ພະບັນຍັດ
32 “ຜູ້ທີ່ຢູ່ເທິງສະຫວັນ ຂໍໃຫ້ຟັງຂ້ອຍ
ແລະຜູ້ທີ່ຢູ່ເທິງໂລກ ຂໍໃຫ້ຟັງຂ້ອຍເວົ້າ.
2 ຄຳສອນຂອງຂ້ອຍເປັນຄືກັບຝົນຕົກຄ່ອຍໆ.
ຄຳເວົ້າຂອງຂ້ອຍເປັນຄືກັບນ້ຳຄ້າງຍ້ອຍລົງມາ
ເປັນຄືກັບຝົນຝອຍຕົກລົງມາໃສ່ຫຍ້າ
ແລະເປັນຄືກັບຝົນຕົກຮຳໃສ່ຜັກ.
3 ຂ້ອຍຈະປະກາດຊື່ຂອງພະເຢໂຫວາ+
ແລະຈະເລົ່າເລື່ອງຄວາມຍິ່ງໃຫຍ່ຂອງພະເຈົ້າຂອງພວກເຮົາ!+
5 ພວກເຈົ້າຫັ້ນແຫຼະທີ່ເຮັດຊົ່ວ.+
ຍ້ອນພວກເຈົ້າເຮັດຜິດ ພວກເຈົ້າຈຶ່ງບໍ່ແມ່ນລູກຂອງເພິ່ນ.+
ພວກເຈົ້າເປັນຄົນມັກລໍ້ລວງແລະຊົ່ວຮ້າຍຫຼາຍ!+
ເພິ່ນເປັນພໍ່ຜູ້ໃຫ້ຊີວິດພວກເຈົ້າບໍ່ແມ່ນບໍ?+
ເພິ່ນເຮັດໃຫ້ພວກເຈົ້າເປັນຊາດທີ່ໝັ້ນຄົງຕົ໋ວ!
7 ໃຫ້ຄິດເຖິງສະໄໝແຕ່ກີ້
ຄິດເຖິງຄົນລຸ້ນກ່ອນໆ.
ໃຫ້ຖາມພໍ່ເຈົ້າເບິ່ງ ແລ້ວລາວຊິບອກ.+
ໃຫ້ຖາມພວກຜູ້ເຖົ້າຜູ້ແກ່ເບິ່ງ ແລ້ວເຂົາເຈົ້າຊິເລົ່າໃຫ້ເຈົ້າຟັງ.
8 ເມື່ອອົງສູງສຸດເອົາດິນມູນໃຫ້ຊາດຕ່າງໆ+
ເມື່ອເພິ່ນແຍກລູກຫຼານຂອງອາດາມ*ອອກໄປເປັນກຸ່ມໆ+
ເພິ່ນແບ່ງເຂດແດນໃຫ້ຊາດຕ່າງໆ+
ໂດຍຄິດເຖິງຈຳນວນຂອງພວກອິດສະຣາເອນ.+
11 ເພິ່ນເປັນຄືກັບນົກອິນຊີທີ່ສອນລູກໃຫ້ບິນ
ເຊິ່ງບິນຈຶ້ງເບິ່ງລູກຂອງມັນ
ແລ້ວພືປີກອອກເພື່ອບິນໄປຮັບເອົາລູກ
ແລະໃຫ້ລູກຢອງຢູ່ເທິງປີກຂອງມັນ.+
12 ມີແຕ່ພະເຢໂຫວາຜູ້ດຽວທີ່ນຳໜ້າຢາໂຄບ.+
ບໍ່ມີພະເຈົ້າອົງອື່ນຢູ່ນຳລາວ.+
ເພິ່ນລ້ຽງລາວດ້ວຍນ້ຳເຜີ້ງທີ່ຢູ່ໜ້າຜາ
ແລະດ້ວຍນ້ຳມັນຈາກຫີນແຂງໆ.*
14 ເພິ່ນລ້ຽງລາວດ້ວຍເນີຍຈາກນົມງົວ ດ້ວຍນົມແກະກັບນົມແບ້
ດ້ວຍແກະໂຕທີ່ດີທີ່ສຸດ
ດ້ວຍແກະໂຕຜູ້ຈາກບາຊານກັບແບ້ໂຕຜູ້
ແລະດ້ວຍເຫຼົ້າແວງຈາກໝາກລະແຊັງ.
15 ເຢຊຶຣຶນ*ເອີ້ຍ ເມື່ອເຈົ້າຕຸ້ຍຂຶ້ນ ເຈົ້າກໍເຕະເຈົ້າຂອງຂອງເຈົ້າ.
