” 10 ເພິ່ນຕອບວ່າ: “ເຈົ້າເປັນອາຈານສອນຄົນອິດສະຣາເອນ ແຕ່ເປັນຫຍັງບໍ່ເຂົ້າໃຈເລື່ອງນີ້? 11 ຂ້ອຍຈະບອກໃຫ້ຮູ້ວ່າ ພວກເຮົາເວົ້າສິ່ງທີ່ຮູ້ສິ່ງທີ່ເຫັນມາ ແຕ່ພວກເຈົ້າບໍ່ເຊື່ອຄຳເວົ້າຂອງພວກເຮົາ. 12 ຂ້ອຍເລົ່າເລື່ອງທີ່ກ່ຽວກັບໂລກ ພວກເຈົ້າກໍຍັງບໍ່ເຊື່ອ ຖ້າຂ້ອຍເລົ່າເລື່ອງກ່ຽວກັບສະຫວັນ ພວກເຈົ້າຈະເຊື່ອໄດ້ແນວໃດ? 13 ບໍ່ມີຜູ້ໃດເຄີຍຂຶ້ນໄປສະຫວັນ ນອກຈາກຜູ້ທີ່ລົງມາຈາກສະຫວັນ ເຊິ່ງກໍແມ່ນ ‘ລູກມະນຸດ.’ 14 ໂມເຊຍົກງູຂຶ້ນແຂວນໄວ້ໃນບ່ອນທຸລະກັນດານແນວໃດ ‘ລູກມະນຸດ’ ກໍຈະຖືກຍົກຂຶ້ນແຂວນໄວ້ຄືກັນ 15 ເພື່ອທຸກຄົນທີ່ເຊື່ອເພິ່ນກໍຈະມີຊີວິດຕະຫຼອດໄປ.
16 ພະເຈົ້າຮັກຄົນໃນໂລກ*ຫຼາຍ ຈົນເຖິງຂັ້ນຍອມສະລະລູກຄົນດຽວ*ຂອງພະອົງ ເພື່ອທຸກຄົນທີ່ສະແດງຄວາມເຊື່ອໃນຜູ້ນັ້ນຈະບໍ່ຖືກທຳລາຍ ແຕ່ຈະມີຊີວິດຕະຫຼອດໄປ. 17 ພະເຈົ້າບໍ່ໄດ້ສົ່ງລູກຂອງພະອົງເຂົ້າມາໃນໂລກເພື່ອໃຫ້ຕັດສິນລົງໂທດຄົນໃນໂລກ* ແຕ່ສົ່ງມາເພື່ອຊ່ວຍຄົນໃນໂລກ*ໃຫ້ລອດ. 18 ຄົນທີ່ສະແດງຄວາມເຊື່ອໃນເພິ່ນຜູ້ນັ້ນຈະບໍ່ຖືກຕັດສິນລົງໂທດ ສ່ວນຄົນທີ່ບໍ່ສະແດງຄວາມເຊື່ອກໍຖືກຕັດສິນລົງໂທດຢູ່ແລ້ວ ຍ້ອນລາວບໍ່ໄດ້ສະແດງຄວາມເຊື່ອໃນຊື່ຂອງລູກຄົນດຽວ*ຂອງພະເຈົ້າ. 19 ຫຼັກໃນການຕັດສິນລົງໂທດແມ່ນ: ຄວາມສະຫວ່າງເຂົ້າມາໃນໂລກແລ້ວ ແຕ່ມະນຸດພັດຮັກຄວາມມືດແທນທີ່ຈະຮັກຄວາມສະຫວ່າງຍ້ອນພວກເຂົາເຮັດຊົ່ວ. 20 ຄົນທີ່ເຮັດຊົ່ວກໍກຽດຊັງຄວາມສະຫວ່າງແລະບໍ່ມາຫາຄວາມສະຫວ່າງ ເພື່ອຄວາມຊົ່ວຂອງພວກເຂົາຈະບໍ່ຖືກເປີດໂປງ. 21 ແຕ່ຄົນທີ່ເຮັດສິ່ງທີ່ຖືກຕ້ອງກໍມາຫາຄວາມສະຫວ່າງ ເພື່ອຈະໄດ້ເຫັນວ່າສິ່ງທີ່ລາວເຮັດເປັນໄປຕາມຄວາມຕ້ອງການຂອງພະເຈົ້າ.”
