ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • 1 ຊາມູເອນ 1
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມ 1 ຊາມູເອນ

      • ເອນການາ​ກັບ​ພວກ​ເມຍ​ຂອງ​ລາວ (1-​8)

      • ຮັນນາ​ທີ່​ເປັນ​ໝັນ​ອະທິດຖານ​ຂໍ​ລູກ​ຊາຍ (9-​18)

      • ຊາມູເອນ​ເກີດ​ແລະ​ຖືກ​ມອບ​ໃຫ້​ພະ​ເຢໂຫວາ (19-​28)

1 ຊາມູເອນ 1:1

ໄຂເງື່ອນ

  • *

    ຫຼື “ລາວ​ເປັນ​ລູກ​ຫຼານ​ຂອງ​ຊູບ​ທີ່​ຢູ່​ເມືອງ​ຣາມາ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 1:19; 7:15, 17
  • +ຢຊ 16:5
  • +1ຂຄ 6:22, 27

1 ຊາມູເອນ 1:3

ໄຂເງື່ອນ

  • *

    ຫຼື “ໝູບ​ໜ້າ​ລົງ​ຕໍ່​ໜ້າ​”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 23:14; 34:23; ພບຍ 12:5, 6; ຢຊ 18:1; ຜຕສ 21:19; ລກ 2:41
  • +1ຊມ 2:12, 22; 4:17
  • +ຈຊບ 3:10; ພບຍ 33:10; ມລກ 2:7

1 ຊາມູເອນ 1:4

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 7:15

1 ຊາມູເອນ 1:7

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ເຮືອນ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 16:16; 1ຊມ 2:18, 19

1 ຊາມູເອນ 1:9

ໄຂເງື່ອນ

  • *

    ໝາຍເຖິງ​ເຕັ້ນ​ສັກສິດ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 25:8; 1ຊມ 3:3; 2ຊມ 7:2

1 ຊາມູເອນ 1:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 55:22; 65:2

1 ຊາມູເອນ 1:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 30:22
  • +ຈຊບ 6:5

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    4/2017, ໜ້າ 5

1 ຊາມູເອນ 1:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 42:6; 62:8; 142:2

1 ຊາມູເອນ 1:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 1:11

1 ຊາມູເອນ 1:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 1:1
  • +1ຊມ 1:11; ພສ 66:19; ສພສ 15:29

1 ຊາມູເອນ 1:20

ໄຂເງື່ອນ

  • *

    ຫຼື​ອາດ​ແປ​ວ່າ “ເມື່ອ​ຮອດ​ເວລາ”

  • *

    ແປ​ວ່າ “ຊື່​ຂອງ​ພະເຈົ້າ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 5:29; 41:51; ອພຍ 2:21, 22; ມທ 1:21

1 ຊາມູເອນ 1:21

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 1:3

1 ຊາມູເອນ 1:22

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ພາ​ໄປ​ຢູ່​ຕໍ່​ໜ້າ​ພະ​ເຢໂຫວາ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 16:16
  • +1ຊມ 1:11; 2:11; 2ຂຄ 31:16

1 ຊາມູເອນ 1:24

ໄຂເງື່ອນ

  • *

    22 ລິດ. ເບິ່ງ​ພາກ​ຜະໜວກ ຂ14.

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 15:8-10
  • +ຢຊ 18:1

1 ຊາມູເອນ 1:26

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 1:15

1 ຊາມູເອນ 1:27

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຊມ 1:11, 17; ພສ 66:19

1 ຊາມູເອນ 1:28

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ໃຫ້​ພະ​ເຢໂຫວາ​ຢືມ”

