ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • 1 ໂກຣິນໂທ 9
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມ 1 ໂກຣິນໂທ

      • ຕົວຢ່າງ​ຂອງ​ອັກຄະສາວົກ​ໂປໂລ (1-27)

        • “ຢ່າ​ເອົາ​ແນວ​ສຸບ​ມາ​ສຸບ​ໃສ່​ປາກ​ງົວ” (9)

        • ‘ຖ້າ​ບໍ່​ປະກາດ ຂ້ອຍ​ຈະ​ມີ​ໂທດ!’ (16)

        • ປັບ​ໂຕ​ເປັນ​ຄົນ​ທຸກ​ປະເພດ (19-23)

        • ຄວບຄຸມ​ໂຕເອງ​ໃນ​ການ​ແລ່ນ​ແຂ່ງ​ເພື່ອ​ຊີວິດ (24-27)

1 ໂກຣິນໂທ 9:1

ໄຂເງື່ອນ

  • *

    ໃນ​ພາສາ​ກຣີກ​ຄຳ​ນີ້​ແປ​ວ່າ “ຜູ້​ທີ່​ຖືກ​ສົ່ງ​ອອກ​ໄປ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 9:3-5; 1ກຣ 15:7, 8

1 ໂກຣິນໂທ 9:5

ໄຂເງື່ອນ

  • *

    ນີ້​ແມ່ນ​ອີກ​ຊື່​ໜຶ່ງ​ຂອງ​ເປໂຕ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 19:11
  • +ມທ 13:55; ຄລຕ 1:19
  • +ຢຮ 1:42

1 ໂກຣິນໂທ 9:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 13:2

1 ໂກຣິນໂທ 9:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 20:6; ສພສ 27:18

1 ໂກຣິນໂທ 9:9

ໄຂເງື່ອນ

  • *

    ໝາຍເຖິງ​ການ​ໃຊ້​ງົວ​ລາກ​ໄມ້​ແປ້ນ​ເພື່ອ​ເຮັດ​ໃຫ້​ເມັດ​ເຂົ້າ​ຫຼົ່ນ​ອອກ​ຈາກ​ຮວງ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 25:4; 1ຕມ 5:18

1 ໂກຣິນໂທ 9:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຣມ 15:26, 27; ຄລຕ 6:6; ຟລປ 4:15-17

1 ໂກຣິນໂທ 9:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 18:3; 20:34; 2ທຊ 3:7, 8
  • +2ກຣ 6:3; 11:7

1 ໂກຣິນໂທ 9:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 6:14, 16; ຈຊບ 18:30, 31; ພບຍ 18:1

1 ໂກຣິນໂທ 9:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 10:9, 10; ລກ 10:7, 8

1 ໂກຣິນໂທ 9:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 18:3; 20:34; 1ກຣ 4:11, 12; 2ທຊ 3:8
  • +2ກຣ 11:8-10

1 ໂກຣິນໂທ 9:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 3:18

1 ໂກຣິນໂທ 9:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຄລຕ 2:7; ອຟຊ 3:1, 2; ກລຊ 1:25

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    3/2024, ໜ້າ 11-12

1 ໂກຣິນໂທ 9:20

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 16:3; 18:18
  • +ກຈກ 21:24, 26

1 ໂກຣິນໂທ 9:21

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຮ 13:34; ຄລຕ 6:2

1 ໂກຣິນໂທ 9:22

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຣມ 14:1; 15:1; 2ກຣ 11:29

1 ໂກຣິນໂທ 9:23

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 19:26; 1ທຊ 2:8

1 ໂກຣິນໂທ 9:24

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມທ 10:22; ຟລປ 3:14; 2ຕມ 4:7, 8

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 149

1 ໂກຣິນໂທ 9:25

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຕມ 2:5
  • +ຢກບ 1:12

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 149

1 ໂກຣິນໂທ 9:26

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຄລຕ 2:2; ຟລປ 2:16; ຮຣ 12:1

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    9/2016, ໜ້າ 10

1 ໂກຣິນໂທ 9:27

ໄຂເງື່ອນ

  • *

    ຫຼື “ຕີ”

