1 ໂກຣິນໂທ
9 ຂ້ອຍມີອິດສະຫຼະຈະເຮັດຫຍັງກໍໄດ້ບໍ່ແມ່ນບໍ? ຂ້ອຍເປັນອັກຄະສາວົກບໍ່ແມ່ນບໍ? ຂ້ອຍໄດ້ເຫັນພະເຢຊູຜູ້ເປັນນາຍບໍ່ແມ່ນບໍ? ພວກເຈົ້າເປັນຜົນງານຂອງຂ້ອຍຈາກການຮັບໃຊ້ຜູ້ເປັນນາຍບໍ່ແມ່ນບໍ? 2 ເຖິງວ່າສຳລັບຄົນອື່ນ ຂ້ອຍບໍ່ໄດ້ເປັນອັກຄະສາວົກ ແຕ່ສຳລັບພວກເຈົ້າ ຂ້ອຍເປັນອັກຄະສາວົກແນ່ນອນ! ພວກເຈົ້າເປັນຫຼັກຖານຢືນຢັນວ່າຂ້ອຍເປັນອັກຄະສາວົກຂອງຜູ້ເປັນນາຍ.
3 ສຳລັບຄົນທີ່ມັກຈັບຜິດຂ້ອຍ ຂ້ອຍຂໍບອກວ່າ: 4 ພວກເຮົາມີສິດກິນແລະດື່ມຫຍັງກໍໄດ້ບໍ່ແມ່ນບໍ? 5 ພວກເຮົາມີສິດພາເມຍທີ່ມີຄວາມເຊື່ອໄປນຳບໍ່ແມ່ນບໍ? ຄືກັບທີ່ອັກຄະສາວົກຄົນອື່ນໆຫຼືພວກນ້ອງຊາຍຂອງຜູ້ເປັນນາຍແລະເກຟາ*ເຮັດ? 6 ມີແຕ່ບາຣະນາບາກັບຂ້ອຍເທົ່ານັ້ນບໍທີ່ຕ້ອງເຮັດວຽກເພື່ອຫາລ້ຽງຕົວເອງ? 7 ມີທະຫານຄົນໃດບໍທີ່ຕ້ອງອອກຄ່າໃຊ້ຈ່າຍເອງເພື່ອໄປສູ້ຮົບ? ມີຜູ້ໃດແດ່ທີ່ເຮັດສວນອະງຸ່ນແລ້ວຈະບໍ່ກິນໝາກອະງຸ່ນຈາກສວນນັ້ນ? ມີຜູ້ໃດບໍທີ່ລ້ຽງແກະແລ້ວຈະບໍ່ກິນນ້ຳນົມຂອງແກະໃນຝູງນັ້ນ?
8 ຂ້ອຍບໍ່ໄດ້ເວົ້າເລື່ອງນີ້ຕາມຄວາມຄິດຂອງມະນຸດເທົ່ານັ້ນ ແຕ່ກົດໝາຍຂອງໂມເຊກໍບອກເລື່ອງນີ້ໄວ້ຄືກັນບໍ່ແມ່ນບໍ? 9 ກົດໝາຍນັ້ນສັ່ງໄວ້ວ່າ: “ຢ່າເອົາຫຍັງມາສຸບໃສ່ປາກງົວທີ່ຢຽບເຂົ້າຢູ່.” ພະເຈົ້າເປັນຫ່ວງງົວບໍ? 10 ຫຼືພະອົງສັ່ງເລື່ອງນັ້ນໄວ້ເພື່ອພວກເຮົາ? ແທ້ໆແລ້ວ ການທີ່ຂຽນໄວ້ແບບນັ້ນກໍເພື່ອພວກເຮົາ ເພາະຄົນທີ່ໄຖນາແລະຄົນທີ່ຟາດເຂົ້າກໍຫວັງຈະໄດ້ຮັບສ່ວນແບ່ງຂອງຕົນ.