  • *

    ອາດ​ໝາຍເຖິງ​ເອນການາ

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    4/2017, ໜ້າ 5-6

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

1ຊມ. 1:11ຊມ 1:19; 7:15, 17
1ຊມ. 1:1ຢຊ 16:5
1ຊມ. 1:11ຂຄ 6:22, 27
1ຊມ. 1:3ອພຍ 23:14; 34:23; ພບຍ 12:5, 6; ຢຊ 18:1; ຜຕສ 21:19; ລກ 2:41
1ຊມ. 1:31ຊມ 2:12, 22; 4:17
1ຊມ. 1:3ຈຊບ 3:10; ພບຍ 33:10; ມລກ 2:7
1ຊມ. 1:4ລລວ 7:15
1ຊມ. 1:7ພບຍ 16:16; 1ຊມ 2:18, 19
1ຊມ. 1:9ອພຍ 25:8; 1ຊມ 3:3; 2ຊມ 7:2
1ຊມ. 1:10ພສ 55:22; 65:2
1ຊມ. 1:11ປຖກ 30:22
1ຊມ. 1:11ຈຊບ 6:5
1ຊມ. 1:15ພສ 42:6; 62:8; 142:2
1ຊມ. 1:171ຊມ 1:11
1ຊມ. 1:191ຊມ 1:1
1ຊມ. 1:191ຊມ 1:11; ພສ 66:19; ສພສ 15:29
1ຊມ. 1:20ປຖກ 5:29; 41:51; ອພຍ 2:21, 22; ມທ 1:21
1ຊມ. 1:211ຊມ 1:3
1ຊມ. 1:22ພບຍ 16:16
1ຊມ. 1:221ຊມ 1:11; 2:11; 2ຂຄ 31:16
1ຊມ. 1:24ຈຊບ 15:8-10
1ຊມ. 1:24ຢຊ 18:1
1ຊມ. 1:261ຊມ 1:15
1ຊມ. 1:271ຊມ 1:11, 17; ພສ 66:19
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
  • 28
ຄຳພີໄບເບິນສະບັບແປໂລກໃໝ່
1 ຊາມູເອນ 1:1-28

ຊາມູເອນ​ສະບັບ​ທີ​ໜຶ່ງ

1 ມີ​ຜູ້ຊາຍ​ຄົນໜຶ່ງ​ຊື່​ເອນການາ ລາວ​ເປັນ​ຄົນ​ເອຟຣາຢິມ. ລາວຢູ່​ເມືອງ​ຣາມາທາຢິມໂຊຟິມ*+​ໃນ​ແຖວ​ພູ​ຂອງ​ເຂດ​ເອຟຣາຢິມ.+ ເອນການາ+ເປັນ​ລູກຊາຍ​ຂອງ​ເຢໂຣຮາມ ເຢໂຣຮາມ​ເປັນ​ລູກຊາຍ​ຂອງ​ເອລີຮູ ເອລີຮູ​ເປັນ​ລູກຊາຍ​ຂອງ​ໂຕຮູ ໂຕຮູ​ເປັນ​ລູກຊາຍ​ຂອງ​ຊູບ. 2 ເອນການາ​ມີ​ເມຍ 2 ຄົນ. ຜູ້ໜຶ່ງ​ຊື່​ຮັນນາ ແລະ​ອີກ​ຜູ້ໜຶ່ງ​ຊື່​ເປນິນນາ. ເປນິນນາ​ມີ​ລູກ​ຫຼາຍ​ຄົນ ແຕ່​ຮັນນາ​ບໍ່​ມີ​ລູກ​ຈັກ​ຄົນ. 3 ເອນການາ​ອອກ​ຈາກ​ເມືອງ​ທີ່​ລາວ​ຢູ່​ເພື່ອ​ໄປ​ນະມັດສະການ*​ພະ​ເຢໂຫວາ​ຜູ້ບັນຊາການກອງທັບ​ແລະ​ເອົາ​ເຄື່ອງ​ບູຊາ​ໄປ​ເຜົາ​ໃຫ້​ເພິ່ນ​ຢູ່​ເມືອງ​ຊີໂລ+ທຸກ​ໆ​ປີ. ຕອນນັ້ນ ໂຮບນີ​ກັບ​ຟີເນຮາດ​ລູກຊາຍ 2 ຄົນ​ຂອງ​ເອລີ+ເປັນ​ປະໂລຫິດ​ຮັບໃຊ້​ພະ​ເຢໂຫວາ​ຢູ່ຫັ້ນ.+