  • *

    ຫຼື “ຕັດ​ສິດ​ຂ້ອຍ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຣມ 8:13; ກລຊ 3:5

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    5/2023, ໜ້າ 29

    ຊີວິດຕະຫຼອດໄປ ໜ້າ 223

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

1ກຣ. 9:1ກຈກ 9:3-5; 1ກຣ 15:7, 8
1ກຣ. 9:5ມທ 19:11
1ກຣ. 9:5ມທ 13:55; ຄລຕ 1:19
1ກຣ. 9:5ຢຮ 1:42
1ກຣ. 9:6ກຈກ 13:2
1ກຣ. 9:7ພບຍ 20:6; ສພສ 27:18
1ກຣ. 9:9ພບຍ 25:4; 1ຕມ 5:18
1ກຣ. 9:11ຣມ 15:26, 27; ຄລຕ 6:6; ຟລປ 4:15-17
1ກຣ. 9:12ກຈກ 18:3; 20:34; 2ທຊ 3:7, 8
1ກຣ. 9:122ກຣ 6:3; 11:7
1ກຣ. 9:13ລລວ 6:14, 16; ຈຊບ 18:30, 31; ພບຍ 18:1
1ກຣ. 9:14ມທ 10:9, 10; ລກ 10:7, 8
1ກຣ. 9:15ກຈກ 18:3; 20:34; 1ກຣ 4:11, 12; 2ທຊ 3:8
1ກຣ. 9:152ກຣ 11:8-10
1ກຣ. 9:16ອຊກ 3:18
1ກຣ. 9:17ຄລຕ 2:7; ອຟຊ 3:1, 2; ກລຊ 1:25
1ກຣ. 9:20ກຈກ 16:3; 18:18
1ກຣ. 9:20ກຈກ 21:24, 26
1ກຣ. 9:21ຢຮ 13:34; ຄລຕ 6:2
1ກຣ. 9:22ຣມ 14:1; 15:1; 2ກຣ 11:29
1ກຣ. 9:23ກຈກ 19:26; 1ທຊ 2:8
1ກຣ. 9:24ມທ 10:22; ຟລປ 3:14; 2ຕມ 4:7, 8
1ກຣ. 9:252ຕມ 2:5
1ກຣ. 9:25ຢກບ 1:12
1ກຣ. 9:26ຄລຕ 2:2; ຟລປ 2:16; ຮຣ 12:1
1ກຣ. 9:27ຣມ 8:13; ກລຊ 3:5
  • ຄຳພີໄບເບິນສະບັບແປໂລກໃໝ່
  • ອ່ານໃນ ພະຄຳພີຄລິດສະຕຽນພາກພາສາກຣີກ
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
ຄຳພີໄບເບິນສະບັບແປໂລກໃໝ່
1 ໂກຣິນໂທ 9:1-27

ຈົດໝາຍສະບັບທຳອິດເຖິງຄລິດສະຕຽນໃນເມືອງໂກຣິນໂທ

9 ຂ້ອຍ​ມີ​ອິດສະຫຼະ​ຈະ​ເຮັດ​ຫຍັງ​ກໍ​ໄດ້​ບໍ່​ແມ່ນ​ບໍ? ຂ້ອຍ​ເປັນ​ອັກຄະ​ສາວົກ*​ບໍ່​ແມ່ນ​ບໍ? ຂ້ອຍ​ໄດ້​ເຫັນ​ພະ​ເຢຊູ​ຜູ້​ເປັນ​ນາຍ​ບໍ່​ແມ່ນ​ບໍ?+ ພວກ​ເຈົ້າ​ເປັນ​ຜົນ​ງານ​ຂອງ​ຂ້ອຍ​ຈາກ​ການ​ຮັບໃຊ້​ຜູ້​ເປັນ​ນາຍ​ບໍ່​ແມ່ນ​ບໍ? 2 ເຖິງ​ວ່າ​ສຳລັບ​ຄົນອື່ນ ຂ້ອຍ​ບໍ່​ໄດ້​ເປັນ​ອັກຄະ​ສາວົກ ແຕ່​ສຳລັບ​ພວກ​ເຈົ້າ ຂ້ອຍ​ເປັນ​ອັກຄະ​ສາວົກ​ແນ່ນອນ. ພວກ​ເຈົ້າ​ເປັນ​ຫຼັກຖານ​ຢືນຢັນ​ວ່າ​ຂ້ອຍ​ເປັນ​ອັກຄະ​ສາວົກ​ຂອງ​ຜູ້​ເປັນ​ນາຍ.

