ອົບພະຍົບ
38 ລາວເຮັດແທ່ນເຜົາເຄື່ອງບູຊາດ້ວຍໄມ້ອະຄາເຊຍເປັນຮູບຊົງສີ່ລ່ຽມ ຍາວ 5 ສອກ* ກວ້າງ 5 ສອກ ແລະສູງ 3 ສອກ.*+ 2 ລາວເຮັດເຂົາ 4 ອັນຢູ່ແຕ່ລະແຈຂອງແທ່ນ. ເຂົາ 4 ອັນນັ້ນເຮັດຢູ່ໄມ້ດຽວກັນກັບແທ່ນ ແລ້ວລາວກໍເອົາທອງແດງມາໂອບແທ່ນນັ້ນ.+ 3 ຈາກນັ້ນ ລາວເຮັດເຄື່ອງໃຊ້ສຳລັບແທ່ນບູຊາຄື: ຖັງໃສ່ຂີ້ເທົ່າ* ຊວ້ານ ຖ້ວຍ ສ້ອມໃຫຍ່ທີ່ມີສາມງ່າມ ແລະຖາດສຳລັບໃສ່ຖ່ານທີ່ຮ້ອນໆ. ເຄື່ອງໃຊ້ທຸກອັນເຮັດດ້ວຍທອງແດງ. 4 ລາວເຮັດຕານ່າງທອງແດງສຳລັບແທ່ນບູຊາ. ຕານ່າງນີ້ຕິດຢູ່ລຸ່ມຂອງຂອບທີ່ຢູ່ເຄິ່ງກາງຂອງແທ່ນບູຊາ. 5 ລາວເຮັດບ້ວງ 4 ບ້ວງໃສ່ 4 ແຈຂອງແທ່ນທີ່ຢູ່ໃກ້ຕານ່າງທອງແດງ. ບ້ວງເຫຼົ່ານີ້ໃຊ້ສຳລັບສອດໄມ້ຫາມແທ່ນ. 6 ຈາກນັ້ນ ລາວກໍເຮັດໄມ້ຫາມ 2 ອັນຈາກໄມ້ອະຄາເຊຍແລະໂອບດ້ວຍທອງແດງ. 7 ລາວສອດໄມ້ຫາມໃສ່ບ້ວງທັງສອງຂ້າງຂອງແທ່ນບູຊາເພື່ອໃຊ້ຫາມແທ່ນ. ລາວເອົາໄມ້ແປ້ນມາເຮັດແທ່ນບູຊາໃຫ້ເປັນຮູບຊົງສີ່ລ່ຽມທີ່ມີທາງກາງໂລ່ງ.
8 ລາວເອົາທອງແດງມາເຮັດອ່າງ+ກັບຂາຕັ້ງຂອງອ່າງ. ທອງແດງເຫຼົ່ານັ້ນລາວໄດ້ມາຈາກແວ່ນ*ຂອງພວກຜູ້ຍິງທີ່ຖືກມອບໝາຍໃຫ້ເຮັດວຽກຢູ່ທາງເຂົ້າເຕັ້ນສັກສິດ.*
9 ລາວກັ້ນຂອບເຂດເພື່ອເຮັດເດີ່ນ.+ ຢູ່ທາງທິດໃຕ້ຂອງເດີ່ນ ລາວເອົາຜ້າທີ່ເຮັດດ້ວຍເສັ້ນປ່ານຢ່າງດີທີ່ຝັ້ນເຂົ້າກັນມາເຮັດເປັນຜ້າກັ້ນ. ຜ້ານັ້ນຍາວ 100 ສອກ.*+ 10 ລາວເອົາທອງແດງມາເຮັດເສົາ 20 ຕົ້ນ ກັບຖານຮອງຕີນເສົາ 20 ອັນ ແລະເອົາເງິນມາເຮັດຂໍເກາະກັບບ້ວງຂອງເສົາ. 11 ທາງທິດເໜືອ ລາວເຮັດຜ້າທີ່ໃຊ້ເພື່ອກັ້ນ ຍາວ 100 ສອກ.* ລາວເອົາທອງແດງມາເຮັດເສົາ 20 ຕົ້ນ ກັບຖານຮອງຕີນເສົາ 20 ອັນ ແລະເອົາເງິນມາເຮັດຂໍເກາະກັບບ້ວງຂອງເສົາ. 12 ແຕ່ທາງທິດຕາເວັນຕົກມີຜ້າທີ່ໃຊ້ເພື່ອກັ້ນ ຍາວ 50 ສອກ* ມີເສົາ 10 ຕົ້ນ ແລະຖານຮອງຕີນເສົາ 10 ອັນ ແລະຂໍເກາະກັບບ້ວງຂອງເສົາເຮັດຈາກເງິນ. 13 ທາງທິດຕາເວັນອອກຂອງເດີ່ນກວ້າງ 50 ສອກ.