4 ເມື່ອ​ເອນການາ​ເອົາ​ເຄື່ອງບູຊາ​ໄປ​ເຜົາ​ແລ້ວ​ໆ​ ລາວ​ຈະ​ແບ່ງ​ເຄື່ອງ​ບູຊາ​ໃຫ້​ເປນິນນາ​ກັບ​ພວກ​ລູກຊາຍ​ແລະ​ລູກສາວ​ທຸກຄົນ​ຂອງ​ລາວ.+ 5 ແຕ່​ລາວ​ຈະ​ໃຫ້​ຮັນນາ​ຫຼາຍ​ເປັນ​ພິເສດ ເພາະ​ວ່າ​ລາວ​ຮັກ​ຮັນນາ​ຫຼາຍ. ແຕ່​ພະ​ເຢໂຫວາ​ບໍ່​ໃຫ້​ຮັນນາ​ມີ​ລູກ. 6 ເປນິນນາ​ທີ່​ເປັນ​ຄູ່ແຂ່ງ​ກໍ​ເວົ້າໃສ່ລາວ​ຕະຫຼອດ​ເຊິ່ງ​ເຮັດ​ໃຫ້​ຮັນນາ​ທຸກໃຈ​ຫຼາຍ ຍ້ອນ​ພະ​ເຢໂຫວາ​ບໍ່​ໃຫ້​ລາວ​ມີ​ລູກ. 7 ເປນິນນາ​ເວົ້າໃສ່​ແບບ​ນີ້​ທຸກ​ໆ​ປີ. ເມື່ອ​ໃດ​ກໍ​ຕາມ​ທີ່​ຮັນນາ​ໄປ​ເຕັ້ນສັກສິດ*​ຂອງ​ພະ​ເຢໂຫວາ+ ເປນິນນາ​ຈະ​ເວົ້າໃສ່​ຮັນນາ​ຈົນ​ລາວ​ຮ້ອງໄຫ້​ແລະ​ບໍ່​ຍອມ​ກິນ​ຂອງ​ກິນ​ທີ່​ເອນການາ​ແບ່ງ​ໃຫ້. 8 ເອນການາ​ຈຶ່ງ​ຖາມ​ວ່າ: “ຮັນນາ ເປັນ​ຫຍັງ​ຈຶ່ງ​ໄຫ້? ເປັນ​ຫຍັງ​ຈຶ່ງ​ບໍ່​ກິນເຂົ້າ? ເປັນ​ຫຍັງ​ຄື​ເສົ້າ​ແທ້? ເຈົ້າ​ມີ​ຂ້ອຍ​ຄົນ​ດຽວ​ກໍ​ດີ​ກວ່າ​ມີ​ລູກຊາຍ 10 ຄົນ​ບໍ່​ແມ່ນ​ບໍ?”

9 ຕອນ​ທີ່​ຢູ່​ເມືອງ​ຊີໂລ ຫຼັງຈາກ​ເຂົາເຈົ້າ​ກິນ​ເຂົ້າ​ແລ້ວ ຮັນນາ​ກໍ​ອອກ​ໄປ. ຕອນນັ້ນ ປະໂລຫິດ​ເອລີ​ນັ່ງ​ຢູ່​ຕັ່ງ​ທາງຂ້າງ​ປະຕູ​ເຂົ້າ​ວິຫານ*+​ຂອງ​ພະ​ເຢໂຫວາ. 10 ຮັນນາ​ທຸກໃຈ​ຫຼາຍ ລາວ​ຈຶ່ງ​ອະທິດຖານ​ຫາ​ພະ​ເຢໂຫວາ+ແລະ​ຮ້ອງໄຫ້​ສະອຶກ​ສະອື້ນ. 11 ລາວ​ສາບານ​ວ່າ: “ພະ​ເຢໂຫວາ​ຜູ້ບັນຊາການກອງທັບ ຖ້າ​ພະອົງ​ເຫັນ​ຄວາມທຸກ​ຂອງ​ລູກ​ທີ່​ເປັນ​ຜູ້​ຮັບໃຊ້​ຂອງ​ພະອົງ​ແລະ​ຄິດເຖິງ​ລູກ ຖ້າ​ພະອົງ​ບໍ່​ລືມ​ຜູ້​ຮັບໃຊ້​ຂອງ​ພະອົງ​ແລະ​ໃຫ້​ລູກ​ໄດ້​ລູກຊາຍ​ຄົນໜຶ່ງ+ ລູກ​ຈະ​ມອບ​ລາວ​ໃຫ້​ຮັບໃຊ້​ພະ​ເຢໂຫວາ​ຕະຫຼອດ​ຊີວິດ ແລະ​ລາວ​ຈະ​ບໍ່​ຕັດ​ຜົມ​ເລີຍ.”+

