1 ຕີໂມທຽວ
2 ດັ່ງນັ້ນ ເລື່ອງທຳອິດທີ່ຂ້ອຍຂໍໃຫ້ເຮັດແມ່ນ ໃຫ້ອະທິດຖານ ອ້ອນວອນ ຂໍເພື່ອຄົນອື່ນ ແລະຂອບໃຈພະເຈົ້າເພື່ອຄົນທຸກຊະນິດ 2 ລວມທັງກະສັດ ແລະຄົນທີ່ຢູ່ໃນຕຳແໜ່ງສູງ ເພື່ອພວກເຮົາຈະຢູ່ຢ່າງສະຫງົບ ແລະເຮັດທຸກສິ່ງດ້ວຍຄວາມເຫຼື້ອມໃສໃນພະເຈົ້າ ດ້ວຍຄວາມຈິງຈັງແລະຮອບຄອບ. 3 ການເຮັດແບບນີ້ເປັນສິ່ງທີ່ພະເຈົ້າຜູ້ຊ່ວຍໃຫ້ລອດຂອງພວກເຮົາຖືວ່າດີແລະໜ້າພໍໃຈ 4 ພະອົງຕ້ອງການໃຫ້ຄົນທຸກຊະນິດລອດແລະໄດ້ຮັບຄວາມຮູ້ທີ່ຖືກຕ້ອງເລື່ອງຄວາມຈິງ. 5 ມີພະເຈົ້າພຽງອົງດຽວ ແລະມີຄົນກາງຄົນດຽວລະຫວ່າງພະເຈົ້າກັບມະນຸດ ນັ້ນແມ່ນພະຄລິດເຢຊູເຊິ່ງເປັນມະນຸດຄົນໜຶ່ງ 6 ເພິ່ນເສຍສະລະຕົວເອງເປັນຄ່າໄຖ່*ສຳລັບທຸກຄົນ* ແລະເລື່ອງນີ້ຈະຕ້ອງໄດ້ຮັບການປະກາດເມື່ອເຖິງເວລາທີ່ເໝາະສົມ. 7 ພະເຈົ້າແຕ່ງຕັ້ງຂ້ອຍໃຫ້ເປັນຜູ້ປະກາດແລະເປັນອັກຄະສາວົກເພື່ອປະກາດເລື່ອງນີ້ ພະອົງໃຫ້ຂ້ອຍເປັນຜູ້ສອນຄົນຕ່າງຊາດເລື່ອງຄວາມເຊື່ອແລະຄວາມຈິງ ສິ່ງທີ່ຂ້ອຍເວົ້າມານີ້ຂ້ອຍບໍ່ໄດ້ຕົວະ ທັງໝົດເປັນຄວາມຈິງ.
8 ດັ່ງນັ້ນ ໃນບ່ອນປະຊຸມທຸກແຫ່ງ ຂໍໃຫ້ຜູ້ຊາຍທີ່ພັກດີຕໍ່ພະເຈົ້າຍໍມືອະທິດຖານຕໍ່ໆໄປ ຢ່າໃຈຮ້າຍໃຫ້ກັນແລະຢ່າຖຽງກັນ. 9 ສ່ວນຜູ້ຍິງກໍຄວນແຕ່ງໂຕໃຫ້ເໝາະສົມ* ເປັນແບບສຸພາບຮຽບຮ້ອຍແລະແບບຄົນທີ່ມີສະຕິດີ* ບໍ່ແມ່ນເຮັດຊົງຜົມແບບເລີດຫຼູ ປະດັບຕົວດ້ວຍຄຳ ໄຂ່ມຸກ ຫຼືເຄື່ອງນຸ່ງທີ່ຄາລາແພງໆ 10 ແຕ່ໃຫ້ແຕ່ງໂຕໃຫ້ເໝາະສົມກັບການເປັນຜູ້ຍິງທີ່ບອກວ່າຕົວເອງນັບຖືພະເຈົ້າໂດຍເອົາຄວາມດີເປັນເຄື່ອງປະດັບ.
11 ໃຫ້ຜູ້ຍິງຮຽນຮູ້ແບບງຽບໆແລະເຊື່ອຟັງ. 12 ຂ້ອຍບໍ່ອະນຸຍາດໃຫ້ຜູ້ຍິງສອນຫຼືໃຊ້ອຳນາດເໜືອຜູ້ຊາຍ ແຕ່ໃຫ້ຢູ່ງຽບໆ. 13 ເພາະພະເຈົ້າສ້າງອາດາມກ່ອນເອວາ. 14 ແລະອາດາມບໍ່ໄດ້ຖືກຫຼອກລວງ ແຕ່ຜູ້ຍິງຄົນນັ້ນຖືກຫຼອກລວງຈົນຝ່າຝືນຄຳສັ່ງຂອງພະເຈົ້າ. 15 ຜູ້ຍິງຈະຢູ່ລອດປອດໄພດ້ວຍການມີລູກ ຖ້າລາວຮັກສາຄວາມເຊື່ອ ມີຄວາມຮັກ ມີຄວາມບໍລິສຸດແລະເປັນຄົນມີເຫດຜົນ.*