ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ອົບພະຍົບ 26
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈ​ຄວາມ​ສຳຄັນຂອງປຶ້ມອົບພະຍົບ

      • ເຕັ້ນ​ສັກສິດ (1-37)

        • ຜ້າ​ປົກ​ເຕັ້ນ (1-14)

        • ໂຄງ​ຝາ​ກັບ​ຖານ​ຮອງ (15-30)

        • ຜ້າກັ້ງ​ຂັ້ນ​ຫ້ອງ​ແລະ​ຜ້າກັ້ງ​ຢູ່​ທາງເຂົ້າ​ເຕັ້ນ​ສັກສິດ (31-37)

ອົບພະຍົບ 26:1

ໄຂເງື່ອນ

  • *

    ຫຼື “ຜ້າ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຮຣ 8:5; 9:9, 11
  • +ປຖກ 3:24; ພສ 99:1
  • +ອພຍ 36:8-13

ອົບພະຍົບ 26:2

ໄຂເງື່ອນ

  • *

    12,5 ແມັດ. ເບິ່ງ​ພາກ​ຜະໜວກ ຂ14.

  • *

    1,8 ແມັດ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 4:25

ອົບພະຍົບ 26:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 39:33, 34

ອົບພະຍົບ 26:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 35:26
  • +ອພຍ 36:14-18

ອົບພະຍົບ 26:8

ໄຂເງື່ອນ

  • *

    13,4 ແມັດ

  • *

    1,8 ແມັດ

ອົບພະຍົບ 26:12

ໄຂເງື່ອນ

  • *

    89 ຊັງຕີແມັດ

ອົບພະຍົບ 26:13

ໄຂເງື່ອນ

  • *

    44,5 ຊັງຕີແມັດ

ອົບພະຍົບ 26:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 36:19

ອົບພະຍົບ 26:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 4:29, 31
  • +ອພຍ 36:20-23

ອົບພະຍົບ 26:16

ໄຂເງື່ອນ

  • *

    4,5 ແມັດ

  • *

    66,8 ຊັງຕີແມັດ

ອົບພະຍົບ 26:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 3:36
  • +ອພຍ 36:24-26

ອົບພະຍົບ 26:22

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 36:27-30

ອົບພະຍົບ 26:26

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 36:31-33

ອົບພະຍົບ 26:29

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 12:35, 36; 36:34

ອົບພະຍົບ 26:30

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 19:3; 25:9; ກຈກ 7:44; ຮຣ 8:5

ອົບພະຍົບ 26:31

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 36:35, 36; ລກ 23:45; ຮຣ 6:19; 9:3; 10:19, 20

ອົບພະຍົບ 26:33

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກສ 8:6
  • +ອພຍ 40:22, 26
  • +ອພຍ 40:21; ລລວ 16:2; 1ກສ 8:6; ຮຣ 9:2-4, 12, 24

ອົບພະຍົບ 26:35

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ທາງ​ນອກ​ຜ້າກັ້ງ”

  • *

    ແປ​ຕາມ​ໂຕ​ວ່າ “ທາງ​ທິດໃຕ້”

  • *

    ແປ​ຕາມ​ໂຕ​ວ່າ “ທາງ​ທິດເໜືອ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 24:2, 3; 1ກສ 7:48, 49

