ຂ່າວດີທີ່ຂຽນໂດຍມັດທາຍ
10 ພະເຢຊູເອີ້ນລູກສິດ 12 ຄົນມາແລະໃຫ້ອຳນາດເຂົາເຈົ້າ+ ເພື່ອໄລ່ພວກປີສາດແລະປົວຄົນທີ່ເຈັບປ່ວຍກັບຄົນທີ່ເປັນພະຍາດຕ່າງໆ.
2 ອັກຄະສາວົກ* 12 ຄົນມີ:+ ຊີໂມນຫຼືທີ່ຄົນເອີ້ນວ່າເປໂຕ+ກັບອັນເດອາ+ ສອງຄົນນີ້ເປັນອ້າຍນ້ອງກັນ ແລະຢາໂກໂບກັບໂຢຮັນ ສອງຄົນນີ້ເປັນລູກຊາຍຂອງເຊເບດາຍ+ 3 ແລ້ວກໍມີຟີລິບ ບາຣະໂທໂລມາຍ+ ໂທມາ+ ມັດທາຍ+ທີ່ເປັນຄົນເກັບພາສີ ຢາໂກໂບລູກຊາຍຂອງອາລະຟາຍ ທາດາຍ 4 ຊີໂມນຄົນກະຕືລືລົ້ນ ແລະຢູດາອິສະກາຣີອົດທີ່ຕໍ່ມາໄດ້ທໍລະຍົດພະເຢຊູ.+
5 ພະເຢຊູສົ່ງ 12 ຄົນນີ້ອອກໄປແລະສັ່ງເຂົາເຈົ້າວ່າ:+ “ຢ່າໄປຫາຄົນຕ່າງຊາດ ແລະຢ່າເຂົ້າໄປໃນເມືອງຂອງຄົນຊາມາເຣຍ+ 6 ແຕ່ໃຫ້ໄປຫາຄົນອິດສະຣາເອນທີ່ເປັນຄືກັບແກະທີ່ຫຼົງທາງ.+ 7 ເມື່ອໄປປະກາດໃຫ້ເວົ້າວ່າ ‘ການປົກຄອງຂອງພະເຈົ້າໃກ້ຈະມາແລ້ວ.’+ 8 ໃຫ້ປົວຄົນເຈັບປ່ວຍໃຫ້ເຊົາ+ ປຸກຄົນຕາຍໃຫ້ຟື້ນ ປົວຄົນທີ່ເປັນຂີ້ທູດໃຫ້ເຊົາ ແລະໄລ່ພວກປີສາດອອກ. ພວກເຈົ້າໄດ້ມາລ້າໆ ກໍເອົາໃຫ້ຄົນອື່ນລ້າໆ. 9 ບໍ່ຕ້ອງເອົາເງິນເອົາຄຳ ຫຼືທອງແດງຕິດໂຕໄປນຳ*+ 10 ຫຼືຖົງໃສ່ຂອງກິນ ຫຼືເສື້ອອີກໂຕໜຶ່ງ ຫຼືເກີບອີກຄູ່ໜຶ່ງ ຫຼືໄມ້ຄ້ອນເທົ້າອີກອັນໜຶ່ງ+ ຍ້ອນຄົນທີ່ເຮັດວຽກສົມຄວນໄດ້ຂອງກິນ.+
11 ເມື່ອເຂົ້າໄປໃນບ້ານໃດເມືອງໃດ ໃຫ້ໄປຊອກຫາຄົນທີ່ຢາກຟັງພວກເຈົ້າ ແລ້ວພັກຢູ່ຫັ້ນຈົນກວ່າຈະໄປ.+ 12 ເມື່ອພວກເຈົ້າເຂົ້າໄປເຮືອນຫຼັງໃດ ໃຫ້ທັກທາຍ*ຄົນໃນເຮືອນນັ້ນ. 13 ຖ້າເຂົາເຈົ້າຕ້ອນຮັບພວກເຈົ້າ ຂໍໃຫ້ຄວາມສະຫງົບສຸກຢູ່ນຳເຂົາເຈົ້າ+ ແຕ່ຖ້າເຂົາເຈົ້າບໍ່ຕ້ອນຮັບພວກເຈົ້າ ຂໍໃຫ້ຄວາມສະຫງົບສຸກນັ້ນຍັງຢູ່ນຳພວກເຈົ້າ. 14 ຖ້າຜູ້ໃດບໍ່ຕ້ອນຮັບພວກເຈົ້າຫຼືບໍ່ຟັງພວກເຈົ້າ ໃຫ້ສັ່ນຂີ້ຝຸ່ນອອກຈາກຕີນຕອນທີ່ອອກຈາກເຮືອນຫຼັງນັ້ນຫຼືເມືອງນັ້ນ.