ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ປະຖົມມະການ 2
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈ​ຄວາມ​ສຳຄັນຂອງປຶ້ມປະຖົມມະການ

      • ພະເຈົ້າ​ຢຸດ​ພັກ​ໃນ​ມື້​ທີ 7 (1-3)

      • ພະເຢໂຫວາ​ພະເຈົ້າ​ຜູ້​ສ້າງ​ຟ້າ​ກັບ​ໂລກ (4)

      • ຜູ້​ຊາຍ​ແລະ​ຜູ້​ຍິງ​ຢູ່​ໃນ​ສວນ​ເອເດັນ (5-25)

        • ພະເຈົ້າ​ສ້າງ​ຄົນ​ຈາກ​ຂີ້​ດິນ (7)

        • ຕົ້ນ​ໄມ້​ທີ່​ໃຫ້​ຮູ້​ຄວາມ​ດີ​ຄວາມ​ຊົ່ວ​ທີ່​ພະເຈົ້າ​ຫ້າມ​ບໍ່​ໃຫ້​ກິນ (15-17)

        • ການ​ສ້າງ​ຜູ້​ຍິງ (18-25)

ປະຖົມມະການ 2:1

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ນຮຢ 9:6; ພສ 146:6

ປະຖົມມະການ 2:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 31:17; ຮຣ 4:4

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ໃກ້ຊິດ ໜ້າ 56

ປະຖົມມະການ 2:3

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    11/2023, ໜ້າ 5

ປະຖົມມະການ 2:4

ໄຂເງື່ອນ

  • *

    ນີ້​ເປັນ​ເທື່ອ​ທຳອິດ​ທີ່​ມີ​ຊື່​ຂອງ​ພະເຈົ້າ. ໃນ​ພາສາ​ເຮັບເຣີ​ແມ່ນ יהוה (ຢຫວຫ). ເບິ່ງ​ພາກ​ຜະໜວກ ກ4.

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊຢ 45:18

ປະຖົມມະການ 2:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 3:19; ພສ 103:14; ປຍຈ 3:20
  • +ປຖກ 7:22; ອຊຢ 42:5; ກຈກ 17:25
  • +1ກຣ 15:45, 47

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຄວາມຮູ້ ໜ້າ 81

    ຊີວິດຕະຫຼອດໄປ ໜ້າ 72-73

ປະຖົມມະການ 2:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 2:15; 3:23
  • +ປຖກ 1:26

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    12/2018, ໜ້າ 3-4

ປະຖົມມະການ 2:9

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 3:22, 24; ພນມ 2:7
  • +ປຖກ 2:17

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ສະບັບແປໂລກໃໝ່ ໜ້າ 2395

ປະຖົມມະການ 2:13

ໄຂເງື່ອນ

  • *

    ຫຼື “ເອທິໂອເປຍ”

ປະຖົມມະການ 2:14

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ດນອ 10:4
  • +ປຖກ 10:8, 11
  • +ປຖກ 15:18; ພບຍ 11:24

ປະຖົມມະການ 2:15

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 1:28; 2:8; ພສ 115:16

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    3/2023, ໜ້າ 16

ປະຖົມມະການ 2:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 2:8, 9; 3:2

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຖາມ-ຕອບ​ເລື່ອງ​ຄຳພີ​ໄບເບິນ ບົດຄວາມ 160

    ນະມັດສະການ ໜ້າ 42-43

    ອີ່ມໃຈພໍໃຈ ໜ້າ 22

    ຄວາມຮູ້ ໜ້າ 56-57

ປະຖົມມະການ 2:17

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 3:19; ພສ 146:4; ປຍຈ 9:5, 10; ອຊກ 18:4; ຣມ 5:12; 1ກຣ 15:22

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຖາມ-ຕອບ​ເລື່ອງ​ຄຳພີ​ໄບເບິນ ບົດຄວາມ 160

    ຫໍສັງເກດການ (ສຶກສາ)