ອົບພະຍົບ 26:36

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 36:37, 38

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ອພຍ. 26:1ຮຣ 8:5; 9:9, 11
ອພຍ. 26:1ປຖກ 3:24; ພສ 99:1
ອພຍ. 26:1ອພຍ 36:8-13
ອພຍ. 26:2ຈຊບ 4:25
ອພຍ. 26:6ອພຍ 39:33, 34
ອພຍ. 26:7ອພຍ 35:26
ອພຍ. 26:7ອພຍ 36:14-18
ອພຍ. 26:14ອພຍ 36:19
ອພຍ. 26:15ຈຊບ 4:29, 31
ອພຍ. 26:15ອພຍ 36:20-23
ອພຍ. 26:19ຈຊບ 3:36
ອພຍ. 26:19ອພຍ 36:24-26
ອພຍ. 26:22ອພຍ 36:27-30
ອພຍ. 26:26ອພຍ 36:31-33
ອພຍ. 26:29ອພຍ 12:35, 36; 36:34
ອພຍ. 26:30ອພຍ 19:3; 25:9; ກຈກ 7:44; ຮຣ 8:5
ອພຍ. 26:31ອພຍ 36:35, 36; ລກ 23:45; ຮຣ 6:19; 9:3; 10:19, 20
ອພຍ. 26:331ກສ 8:6
ອພຍ. 26:33ອພຍ 40:22, 26
ອພຍ. 26:33ອພຍ 40:21; ລລວ 16:2; 1ກສ 8:6; ຮຣ 9:2-4, 12, 24
ອພຍ. 26:35ລລວ 24:2, 3; 1ກສ 7:48, 49
ອພຍ. 26:36ອພຍ 36:37, 38
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
  • 28
  • 29
  • 30
  • 31
  • 32
  • 33
  • 34
  • 35
  • 36
  • 37
ຄຳພີໄບເບິນສະບັບແປໂລກໃໝ່
ອົບພະຍົບ 26:1-37

ອົບພະຍົບ

26 “ໃຫ້​ເຮັດ​ເຕັ້ນ​ສັກສິດ+​ດ້ວຍ​ຜ້າ 10 ຜືນ​ຈາກ​ເສັ້ນ​ປ່ານ​ຢ່າງ​ດີ​ທີ່ຝັ້ນເຂົ້າ​ກັນ​ແລ້ວ ດ້າຍ​ສີ​ຟ້າ ດ້າຍ​ຂົນ​ແກະ​ທີ່​ຍ້ອມ​ສີ​ມ່ວງ ແລະ​ດ້າຍ*ສີ​ແດງ​ສົດ. ໃຫ້​ແສ່ວ​ຮູບ​ເຄຣູບ+ໃສ່​ຜ້າ​ເຫຼົ່າ​ນັ້ນ.+ 2 ຜ້າ​ທຸກ​ຜືນ​ຈະ​ມີ​ຂະໜາດ​ສ່ຳ​ກັນ​ໝົດ+​ຄື ຍາວ 28 ສອກ* ແລະ​ກວ້າງ 4 ສອກ.* 3 ໃຫ້​ເອົາ​ຜ້າ 5 ຜືນ​ມາ​ຫຍິບ​ຕໍ່​ກັນ​ເປັນຜືນ​ໃຫຍ່​ຜືນ​ໜຶ່ງ ແລະ​ອີກ 5 ຜືນ​ກໍ​ໃຫ້​ເຮັດ​ຄື​ກັນ. ດັ່ງນັ້ນ​ຈະ​ໄດ້​ຜ້າ​ຜືນ​ໃຫຍ່ 2 ຜືນ. 4 ໃຫ້​ເອົາ​ດ້າຍ​ສີ​ຟ້າ​ມາ​ເຮັດ​ບ້ວງ​ໃສ່​ຂອບ​ຂ້າງ​ໜຶ່ງ​ຂອງ​ຜ້າ​ຜືນ​ໃຫຍ່​ແຕ່​ລະ​ຜືນ​ເພື່ອ​ຊິ​ຕໍ່ 2 ຜືນ​ເຂົ້າ​ກັນ. 5 ໃຫ້​ເຮັດ​ບ້ວງ 50 ບ້ວງ​ໃສ່​ຂອບ​ຂ້າງ​ໜຶ່ງ​ຂອງ​ຜ້າ​ຜືນ​ທຳອິດ ແລະ​ເຮັດ​ອີກ 50 ບ້ວງ​ໃສ່​ຂອບ​ຂ້າງ​ໜຶ່ງ​ຂອງ​ຜ້າ​ຜືນ​ທີ 2. ເມື່ອ​ເອົາ​ຜ້າ​ທັງ​ສອງ​ຜືນ​ມາ​ຕໍ່​ກັນ ບ້ວງ​ກໍ​ຈະ​ຢູ່​ເຄິ່ງ​ກັນ​ພໍ​ດີ. 6 ໃຫ້​ເຮັດ​ຂໍ​ເກາະ 50 ຂໍ​ດ້ວຍ​ຄຳ ແລະ​ເອົາ​ມາ​ເກາະ​ຜ້າ 2 ຜືນ​ຕໍ່​ກັນ ເພື່ອ​ຜ້າ​ເຕັ້ນ​ສັກສິດ​ຊິ​ເປັນ​ຜືນ​ດຽວ.+