22 ຫຼັງຈາກນັ້ນ ພະເຢຊູກັບພວກລູກສິດກໍເຂົ້າໄປໃນເຂດຊົນນະບົດຂອງແຂວງຢູດາຍ ແລະເພິ່ນຢູ່ຫັ້ນກັບພວກເຂົາໄລຍະໜຶ່ງ ແລະໃຫ້ບັບເຕມາຜູ້ຄົນນຳ. 23 ສ່ວນໂຢຮັນກໍໃຫ້ບັບເຕມາຢູ່ທີ່ໄອນົນໃກ້ໆຊາລິມເພາະຢູ່ຫັ້ນມີນ້ຳຫຼາຍ ຜູ້ຄົນກໍພາກັນໄປຮັບບັບເຕມາຢູ່ທີ່ນັ້ນ 24 ຕອນນັ້ນໂຢຮັນຍັງບໍ່ທັນຕິດຄຸກ.
25 ມີມື້ໜຶ່ງ ພວກລູກສິດຂອງໂຢຮັນໄດ້ຖຽງກັບຄົນຢິວຜູ້ໜຶ່ງເລື່ອງທີ່ວ່າເຮັດແນວໃດຈຶ່ງຈະສະອາດໃນສາຍຕາພະເຈົ້າ. 26 ພວກເຂົາຈຶ່ງໄປບອກໂຢຮັນວ່າ: “ອາຈານຮູ້ບໍ ຄົນທີ່ທ່ານເຄີຍເວົ້າເຖິງແລະເຄີຍຢູ່ກັບທ່ານທີ່ແມ່ນ້ຳຈໍແດນຟາກນັ້ນ ລາວກຳລັງໃຫ້ບັບເຕມາແລະທຸກຄົນກໍໄປຫາລາວ.” 27 ໂຢຮັນບອກພວກເຂົາວ່າ: “ຄົນເຮົາຈະເຮັດຫຍັງບໍ່ໄດ້ຖ້າພະເຈົ້າບໍ່ໃຫ້ລາວເຮັດ. 28 ພວກເຈົ້າກໍເຄີຍໄດ້ຍິນຂ້ອຍບອກແລ້ວວ່າ ‘ຂ້ອຍບໍ່ແມ່ນພະຄລິດ ແຕ່ຂ້ອຍຖືກສົ່ງມາກ່ອນໜ້າເພິ່ນ.’ 29 ເຈົ້າສາວເປັນຂອງເຈົ້າບ່າວ ແຕ່ໝູ່ເຈົ້າບ່າວທີ່ຢືນຢູ່ກໍດີໃຈຫຼາຍທີ່ໄດ້ຍິນສຽງເຈົ້າບ່າວ ນີ້ແຫຼະເປັນເຫດຜົນທີ່ຂ້ອຍດີໃຈແທ້ໆ. 30 ເພິ່ນຜູ້ນັ້ນຈະມີຫຼາຍຂຶ້ນເລື້ອຍໆ ສ່ວນຂ້ອຍຈະມີໜ້ອຍລົງເລື້ອຍໆ.”
31 ຄົນທີ່ມາຈາກທາງເທິງກໍຢູ່ເໜືອຄົນອື່ນທຸກຄົນ ສ່ວນຄົນທີ່ມາຈາກໂລກກໍເປັນຄືຄົນທົ່ວໄປໃນໂລກແລະເວົ້າແຕ່ເລື່ອງທີ່ກ່ຽວກັບໂລກ. ຄົນທີ່ມາຈາກສະຫວັນກໍຢູ່ເໜືອຄົນອື່ນທຸກຄົນ. 32 ເພິ່ນເວົ້າສິ່ງທີ່ໄດ້ເຫັນແລະໄດ້ຍິນ ແຕ່ບໍ່ມີໃຜເຊື່ອຄຳເວົ້າຂອງເພິ່ນ. 33 ສ່ວນຄົນທີ່ເຊື່ອຄຳເວົ້າຂອງເພິ່ນກໍຢືນຢັນວ່າພະເຈົ້າເວົ້າຄວາມຈິງສະເໝີ. 34 ຍ້ອນເພິ່ນຜູ້ນີ້ທີ່ພະເຈົ້າໃຊ້ມານັ້ນໄດ້ຖ່າຍທອດຄຳເວົ້າຂອງພະອົງ ແລະພະເຈົ້າໃຫ້ພະລັງຂອງພະອົງກັບເພິ່ນຢ່າງບໍ່ອັ້ນ. 35 ພະເຈົ້າຜູ້ເປັນພໍ່ຮັກລູກຂອງພະອົງ ແລະມອບທຸກຢ່າງໄວ້ໃນມືຂອງລູກຜູ້ນີ້. 36 ຄົນທີ່ສະແດງຄວາມເຊື່ອໃນລູກຂອງພະເຈົ້າຈະມີຊີວິດຕະຫຼອດໄປ ສ່ວນຄົນທີ່ບໍ່ເຊື່ອຟັງລູກຂອງພະເຈົ້າຈະບໍ່ໄດ້ຊີວິດ ແຕ່ຈະຖືກພະເຈົ້າລົງໂທດຕະຫຼອດໄປ.