1 ໂກຣິນໂທ
10 ພີ່ນ້ອງເອີຍ ຂ້ອຍຢາກໃຫ້ພວກເຈົ້າຮູ້ວ່າບັນພະບຸລຸດທຸກຄົນຂອງພວກເຮົາໄດ້ຢູ່ກ້ອງເມກແລະໄດ້ຍ່າງຜ່ານທະເລ 2 ທຸກຄົນໄດ້ຮັບບັບເຕມາດ້ວຍເມກແລະທະເລຕອນທີ່ພວກເຂົາຕິດຕາມໂມເຊ 3 ທຸກຄົນໄດ້ກິນອາຫານຈາກພະເຈົ້າ 4 ແລະທຸກຄົນໄດ້ດື່ມນ້ຳຈາກພະເຈົ້າ. ພວກເຂົາເຄີຍດື່ມນ້ຳຈາກໂງ່ນຫີນຂອງພະອົງທີ່ຢູ່ໃກ້ພວກເຂົາ ແລະໂງ່ນຫີນນັ້ນໝາຍເຖິງພະຄລິດ. 5 ແຕ່ເຖິງຢ່າງນັ້ນ ພວກເຂົາສ່ວນຫຼາຍຕ້ອງຕາຍໃນບ່ອນທຸລະກັນດານຍ້ອນພະເຈົ້າບໍ່ພໍໃຈພວກເຂົາ.
6 ເຫດການທັງໝົດນີ້ເປັນຕົວຢ່າງສອນໃຈພວກເຮົາ ເພື່ອພວກເຮົາຈະບໍ່ຢາກເຮັດສິ່ງທີ່ຊົ່ວຄືພວກເຂົາ. 7 ຢ່າຂາບໄຫວ້ຮູບບູຊາແບບທີ່ພວກເຂົາບາງຄົນເຮັດ ຄືກັບທີ່ພະຄຳພີບອກໄວ້ວ່າ: “ປະຊາຊົນກໍນັ່ງລົງກິນແລະດື່ມ ຈາກນັ້ນກໍລຸກຂຶ້ນຮ້ອງລຳທຳເພງກັນຢ່າງສະໜຸກສະໜານ.” 8 ຂໍຢ່າໃຫ້ພວກເຮົາເຮັດຜິດສິນລະທຳທາງເພດ*ຄືກັບທີ່ພວກເຂົາບາງຄົນເຮັດຜິດສິນລະທຳ* ແລ້ວມີ 23.000 ຄົນຕາຍພາຍໃນມື້ດຽວ. 9 ຂໍຢ່າໃຫ້ພວກເຮົາທ້າທາຍພະເຢໂຫວາຄືກັບທີ່ພວກເຂົາບາງຄົນທ້າທາຍພະອົງ ແລ້ວຕ້ອງຕາຍຍ້ອນງູພິດ. 10 ຢ່າເປັນຄົນມັກຈົ່ມຄືກັບທີ່ພວກເຂົາບາງຄົນມັກຈົ່ມ ແລ້ວຕ້ອງຕາຍຍ້ອນເພັດຊະຄາດ. 11 ເຫດການທັງໝົດນີ້ເກີດຂຶ້ນກັບພວກເຂົາເພື່ອເປັນຕົວຢ່າງສອນພວກເຮົາ ແລະຖືກຂຽນໄວ້ເພື່ອເຕືອນພວກເຮົາທີ່ຢູ່ໃກ້ຕອນສິ້ນຍຸກ.*
12 ດັ່ງນັ້ນ ຄົນທີ່ຄິດວ່າຕົວເອງໝັ້ນຄົງຢູ່ແລ້ວ ລະວັງຕົວໃຫ້ດີເພື່ອຈະບໍ່ລົ້ມລົງ. 13 ການລໍ້ໃຈອັນໃດກໍຕາມທີ່ເກີດຂຶ້ນກັບພວກເຈົ້າກໍເຄີຍເກີດຂຶ້ນກັບຄົນອື່ນມາແລ້ວ. ແຕ່ພະເຈົ້າສັດຊື່ ພະອົງຈະບໍ່ປ່ອຍໃຫ້ພວກເຈົ້າຖືກລໍ້ໃຈຈົນອົດທົນບໍ່ໄດ້ ແລະເມື່ອພວກເຈົ້າຖືກລໍ້ໃຈ ພະອົງຈະຊ່ວຍພວກເຈົ້າໃຫ້ມີທາງອອກເພື່ອຈະອົດທົນໄດ້.