12 ຕອນ​ທີ່​ຮັນນາ​ອະທິດຖານ​ຫາ​ພະ​ເຢໂຫວາ​ດົນ​ໆ​ ເອລີ​ກໍ​ແນມເບິ່ງ​ລາວ. 13 ຮັນນາ​ອະທິດຖານ​ໃນ​ໃຈ ແລະ​ປາກ​ຂອງ​ລາວ​ກໍ​ເໜັງ​ມຸບ​ໆ​ມິບ​ໆ​ ແຕ່​ບໍ່​ມີ​ສຽງ​ເວົ້າ​ອອກ​ມາ. ເອລີ​ຈຶ່ງ​ຄິດ​ວ່າ​ລາວ​ເມົາ​ເຫຼົ້າ. 14 ເອລີ​ເວົ້າ​ກັບ​ລາວ​ວ່າ: “ຄົນ​ເມົາ​ເຫຼົ້າ ເຈົ້າ​ມາ​ເຮັດ​ຫຍັງ​ຢູ່ນີ້? ເມືອ​ແມ້ ສ່ວງ​ເຫຼົ້າ​ແລ້ວ​ຈຶ່ງ​ຄ່ອຍມາ.” 15 ຮັນນາ​ຈຶ່ງ​ຕອບ​ວ່າ: “ທ່ານ​ເອີ້ຍ ຂ້ອຍ​ບໍ່​ໄດ້​ເມົາ​ເຫຼົ້າ. ຂ້ອຍ​ກຳລັງ​ທຸກໃຈ​ຫຼາຍ. ຂ້ອຍ​ບໍ່​ໄດ້​ກິນ​ເຫຼົ້າແວງ​ຫຼື​ສິ່ງ​ມຶນ​ເມົາ. ແຕ່​ຂ້ອຍ​ກຳລັງ​ລະບາຍ​ຄວາມ​ໃນ​ໃຈ​ກັບ​ພະ​ເຢໂຫວາ.+ 16 ຢ່າ​ເບິ່ງ​ວ່າ​ຜູ້​ຮັບໃຊ້​ຂອງ​ທ່ານ​ເປັນ​ຜູ້ຍິງ​ທີ່​ບໍ່​ດີ. ຂ້ອຍ​ພຽງ​ແຕ່​ອະທິດຖານ​ເພາະ​ຂ້ອຍ​ກຳລັງ​ທຸກໃຈ​ແລະ​ເຈັບ​ປວດ​ໃຈ​ຫຼາຍ.” 17 ເອລີ​ຕອບ​ວ່າ: “ຂໍ​ໃຫ້​ກັບ​ເມືອ​ເຮືອນ​ດ້ວຍ​ຄວາມ​ສະບາຍໃຈ. ເຈົ້າ​ອະທິດຖານ​ຂໍ​ຫຍັງ​ຈາກ​ພະເຈົ້າ​ຂອງ​ອິດສະຣາເອນ​ກໍ​ຂໍ​ໃຫ້​ໄດ້​ຕາມ​ນັ້ນ.”+ 18 ຮັນນາ​ຈຶ່ງ​ຕອບ​ວ່າ: “ຂໍ​ໃຫ້​ທ່ານ​ເມດຕາ​ຂ້ອຍ.” ແລ້ວ​ລາວ​ກໍ​ກັບ​ເມືອ​ເຮືອນ​ແລະ​ກິນເຂົ້າ ແລະ​ໜ້າຕາ​ຂອງ​ລາວ​ກໍບໍ່​ໂສກເສົ້າ​ອີກ​ຕໍ່​ໄປ.

19 ຄອບຄົວ​ຂອງ​ເອນການາ​ຕື່ນ​ແຕ່​ເຊົ້າ​ໆ​ ແລະ​ພາກັນ​ໝູບ​ໜ້າ​ລົງ​ນະມັດສະການ​ພະ​ເຢໂຫວາ. ຈາກ​ນັ້ນ ເຂົາເຈົ້າ​ກໍ​ເດີນ​ທາງ​ກັບ​ເມືອ​ເຮືອນ​ທີ່​ຢູ່​ເມືອງ​ຣາມາ.+ ເອນການາ​ໄປ​ນອນ​ກັບ​ຮັນນາ ແລະ​ພະ​ເຢໂຫວາ​ກໍ​ຕອບ​ຄຳ​ອະທິດຖານ​ຂອງ​ຮັນນາ.+ 20 ພາຍໃນ​ໜຶ່ງ​ປີ* ຮັນນາ​ກໍ​ຖືພາ​ແລະ​ເກີດ​ລູກຊາຍ. ລາວ​ຕັ້ງ​ຊື່+​ລູກ​ວ່າ​ຊາມູເອນ* ເພາະ​ລາວ​ບອກ​ວ່າ “ຂ້ອຍ​ຂໍ​ລູກ​ຜູ້​ນີ້​ຈາກ​ພະ​ເຢໂຫວາ.”

