ຈົດໝາຍສະບັບທຳອິດເຖິງຕີໂມທຽວ
2 ເລື່ອງທີ່ຂ້ອຍຢາກໃຫ້ພວກເຈົ້າເຮັດຫຼາຍທີ່ສຸດແມ່ນ ໃຫ້ອະທິດຖານເຖິງພະເຈົ້າເພື່ອຂໍ ອ້ອນວອນ ແລະຂອບໃຈເພິ່ນເພື່ອຄົນທຸກປະເພດ 2 ລວມເຖິງກະສັດແລະຄົນທີ່ຢູ່ໃນຕຳແໜ່ງສູງນຳ.+ ຖ້າເຮັດແນວນີ້ ພວກເຮົາຈະຢູ່ຢ່າງສະຫງົບແລະເຮັດທຸກສິ່ງດ້ວຍຄວາມນັບຖືພະເຈົ້າຢ່າງສຸດຫົວໃຈແລະດ້ວຍຄວາມຮອບຄອບ.+ 3 ການເຮັດແບບນີ້ເປັນສິ່ງທີ່ພະເຈົ້າຜູ້ຊ່ວຍໃຫ້ລອດຂອງພວກເຮົາຖືວ່າດີແລະເປັນຕາໜ້າພໍໃຈ.+ 4 ພະເຈົ້າຢາກໃຫ້ຄົນທຸກປະເພດລອດ+ແລະໄດ້ຮັບຄວາມຮູ້ທີ່ຖືກຕ້ອງເລື່ອງຄວາມຈິງ. 5 ມີພະເຈົ້າແຕ່ອົງດຽວ+ ແລະມີຄົນກາງຜູ້ດຽວ+ລະຫວ່າງພະເຈົ້າກັບມະນຸດ.+ ຜູ້ນັ້ນແມ່ນພະຄລິດເຢຊູທີ່ເປັນມະນຸດຄົນໜຶ່ງ.+ 6 ເພິ່ນຍອມຕາຍເພື່ອເປັນຄ່າໄຖ່ທີ່ມີຄ່າເທົ່າທຽມກັນສຳລັບທຸກຄົນ*+ ແລະເລື່ອງນີ້ຈະຕ້ອງມີການປະກາດເມື່ອຮອດເວລາທີ່ເໝາະສົມ. 7 ພະເຈົ້າແຕ່ງຕັ້ງຂ້ອຍໃຫ້ເປັນຜູ້ປະກາດແລະເປັນອັກຄະສາວົກ*+ເພື່ອປະກາດເລື່ອງນີ້.+ ເພິ່ນໃຫ້ຂ້ອຍເປັນຜູ້ສອນຄົນຕ່າງຊາດ+ເລື່ອງຄວາມເຊື່ອແລະຄວາມຈິງ. ສິ່ງທີ່ຂ້ອຍເວົ້າມານີ້ຂ້ອຍບໍ່ໄດ້ຕົວະ. ທຸກຢ່າງເປັນຄວາມຈິງ.
8 ໃນບ່ອນປະຊຸມທຸກໆບ່ອນ ຂໍໃຫ້ຜູ້ຊາຍທີ່ພັກດີຕໍ່ພະເຈົ້າຍົກມືຂຶ້ນອະທິດຖານຕໍ່ໆໄປ.+ ຢ່າໃຈຮ້າຍໃຫ້ກັນ+ແລະຢ່າຖຽງກັນ.+ 9 ສ່ວນຜູ້ຍິງກໍຄວນແຕ່ງໂຕໃຫ້ເໝາະສົມ* ໃຫ້ເປັນແບບທີ່ສຸພາບຮຽບຮ້ອຍແລະແບບຄົນທີ່ມີສະຕິດີ.* ບໍ່ແມ່ນເຮັດຊົງຜົມແບບອະລັງການ ໃສ່ຄຳໃສ່ມຸກເຕັມໂຕ ຫຼືໃສ່ເຄື່ອງນຸ່ງທີ່ລາຄາແພງໆ.+ 10 ແຕ່ໃຫ້ແຕ່ງໂຕໃຫ້ເໝາະສົມກັບເປັນຜູ້ຍິງທີ່ນັບຖືພະເຈົ້າ+ໂດຍເອົາຄວາມດີເປັນເຄື່ອງປະດັບ.
11 ຕອນທີ່ມີການສອນ* ໃຫ້ຜູ້ຍິງຢູ່ແບບມິດໆ*ແລະຍອມເຊື່ອຟັງ.+ 12 ຂ້ອຍບໍ່ອະນຸຍາດໃຫ້ຜູ້ຍິງສອນຫຼືໃຊ້ອຳນາດເໜືອຜູ້ຊາຍ ແຕ່ໃຫ້ຢູ່ມິດໆ.+ 13 ທີ່ຈິງ ພະເຈົ້າສ້າງອາດາມກ່ອນເອວາ+ 14 ແລະອາດາມບໍ່ໄດ້ຖືກຕົວະ ແຕ່ຜູ້ຍິງຄົນນັ້ນຖືກຕົວະ+ແລ້ວບໍ່ເຊື່ອຟັງຄຳສັ່ງຂອງພະເຈົ້າ. 15 ຖ້າຜູ້ຍິງຮັກສາຄວາມເຊື່ອ ມີຄວາມຮັກ ມີຄວາມບໍລິສຸດແລະເປັນຄົນມີເຫດຜົນ*+ ການມີລູກຈະເປັນປະໂຫຍດຕໍ່ລາວຍ້ອນມັນຈະປົກປ້ອງລາວບໍ່ໃຫ້ເຮັດແນວບໍ່ດີ.+