*+ 15 ຂ້ອຍຈະບອກໃຫ້ຮູ້ວ່າ ໃນມື້ທີ່ພະເຈົ້າຕັດສິນ ເມືອງນັ້ນຈະຖືກໂທດໜັກກວ່າເມືອງໂຊໂດມກັບເມືອງໂກໂມຣາອີກ.+
16 ໃຫ້ຈື່ໄວ້ວ່າ ເມື່ອຂ້ອຍໃຊ້ພວກເຈົ້າໄປ ພວກເຈົ້າຈະເປັນຄືກັບແກະໃນຝູງໝາປ່າ. ດັ່ງນັ້ນ ພວກເຈົ້າຕ້ອງລະວັງໂຕຄືກັບງູ ແຕ່ກໍຕ້ອງບໍ່ມີພິດບໍ່ມີໄພຄືກັບນົກເຂົາ.+ 17 ລະວັງໃຫ້ດີ ຍ້ອນຈະມີຄົນຈັບພວກເຈົ້າໄປຂຶ້ນສານ+ ແລະຈະເອົາແສ້ທີ່ມີແນວແຫຼມໆຕິດຢູ່ຟາດພວກເຈົ້າ+ໃນບ່ອນປະຊຸມຂອງເຂົາເຈົ້າ.+ 18 ພວກເຈົ້າຈະຖືກພາໄປຢູ່ຕໍ່ໜ້າເຈົ້າແຂວງແລະກະສັດ+ຍ້ອນພວກເຈົ້າເປັນລູກສິດຂອງຂ້ອຍ. ແລ້ວພວກເຈົ້າຈະໄດ້ບອກເຂົາເຈົ້າແລະຄົນຕ່າງຊາດກ່ຽວກັບຄວາມເຊື່ອຂອງພວກເຈົ້າ.+ 19 ຕອນທີ່ເຂົາເຈົ້າຈັບພວກເຈົ້າໄປ ບໍ່ຕ້ອງອຸກໃຈວ່າຈະເວົ້າຫຍັງຫຼືຈະເວົ້າແນວໃດ ເພາະຕອນນັ້ນພວກເຈົ້າຈະຮູ້ວ່າຕ້ອງເວົ້າຫຍັງ.+ 20 ທີ່ຈິງແລ້ວ ບໍ່ແມ່ນພວກເຈົ້າເອງເທົ່ານັ້ນທີ່ເວົ້າ ແຕ່ພະລັງຈາກພະເຈົ້າພໍ່ຂອງພວກເຈົ້າຈະຊ່ວຍພວກເຈົ້າໃຫ້ຮູ້ວ່າຄວນເວົ້າຫຍັງ.+ 21 ນອກຈາກນັ້ນ ອ້າຍຈະເຮັດໃຫ້ນ້ອງຖືກຂ້າ ແລະນ້ອງກໍຈະເຮັດຕໍ່ອ້າຍແບບດຽວກັນ. ພໍ່ຈະເຮັດໃຫ້ລູກຖືກຂ້າ ແລະລູກຈະຕໍ່ຕ້ານພໍ່ແມ່ແລະຈະເຮັດໃຫ້ພໍ່ແມ່ຖືກຂ້າ.+ 22 ທຸກຄົນຈະຊັງພວກເຈົ້າຍ້ອນພວກເຈົ້າເປັນລູກສິດຂອງຂ້ອຍ.+ ແຕ່ຜູ້ໃດທີ່ອົດທົນຈົນເຖິງທີ່ສຸດຜູ້ນັ້ນຈະລອດ.+ 23 ຖ້າມີຄົນຂົ່ມເຫງພວກເຈົ້າໃນເມືອງໜຶ່ງ ກໍໃຫ້ໜີໄປອີກເມືອງໜຶ່ງ.+ ຂ້ອຍຈະບອກໃຫ້ຮູ້ວ່າ ຕອນທີ່ລູກມະນຸດມາຮອດ ພວກເຈົ້າຈະປະກາດບໍ່ທັນຄົບທຸກເມືອງຂອງອິດສະຣາເອນຊ້ຳ.