7 ໃຫ້​ເອົາ​ຂົນ​ແບ້+ມາ​ເຮັດ​ຜ້າ 11 ຜືນ​ເພື່ອ​ປົກ​ເຕັ້ນ​ສັກສິດ.+ 8 ຜ້າ 11 ຜືນ​ນີ້​ຈະ​ມີ​ຂະໜາດ​ສ່ຳ​ກັນ​ໝົດ​ຄື ຍາວ 30 ສອກ* ແລະ​ກວ້າງ 4 ສອກ.* 9 ໃຫ້​ເອົາ 5 ຜືນ​ມາ​ຕໍ່​ກັນ​ເປັນ​ຜືນ​ໜຶ່ງ ແລະ​ເອົາ​ອີກ 6 ຜືນ​ມາ​ຕໍ່​ກັນ​ເປັນ​ຜືນ​ໜຶ່ງ. ໃຫ້​ເອົາ​ຜ້າ​ໂຕ​ທີ່​ມີ 6 ຜືນ​ຕໍ່​ກັນ​ນັ້ນ​ໄປ​ປົກ​ຢູ່​ສ່ວນ​ທາງ​ໜ້າ​ເຕັ້ນ ແລ້ວ​ພັບ​ຕ່ອນ​ທີ 6 ຂຶ້ນ. 10 ໃຫ້​ເຮັດ​ບ້ວງ 50 ບ້ວງ​ໃສ່​ຂອບ​ຂ້າງ​ໜຶ່ງ​ຂອງ​ຜ້າ​ຜືນ​ທຳອິດ ແລະ​ເຮັດ​ອີກ 50 ບ້ວງ​ໃສ່​ຂອບ​ຂ້າງ​ໜຶ່ງ​ຂອງ​ຜ້າ​ຜືນ​ທີ 2 ບ່ອນ​ທີ່​ຜ້າ 2 ຜືນ​ຈະ​ຕໍ່​ກັນ. 11 ໃຫ້​ເຮັດ​ຂໍ​ເກາະ 50 ຂໍ​ດ້ວຍ​ທອງແດງ ແລະ​ເອົາ​ຂໍ​ເກາະ​ມາ​ເກາະ​ບ້ວງ​ເຂົ້າ​ກັນ​ເພື່ອ​ຕໍ່​ຜ້າ​ເປັນ​ຜືນ​ດຽວ. 12 ສ່ວນ​ຜ້າ​ທີ່​ຍາວ​ກາຍ​ເຕັ້ນ​ໄປ​ນັ້ນ​ປ່ອຍ​ໃຫ້​ມັນ​ຢ່ອນ​ລົງ. ສ່ວນ​ທີ່​ຍາວ​ອອກ​ໄປ 2 ສອກ*ນັ້ນ​ຈະ​ປົກ​ທາງ​ຫຼັງຂອງ​ເຕັ້ນ​ສັກສິດ. 13 ສ່ວນ​ທັງ​ສອງ​ຂ້າງ​ຂອງ​ເຕັ້ນ ຜ້າ​ທີ່​ປົກ​ເຕັ້ນ​ສັກສິດ​ຈະ​ຍາວ​ກາຍ​ໄປ​ຂ້າງ​ລະ 1 ສອກ.*