14 ດັ່ງນັ້ນ ພີ່ນ້ອງທີ່ຮັກ ຢ່າຫຍຸ້ງກ່ຽວກັບການຂາບໄຫວ້ຮູບບູຊາ. 15 ຂ້ອຍເວົ້າກັບພວກເຈົ້າແບບທີ່ເວົ້າກັບຄົນທີ່ຮູ້ຈັກຄິດ ໃຫ້ພວກເຈົ້າຕັດສິນເອົາເອງວ່າສິ່ງທີ່ຂ້ອຍເວົ້ານັ້ນຖືກຫຼືຜິດ. 16 ຈອກເຫຼົ້າແວງທີ່ພວກເຮົາອະທິດຖານຂອບໃຈພະເຈົ້ານັ້ນເຮັດໃຫ້ພວກເຮົາຮ່ວມຮັບປະໂຫຍດຈາກເລືອດຂອງພະຄລິດບໍ່ແມ່ນບໍ? ເຂົ້າຈີ່ທີ່ພວກເຮົາຫັກນັ້ນເຮັດໃຫ້ພວກເຮົາຮ່ວມຮັບປະໂຫຍດຈາກຮ່າງກາຍຂອງພະຄລິດບໍ່ແມ່ນບໍ? 17 ມີເຂົ້າຈີ່ແຜ່ນດຽວ ແລະພວກເຮົາທຸກຄົນກິນເຂົ້າຈີ່ແຜ່ນດຽວກັນນັ້ນ ດັ່ງນັ້ນ ເຖິງວ່າພວກເຮົາມີຫຼາຍຄົນແຕ່ກໍເປັນຄືຮ່າງກາຍດຽວກັນ.
18 ເບິ່ງພວກອິດສະຣາເອນໂດຍສາຍເລືອດແມ້ ເມື່ອພວກເຂົາກິນເຄື່ອງບູຊາທີ່ຖວາຍຢູ່ເທິງແທ່ນກໍສ່ຳກັບວ່າພວກເຂົາກິນຮ່ວມກັບພະເຈົ້າບໍ່ແມ່ນບໍ? 19 ການທີ່ຂ້ອຍເວົ້າແບບນີ້ໝາຍຄວາມວ່າແນວໃດ? ຮູບບູຊາກັບເຄື່ອງທີ່ຖວາຍແກ່ຮູບບູຊານັ້ນສຳຄັນຊັ້ນເບາະ? 20 ບໍ່ແມ່ນ ແຕ່ຂ້ອຍໝາຍຄວາມວ່າເຄື່ອງບູຊາທີ່ຄົນຕ່າງຊາດເອົາໄປຖວາຍນັ້ນພວກເຂົາຖວາຍແກ່ພວກປີສາດ ບໍ່ແມ່ນຖວາຍແກ່ພະເຈົ້າ ແລະຂ້ອຍບໍ່ຢາກໃຫ້ພວກເຈົ້າມີສ່ວນກັບພວກປີສາດ. 21 ພວກເຈົ້າຈະດື່ມຈາກຈອກຂອງພະເຢໂຫວາແລະຈາກຈອກຂອງພວກປີສາດນຳກໍບໍ່ໄດ້. ພວກເຈົ້າຈະກິນເຄື່ອງຈາກ “ໂຕະຂອງພະເຢໂຫວາ” ແລະຈາກໂຕະຂອງພວກປີສາດນຳກໍບໍ່ໄດ້. 22 ‘ພວກເຮົາຈະຍົວະພະເຢໂຫວາໃຫ້ໃຈຮ້າຍ*ບໍ?’ ຖ້າພະອົງໃຈຮ້າຍ ພວກເຮົາມີກຳລັງຕ້ານທານພະອົງໄດ້ບໍ?
