ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • 2 ໂກຣິນໂທ 1
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມ 2 ໂກຣິນໂທ

      • ຄຳ​ທັກທາຍ (1, 2)

      • ພະເຈົ້າ​ໃຫ້​ກຳລັງ​ໃຈ​ເມື່ອ​ເຈິ​ຄວາມ​ຍາກ​ລຳບາກ (3-11)

      • ໂປໂລ​ປ່ຽນ​ແຜນການ​ເດີນ​ທາງ (12-24)

2 ໂກຣິນໂທ 1:1

ໄຂເງື່ອນ

  • *

    ໃນ​ພາສາ​ກຣີກ​ຄຳ​ນີ້​ແປ​ວ່າ “ຜູ້​ທີ່​ຖືກ​ສົ່ງ​ອອກ​ໄປ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 16:1, 2; ຟລປ 2:19, 20
  • +1ທຊ 1:8

2 ໂກຣິນໂທ 1:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຮ 20:17
  • +ອພຍ 34:6; ພສ 86:5; ມກ 7:18
  • +ອຊຢ 51:3; ຣມ 15:5

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຊີວິດແລະວຽກຮັບໃຊ້—ຄູ່ມືປະຊຸມ

    4/2019, ໜ້າ 7

    ຫໍສັງເກດການ (ສຶກສາ)

    7/2017, ໜ້າ 10, 14

2 ໂກຣິນໂທ 1:4

ໄຂເງື່ອນ

  • *

    ຫຼື “ການ​ທົດສອບ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 23:4; 2ກຣ 7:6
  • +ອຟຊ 6:21, 22; 1ທຊ 4:18
  • +ຣມ 15:4; 2ທຊ 2:16, 17

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຊີວິດແລະວຽກຮັບໃຊ້—ຄູ່ມືປະຊຸມ

    4/2019, ໜ້າ 7

2 ໂກຣິນໂທ 1:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກຣ 4:11-13; ກລຊ 1:24

2 ໂກຣິນໂທ 1:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຣມ 8:18; 2ຕມ 2:11, 12

2 ໂກຣິນໂທ 1:8

ໄຂເງື່ອນ

  • *

    ແຂວງ​ໜຶ່ງ​ຂອງ​ຈັກກະວັດ​ໂຣມ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 20:18, 19
  • +1ກຣ 15:32

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ປະກາດຖີ່ຖ້ວນ ໜ້າ 163

2 ໂກຣິນໂທ 1:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກຣ 12:10

2 ໂກຣິນໂທ 1:10

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 34:7, 19; 2ຕມ 4:18; 2ປຕ 2:9

2 ໂກຣິນໂທ 1:11

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຟລປ 1:19; ຟລມ 22
  • +ກຈກ 12:5; ຣມ 15:30-32

2 ໂກຣິນໂທ 1:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກຣ 2:4, 5

2 ໂກຣິນໂທ 1:13

ໄຂເງື່ອນ

  • *

    ຫຼື​ອາດ​ແປ​ວ່າ “ສິ່ງ​ທີ່​ພວກ​ເຮົາ​ຂຽນ​ຫາ​ພວກ​ເຈົ້າ​ນັ້ນ​ພວກ​ເຈົ້າ​ຮູ້​ດີ​ຢູ່​ແລ້ວ”

2 ໂກຣິນໂທ 1:15

ໄຂເງື່ອນ

  • *

    ຫຼື​ອາດ​ແປ​ວ່າ “ເພື່ອ​ພວກ​ເຈົ້າ​ຈະ​ໄດ້​ຮັບ​ປະໂຫຍດ 2 ເທື່ອ”

2 ໂກຣິນໂທ 1:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກຣ 16:5, 6

2 ໂກຣິນໂທ 1:19

ໄຂເງື່ອນ

  • *

    ນີ້​ແມ່ນ​ອີກ​ຊື່​ໜຶ່ງ​ຂອງ​ຊີລາ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ກຈກ 18:5