14 ໃຫ້​ເຮັດ​ຜ້າ​ປົກ​ເຕັ້ນ​ອີກ​ຜືນ​ໜຶ່ງ​ດ້ວຍ​ໜັງ​ແກະ​ໂຕ​ຜູ້​ທີ່​ຍ້ອມ​ສີ​ແດງ ແລະ​ເຮັດ​ອີກ​ຜືນ​ໜຶ່ງ​ດ້ວຍ​ໜັງ​ແມວ​ນ້ຳ​ປົກ​ທັບ​ໄວ້​ອີກ​ຊັ້ນ​ໜຶ່ງ.+

15 ໃຫ້​ເອົາ​ໄມ້​ອະຄາເຊຍ​ມາ​ເຮັດ​ໂຄງ​ຝາ+​ຂອງ​ເຕັ້ນ​ສັກສິດ​ແລະ​ເອົາ​ມາ​ຕັ້ງ​ໄວ້.+ 16 ແຕ່​ລະ​ປ່ອງ​ຂອງ​ໂຄງ​ຝາ​ຕ້ອງ​ສູງ 10 ສອກ* ແລະ​ກວ້າງ 1 ສອກ​ເຄິ່ງ.* 17 ຢູ່​ສົ້ນ​ລຸ່ມ​ຂອງ​ແຕ່​ລະ​ປ່ອງ​ຂອງ​ໂຄງ​ຝາໃຫ້​ເຮັດ​ເປັນ​ຫົວ​ສຸບ 2 ຫົວ. ໂຄງ​ຝາ​ຂອງ​ເຕັ້ນ​ສັກສິດ​ແຕ່​ລະ​ປ່ອງ​ຕ້ອງ​ເຮັດ​ແບບ​ນີ້​ຄື​ກັນ​ໝົດ. 18 ໃຫ້​ເຮັດ​ໂຄງ​ຝາ 20 ປ່ອງ​ສຳລັບ​ຝາ​ຂອງ​ເຕັ້ນ​ສັກສິດ​ທີ່​ຢູ່​ທາງ​ທິດໃຕ້.

19 ໃຫ້​ເອົາ​ເງິນ​ມາ​ເຮັດຖານທີ່​ມີ​ຮູ+​ທັງ​ໝົດ 40 ອັນ​ສຳລັບ​ໂຄງ​ຝາ 20 ປ່ອງ. ແຕ່​ລະ​ປ່ອງ​ຂອງ​ໂຄງ​ຝາ​ຈະ​ມີ​ຖານ​ທີ່​ມີ​ຮູ 2 ອັນ ເພື່ອ​ເອົາ​ສົ້ນ​ລຸ່ມ​ຂອງໂຄງ​ຝາ​ທີ່​ເຮັດ​ເປັນຫົວ​ສຸບ​ມາ​ສຸບ​ໃສ່ ແລະ​ປ່ອງ​ຕໍ່​ໆ​ໄປ​ກໍ​ໃຫ້​ເຮັດ​ແບບ​ນີ້​ຄື​ກັນ.+ 20 ທາງ​ທິດ​ເໜືອ​ຂອງ​ເຕັ້ນ​ສັກສິດ​ໃຫ້​ເຮັດ​ໂຄງ​ຝາ 20 ປ່ອງ. 21 ໃຫ້​ເອົາ​ເງິນ​ມາ​ເຮັດ​ຖານ​ທີ່​ມີ​ຮູ​ທັງ​ໝົດ 40 ອັນ. ໂຄງ​ຝາ​ແຕ່​ລະ​ປ່ອງ​ຈະ​ມີ​ຖານ​ແບບ​ນີ້ 2 ອັນ​ຄື​ກັນ​ໝົດ. 22 ສ່ວນ​ທາງ​ຫຼັງ​ຂອງ​ເຕັ້ນ​ສັກສິດ​ທີ່​ຢູ່​ທາງ​ທິດຕາເວັນຕົກ​ໃຫ້​ເຮັດ​ໂຄງ​ຝາ 6 ປ່ອງ.+ 23 ໃຫ້​ເຮັດ​ໂຄງ​ຝາ​ອີກ 2 ປ່ອງ ຄ້ຳ​ທັງສອງ​ແຈ​ທາງຫຼັງ​ເຕັ້ນ​ສັກສິດ. 24 ໂຄງ​ຝາ​ນີ້​ມີ​ໄມ້ 2 ອັນ​ຍາວ​ຕັ້ງແຕ່​ລຸ່ມ​ຂຶ້ນ​ເທິງ ໄປ​ຈຸ​ກັນ​ຢູ່​ບ່ອນ​ບ້ວງ​ທຳອິດ. ໃຫ້​ເຮັດ​ແບບ​ນີ້​ກັບ​ໂຄງ​ຝາ​ທັງ 2 ປ່ອງ​ເພື່ອ​ຈະ​ເປັນ​ເສົາ​ຄ້ຳ​ທັງ​ສອງ​ແຈໄວ້. 25 ລວມ​ແລ້ວ​ມີໂຄງ​ຝາ 8 ປ່ອງແລະ​ມີ​ຖານ​ເງິນ​ທີ່​ມີ​ຮູ 16 ອັນ​ທີ່​ຢູ່​ທາງ​ຫຼັງ​ນີ້. ໂຄງ​ຝາ​ແຕ່​ລະ​ປ່ອງ​ຈະ​ມີ​ຖານ 2 ອັນ ແລະ​ປ່ອງ​ຕໍ່​ໆ​ໄປ​ກໍ​ໃຫ້​ເຮັດ​ແບບ​ນີ້​ຄື​ກັນ.