3 ສຳລັບ​ຄົນ​ທີ່​ມັກ​ຈັບ​ຜິດ​ຂ້ອຍ ຂ້ອຍ​ຂໍ​ບອກ​ວ່າ 4 ພວກ​ເຮົາ​ມີ​ສິດ​ກິນ​ແລະ​ດື່ມ​ຫຍັງ​ກໍ​ໄດ້​ບໍ່​ແມ່ນ​ບໍ? 5 ພວກ​ເຮົາ​ມີ​ສິດ​ພາ​ເມຍ​ທີ່​ມີ​ຄວາມ​ເຊື່ອ​ໄປ​ນຳ​ບໍ່​ແມ່ນ​ບໍ?+ ຄື​ກັບ​ທີ່​ອັກຄະ​ສາວົກ​ຄົນ​ອື່ນ​ໆ​ຫຼື​ພວກ​ນ້ອງຊາຍ​ຂອງ​ຜູ້​ເປັນ​ນາຍ+​ແລະ​ເກຟາ*​ເຮັດ.+ 6 ມີ​ແຕ່​ບາຣະນາບາ+​ກັບ​ຂ້ອຍ​ເທົ່າ​ນັ້ນ​ບໍ​ທີ່​ຕ້ອງ​ເຮັດ​ວຽກ​ເພື່ອ​ຫາ​ລ້ຽງ​ໂຕເອງ? 7 ມີ​ທະຫານ​ຄົນ​ໃດ​ບໍ​ທີ່​ຕ້ອງ​ອອກ​ຄ່າ​ໃຊ້​ຈ່າຍ​ເອງ​ເພື່ອ​ໄປ​ສູ້ຮົບ? ມີ​ຜູ້​ໃດ​ແດ່​ທີ່​ເຮັດສວນ​ໝາກ​ລະແຊັງ​ແລ້ວ​ຈະ​ບໍ່​ກິນ​ໝາກ​ລະແຊັງຈາກ​ສວນ​ນັ້ນ?+ ມີ​ຜູ້​ໃດ​ບໍ​ທີ່​ລ້ຽງ​ແກະ​ແລ້ວ​ຈະ​ບໍ່​ກິນ​ນ້ຳ​ນົມ​ຂອງ​ແກະ​ໃນ​ຝູງ​ນັ້ນ?

8 ຂ້ອຍ​ບໍ່​ໄດ້​ເວົ້າ​ເລື່ອງ​ນີ້​ຕາມ​ຄວາມ​ຄິດ​ຂອງ​ມະນຸດ​ເທົ່າ​ນັ້ນ ແຕ່​ກົດໝາຍ​ຂອງ​ໂມເຊ​ກໍ​ບອກ​ເລື່ອງ​ນີ້​ໄວ້​ຄື​ກັນ​ບໍ່​ແມ່ນ​ບໍ? 9 ກົດໝາຍ​ນັ້ນ​ສັ່ງ​ໄວ້​ວ່າ: “ຢ່າ​ເອົາ​ແນວ​ສຸບ​ມາ​ສຸບ​ໃສ່​ປາກ​ງົວ​ຕອນທີ່​ມັນ​ຢຽບ​ເຂົ້າ​ຢູ່.”*+ ພະເຈົ້າ​ເປັນ​ຫ່ວງ​ງົວ​ບໍ? 10 ຫຼື​ເພິ່ນ​ສັ່ງ​ເລື່ອງ​ນັ້ນ​ໄວ້​ເພື່ອ​ພວກ​ເຮົາ? ທີ່ຈິງ​ແລ້ວ ໂມເຊ​ຂຽນ​ໄວ້​ແບບ​ນັ້ນ​ກໍ​ເພື່ອ​ພວກ​ເຮົາ ຍ້ອນ​ຄົນ​ທີ່​ໄຖ​ນາ​ແລະ​ຄົນ​ທີ່​ຟາດ​ເຂົ້າ​ກໍ​ຫວັງ​ວ່າ​ຈະ​ໄດ້​ສ່ວນ​ແບ່ງ​ຂອງ​ໂຕເອງ.