    4/2018, ໜ້າ 5

    ນະມັດສະການ ໜ້າ 42-43, 61-62

    ອີ່ມໃຈພໍໃຈ ໜ້າ 22

    ຄວາມຮູ້ ໜ້າ 56-58

ປະຖົມມະການ 2:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກຣ 11:8, 9; 1ຕມ 2:13

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    12/2023, ໜ້າ 23

    ຄອບຄົວ ໜ້າ 34

    ຊີວິດຕະຫຼອດໄປ ໜ້າ 239

ປະຖົມມະການ 2:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 1:26

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    3/2023, ໜ້າ 16

    ຫໍສັງເກດການ (ສຶກສາ)

    1/2016, ໜ້າ 28

ປະຖົມມະການ 2:22

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມຣກ 10:9; 1ຕມ 2:13

ປະຖົມມະການ 2:23

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ກຣ 11:8

ປະຖົມມະການ 2:24

ໄຂເງື່ອນ

  • *

    ຫຼື “ເປັນ​ຄື​ກັບ​ຄົນ​ໆ​ດຽວ​ກັນ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ມລກ 2:16; ມທ 19:5; ມຣກ 10:7, 8; ຣມ 7:2; 1ກຣ 6:16; ອຟຊ 5:31; ຮຣ 13:4

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ! ບົດທີ 42

    ຫໍສັງເກດການ (ສຶກສາ)

    6/2017, ໜ້າ 4

    ຫໍສັງເກດການ (ສຶກສາ)

    8/2016, ໜ້າ 3-4

ປະຖົມມະການ 2:25

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 3:7

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ປຖກ. 2:1ນຮຢ 9:6; ພສ 146:6
ປຖກ. 2:2ອພຍ 31:17; ຮຣ 4:4
ປຖກ. 2:4ອຊຢ 45:18
ປຖກ. 2:7ປຖກ 3:19; ພສ 103:14; ປຍຈ 3:20
ປຖກ. 2:7ປຖກ 7:22; ອຊຢ 42:5; ກຈກ 17:25
ປຖກ. 2:71ກຣ 15:45, 47
ປຖກ. 2:8ປຖກ 2:15; 3:23
ປຖກ. 2:8ປຖກ 1:26
ປຖກ. 2:9ປຖກ 3:22, 24; ພນມ 2:7
ປຖກ. 2:9ປຖກ 2:17
ປຖກ. 2:14ດນອ 10:4
ປຖກ. 2:14ປຖກ 10:8, 11
ປຖກ. 2:14ປຖກ 15:18; ພບຍ 11:24
ປຖກ. 2:15ປຖກ 1:28; 2:8; ພສ 115:16
ປຖກ. 2:16ປຖກ 2:8, 9; 3:2
ປຖກ. 2:17ປຖກ 3:19; ພສ 146:4; ປຍຈ 9:5, 10; ອຊກ 18:4; ຣມ 5:12; 1ກຣ 15:22
ປຖກ. 2:181ກຣ 11:8, 9; 1ຕມ 2:13
ປຖກ. 2:19ປຖກ 1:26
ປຖກ. 2:22ມຣກ 10:9; 1ຕມ 2:13
ປຖກ. 2:231ກຣ 11:8
ປຖກ. 2:24ມລກ 2:16; ມທ 19:5; ມຣກ 10:7, 8; ຣມ 7:2; 1ກຣ 6:16; ອຟຊ 5:31; ຮຣ 13:4
ປຖກ. 2:25ປຖກ 3:7
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
ຄຳພີໄບເບິນສະບັບແປໂລກໃໝ່
ປະຖົມມະການ 2:1-25