26 ໃຫ້​ເອົາ​ໄມ້ອະຄາເຊຍ​ມາ​ເຮັດໄມ້​ຮາວ​ເພື່ອ​ຍຶດ​ໂຄງ​ຝາ​ຂອງ​ເຕັ້ນ​ສັກສິດ​ໃຫ້​ມັນ​ຕິດ​ກັນ. ຢູ່​ທາງ​ທິດໃຕ້ 5 ທ່ອນ+ 27 ທາງ​ທິດເໜືອ 5 ທ່ອນ ແລະ​ທາງຫຼັງ​ທີ່​ເປັນ​ທິດຕາເວັນຕົກ 5 ທ່ອນ. 28 ໄມ້​ຮາວ​ທີ່​ຢູ່​ທາງ​ກາງ​ຂອງ​ໂຄງ​ຝາ​ຂອງ​ເຕັ້ນ​ຈະ​ເປັນ​ໄມ້​ທ່ອນ​ດຽວ ຍາວ​ຕັ້ງ​ແຕ່​ສົ້ນ​ເບື້ອງ​ໜຶ່ງ​ໄປ​ຈົນ​ສຸດ​ສົ້ນ​ອີກ​ເບື້ອງ​ໜຶ່ງ.

29 ໃຫ້​ເອົາ​ແຜ່ນ​ຄຳ​ມາ​ໂອບ​ໂຄງ​ຝາ.+ ໃຫ້​ເຮັດ​ບ້ວງ​ຄຳ​ເພື່ອ​ຈະ​ສອດ​ໄມ້​ຮາວ​ໄດ້ ແລະ​ໃຫ້​ເອົາ​ແຜ່ນ​ຄຳ​ມາ​ໂອບ​ໄມ້​ຮາວ​ຄື​ກັນ. 30 ເຈົ້າ​ຕ້ອງ​ຕັ້ງ​ເຕັ້ນ​ສັກ​ສິດ​ຕາມ​ທີ່​ເຮົາ​ໃຫ້​ເຈົ້າ​ເຫັນ​ຢູ່​ເທິງ​ພູ​ນີ້.+