11 ໃນ​ເມື່ອ​ພວກ​ເຮົາ​ໃຫ້​ສິ່ງ​ທີ່​ມາ​ຈາກ​ພະເຈົ້າ​ກັບ​ພວກ​ເຈົ້າ ຄື​ຊິ​ບໍ່​ຜິດ​ແມ່ນ​ບໍ​ຖ້າ​ພວກ​ເຮົາ​ຊິ​ຮັບ​ສິ່ງ​ຂອງ​ທີ່​ຈຳເປັນ​ຈາກ​ພວກ​ເຈົ້າ​ແດ່?+ 12 ຖ້າ​ຄົນອື່ນ​ມີ​ສິດ​ຮັບ​ຄວາມ​ຊ່ວຍເຫຼືອ​ຈາກ​ພວກ​ເຈົ້າ ພວກ​ເຮົາ​ກໍ​ແຮ່ງ​ມີ​ສິດ​ຫຼາຍ​ກວ່າ​ນັ້ນ​ອີກ​ບໍ່​ແມ່ນ​ບໍ? ແຕ່​ພວກ​ເຮົາ​ກໍ​ບໍ່​ເຄີຍ​ໃຊ້​ສິດ​ນັ້ນ.+ ພວກ​ເຮົາ​ຍອມ​ອົດທົນ​ທຸກ​ຢ່າງ​ເພື່ອ​ພວກ​ເຮົາ​ຈະ​ບໍ່​ເຮັດ​ຫຍັງ​ທີ່​ເປັນ​ອຸປະສັກ​ຂັດຂວາງ​ຂ່າວດີ​ເລື່ອງ​ພະຄລິດ.+ 13 ພວກເຈົ້າ​ບໍ່​ຮູ້​ບໍ​ວ່າ​ຄົນ​ທີ່​ເຮັດ​ວຽກ​ສັກສິດ​ໃນ​ວິຫານ​ກໍ​ໄດ້​ກິນ​ອາຫານ​ຈາກ​ວິຫານ ແລະ​ຄົນ​ທີ່​ຮັບໃຊ້​ຢູ່​ແທ່ນບູຊາ​ກໍ​ໄດ້​ສ່ວນ​ແບ່ງ​ຈາກ​ແທ່ນ​ບູຊາ?+ 14 ຍ້ອນ​ແນວ​ນີ້ ຜູ້​ເປັນ​ນາຍ​ຈຶ່ງ​ບອກ​ໃຫ້​ຄົນ​ທີ່​ປະກາດ​ຂ່າວດີ​ລ້ຽງ​ຊີວິດ​ດ້ວຍ​ຂ່າວດີ​ນັ້ນ.+