ປະຖົມມະການ

2 ຕອນ​ນີ້ ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ພະເຈົ້າ​ສ້າງ​ທີ່​ຢູ່​ເທິງ​ຟ້າ ແລະ​ທີ່​ຢູ່​ໃນ​ໂລກ​ກໍແລ້ວ​ໝົດ​ແລ້ວ.+ 2 ເມື່ອ​ມາ​ຮອດ​ມື້​ທີ 7 ພະເຈົ້າ​ກໍ​ເຮັດ​ວຽກ​ຂອງ​ເພິ່ນ​ແລ້ວ​ໝົດ​ແລ້ວ ແລະ​ມື້​ນັ້ນ​ເພິ່ນ​ໄດ້​ເລີ່ມ​ຢຸດ​ພັກ​ຈາກ​ວຽກ​ທັງ​ໝົດ​ຂອງ​ເພິ່ນ.+ 3 ພະເຈົ້າ​ໄດ້​ອວຍພອນ​ໃຫ້​ມື້​ທີ 7 ນັ້ນ ແລະ​ໄດ້​ກັນ​ມື້​ນັ້ນ​ໄວ້​ເພື່ອຈຸດ​ປະສົງພິເສດ​ຂອງ​ເພິ່ນ ຍ້ອນ​ເພິ່ນ​ເລີ່ມ​ຢຸດ​ພັກ​ຈາກ​ວຽກ​ທັງ​ໝົດ ເພາະ​ທຸກ​ຢ່າງ​ໄດ້​ເປັນ​ໄປ​ຕາມ​ທີ່​ເພິ່ນ​ຕ້ອງການ​ແລ້ວ.

4 ທັງ​ໝົດ​ນີ້​ແມ່ນ​ເລື່ອງ​ກ່ຽວ​ກັບ​ຕອນ​ທີ່​ພະ​ເຢໂຫວາ*ໄດ້​ສ້າງ​ຟ້າ​ກັບ​ໂລກ.+

5 ຕອນ​ນັ້ນ​ຍັງ​ບໍ່​ມີ​ພືດ​ຜັກ​ເກີດຂຶ້ນ​ເທິງ​ໜ້າ​ດິນ​ເທື່ອ ຍ້ອນ​ວ່າ​ພະ​ເຢໂຫວາ​ຍັງ​ບໍ່​ທັນ​ໄດ້​ໃຫ້​ມີ​ຝົນ​ຕົກ​ໃສ່​ດິນ ແລະ​ຍັງ​ບໍ່​ມີ​ຄົນ​ເຮັດ​ໄຮ່​ເຮັດ​ສວນ. 6 ແຕ່​ມີ​ອາຍນ້ຳ​ຂຶ້ນ​ມາ​ຈາກ​ໜ້າ​ດິນ​ເຮັດ​ໃຫ້​ດິນ​ຊຸ່ມ.

7 ແລ້ວ​ພະ​ເຢໂຫວາ​ພະເຈົ້າ​ໄດ້ສ້າງ​ຄົນ​ຈາກ​ຂີ້​ດິນ+ ແລະ​ເປົ່າ​ລົມ​ໃສ່​ຮູດັງເຮັດ​ໃຫ້​ລາວ​ມີ​ຊີວິດ+ ຄົນ​ນັ້ນ​ຈຶ່ງ​ມີ​ຊີວິດ.+ 8 ພະ​ເຢໂຫວາ​ພະເຈົ້າ​ໄດ້​ສ້າງ​ສວນໜຶ່ງຊື່​ເອເດັນ+ໄວ້​ທາງ​ທິດ​ຕາເວັນ​ອອກ ແລະ​ໃຫ້​ມະນຸດຢູ່​ຫັ້ນ.+ 9 ພະ​ເຢໂຫວາ​ພະເຈົ້າ​ເຮັດ​ໃຫ້​ມີ​ຕົ້ນ​ໄມ້​ທຸກ​ຊະນິດ​ທີ່​ສວຍ​ງາມ​ແລະ​ມີ​ໝາກ​ເປັນ​ຕາ​ກິນ ລວມ​ທັງ​ຕົ້ນ​ໄມ້​ທີ່​ໃຫ້​ຊີວິດ+​ທີ່​ຢູ່​ກາງ​ສວນ ແລະ​ຕົ້ນ​ໄມ້​ທີ່​ໃຫ້​ຮູ້​ຄວາມ​ດີ​ຄວາມ​ຊົ່ວ.+