31 ໃຫ້​ເຮັດ​ຜ້າກັ້ງ+ດ້ວຍ​ດ້າຍ​ສີ​ຟ້າ ດ້າຍ​ຂົນ​ແກະ​ທີ່​ຍ້ອມ​ສີ​ມ່ວງ ດ້າຍ​ສີ​ແດງ​ສົດ ແລະ​ເສັ້ນ​ປ່ານ​ຢ່າງ​ດີ​ທີ່ຝັ້ນເຂົ້າ​ກັນ​ແລ້ວ ແລະ​ໃຫ້​ແສ່ວ​ຮູບ​ເຄຣູບ​ໃສ່​ຜ້າກັ້ງ​ນັ້ນ. 32 ໃຫ້​ຫ້ອຍ​ຜ້າກັ້ງ​ນັ້ນ​ຢູ່​ເທິງ​ເສົາ 4 ຕົ້ນ​ທີ່​ເຮັດ​ຈາກ​ໄມ້​ອະຄາເຊຍ ແລະ​ໂອບ​ດ້ວຍ​ແຜ່ນ​ຄຳ. ໃຫ້​ເອົາ​ຄຳ​ມາ​ເຮັດ​ເປັນ​ຂໍ​ເກາະ​ຜ້າກັ້ງ. ໃຫ້​ເອົາ​ເງິນ​ມາ​ເຮັດ​ເປັນ​ຖານ​ຮອງ​ຕີນ​ເສົາ 4 ຕົ້ນ​ນັ້ນ. 33 ໃຫ້​ເອົາ​ຜ້າກັ້ງ​ມາ​ຫ້ອຍ​ໃສ່​ຂໍ​ເກາະ ແລະ​ເອົາ​ຫີບ​ສັນຍາ+ມາ​ໄວ້​ທາງ​ຫຼັງ​ຜ້າກັ້ງ​ນັ້ນ. ຜ້າກັ້ງ​ນີ້​ຈະ​ຂັ້ນ​ລະຫວ່າງ​ຫ້ອງ​ບໍ​ລິ​ສຸດ+​ກັບ​ຫ້ອງ​ບໍລິສຸດ​ທີ່​ສຸດ.+ 34 ເຈົ້າ​ຕ້ອງ​ເອົາ​ຝາ​ມາ​ອັດ​ຫີບ​ສັນຍາ​ທີ່​ຢູ່​ໃນ​ຫ້ອງ​ບໍລິສຸດ​ທີ່​ສຸດ.

35 ໃຫ້​ຕັ້ງ​ໂຕະ​ໄວ້​ໃນ​ຫ້ອງ​ບໍລິສຸດ* ໂຕະ​ຕ້ອງຕັ້ງ​ໄວ້​ຢູ່​ເບື້ອງ​ຂວາ*ແລະໃຫ້​ຕັ້ງ​ຂາ​ຕະກຽງ+ໄວ້ຢູ່​ເບື້ອງຊ້າຍ*ຂອງ​ເຕັ້ນ​ສັກສິດ. 36 ໃຫ້​ເຮັດ​ຜ້າກັ້ງຢູ່​ທາງເຂົ້າ​ເຕັ້ນ​ດ້ວຍ​ດ້າຍ​ສີ​ຟ້າ ດ້າຍ​ຂົນ​ແກະ​ທີ່​ຍ້ອມ​ສີ​ມ່ວງ ດ້າຍ​ສີ​ແດງ​ສົດ ແລະ​ເສັ້ນ​ປ່ານ​ຢ່າງ​ດີ​ທີ່​ຝັ້ນ​ເຂົ້າ​ກັນ​ແລ້ວ.+ 37 ໃຫ້​ເຮັດ​ເສົາ 5 ຕົ້ນ​ຈາກ​ໄມ້​ອະຄາເຊຍ​ແລະ​ເອົາ​ແຜ່ນ​ຄຳ​ມາ​ໂອບ​ໄວ້. ໃຫ້​ເອົາ​ຄຳ​ມາ​ເຮັດ​ຂໍ​ເກາະ​ແລະ​ໃຫ້​ເອົາ​ທອງແດງ​ມາ​ເຮັດ​ເປັນ​ຖານ​ຮອງ​ຕີນ​ເສົາ​ແຕ່​ລະ​ຕົ້ນ.”

ໜັງສືພາສາລາວ (1993-2026)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