15 ແຕ່​ຂ້ອຍ​ບໍ່​ເຄີຍ​ໃຊ້​ສິດ​ເຫຼົ່ານີ້​ເລີຍ​ແມ່ນ​ແຕ່​ຢ່າງ​ດຽວ+ ແລະ​ຂ້ອຍ​ກໍ​ບໍ່​ໄດ້​ຂຽນ​ເລື່ອງ​ນີ້​ເພື່ອ​ຈະ​ຂໍ​ຫຍັງ​ຈາກ​ພວກ​ເຈົ້າ. ຂ້ອຍ​ຍອມ​ຕາຍ​ດີ​ກວ່າ​ທີ່​ຈະ​ໃຫ້​ຜູ້​ໃດ​ມາ​ເອົາ​ຄວາມ​ພູມໃຈ​ນີ້​ໄປ​ຈາກ​ຂ້ອຍ.+ 16 ຂ້ອຍ​ປະກາດ​ຂ່າວດີ​ຢູ່​ນີ້ ຂ້ອຍ​ບໍ່​ມີ​ຫຍັງ​ຈະ​ອວດ​ໄດ້ ຍ້ອນ​ຂ້ອຍ​ຈຳເປັນ​ຕ້ອງ​ປະກາດ. ຖ້າ​ບໍ່​ປະກາດ​ຂ່າວດີ ຂ້ອຍ​ຈະ​ມີ​ໂທດ​ແທ້​ໆ​!+ 17 ຖ້າ​ຂ້ອຍ​ເຕັມໃຈ​ປະກາດ ຂ້ອຍ​ກໍ​ໄດ້​ຮັບ​ລາງວັນ ແຕ່​ເຖິງ​ຂ້ອຍ​ຈະ​ບໍ່​ເຕັມໃຈ ຂ້ອຍ​ກໍ​ຍັງ​ຕ້ອງ​ເຮັດ​ຍ້ອນ​ເປັນ​ໜ້າທີ່​ທີ່​ຂ້ອຍ​ໄດ້​ຮັບ​ມອບໝາຍ.+ 18 ແລ້ວ​ຂ້ອຍ​ໄດ້​ລາງວັນ​ຫຍັງ? ລາງວັນ​ຂອງ​ຂ້ອຍ​ແມ່ນ ການ​ໄດ້​ປະກາດ​ຂ່າວດີ​ໂດຍ​ບໍ່​ຫວັງ​ສິ່ງ​ຕອບແທນ ເພື່ອ​ຂ້ອຍ​ຈະ​ບໍ່​ໃຊ້​ອຳນາດ​ແບບ​ຜິດ​ໆ​ໃນ​ການ​ປະກາດ​ຂ່າວດີ.

19 ເຖິງ​ວ່າ​ຂ້ອຍ​ຈະ​ບໍ່​ແມ່ນ​ທາດ​ຂອງ​ຜູ້​ໃດ ແຕ່​ຂ້ອຍ​ກໍ​ຍອມ​ເປັນ​ທາດ​ຂອງ​ທຸກ​ຄົນ​ເພື່ອ​ຈະ​ໄດ້​ຄົນ​ເຂົ້າ​ມາ​ໃຫ້​ຫຼາຍ​ທີ່ສຸດ. 20 ເມື່ອ​ເຈິ​ຄົນ​ຢິວ ຂ້ອຍ​ກໍ​ເປັນ​ຄື​ກັບ​ຄົນ​ຢິວ​ເພື່ອ​ຈະ​ໄດ້​ຄົນ​ຢິວ​ເຂົ້າ​ມາ.+ ເມື່ອ​ເຈິ​ຄົນ​ທີ່​ຢູ່ໃຕ້​ກົດໝາຍ​ຂອງ​ໂມເຊ ຂ້ອຍ​ກໍ​ເປັນ​ຄື​ກັບ​ຄົນ​ທີ່​ຢູ່​ໃຕ້​ກົດໝາຍ​ນັ້ນ ທັງ​ໆ​ທີ່​ຂ້ອຍ​ບໍ່​ຢູ່​ໃຕ້​ກົດໝາຍ​ນັ້ນ. ຂ້ອຍ​ເຮັດ​ແບບ​ນັ້ນ​ເພື່ອ​ຈະ​ໄດ້​ຄົນ​ທີ່​ຢູ່​ໃຕ້​ກົດໝາຍ​ຂອງ​ໂມເຊ​ເຂົ້າ​ມາ.+ 21 ເມື່ອ​ເຈິ​ຄົນ​ທີ່​ບໍ່​ຢູ່​ໃຕ້​ກົດໝາຍ​ຂອງ​ໂມເຊ ຂ້ອຍ​ກໍ​ເປັນ​ຄື​ກັບ​ຄົນ​ທີ່​ບໍ່​ຢູ່​ໃຕ້​ກົດໝາຍ​ນັ້ນ​ຄື​ກັນ. ແຕ່​ຂ້ອຍ​ເຮັດ​ຕາມ​ກົດໝາຍ​ຂອງ​ພະເຈົ້າ​ແລະ​ຢູ່​ໃຕ້​ກົດໝາຍ​ຂອງ​ພະຄລິດ.+ ຂ້ອຍ​ເຮັດ​ແບບ​ນັ້ນ​ເພື່ອ​ຈະ​ໄດ້​ຄົນ​ທີ່​ບໍ່​ນັບຖື​ກົດໝາຍ​ຂອງ​ໂມເຊ​ເຂົ້າ​ມາ. 22 ເມື່ອ​ເຈິ​ຄົນ​ທີ່​ມີ​ຄວາມເຊື່ອ​ບໍ່​ເຂັ້ມແຂງ ຂ້ອຍ​ກໍ​ເປັນ​ຄື​ກັບ​ຄົນ​ທີ່​ມີ​ຄວາມເຊື່ອ​ບໍ່​ເຂັ້ມແຂງ​ເພື່ອ​ຈະ​ໄດ້​ຄົນ​ທີ່​ມີ​ຄວາມ​ເຊື່ອ​ບໍ່​ເຂັ້ມແຂງ​ເຂົ້າ​ມາ.+ ຂ້ອຍ​ຍອມ​ປັບ​ໂຕ​ເປັນ​ຄົນ​ທຸກ​ປະເພດ​ເພື່ອ​ຈະ​ຊ່ວຍ​ບາງຄົນ​ໃຫ້​ລອດ​ໄດ້ ບໍ່​ວ່າ​ຈະ​ດ້ວຍ​ວິທີ​ໃດ​ກໍ​ຕາມ. 23 ຂ້ອຍ​ເຮັດ​ທຸກ​ຢ່າງ​ເພື່ອ​ຂ່າວດີ ເພື່ອ​ຂ້ອຍ​ຈະ​ໄດ້​ປະກາດ​ຂ່າວດີ​ກັບ​ຄົນ​ອື່ນ​ໆ​.+