2 ໂກຣິນໂທ 1:20

ໄຂເງື່ອນ

  • *

    ຫຼື “ຂໍ​ໃຫ້​ເປັນ​ແນວ​ນັ້ນ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຣມ 15:8
  • +ພນມ 3:14

2 ໂກຣິນໂທ 1:21

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຢຮ 2:20, 27

2 ໂກຣິນໂທ 1:22

ໄຂເງື່ອນ

  • *

    ຫຼື “ວາງ​ມັດ​ຈຳ; ຄ້ຳ​ປະກັນ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຟຊ 4:30
  • +ຣມ 8:23; 2ກຣ 5:5; ອຟຊ 1:13, 14

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    1/2016, ໜ້າ 15-16

2 ໂກຣິນໂທ 1:24

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຮຣ 13:17; 1ປຕ 5:2, 3

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ

    15/1/2013

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

2ກຣ. 1:1ກຈກ 16:1, 2; ຟລປ 2:19, 20
2ກຣ. 1:11ທຊ 1:8
2ກຣ. 1:3ຢຮ 20:17
2ກຣ. 1:3ອພຍ 34:6; ພສ 86:5; ມກ 7:18
2ກຣ. 1:3ອຊຢ 51:3; ຣມ 15:5
2ກຣ. 1:4ພສ 23:4; 2ກຣ 7:6
2ກຣ. 1:4ອຟຊ 6:21, 22; 1ທຊ 4:18
2ກຣ. 1:4ຣມ 15:4; 2ທຊ 2:16, 17
2ກຣ. 1:51ກຣ 4:11-13; ກລຊ 1:24
2ກຣ. 1:7ຣມ 8:18; 2ຕມ 2:11, 12
2ກຣ. 1:8ກຈກ 20:18, 19
2ກຣ. 1:81ກຣ 15:32
2ກຣ. 1:92ກຣ 12:10
2ກຣ. 1:10ພສ 34:7, 19; 2ຕມ 4:18; 2ປຕ 2:9
2ກຣ. 1:11ຟລປ 1:19; ຟລມ 22
2ກຣ. 1:11ກຈກ 12:5; ຣມ 15:30-32
2ກຣ. 1:121ກຣ 2:4, 5
2ກຣ. 1:161ກຣ 16:5, 6
2ກຣ. 1:19ກຈກ 18:5
2ກຣ. 1:20ຣມ 15:8
2ກຣ. 1:20ພນມ 3:14
2ກຣ. 1:211ຢຮ 2:20, 27
2ກຣ. 1:22ອຟຊ 4:30
2ກຣ. 1:22ຣມ 8:23; 2ກຣ 5:5; ອຟຊ 1:13, 14
2ກຣ. 1:24ຮຣ 13:17; 1ປຕ 5:2, 3
  • ຄຳພີໄບເບິນສະບັບແປໂລກໃໝ່
  • ອ່ານໃນ ພະຄຳພີຄລິດສະຕຽນພາກພາສາກຣີກ
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
ຄຳພີໄບເບິນສະບັບແປໂລກໃໝ່
2 ໂກຣິນໂທ 1:1-24

ຈົດໝາຍສະບັບທີສອງເຖິງຄລິດສະຕຽນໃນເມືອງໂກຣິນໂທ

1 ຂ້ອຍ​ໂປໂລ​ເປັນ​ອັກຄະ​ສາວົກ*​ຂອງ​ພະຄລິດ​ເຢຊູ​ຕາມ​ທີ່​ພະເຈົ້າ​ຕ້ອງ​ການ​ກັບ​ຕີໂມທຽວ+​ພີ່ນ້ອງ​ຂອງ​ພວກ​ເຮົາ​ຂຽນ​ຫາ​ປະຊາຄົມ​ຂອງ​ພະເຈົ້າ​ໃນ​ເມືອງ​ໂກຣິນໂທ​ແລະ​ຜູ້​ບໍລິສຸດ​ທຸກ​ຄົນ​ທີ່​ຢູ່​ແຂວງ​ອະຂາຢາ.+

2 ຂໍ​ໃຫ້​ພວກ​ເຈົ້າ​ໄດ້​ຮັບ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ແລະ​ສັນຕິສຸກ​ຈາກ​ພະເຈົ້າ​ຜູ້​ເປັນ​ພໍ່​ຂອງ​ພວກ​ເຮົາ​ແລະ​ຈາກ​ພະ​ເຢຊູ​ຄລິດຜູ້​ເປັນ​ນາຍ.