10 ມີ​ແມ່ນ້ຳ​ທີ່​ໄຫຼ​ອອກ​ມາ​ຈາກ​ສວນ​ເອເດັນ​ເພື່ອ​ເຮັດ​ໃຫ້​ສວນ​ນັ້ນ​ຊຸ່ມ. ແມ່ນ້ຳ​ນັ້ນ​ແບ່ງ​ອອກ​ເປັນ 4 ສາຍ. 11 ແມ່ນ້ຳ​ສາຍ​ທຳ​ອິດ​ຊື່​ປີໂຊນ. ແມ່ນ້ຳ​ນີ້​ໄຫຼ​ອ້ອມ​ຮາວິລາ​ເຊິ່ງ​ເປັນ​ບ່ອນ​ທີ່​ມີ​ຄຳ​ຫຼາຍ. 12 ຄຳ​ຢູ່​ບ່ອນ​ນັ້ນດີ​ຫຼາຍ ຍັງ​ມີ​ຢາງ​ໄມ້​ຫອມ​ແລະຫີນ​ໂອນິກນຳອີກ. 13 ແມ່ນ້ຳ​ສາຍ​ທີ 2 ຊື່​ກີໂຮນ. ແມ່ນ້ຳ​ນີ້​ໄຫຼ​ອ້ອມ​ກູເຊ.* 14 ແມ່ນ້ຳ​ສາຍ​ທີ 3 ຊື່​ຕິກຣິດ.+ ແມ່ນ້ຳ​ນີ້​ໄຫຼ​ໄປ​ທາງ​ທິດ​ຕາເວັນ​ອອກ​ຂອງ​ອັດ​ຊີເຣຍ.+ ແມ່ນ້ຳ​ສາຍ​ທີ 4 ຊື່​ເອິຟາຣາດ.+

15 ພະ​ເຢໂຫວາ​ພະເຈົ້າ​ໃຫ້​ຜູ້​ຊາຍ​ຄົນ​ນັ້ນ​ຢູ່​ໃນ​ສວນ​ເອເດັນ. ເພິ່ນ​ໃຫ້​ລາວ​ເບິ່ງ​ແຍງ​ແລະ​ຂະຫຍາຍ​ສວນ​ນັ້ນ.+ 16 ພະ​ເຢໂຫວາ​ພະເຈົ້າ​ບອກ​ຜູ້​ຊາຍ​ຄົນ​ນັ້ນ​ວ່າ: “ເຈົ້າ​ກິນ​ໝາກ​ໄມ້​ທຸກ​ຊະນິດ​ໃນ​ສວນໄດ້​ຢ່າງ​ເຕັມທີ​ໂລດ.+ 17 ແຕ່​ຫ້າມ​ເຈົ້າ​ກິນ​ໝາກ​ໄມ້​ທີ່​ໃຫ້​ຮູ້​ຄວາມ​ດີ​ຄວາມ​ຊົ່ວ​ນັ້ນ ຖ້າ​ເຈົ້າ​ກິນ​ມື້​ໃດ​ເຈົ້າ​ກໍ​ຈະ​ຕາຍ​ມື້​ນັ້ນ.”+