ຍ້ອນຕອນນີ້ເຈົ້າກຶດເຈົ້າໜຳແລ້ວ+
ເຈົ້າກໍເລີຍຖິ້ມພະເຈົ້າຜູ້ທີ່ສ້າງເຈົ້າ+
ແລະຊັງຜູ້ທີ່ເປັນຫີນຜາທີ່ຊ່ວຍເຈົ້າໃຫ້ລອດ.
16 ເຂົາເຈົ້າຍົວະໃຫ້ເພິ່ນໃຈຮ້າຍ ໂດຍເອົາພະເຈົ້າຂອງຄົນຕ່າງຊາດມາຢູ່ນຳ.+
ເຂົາເຈົ້າເຮັດໃຫ້ເພິ່ນໃຈຮ້າຍດ້ວຍສິ່ງທີ່ເປັນຕາຂີ້ດຽດ.+
17 ເຂົາເຈົ້າບໍ່ໄດ້ເອົາເຄື່ອງບູຊາໃຫ້ພະເຈົ້າ ແຕ່ເອົາໃຫ້ພວກປີສາດ+
ເຊິ່ງເປັນພະເຈົ້າອື່ນໆທີ່ເຂົາເຈົ້າບໍ່ເຄີຍຮູ້ຈັກ
ເປັນພະເຈົ້າໃໝ່ໆທີ່ຫາກໍມີ
ເຊິ່ງປູ່ຍ່າຕານາຍຂອງເຂົາເຈົ້າບໍ່ເຄີຍຮູ້ຈັກ.
18 ພວກເຈົ້າລືມພໍ່ຂອງພວກເຈົ້າຜູ້ທີ່ເປັນຄືກັບຫີນຜາ+
ແລະບໍ່ຈື່ພະເຈົ້າຜູ້ໃຫ້ຊີວິດພວກເຈົ້າ.+
19 ເມື່ອພະເຢໂຫວາເຫັນສິ່ງທີ່ເຂົາເຈົ້າໄດ້ເຮັດ ເພິ່ນກໍປະຕິເສດເຂົາເຈົ້າ+
ຍ້ອນລູກຊາຍແລະລູກສາວຂອງເພິ່ນເຮັດໃຫ້ເພິ່ນໃຈຮ້າຍ.
20 ເພິ່ນເລີຍເວົ້າວ່າ ‘ເຮົາຈະປິ່ນໜ້າໜີຈາກເຂົາເຈົ້າ.+
ເຮົາຈະປະເຂົາເຈົ້າແລະເບິ່ງວ່າເຂົາເຈົ້າຈະເປັນແນວໃດ.
21 ເຂົາເຈົ້າຍົວະໃຫ້ເຮົາໃຈຮ້າຍໂດຍໄປນະມັດສະການພະເຈົ້າປອມ+
ແລະໂດຍໄປຂາບໄຫວ້ຮູບບູຊາທີ່ບໍ່ມີຄ່າ.+
ເຮົາຈະໃຊ້ຄົນພວກໜຶ່ງທີ່ຍັງບໍ່ທັນເປັນຊາດ ຍົວະໃຫ້ເຂົາເຈົ້າໃຈຮ້າຍ+
ແລະຈະໃຊ້ຊາດທີ່ໂງ່ເພື່ອເຮັດໃຫ້ເຂົາເຈົ້າໃຈຮ້າຍ.+
22 ຄວາມໃຈຮ້າຍຂອງເຮົາເປັນຄືກັບໄຟ+
ທີ່ໄໝ້ໄປຮອດກົ້ນຂຸມຝັງສົບ.*+
ມັນຈະໄໝ້ຜົນລະປູກແລະທຸກສິ່ງໃນໂລກ
ແລະຈະໄໝ້ພູໝົດໜ່ວຍ.
23 ເຮົາຈະເອົາຄວາມຈິບຫາຍມາຕື່ມໃຫ້ອີກ
ແລະຈະຍິງລູກທະນູຫຼາຍໆດອກໃສ່ເຂົາເຈົ້າ.
25 ຄົນທີ່ຢູ່ນອກເຮືອນຈະຖືກຂ້າດ້ວຍດາບ.+
ຄົນທີ່ຢູ່ໃນເຮືອນຈະຢ້ານຈົນໂຕສັ່ນ+
ທັງຊາຍໜຸ່ມກັບສາວບໍລິສຸດ
ທັງແອນ້ອຍກັບຜູ້ເຖົ້າ.+
26 ແທ້ໆແລ້ວເຮົາຢາກຈະເວົ້າວ່າ “ເຮົາຈະເຮັດໃຫ້ເຂົາເຈົ້າແຕກຊະກັນໄປ.
ເຮົາຈະເຮັດໃຫ້ບໍ່ມີໃຜຈື່ເຂົາເຈົ້າໄດ້.”