3 ຂໍ​ໃຫ້​ພະເຈົ້າ​ຜູ້​ເປັນ​ພໍ່​ຂອງ​ພະ​ເຢຊູ​ຄລິດ​ນາຍ​ຂອງ​ພວກ​ເຮົາ​ໄດ້​ຮັບ​ການ​ຍ້ອງຍໍ​ສັນລະເສີນ.+ ເພິ່ນ​ເປັນ​ພໍ່​ທີ່​ມີ​ຄວາມ​ເມດຕາ+​ແລະ​ເປັນ​ພະເຈົ້າ​ທີ່​ໃຫ້​ກຳລັງ​ໃຈ​ໃນ​ທຸກ​ສະຖານະການ.+ 4 ພະເຈົ້າ​ໃຫ້​ກຳລັງ​ໃຈ​ພວກ​ເຮົາ​ທຸກ​ເທື່ອ​ທີ່ເຈິ​ຄວາມ​ຍາກ​ລຳບາກ.*+ ຍ້ອນ​ພວກ​ເຮົາ​ໄດ້​ຮັບ​ກຳລັງ​ໃຈ​ຈາກ​ພະເຈົ້າ ພວກ​ເຮົາ​ຈຶ່ງ​ຮູ້​ວິທີ​ໃຫ້​ກຳລັງ​ໃຈ​ຄົນ​ອື່ນ+​ທີ່​ເຈິ​ຄວາມ​ຍາກ​ລຳບາກ​ທຸກ​ຮູບແບບ.+ 5 ພວກ​ເຮົາ​ທົນທຸກ​ມາ​ຫຼາຍ​ເພື່ອ​ພະຄລິດ+ ແຕ່​ພວກ​ເຮົາ​ກໍ​ໄດ້​ຮັບ​ກຳລັງ​ໃຈ​ຫຼາຍ​ຄື​ກັນ​ຜ່ານ​ທາງ​ພະຄລິດ. 6 ການ​ທີ່​ພວກ​ເຮົາ​ເຈິ​ຄວາມ​ຍາກ​ລຳບາກ​ເຮັດ​ໃຫ້​ພວກ​ເຈົ້າ​ໄດ້​ຮັບ​ກຳລັງ​ໃຈ​ແລະ​ຄວາມ​ລອດ. ເມື່ອ​ພວກ​ເຮົາ​ໄດ້​ຮັບ​ກຳລັງ​ໃຈ ພວກ​ເຈົ້າ​ກໍ​ໄດ້​ຮັບ​ກຳລັງ​ໃຈ​ຄື​ກັນ. ກຳລັງ​ໃຈ​ນີ້​ຈະ​ຊ່ວຍ​ພວກ​ເຈົ້າ​ໃຫ້​ອົດທົນ​ກັບ​ຄວາມ​ທຸກ​ລຳບາກ​ແບບ​ດຽວ​ກັບທີ່​ພວກ​ເຮົາ​ເຈິ. 7 ພວກ​ເຮົາ​ໝັ້ນໃຈ​ໃນ​ພວກ​ເຈົ້າ​ສະເໝີ ພວກ​ເຮົາ​ຮູ້​ວ່າ​ພວກ​ເຈົ້າ​ຕ້ອງ​ທົນທຸກ​ຄື​ກັບ​ພວກ​ເຮົາ ແລະ​ພວກ​ເຈົ້າ​ກໍ​ໄດ້​ຮັບ​ກຳລັງ​ໃຈ​ຄື​ກັບ​ພວກ​ເຮົາ.+