21 ຕໍ່ມາ ເອນການາ​ກັບ​ຄອບຄົວ​ກໍ​ເອົາ​ເຄື່ອງບູຊາ​+ປະຈຳປີ​ແລະ​ເຄື່ອງບູຊາ​ສຳລັບ​ຄຳສາບານ​ຂອງ​ລາວ​ໄປ​ເຜົາ​ໃຫ້​ພະ​ເຢໂຫວາ. 22 ແຕ່​ຮັນນາ​ບໍ່​ໄດ້​ໄປ​ນຳ.+ ລາວ​ບອກ​ຜົວ​ວ່າ: “ເມື່ອ​ລູກ​ເຊົານົມ ຂ້ອຍ​ຈະ​ພາ​ລາວ​ໄປ​ເຕັ້ນ​ສັກສິດ​ຂອງ​ພະ​ເຢໂຫວາ* ແລະ​ໃຫ້​ລາວ​ຢູ່ຫັ້ນ​ຕະຫຼອດໄປ.”+ 23 ເອນການາ​ຈຶ່ງ​ເວົ້າ​ກັບ​ຮັນນາ​ວ່າ: “ແລ້ວ​ແຕ່​ເຈົ້າ ຄັນຊັ້ນ​ໃຫ້​ເຈົ້າ​ຢູ່​ເຮືອນ​ຈົນ​ລູກ​ເຊົານົມ. ຂໍ​ພະ​ເຢໂຫວາ​ຊ່ວຍ​ເຈົ້າ​ໃຫ້​ເຮັດ​ຕາມ​ທີ່​ເຈົ້າ​ເວົ້າ.” ຮັນນາ​ຈຶ່ງ​ຢູ່​ເຮືອນ​ແລະ​ລ້ຽງ​ລູກ​ຈົນ​ລູກ​ເຊົານົມ.

24 ເມື່ອ​ຊາມູເອນ​ເຊົາ​ນົມ​ແລ້ວ ຮັນນາ​ກໍ​ພາ​ລູກ​ຂຶ້ນ​ໄປ​ເມືອງ​ຊີໂລ. ລາວ​ເອົາ​ງົວ​ໂຕ​ຜູ້​ໂຕ​ໜຶ່ງ​ອາຍຸ 3 ປີ ແລະແປ້ງ 1 ເອຟາ* ກັບ​ເຫຼົ້າແວງ 1 ໄຫ​ໃຫຍ່​+ໄປ​ເຕັ້ນ​ສັກສິດ​ຂອງ​ພະ​ເຢໂຫວາ​ຢູ່​ເມືອງ​ຊີໂລ+ພ້ອມ​ກັບ​ລູກນ້ອຍ​ຂອງ​ລາວ. 25 ຈາກ​ນັ້ນ ເຂົາເຈົ້າ​ກໍ​ຂ້າ​ງົວ ແລ້ວ​ພາ​ຊາມູເອນ​ໄປ​ຫາ​ເອລີ. 26 ຮັນນາ​ເວົ້າ​ວ່າ: “ທ່ານ​ເອີ້ຍ ຂ້ອຍ​ຂໍ​ຢືນຢັນ​ກັບ​ທ່ານ​ວ່າ ຂ້ອຍ​ແມ່ນ​ຜູ້ຍິງ​ທີ່​ມາ​ອະທິດຖານ​ຫາ​ພະ​ເຢໂຫວາ​ຢູ່​ນີ້+ແລະ​ເຄີຍ​ຢືນ​ຢູ່​ບ່ອນ​ນີ້​ກັບ​ທ່ານ. 27 ຕອນນັ້ນ ຂ້ອຍ​ໄດ້​ອະທິດຖານ​ຂໍ​ລູກ​ຜູ້​ນີ້ ແລະ​ພະ​ເຢໂຫວາ​ກໍ​ໄດ້​ໃຫ້​ຕາມ​ທີ່​ຂ້ອຍ​ຂໍ.+ 28 ຂ້ອຍ​ຈຶ່ງພາ​ລາວ​ມາ​ມອບ​ໃຫ້​ພະ​ເຢໂຫວາ* ແລະ​ລາວ​ຈະ​ເປັນ​ຂອງ​ພະ​ເຢໂຫວາ​ຕະຫຼອດ​ຊີວິດ​ຂອງ​ລາວ.”

ແລ້ວ​ລາວ*​ກໍ​ໝູບ​ໜ້າ​ລົງ​ນະມັດສະການ​ພະ​ເຢໂຫວາ​ຢູ່ຫັ້ນ.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