11 ໃນເມື່ອພວກເຮົາໃຫ້ສິ່ງທີ່ມາຈາກພະເຈົ້າແກ່ພວກເຈົ້າ ຄືຊິບໍ່ຜິດແມ່ນບໍຖ້າພວກເຮົາຈະຮັບສິ່ງຂອງທີ່ຈຳເປັນຈາກພວກເຈົ້າແດ່? 12 ຖ້າຄົນອື່ນມີສິດຮັບຄວາມຊ່ວຍເຫຼືອຈາກພວກເຈົ້າ ພວກເຮົາກໍແຮ່ງມີສິດຫຼາຍກວ່ານັ້ນອີກບໍ່ແມ່ນບໍ? ແຕ່ພວກເຮົາກໍບໍ່ເຄີຍໃຊ້ສິດນັ້ນ ພວກເຮົາຍອມອົດທົນທຸກຢ່າງເພື່ອພວກເຮົາຈະບໍ່ເຮັດຫຍັງທີ່ເປັນອຸປະສັກຂັດຂວາງຂ່າວດີເລື່ອງພະຄລິດ. 13 ພວກເຈົ້າບໍ່ຮູ້ບໍວ່າຄົນທີ່ເຮັດວຽກສັກສິດໃນວິຫານກໍໄດ້ກິນອາຫານຈາກວິຫານ ແລະຄົນທີ່ຮັບໃຊ້ຢູ່ທີ່ແທ່ນບູຊາກໍໄດ້ສ່ວນແບ່ງຈາກແທ່ນບູຊາ? 14 ນີ້ເປັນເຫດຜົນທີ່ຜູ້ເປັນນາຍບອກໃຫ້ຄົນທີ່ປະກາດຂ່າວດີລ້ຽງຊີວິດດ້ວຍຂ່າວດີນັ້ນ.
15 ແຕ່ຂ້ອຍບໍ່ເຄີຍໃຊ້ສິດພວກນີ້ເລີຍ ແລະກໍບໍ່ໄດ້ຂຽນເລື່ອງນີ້ເພື່ອຈະຂໍຫຍັງຈາກພວກເຈົ້າ ຂ້ອຍຂໍຍອມຕາຍດີກວ່າທີ່ຈະໃຫ້ຜູ້ໃດມາເອົາຄວາມພາກພູມໃຈນີ້ໄປຈາກຂ້ອຍ! 16 ການທີ່ຂ້ອຍປະກາດຂ່າວດີຢູ່ນີ້ ຂ້ອຍບໍ່ມີຫຍັງຈະອວດໄດ້ ເພາະຂ້ອຍຈຳເປັນຕ້ອງປະກາດ. ຖ້າບໍ່ປະກາດຂ່າວດີ ຂ້ອຍຈະມີໂທດແທ້ໆ! 17 ຖ້າຂ້ອຍເຕັມໃຈປະກາດ ຂ້ອຍກໍໄດ້ຮັບລາງວັນ ແຕ່ເຖິງຂ້ອຍຈະບໍ່ເຕັມໃຈ ຂ້ອຍກໍຍັງຕ້ອງເຮັດຍ້ອນເປັນໜ້າທີ່ທີ່ຂ້ອຍໄດ້ຮັບມອບໝາຍມາ. 18 ແລ້ວຂ້ອຍໄດ້ລາງວັນຫຍັງ? ລາງວັນກໍຄື ການທີ່ຂ້ອຍໄດ້ປະກາດຂ່າວດີໂດຍບໍ່ຫວັງສິ່ງຕອບແທນ ເພື່ອຂ້ອຍຈະບໍ່ໃຊ້ອຳນາດແບບຜິດໆໃນການປະກາດຂ່າວດີ.