* 14 ຢູ່ເບື້ອງຂວາຂອງທາງເຂົ້າເດີ່ນມີຜ້າທີ່ໃຊ້ເພື່ອກັ້ນ ຍາວ 15 ສອກ* ແລະເສົາ 3 ຕົ້ນ ກັບຖານຮອງຕີນເສົາ 3 ອັນ 15 ແລະຢູ່ເບື້ອງຊ້າຍຂອງທາງເຂົ້າເດີ່ນມີຜ້າທີ່ໃຊ້ເພື່ອກັ້ນ ຍາວ 15 ສອກ* ແລະເສົາ 3 ຕົ້ນ ກັບຖານຮອງຕີນເສົາ 3 ອັນ. 16 ຜ້າກັ້ນທັງໝົດທີ່ໃຊ້ອ້ອມເດີ່ນເຮັດຈາກເສັ້ນປ່ານຢ່າງດີທີ່ຝັ້ນເຂົ້າກັນແລ້ວ. 17 ຖານຮອງຕີນເສົາເຮັດດ້ວຍທອງແດງ ຂໍເກາະກັບບ້ວງຂອງເສົາເຮັດດ້ວຍເງິນ ແລະຫົວຂອງເສົາກໍໂອບດ້ວຍເງິນ ແລະເສົາທຸກຕົ້ນທີ່ຢູ່ອ້ອມເດີ່ນເຕັ້ນສັກສິດຈະມີເຊືອກຍຶດທີ່ເຮັດດ້ວຍເງິນ.+
18 ຢູ່ທາງເຂົ້າເດີ່ນຂອງເຕັ້ນຈະມີຜ້າກັ້ງທີ່ຕ່ຳຈາກດ້າຍສີຟ້າ ດ້າຍຂົນແກະທີ່ຍ້ອມສີມ່ວງ ດ້າຍ*ສີແດງສົດ ແລະເສັ້ນປ່ານຢ່າງດີທີ່ຝັ້ນເຂົ້າກັນແລ້ວ. ຜ້າກັ້ງນັ້ນຍາວ 20 ສອກ* ແລະສູງ 5 ສອກ* ເຊິ່ງສູງສ່ຳກັບຜ້າທີ່ໃຊ້ເພື່ອກັ້ນເດີ່ນ.+ 19 ມີເສົາ 4 ຕົ້ນກັບຖານຮອງຕີນເສົາ 4 ອັນທີ່ເຮັດຈາກທອງແດງ. ມີຂໍເກາະກັບບ້ວງຂອງເສົາທີ່ເຮັດຈາກເງິນ ແລະຫົວຂອງເສົາກໍໂອບດ້ວຍເງິນ. 20 ຫຼິ້ມ*ທີ່ໃຊ້ຍຶດເຕັ້ນສັກສິດແລະຫຼິ້ມທີ່ໃຊ້ຍຶດຜ້າກັ້ນເດີ່ນທັງໝົດເຮັດດ້ວຍທອງແດງ.+
21 ຕໍ່ໄປນີ້ແມ່ນລາຍການເຄື່ອງກໍ່ສ້າງທີ່ໃຊ້ສຳລັບສ້າງເຕັ້ນສັກສິດ ເຊິ່ງເປັນບ່ອນມ້ຽນຫີບສັນຍາ*+ຕາມທີ່ໂມເຊສັ່ງໃຫ້ຄົນເລວີ+ເຮັດລາຍການ. ຜູ້ທີ່ເບິ່ງແຍງເລື່ອງນີ້ແມ່ນອີທາມາ+ລູກຊາຍຂອງປະໂລຫິດອາໂຣນ. 22 ເບຊາເລນ+ຈາກຕະກູນຢູດາທີ່ເປັນລູກຊາຍຂອງອູຣີແລະເປັນຫຼານຂອງຮູເຣໄດ້ເຮັດທຸກຢ່າງຕາມທີ່ພະເຢໂຫວາສັ່ງໂມເຊ. 23 ຜູ້ທີ່ຊ່ວຍລາວແມ່ນໂອໂຮລຽບ+ທີ່ເປັນຄົນຕະກູນດານແລະເປັນລູກຊາຍຂອງອາຮີສະມັກ. ລາວເປັນຄົນເຮັດວຽກດ້ານສີໄມ້ລາຍມືເກັ່ງ. ລາວເປັນຄົນຖັກແສ່ວແລະຕ່ຳຜ້າດ້ວຍດ້າຍສີຟ້າ ດ້າຍຂົນແກະທີ່ຍ້ອມສີມ່ວງ ດ້າຍສີແດງສົດ ແລະເສັ້ນປ່ານຢ່າງດີ.