24 ນັກຮຽນຈະຖືກປະຕິບັດດີກວ່າອາຈານບໍ່ໄດ້ ແລະທາດຈະຖືກປະຕິບັດດີກວ່ານາຍກໍບໍ່ໄດ້.+ 25 ຖ້ານັກຮຽນໄດ້ສ່ຳກັບທີ່ອາຈານໄດ້ ແລະທາດໄດ້ສ່ຳກັບທີ່ນາຍໄດ້ ລາວກໍໜ້າຈະພໍໃຈແລ້ວ.+ ຖ້າມີຄົນເອີ້ນເຈົ້າຂອງເຮືອນວ່າເບເອນເຊບູນ*+ ເຂົາເຈົ້າກໍແຮ່ງຈະເອີ້ນຄົນໃນເຮືອນດ້ວຍຊື່ທີ່ຊົ່ວກວ່ານັ້ນອີກບໍ່ແມ່ນບໍ? 26 ດັ່ງນັ້ນ ບໍ່ຕ້ອງຢ້ານເຂົາເຈົ້າ ຍ້ອນທຸກສິ່ງທີ່ຖືກປົກປິດໄວ້ຈະຖືກເປີດອອກ ແລະຄວາມລັບທຸກເລື່ອງຈະຖືກເປີດເຜີຍ.+ 27 ເລື່ອງທີ່ຂ້ອຍບອກພວກເຈົ້າໃນບ່ອນມືດ ໃຫ້ພວກເຈົ້າເວົ້າໃນບ່ອນແຈ້ງ ແລະເລື່ອງທີ່ພວກເຈົ້າໄດ້ຍິນຂ້ອຍຊິ່ມ ໃຫ້ປ່າວປະກາດຈາກດາດຟ້າ.+ 28 ຢ່າຢ້ານຄົນທີ່ຂ້າພວກເຈົ້າໄດ້ແຕ່ໂຕ ແຕ່ບໍ່ສາມາດເອົາຊີວິດທີ່ພວກເຈົ້າຈະໄດ້ໃນອະນາຄົດໄປໄດ້+ ແຕ່ໃຫ້ຢ້ານພະເຈົ້າຜູ້ທີ່ສາມາດທຳລາຍພວກເຈົ້າຕະຫຼອດໄປໃນເກເຮັນນາ.*+ 29 ນົກກະຈອກ 2 ໂຕເຂົາເຈົ້າຂາຍບໍ່ຈັກກີບ* ແຕ່ບໍ່ມີຈັກໂຕຈະຕົກລົງດິນໂດຍທີ່ພະເຈົ້າພໍ່ຂອງພວກເຈົ້າບໍ່ຮູ້ຈັກ.+ 30 ຂະໜາດຜົມຂອງພວກເຈົ້າເພິ່ນກໍນັບໄວ້ແລ້ວທຸກເສັ້ນ. 31 ດັ່ງນັ້ນ ບໍ່ຕ້ອງຢ້ານ ຍ້ອນພວກເຈົ້າມີຄ່າຫຼາຍກວ່ານົກກະຈອກຫຼາຍໂຕລວມກັນ.+