ພວກເຂົາອາດຈະເວົ້າວ່າ “ພວກເຮົາຊະນະໄດ້ຍ້ອນພວກເຮົາເກັ່ງຫຼາຍ+
ບໍ່ແມ່ນຍ້ອນພະເຢໂຫວາດອກ.”
29 ຖ້າເຂົາເຈົ້າເປັນຄົນສະຫຼາດ+ ເຂົາເຈົ້າໜ້າຈະຄິດໃຫ້ດີກວ່ານີ້+
ແລະໜ້າຈະຮູ້ວ່າຜົນຈະເປັນແນວໃດ.+
30 ຄົນຜູ້ດຽວຈະໄລ່ລ່າໜຶ່ງພັນຄົນໄດ້ຊັ້ນເບາະ?
ແລ້ວສອງຄົນຈະໄປສູ້ກັບໜຶ່ງໝື່ນຄົນໄດ້ຫວະ!+
ຄັນບໍ່ແມ່ນຍ້ອນຜູ້ທີ່ເປັນຫີນຜາຂອງເຂົາເຈົ້າໄດ້ປະເຂົາເຈົ້າ+
ແລະຄັນບໍ່ແມ່ນຍ້ອນພະເຢໂຫວາໄດ້ປ່ອຍເຂົາເຈົ້າໄວ້ໃນມືຂອງສັດຕູ.
32 ເພາະຕົ້ນໝາກລະແຊັງຂອງພວກອິດສະຣາເອນມາຈາກຕົ້ນໝາກລະແຊັງຂອງໂຊໂດມ
ຈາກສວນໝາກລະແຊັງຂອງໂກໂມຣາ.+
ໝາກລະແຊັງກໍເປັນໝາກລະແຊັງທີ່ມີພິດ
ແລະໝາກທີ່ຢູ່ພວງມັນກໍຂົມ.+
33 ເຫຼົ້າແວງຂອງເຂົາເຈົ້າກໍເປັນຄືກັບພິດຂອງງູ
ມັນຮ້າຍແຮງຄືກັບພິດຂອງງູເຫົ່າ.
34 ເຮົາໄດ້ບັນທຶກທຸກສິ່ງທີ່ເຂົາເຈົ້າໄດ້ເຮັດ
ແລະເອົາມ້ຽນໄວ້ດີໆໃນສາງຂອງເຮົາ.+
35 ເຮົາມີສິດແກ້ແຄ້ນແລະມີສິດລົງໂທດ.+
ອີກບໍ່ດົນເຂົາເຈົ້າກໍຊິມື່ນລົ້ມ.+
ເຂົາເຈົ້າຈະຈິບຫາຍໃນໄວໆນີ້.
ມັນຈະເກີດຂຶ້ນທັນທີ.’
36 ພະເຢໂຫວາຈະຕັດສິນຄົນຂອງເພິ່ນ+
ແລະຈະອີ່ຕົນຜູ້ຮັບໃຊ້ຂອງເພິ່ນ.+
ເມື່ອເພິ່ນເຫັນເຂົາເຈົ້າອ່ອນແຮງ
ແລະເຫັນແຕ່ຄົນອ່ອນແອແລະບໍ່ມີທີ່ເພິ່ງເຫຼືອຢູ່
37 ເພິ່ນກໍຈະຖາມວ່າ ‘ພະເຈົ້າອື່ນໆຂອງພວກເຂົາຢູ່ໃສ?+
ຫີນຜາທີ່ພວກເຂົາໄປເພິ່ງຢູ່ໃສ?
38 ພວກມັນທີ່ເຄີຍກິນນ້ຳມັນຈາກເຄື່ອງບູຊາ
ແລະກິນເຫຼົ້າແວງຈາກເຄື່ອງບູຊາດື່ມໄປໃສແລ້ວ?+
ໃຫ້ພວກມັນມາຊ່ວຍພວກເຈົ້າເບິ່ງດຸ.
ໃຫ້ພວກມັນມາປົກປ້ອງພວກເຈົ້າເບິ່ງ.
ເຮົາເຮັດໃຫ້ຕາຍໄດ້ແລະກໍເຮັດໃຫ້ມີຊີວິດໄດ້.+
ເຮົາເຮັດໃຫ້ບາດເຈັບໄດ້+ແລະເຮົາກໍປິ່ນປົວໄດ້.+
ບໍ່ມີພະເຈົ້າອົງໃດມາຊ່ວຍພວກເຂົາໃຫ້ພົ້ນຈາກມືຂອງເຮົາໄດ້.+
41 ເມື່ອເຮົາຝົນດາບທີ່ເຫຼື້ອມງາມຂອງເຮົາ
ແລະກຽມເພື່ອຈະຕັດສິນລົງໂທດ+
ເຮົາຈະແກ້ແຄ້ນສັດຕູຂອງເຮົາ+
ແລະລົງໂທດຄົນທີ່ຊັງເຮົາ.