8 ພີ່ນ້ອງ​ເອີ້ຍ ພວກ​ເຮົາ​ຢາກ​ໃຫ້​ພວກ​ເຈົ້າ​ຮູ້​ເລື່ອງ​ຄວາມ​ຍາກ​ລຳບາກທີ່​ພວກ​ເຮົາ​ເຈິໃນ​ແຂວງ​ອາຊີ.*+ ພວກ​ເຮົາ​ຖືກກົດ​ດັນຢ່າງ​ໜັກ​ເກີນ​ກຳລັງ​ທີ່​ພວກ​ເຮົາ​ຈະ​ອົດ​ທົນ​ໄດ້ ຈົນ​ຄິດ​ວ່າ​ຈະ​ຕາຍ​ແທ້​ໆ​.+ 9 ທີ່ຈິງ ພວກ​ເຮົາຮູ້ສຶກ​ຄື​ກັບ​ວ່າ​ຖືກ​ຕັດສິນ​ປະຫານ​ຊີວິດ​ແລ້ວ. ເຫດການ​ນັ້ນ​ສອນ​ພວກ​ເຮົາ​ໃຫ້​ວາງໃຈ​ໃນ​ພະເຈົ້າ+​ຜູ້​ປຸກ​ຄົນ​ຕາຍ​ໃຫ້​ຟື້ນ​ຄືນ​ມາ ບໍ່​ແມ່ນ​ວາງໃຈ​ໃນ​ໂຕເອງ. 10 ພະເຈົ້າ​ໄດ້​ຊ່ວຍ​ພວກ​ເຮົາ​ໃຫ້​ລອດ​ຕາຍ​ມາ​ແລ້ວ ແລະ​ເພິ່ນ​ຈະ​ຊ່ວຍ​ພວກ​ເຮົາ​ອີກ. ພວກ​ເຮົາ​ໝັ້ນໃຈ​ວ່າ​ເພິ່ນ​ຈະ​ຊ່ວຍ​ພວກ​ເຮົາ​ຕໍ່​ໄປ.+ 11 ພວກ​ເຈົ້າ​ກໍ​ຊ່ວຍ​ພວກ​ເຮົາ​ໄດ້​ໂດຍ​ອະທິດຖານ​ເພື່ອ​ພວກ​ເຮົາ.+ ຍ້ອນ​ວ່າ​ຖ້າ​ມີ​ຫຼາຍ​ຄົນ​ຂໍ​ເພື່ອ​ພວກ​ເຮົາ ພະເຈົ້າ​ຈະ​ຟັງ​ແລະ​ຊ່ວຍ​ພວກ​ເຮົາ. ຍ້ອນ​ແນວ​ນີ້ ຫຼາຍ​ຄົນ​ຈະ​ຂອບໃຈ​ພະເຈົ້າ.+

12 ເລື່ອງ​ໜຶ່ງ​ທີ່​ພວກ​ເຮົາອວດໄດ້​ແມ່ນ ໃຈ​ຮູ້​ຜິດ​ຮູ້​ຖືກ​ບອກ​ພວກ​ເຮົາ​ວ່າ​ເມື່ອ​ຢູ່​ກັບ​ຄົນ​ໃນ​ໂລກ​ແລະ​ໂດຍ​ສະເພາະ​ເມື່ອ​ຢູ່​ກັບ​ພວກ​ເຈົ້າ ພວກ​ເຮົາ​ປະພຶດ​ໂຕແບບ​ບໍລິສຸດ​ສະອາດ​ແລະ​ດ້ວຍ​ຄວາມ​ຈິງໃຈ​ຕາມ​ທີ່​ພະເຈົ້າ​ສອນ. ພວກ​ເຮົາບໍ່​ໄດ້​ເພິ່ງ​ສະຕິ​ປັນຍາ​ຂອງ​ມະນຸດ+ ແຕ່​ເພິ່ງ​ຄວາມ​ກະລຸນາ​ທີ່​ຍິ່ງໃຫຍ່​ຂອງ​ພະເຈົ້າ. 13 ສິ່ງ​ທີ່​ພວກ​ເຮົາ​ຂຽນ​ເຖິງ​ພວກ​ເຈົ້າ​ນັ້ນ​ພວກ​ເຈົ້າ​ອ່ານ*​ແລະ​ເຂົ້າໃຈ​ໄດ້​ບໍ່​ຍາກ ແລະ​ຂ້ອຍ​ຫວັງ​ວ່າ​ພວກ​ເຈົ້າ​ຈະ​ເຂົ້າໃຈ​ແຈ້ງ​ຂຶ້ນ​ເລື້ອຍ​ໆ​. 14 ພວກ​ເຈົ້າ​ບາງ​ຄົນ​ກໍ​ເຂົ້າໃຈ​ແລ້ວ​ວ່າ ພວກ​ເຈົ້າ​ອວດ​ເລື່ອງ​ຂອງ​ພວກ​ເຮົາ​ໄດ້ ຄື​ກັບ​ທີ່​ພວກ​ເຮົາ​ຈະ​ອວດ​ເລື່ອງ​ຂອງ​ພວກ​ເຈົ້າ​ໄດ້​ຄື​ກັນ​ໃນ​ວັນ​ຂອງ​ພະ​ເຢຊູ​ຜູ້​ເປັນ​ນາຍ​ຂອງ​ພວກ​ເຮົາ.