18 ຈາກ​ນັ້ນ ພະ​ເຢໂຫວາ​ພະເຈົ້າ​ບອກ​ວ່າ: “ຖ້າ​ຈະ​ໃຫ້​ຜູ້​ຊາຍ​ຄົນ​ນັ້ນ​ຢູ່​ຜູ້​ດຽວ​ມັນ​ກໍ​ບໍ່​ດີ ເຮົາ​ຈະ​ສ້າງ​ຜູ້​ຊ່ວຍ​ເພື່ອ​ໃຫ້​ເປັນ​ຄູ່​ຂອງ​ລາວ.”+ 19 ພະ​ເຢໂຫວາ​ພະເຈົ້າ​ໄດ້​ພາ​ສັດ​ທີ່​ເພິ່ນ​ສ້າງ​ຈາກ​ຂີ້​ດິນ ທັງ​ສັດ​ປ່າ​ແລະ​ສັດ​ທີ່​ບິນ​ໄດ້​ທຸກ​ຊະນິດ​ມາ​ຫາ​ມະນຸດ ເພື່ອ​ເບິ່ງ​ວ່າ​ລາວ​ຈະ​ເອີ້ນ​ສັດ​ເຫຼົ່ານັ້ນ​ແນວ​ໃດ. ບໍ່​ວ່າ​ລາວ​ຈະ​ເອີ້ນ​ພວກ​ມັນ​ແນວ​ໃດ ພວກ​ມັນ​ກໍ​ມີ​ຊື່​ຕາມ​ນັ້ນ.+ 20 ຜູ້​ຊາຍ​ຄົນ​ນັ້ນ​ໄດ້​ຕັ້ງ​ຊື່​ໃຫ້​ສັດ​ທັງ​ໝົດ ທັງ​ສັດ​ບ້ານ ສັດ​ປ່າ ແລະ​ສັດ​ທີ່​ບິນ​ໄດ້​ທຸກ​ຊະນິດ​ຢູ່​ເທິງ​ຟ້າ. ແຕ່​ລາວ​ຍັງ​ບໍ່​ທັນ​ມີ​ຜູ້​ຊ່ວຍ​ທີ່​ຈະ​ມາ​ເປັນ​ຄູ່​ຂອງ​ລາວ​ເທື່ອ. 21 ພະ​ເຢໂຫວາ​ພະເຈົ້າ​ເລີຍ​ເຮັດ​ໃຫ້​ຜູ້​ຊາຍ​ຄົນ​ນັ້ນ​ນອນ​ຫຼັບ​ແບບ​ບໍ່​ຮູ້ສຶກ​ໂຕ. ໃນ​ຕອນ​ທີ່​ລາວ​ນອນ​ຫຼັບ​ຢູ່ ເພິ່ນ​ໄດ້​ເອົາ​ກະດູກ​ຂ້າງ​ອັນ​ໜຶ່ງ​ຂອງ​ລາວອອກ ແລະ​ເຮັດ​ໃຫ້​ໜັງ​ຈອດ​ຕິດ​ກັນ​ຄື​ເກົ່າ. 22 ພະ​ເຢໂຫວາ​ພະເຈົ້າ​ເອົາ​ກະດູກ​ຂ້າງ​ຂອງ​ຜູ້​ຊາຍ​ຄົນ​ນັ້ນ​ສ້າງ​ເປັນ​ຜູ້​ຍິງ ແລະເອົາຜູ້​ຍິງ​ຄົນ​ນັ້ນໃຫ້​ລາວ.+

23 ຜູ້​ຊາຍ​ຄົນ​ນັ້ນ​ເລີຍ​ເວົ້າ​ວ່າ:

“ກະດູກ​ຂອງ​ລາວ​ກໍ​ມາ​ຈາກ​ກະດູກ​ຂອງ​ຂ້ອຍ​ຕົ໋ວ​ນິ

ແລະ​ເນື້ອ​ໜັງ​ຂອງ​ລາວ​ກໍ​ແມ່ນ​ເນື້ອ​ໜັງ​ຂອງ​ຂ້ອຍ​ຕົ໋ວ​ນິ.

ຄັນ​ຊັ້ນ ຂ້ອຍ​ຊິ​ເອີ້ນ​ລາວ​ວ່າ​ຜູ້​ຍິງ

ເພາະ​ວ່າ​ລາວ​ຖືກ​ສ້າງ​ຈາກ​ຜູ້​ຊາຍ.”+

24 ດັ່ງນັ້ນ ຜູ້​ຊາຍ​ຈະ​ຈາກ​ພໍ່​ແມ່​ໄປ​ຜູກ​ພັນ​ໃກ້​ຊິດ​ກັບ​ເມຍ ແລະ​ເຂົາເຈົ້າ​ກໍ​ຈະ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ.*+ 25 ຜູ້​ຊາຍ​ຄົນ​ນັ້ນ​ກັບ​ເມຍ​ປະ​ເປືອຍ​ຢູ່+ ແຕ່​ກໍ​ບໍ່​ອາຍ​ເລີຍ.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