42 ເຮົາຈະເຮັດໃຫ້ລູກທະນູຂອງເຮົາອາບເລືອດ*
ແລະໃຫ້ດາບຂອງເຮົາກິນຊີ້ນ.
ໃຫ້ກິນເລືອດຂອງຊະເລີຍແລະຂອງຄົນທີ່ຖືກຂ້າ
ແລະກິນຊີ້ນຈາກຫົວຂອງພວກຫົວໜ້າສັດຕູ.’
43 ໃຫ້ຊາດຕ່າງໆມາດີໃຈກັບຄົນຂອງເພິ່ນເດີ້+
ເພາະເພິ່ນຈະແກ້ແຄ້ນໃຫ້ຜູ້ຮັບໃຊ້ຂອງເພິ່ນ.+
ເພິ່ນຈະລົງໂທດສັດຕູຂອງເພິ່ນ+
ແລະຈະເຮັດໃຫ້ແຜ່ນດິນຂອງຄົນຂອງເພິ່ນສະອາດ.”*
44 ແລ້ວໂມເຊກັບໂຮເຊຢາ*+ລູກຊາຍຂອງນູນກໍບອກເນື້ອເພງນີ້ໃຫ້ປະຊາຊົນຟັງ.+ 45 ເມື່ອພວກອິດສະຣາເອນໄດ້ຟັງແລ້ວ 46 ໂມເຊກໍເວົ້າຕື່ມອີກວ່າ: “ໃຫ້ພວກເຈົ້າເອົາໃຈໃສ່ຄຳເວົ້າທີ່ຂ້ອຍເຕືອນພວກເຈົ້າໃນມື້ນີ້+ ເພື່ອພວກເຈົ້າຈະໄດ້ສອນລູກຫຼານຂອງພວກເຈົ້າໃຫ້ເຮັດຕາມກົດໝາຍທັງໝົດນີ້.+ 47 ກົດໝາຍນີ້ມີຄ່າຫຼາຍສຳລັບພວກເຈົ້າ ເພາະມັນໝາຍເຖິງຊີວິດຂອງພວກເຈົ້າ.+ ຖ້າພວກເຈົ້າເຮັດຕາມກົດໝາຍນີ້ ພວກເຈົ້າຈະມີຊີວິດຍືນຍາວໃນແຜ່ນດິນທີ່ພວກເຈົ້າຈະຂ້າມແມ່ນ້ຳຈໍແດນໄປຢູ່ຫັ້ນ.”
48 ພະເຢໂຫວາເວົ້າກັບໂມເຊໃນມື້ດຽວກັນນັ້ນວ່າ: 49 “ໃຫ້ເຈົ້າຂຶ້ນໄປເທິງພູເນໂບ+ຢູ່ເຂດອາບາຣີມ+ທີ່ຢູ່ແຜ່ນດິນໂມອາບ ກົງກັນຂ້າມກັບເມືອງເຢຣິໂກ ແລ້ວເຈົ້າຈະເຫັນແຜ່ນດິນການາອານທີ່ເຮົາຈະໃຫ້ພວກອິດສະຣາເອນໄປຢູ່.+ 50 ເມື່ອເຈົ້າຂຶ້ນໄປເທິງພູແລ້ວ ເຈົ້າກໍຈະຕາຍຢູ່ຫັ້ນ ແລະຈະໄປຢູ່ນຳປູ່ຍ່າຕານາຍຂອງເຈົ້າ.* ຕອນທີ່ອາໂຣນຕາຍຢູ່ພູໂຮເຣ+ ລາວກໍໄປຢູ່ນຳປູ່ຍ່າຕານາຍຂອງລາວ. ເຈົ້າກໍຈະເປັນແບບນັ້ນຄືກັນ. 51 ເຈົ້າຈະຕາຍຢູ່ຫັ້ນ ຍ້ອນຕອນທີ່ພວກເຈົ້າຢູ່ນຳພວກອິດສະຣາເອນ ພວກເຈົ້າທັງສອງຄົນບໍ່ໄດ້ເຊື່ອຟັງເຮົາເລື່ອງນ້ຳຢູ່ເມຣິບາ+ທີ່ຢູ່ກາເດັດໃນບ່ອນກັນດານຊິນ ແລະຍ້ອນພວກເຈົ້າບໍ່ໄດ້ໃຫ້ກຽດເຮົາຕໍ່ໜ້າພວກອິດສະຣາເອນ.+ 52 ເຈົ້າຈະໄດ້ເຫັນແຜ່ນດິນທີ່ເຮົາຈະເອົາໃຫ້ພວກອິດສະຣາເອນຢູ່ໄກໆ ແຕ່ເຈົ້າຈະບໍ່ໄດ້ເຂົ້າໄປແຜ່ນດິນນັ້ນ.”+