15 ດ້ວຍ​ຄວາມ​ໝັ້ນໃຈ​ໃນ​ເລື່ອງ​ນີ້ ຂ້ອຍ​ເຄີຍ​ຕັ້ງໃຈ​ໄວ້​ວ່າ​ຈະ​ແວ່​ໄປ​ຫາ​ພວກ​ເຈົ້າ​ກ່ອນ ເພື່ອ​ພວກ​ເຈົ້າ​ຈະ​ໄດ້​ດີໃຈ​ເປັນ​ເທື່ອ​ທີ 2.* 16 ຕອນ​ນັ້ນ ຂ້ອຍ​ຄິດ​ວ່າ​ຈະ​ແວ່​ໄປ​ຫາ​ພວກ​ເຈົ້າ​ຕອນ​ໄປ​ແຂວງ​ມາເກໂດເນຍ ແລະ​ຕອນ​ກັບ​ຈາກ​ແຂວງ​ມາເກໂດເນຍ​ຂ້ອຍ​ຈະ​ແວ່​ໄປ​ຫາ​ພວກ​ເຈົ້າ​ອີກ ພວກ​ເຈົ້າ​ຈະ​ໄດ້​ໄປ​ສົ່ງ​ຂ້ອຍ​ໄລຍະ​ໜຶ່ງ​ຕອນ​ທີ່​ຈະ​ໄປ​ແຂວງ​ຢູດາຍ.+ 17 ເມື່ອ​ຂ້ອຍ​ບອກ​ວ່າ​ຊິ​ເຮັດ​ແບບ​ນັ້ນ ຂ້ອຍ​ບໍ່​ໄດ້​ຖື​ວ່າ​ເປັນ​ເລື່ອງ​ຫຼິ້ນ​ໆ​. ຂ້ອຍ​ບໍ່​ຄື​ຄົນ​ທົ່ວໄປ​ທີ່​ມັກ​ເຮັດ​ຕາມ​ໃຈ​ໂຕເອງ. ຂ້ອຍ​ຊິ​ບໍ່​ສັນຍາ​ວ່າ​ຊິ​ເຮັດ​ບາງ​ຢ່າງ ແລ້ວ​ຕໍ່​ມາ​ກໍ​ບໍ່​ເຮັດ. 18 ພວກ​ເຈົ້າ​ໄວ້ໃຈ​ຄຳເວົ້າ​ຂອງ​ພວກ​ເຮົາ​ໄດ້​ຄື​ກັບ​ທີ່​ໄວ້ໃຈ​ພະເຈົ້າ. ພວກ​ເຮົາ​ຊິ​ບໍ່​ເວົ້າ​ວ່າ​ຊິ​ເຮັດ ແລ້ວ​ນຳຫຼັງ​ກໍ​ເວົ້າ​ວ່າ​ບໍ່​ເຮັດ. 19 ພະ​ເຢຊູ​ຄລິດ​ລູກ​ຂອງ​ພະເຈົ້າ​ເຊິ່ງ​ຂ້ອຍ​ກັບ​ຊີລາວານ*​ແລະ​ຕີໂມທຽວ+​ປະກາດ​ເລື່ອງ​ຂອງ​ເພິ່ນ​ໃຫ້​ພວກ​ເຈົ້າ​ຟັງ ເພິ່ນ​ບໍ່​ໄດ້​ເວົ້າ​ວ່າ​ຊິ​ເຮັດ​ບາງ​ຢ່າງ ແລ້ວ​ກໍ​ປ່ຽນ​ໃຈ​ແລະ​ເວົ້າ​ວ່າ​ຊິ​ບໍ່​ເຮັດ ແຕ່​ເພິ່ນ​ເຮັດ​ຕາມ​ທີ່​ເພິ່ນ​ເວົ້າ​ສະເໝີ. 