24 ພວກ​ເຈົ້າ​ບໍ່​ຮູ້​ບໍ​ວ່າ​ນັກ​ແລ່ນ​ທຸກ​ຄົນ​ແລ່ນ​ໃນ​ການ​ແຂ່ງ​ຂັນ ແຕ່​ມີ​ແຕ່​ຄົນ​ດຽວ​ເທົ່າ​ນັ້ນ​ທີ່​ໄດ້​ລາງວັນ? ໃຫ້​ພວກ​ເຈົ້າ​ແລ່ນ​ເພື່ອ​ຈະ​ເອົາ​ລາງວັນ​ໃຫ້​ໄດ້.+ 25 ນັກ​ກິລາ​ທຸກ​ຄົນ​ຕ້ອງ​ຄວບຄຸມ​ໂຕເອງ​ໃນ​ທຸກ​ໆ​ເລື່ອງ. ເຂົາເຈົ້າ​ເຮັດ​ແບບ​ນັ້ນ​ກໍ​ເພື່ອ​ຈະ​ໄດ້​ມົງກຸດ​ໃບ​ໄມ້​ທີ່​ຈະ​ເປື່ອຍ​ຖິ້ມ​ໄປ​ຊື່​ໆ​+ ແຕ່​ພວກ​ເຮົາ​ຈະ​ໄດ້​ມົງກຸດ​ທີ່​ບໍ່​ມີ​ມື້​ເປື່ອຍ​ຖິ້ມ​ເລີຍ.+ 26 ຍ້ອນ​ແນວ​ນີ້ ການ​ທີ່​ຂ້ອຍ​ກຳລັງ​ແລ່ນ​ຢູ່ ຂ້ອຍ​ບໍ່​ໄດ້​ແລ່ນ​ແບບ​ບໍ່​ມີ​ຈຸດ​ໝາຍ+ ແລະ​ການ​ທີ່​ຂ້ອຍ​ຊົກ​ຢູ່ ຂ້ອຍ​ບໍ່​ໄດ້​ຊົກ​ລົມ. 27 ແຕ່​ຂ້ອຍ​ຝຶກ​ຝົນ*​ຮ່າງກາຍ​ຢ່າງ​ໜັກ+​ຈົນ​ຄວບຄຸມ​ໄດ້​ຄື​ກັບ​ຄວບຄຸມ​ທາດ ຍ້ອນ​ວ່າ​ຖ້າ​ຂ້ອຍ​ປະກາດ​ຂ່າວດີ​ກັບ​ຄົນ​ອື່ນ​ແລ້ວ​ໆ​ ພະເຈົ້າ​ຈະ​ບໍ່​ປະຕິເສດ​ຂ້ອຍ.*

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