23 ທຸກສິ່ງເຮັດໄດ້ບໍ່ມີຂໍ້ຫ້າມ ແຕ່ບໍ່ແມ່ນທຸກສິ່ງເປັນປະໂຫຍດ. ທຸກສິ່ງເຮັດໄດ້ບໍ່ມີຂໍ້ຫ້າມ ແຕ່ບໍ່ແມ່ນທຸກສິ່ງເສີມສ້າງກັນຂຶ້ນ. 24 ຢ່າຄິດເຖິງປະໂຫຍດຂອງຕົວເອງ ແຕ່ໃຫ້ຄິດເຖິງປະໂຫຍດຂອງຄົນອື່ນ.
25 ຊີ້ນທີ່ຂາຍຕາມຕະຫຼາດນັ້ນກິນໄດ້ໂດຍບໍ່ຕ້ອງຖາມຫຍັງ ພວກເຈົ້າບໍ່ຕ້ອງກັງວົນ* 26 ເພາະ “ໂລກແລະທຸກສິ່ງໃນໂລກເປັນຂອງພະເຢໂຫວາ.” 27 ຖ້າຄົນທີ່ບໍ່ມີຄວາມເຊື່ອເຊີນພວກເຈົ້າໄປກິນເຂົ້າແລະພວກເຈົ້າກໍຢາກໄປ ກໍໃຫ້ກິນທຸກຢ່າງທີ່ລາວຈັດມາໃຫ້ແລະບໍ່ຕ້ອງຖາມຫຍັງເພື່ອເຫັນແກ່ໃຈຮູ້ຜິດຮູ້ຖືກຂອງພວກເຈົ້າ. 28 ແຕ່ຖ້າມີໃຜບອກວ່າ “ເຄື່ອງກິນນີ້ຖວາຍແກ່ຮູບບູຊາແລ້ວ” ກໍຢ່າກິນ ເພື່ອເຫັນແກ່ຜູ້ທີ່ບອກເຈົ້າແລະເພື່ອບໍ່ໃຫ້ລົບກວນໃຈຮູ້ຜິດຮູ້ຖືກຂອງຜູ້ໃດ. 29 ຂ້ອຍບໍ່ໄດ້ໝາຍເຖິງໃຈຮູ້ຜິດຮູ້ຖືກຂອງພວກເຈົ້າເອງ ແຕ່ໝາຍເຖິງຂອງຄົນທີ່ບອກພວກເຈົ້າ. ແມ່ນຢູ່ວ່າຂ້ອຍມີສິດຈະກິນ ແຕ່ຂ້ອຍບໍ່ຕ້ອງການໃຊ້ສິດນັ້ນແລ້ວຖືກຕັດສິນໂດຍໃຈຮູ້ຜິດຮູ້ຖືກຂອງຄົນອື່ນ. 30 ຖ້າຂ້ອຍຂອບໃຈພະເຈົ້າແລະກິນເຄື່ອງບູຊານັ້ນ ແລ້ວຄົນອື່ນຕຳໜິຂ້ອຍ ຂ້ອຍຄວນຈະກິນບໍ?
31 ດັ່ງນັ້ນ ບໍ່ວ່າພວກເຈົ້າຈະກິນ ຈະດື່ມ ຫຼືຈະເຮັດຫຍັງກໍຕາມ ໃຫ້ພວກເຈົ້າເຮັດທຸກສິ່ງໃນແບບທີ່ເຮັດໃຫ້ພະເຈົ້າໄດ້ຮັບການຍ້ອງຍໍສັນລະເສີນ. 32 ຢ່າເປັນຕົ້ນເຫດໃຫ້ຄົນຢິວ ຄົນກຣີກ ຫຼືປະຊາຄົມຂອງພະເຈົ້າບໍ່ສະບາຍໃຈ 33 ແຕ່ໃຫ້ເຮັດຄືກັບທີ່ຂ້ອຍພະຍາຍາມເຮັດໃຫ້ທຸກຄົນພໍໃຈສະເໝີ ບໍ່ຄິດເຖິງປະໂຫຍດສ່ວນຕົວ ໃຫ້ຄິດເຖິງປະໂຫຍດຂອງສ່ວນລວມ ເພື່ອຈະຊ່ວຍພວກເຂົາໃຫ້ລອດໄດ້.