20 ພະ​ເຢຊູ​ເຮັດ​ໃຫ້​ຄຳ​ສັນຍາ​ຂອງ​ພະເຈົ້າ​ທຸກ​ເລື່ອງ​ເກີດ​ຂຶ້ນ​ແທ້.+ ຍ້ອນ​ແນວ​ນັ້ນ ພວກ​ເຮົາ​ຈຶ່ງ​ເວົ້າ​ວ່າ “ອາແມນ”* ເມື່ອ​ອະທິດຖານ​ເຖິງ​ພະເຈົ້າ​ໃນ​ນາມ​ຂອງ​ພະ​ເຢຊູ+​ເຊິ່ງ​ເຮັດ​ໃຫ້​ພະເຈົ້າ​ໄດ້​ຮັບ​ການ​ຍົກຍ້ອງ. 21 ພະເຈົ້າ​ເປັນ​ຜູ້​ຮັບຮອງ​ວ່າ​ພວກ​ເຮົາ​ກັບ​ພວກ​ເຈົ້າ​ເປັນ​ຄົນ​ຂອງ​ພະຄລິດ ແລະ​ເພິ່ນ​ເປັນ​ຜູ້​ທີ່​ເລືອກ​ພວກ​ເຮົາ​ທຸກ​ຄົນ.+ 22 ເພິ່ນ​ຈ້ຳກາ​ໃສ່​ພວກ​ເຮົາ+ ແລະ​ເພິ່ນ​ເອົາ​ພະລັງ​ຂອງ​ເພິ່ນ+​ໃສ່​ໃນ​ຫົວໃຈ​ພວກ​ເຮົາ​ເພື່ອ​ຮັບຮອງ*​ວ່າ​ພວກ​ເຮົາ​ຈະ​ໄດ້​ລາງວັນ.

23 ພະເຈົ້າ​ຮູ້​ດີ​ວ່າ​ຂ້ອຍ​ຍັງ​ບໍ່​ໄດ້​ໄປ​ເມືອງ​ໂກຣິນໂທ​ກໍ​ຍ້ອນ​ຂ້ອຍ​ບໍ່​ຢາກ​ໃຫ້​ພວກ​ເຈົ້າ​ເສຍໃຈ​ຫຼາຍ​ກວ່າ​ນີ້. 24 ພວກ​ເຮົາ​ບໍ່​ແມ່ນ​ນາຍ​ທີ່​ຈະ​ຄວບຄຸມ​ຄວາມ​ເຊື່ອ​ຂອງ​ພວກ​ເຈົ້າ+ ແຕ່​ເປັນ​ໝູ່​ເຮັດວຽກ​ນຳ​ກັນ​ທີ່​ຢາກ​ໃຫ້​ພວກ​ເຈົ້າ​ມີ​ຄວາມ​ສຸກ. ພວກ​ເຈົ້າ​ໝັ້ນຄົງ​ຢູ່​ໄດ້​ກໍ​ຍ້ອນ​ຄວາມ​ເຊື່ອ​ຂອງ​ພວກ​ເຈົ້າ​ເອງ.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