19 ເຖິງຂ້ອຍຈະບໍ່ເປັນທາດຜູ້ໃດ ແຕ່ຂ້ອຍກໍຍອມເປັນທາດທຸກຄົນເພື່ອຈະໄດ້ຄົນເຂົ້າມາໃຫ້ຫຼາຍທີ່ສຸດ. 20 ເມື່ອພົບຄົນຢິວ ຂ້ອຍກໍເປັນຄືກັບຄົນຢິວເພື່ອຈະໄດ້ຄົນຢິວເຂົ້າມາ. ເມື່ອພົບຄົນທີ່ຢູ່ໃຕ້ກົດໝາຍຂອງໂມເຊ ຂ້ອຍກໍເປັນຄືກັບຄົນທີ່ຢູ່ໃຕ້ກົດໝາຍນັ້ນ ທັງໆທີ່ຂ້ອຍບໍ່ຢູ່ໃຕ້ກົດໝາຍນັ້ນ ຂ້ອຍເຮັດແບບນັ້ນເພື່ອຈະໄດ້ຄົນທີ່ຢູ່ໃຕ້ກົດໝາຍຂອງໂມເຊເຂົ້າມາ. 21 ເມື່ອພົບຄົນທີ່ບໍ່ຢູ່ໃຕ້ກົດໝາຍຂອງໂມເຊ ຂ້ອຍກໍເປັນຄືກັບຄົນທີ່ບໍ່ຢູ່ໃຕ້ກົດໝາຍນັ້ນຄືກັນ ແຕ່ຂ້ອຍເຮັດຕາມກົດໝາຍຂອງພະເຈົ້າແລະຢູ່ໃຕ້ກົດໝາຍຂອງພະຄລິດ ຂ້ອຍເຮັດແບບນັ້ນກໍເພື່ອຈະໄດ້ຄົນທີ່ບໍ່ນັບຖືກົດໝາຍຂອງໂມເຊເຂົ້າມາ. 22 ເມື່ອພົບຄົນທີ່ມີຄວາມເຊື່ອບໍ່ເຂັ້ມແຂງ ຂ້ອຍກໍເປັນຄືກັບຄົນທີ່ມີຄວາມເຊື່ອບໍ່ເຂັ້ມແຂງເພື່ອຈະໄດ້ຄົນທີ່ມີຄວາມເຊື່ອບໍ່ເຂັ້ມແຂງເຂົ້າມາ. ຂ້ອຍຍອມປັບຕົວເປັນຄົນທຸກຊະນິດເພື່ອຈະຊ່ວຍບາງຄົນໃຫ້ລອດໄດ້ບໍ່ວ່າຈະດ້ວຍວິທີໃດກໍຕາມ. 23 ຂ້ອຍເຮັດທຸກຢ່າງເພື່ອຂ່າວດີ ເພື່ອຂ້ອຍຈະໄດ້ປະກາດຂ່າວດີກັບຄົນອື່ນໆ.
24 ພວກເຈົ້າບໍ່ຮູ້ບໍວ່ານັກແລ່ນທຸກຄົນແລ່ນໃນການແຂ່ງຂັນ ແຕ່ມີພຽງຄົນດຽວເທົ່ານັ້ນທີ່ໄດ້ຮັບລາງວັນ? ໃຫ້ພວກເຈົ້າແລ່ນເພື່ອຈະເອົາລາງວັນໃຫ້ໄດ້. 25 ນັກກິລາທຸກຄົນຕ້ອງຄວບຄຸມຕົວເອງໃນທຸກໆເລື່ອງ ພວກເຂົາເຮັດແບບນັ້ນກໍເພື່ອຈະໄດ້ຮັບມົງກຸດໃບໄມ້ທີ່ຈະເສື່ອມສູນໄປ ແຕ່ພວກເຮົາຈະໄດ້ຮັບມົງກຸດທີ່ບໍ່ມີວັນເສື່ອມສູນໄປ. 26 ດັ່ງນັ້ນ ການທີ່ຂ້ອຍກຳລັງແລ່ນຢູ່ນີ້ ຂ້ອຍບໍ່ໄດ້ແລ່ນແບບບໍ່ມີຈຸດໝາຍ ແລະການທີ່ຂ້ອຍຊົກຢູ່ນີ້ ຂ້ອຍບໍ່ໄດ້ຊົກລົມ. 27 ແຕ່ຂ້ອຍຝຶກຝົນ*ຮ່າງກາຍຢ່າງໜັກຈົນຄວບຄຸມໄດ້ຄືກັບຄວບຄຸມທາດ ເພື່ອວ່າເມື່ອຂ້ອຍປະກາດຂ່າວດີກັບຄົນອື່ນໆແລ້ວ ພະເຈົ້າຈະບໍ່ປະຕິເສດຂ້ອຍ.*