32 ຖ້າຜູ້ໃດຍອມຮັບວ່າລາວເປັນລູກສິດຂອງຂ້ອຍຕໍ່ໜ້າຄົນອື່ນ+ ຂ້ອຍກໍຈະຍອມຮັບວ່າລາວເປັນລູກສິດຂ້ອຍຕໍ່ໜ້າພໍ່ຂອງຂ້ອຍທີ່ຢູ່ໃນສະຫວັນ.+ 33 ແຕ່ຖ້າຜູ້ໃດປະຕິເສດຂ້ອຍຕໍ່ໜ້າຄົນອື່ນ ຂ້ອຍກໍຈະປະຕິເສດລາວຕໍ່ໜ້າພໍ່ຂອງຂ້ອຍທີ່ຢູ່ໃນສະຫວັນ.+ 34 ຢ່າຄິດວ່າຂ້ອຍມາເພື່ອເຮັດໃຫ້ໂລກສະຫງົບສຸກ. ຂ້ອຍບໍ່ໄດ້ມາເຮັດໃຫ້ເກີດຄວາມສະຫງົບສຸກ ແຕ່ມາເພື່ອເຮັດໃຫ້ເກີດຄວາມແຕກແຍກ.*+ 35 ຂ້ອຍມາເຮັດໃຫ້ເກີດຄວາມແຕກແຍກລະຫວ່າງລູກຊາຍກັບພໍ່ ລູກສາວກັບແມ່ ແລະລູກໃພ້ກັບແມ່ຍ່າ.+ 36 ທີ່ຈິງ ຄົນໃນຄອບຄົວດຽວກັນຈະເປັນສັດຕູກັນ. 37 ຄົນທີ່ຮັກພໍ່ແມ່ຫຼາຍກວ່າຂ້ອຍກໍບໍ່ເໝາະສົມທີ່ຈະເປັນລູກສິດຂອງຂ້ອຍ ແລະຄົນທີ່ຮັກລູກຫຼາຍກວ່າຂ້ອຍກໍບໍ່ເໝາະສົມຄືກັນ.+ 38 ຄົນທີ່ບໍ່ຍອມແບກເສົາທໍລະມານ*ຂອງໂຕເອງແລະຕິດຕາມຂ້ອຍກໍບໍ່ເໝາະສົມທີ່ຈະເປັນລູກສິດຂອງຂ້ອຍ.+ 39 ຄົນທີ່ພະຍາຍາມເອົາໂຕລອດຈະເສຍຊີວິດ ແຕ່ຄົນທີ່ສະລະຊີວິດເພື່ອຂ້ອຍ ຜູ້ນັ້ນຈະໄດ້ຊີວິດ.+
40 ຄົນທີ່ຕ້ອນຮັບພວກເຈົ້າກໍຕ້ອນຮັບຂ້ອຍ ແລະຄົນທີ່ຕ້ອນຮັບຂ້ອຍກໍຕ້ອນຮັບຜູ້ທີ່ໃຊ້ຂ້ອຍມາ.+ 41 ຄົນທີ່ຕ້ອນຮັບຜູ້ໃດຜູ້ໜຶ່ງຍ້ອນລາວເປັນຜູ້ພະຍາກອນກໍຈະໄດ້ຮັບລາງວັນຄືກັບທີ່ຜູ້ພະຍາກອນໄດ້ຮັບ+ ແລະຄົນທີ່ຕ້ອນຮັບຜູ້ໃດຜູ້ໜຶ່ງຍ້ອນລາວເປັນຄົນຂອງພະເຈົ້າ*ກໍຈະໄດ້ຮັບລາງວັນຄືກັບທີ່ຄົນຂອງພະເຈົ້າໄດ້ຮັບ. 42 ຂ້ອຍຈະບອກໃຫ້ຮູ້ວ່າ ຄົນທີ່ເອົານ້ຳເຢັນແຕ່ຈອກດຽວໃຫ້ຄົນຕ່ຳຕ້ອຍຜູ້ໜຶ່ງກິນຍ້ອນຜູ້ນັ້ນເປັນລູກສິດຂອງຂ້ອຍ ລາວຈະໄດ້ຮັບລາງວັນແນ່ນອນ.”+