24 ຄຳທັງໝົດທີ່ເອົາມາໃຊ້ໃນວຽກທຸກຢ່າງສຳລັບບ່ອນບໍລິສຸດເປັນຄຳທີ່ໄດ້ມາຈາກເຄື່ອງບູຊາຊູໄປມາ.+ ຄຳທັງໝົດນັ້ນໜັກ 29 ຕະລັນ* ກັບ 730 ເຊເກນ* ຕາມມາດຕະຖານຂອງເຊເກນທີ່ໃຊ້ໃນບ່ອນບໍລິສຸດ.* 25 ເງິນທີ່ໄດ້ຈາກພວກຜູ້ຊາຍອິດສະຣາເອນທີ່ມາລົງທະບຽນໜັກ 100 ຕະລັນ* ກັບ 1.775 ເຊເກນ* ຕາມມາດຕະຖານຂອງເຊເກນທີ່ໃຊ້ໃນບ່ອນບໍລິສຸດ. 26 ຜູ້ຊາຍທຸກຄົນທີ່ມາລົງທະບຽນຈະໃຫ້ເງິນຄົນລະເຄິ່ງເຊເກນ* ຕາມມາດຕະຖານຂອງເຊເກນທີ່ໃຊ້ໃນບ່ອນບໍລິສຸດ. ຄົນທີ່ມາລົງທະບຽນເຊິ່ງມີອາຍຸຕັ້ງແຕ່ 20 ປີຂຶ້ນໄປ+ ລວມທັງໝົດມີ 603.550 ຄົນ.+
27 ລາວໃຊ້ເງິນ 100 ຕະລັນ*ເຮັດຖານຮອງບ່ອນບໍລິສຸດ ແລະຖານຮອງຕີນເສົາສຳລັບຜ້າກັ້ງ. ຖານຮອງ 100 ອັນເທົ່າກັບ 100 ຕະລັນ ຕົກເປັນຖານລະ 1 ຕະລັນ.*+ 28 ລາວເອົາເງິນໜັກ 1.775 ເຊເກນ*ມາເຮັດຂໍເກາະຂອງເສົາແລະໂອບຫົວເສົາ ແລ້ວເຮັດໃຫ້ມັນຕິດກັນ.
29 ທອງແດງທີ່ໄດ້ຈາກເຄື່ອງບູຊາຊູໄປມາໜັກ 70 ຕະລັນ* ກັບ 2.400 ເຊເກນ.* 30 ລາວເອົາທອງແດງມາເຮັດຖານຮອງຕີນເສົາທາງເຂົ້າເຕັ້ນສັກສິດ ແທ່ນບູຊາທອງແດງ ຕານ່າງ ເຄື່ອງໃຊ້ທຸກຢ່າງທີ່ໃຊ້ກັບແທ່ນນັ້ນ 31 ຖານຮອງຕີນເສົາອ້ອມເດີ່ນ ຖານຮອງຕີນເສົາທາງເຂົ້າເຕັ້ນສັກສິດ ຫຼິ້ມທີ່ໃຊ້ຍຶດເຕັ້ນສັກສິດ ແລະຫຼິ້ມ+ທີ່ໃຊ້ຍຶດຜ້າກັ້ນເດີ່ນຂອງເຕັ້ນ.