ເພງສັນລະເສີນ
ເຖິງຜູ້ຄວບຄຸມດົນຕີ. ເພງຂອງດາວິດຜູ້ຮັບໃຊ້ຂອງພະເຢໂຫວາ. ລາວຮ້ອງເພງນີ້ໃຫ້ພະເຢໂຫວາໃນມື້ທີ່ພະເຢໂຫວາຊ່ວຍລາວໃຫ້ລອດຈາກສັດຕູທັງໝົດແລະຈາກຊາອູນ. ລາວຮ້ອງວ່າ:+
18 ພະເຢໂຫວາເອີ້ຍ ພະອົງເປັນກຳລັງຂອງລູກ.+ ລູກຮັກພະອົງຫຼາຍ.
2 ພະເຢໂຫວາເປັນຫີນຜາ ເປັນປ້ອມທີ່ແຂງແຮງຂອງລູກ ແລະເປັນຜູ້ຊ່ວຍລູກໃຫ້ລອດ.+
ພະເຈົ້າຂອງລູກເປັນຫີນຜາ+ທີ່ບັງລູກໄດ້.
ພະອົງເປັນໂລ້ ເປັນຜູ້ຊ່ວຍຊີວິດທີ່ມີລິດເດດ* ແລະເປັນບ່ອນລີ້ທີ່ປອດໄພ.*+
3 ລູກຮ້ອງຫາພະເຢໂຫວາຜູ້ທີ່ສົມຄວນໄດ້ຮັບການສັນລະເສີນ
ແລະພະອົງຈະປົກປ້ອງລູກຈາກພວກສັດຕູ.+
4 ຄວາມຕາຍເປັນຄືກັບເຊືອກທີ່ມັດລູກໄວ້ບັກແໜ້ນໆ.+
ຄົນຊົ່ວເຮັດໃຫ້ລູກຢ້ານຄືກັບນ້ຳໄຫຼຊັດມາຖ້ວມ.+
6 ເມື່ອລູກທຸກໃຈ ລູກເອີ້ນຫາພະເຢໂຫວາ.
ລູກຮ້ອງຂໍຄວາມຊ່ວຍເຫຼືອຈາກພະເຈົ້າຂອງລູກຕະຫຼອດ.
7 ແຜ່ນດິນເລີ່ມສັ່ນໄປສັ່ນມາ+
ຮາກຖານຂອງພູສັ່ນສະເທືອນ
ແລະໄກວໄປໄກວມາຍ້ອນວ່າພະອົງໃຈຮ້າຍ.+
9 ຕອນທີ່ພະອົງລົງມາ ພະອົງຢຽບຂີ້ເຝື້ອໃຫ້ຕ່ຳລົງ+
ແລະກ້ອນຂີ້ເຝື້ອທີ່ໜາໆກໍຢູ່ກ້ອງຕີນຂອງພະອົງ.+
10 ພະອົງຂີ່ທູດສະຫວັນ*ແລະບິນມາ.+
ພະອົງຢູ່ເທິງປີກຂອງທູດສະຫວັນທີ່ບິນເຈີດລົງມາ.+
12 ມີແສງສະຫວ່າງມາຈາກພະອົງ
ແລະໝາກເຫັບກັບຖ່ານໄຟທີ່ລຸກແຮງກໍແຕກຟົ້ງຜ່ານຂີ້ເຝື້ອອອກມາ.
13 ແລ້ວພະເຢໂຫວາກໍໃຫ້ມີຟ້າຜ່າຈາກສະຫວັນ.+
ພະເຈົ້າສູງສຸດຮ້ອງສຽງດັງອອກມາ+
ແລະໝາກເຫັບກັບຖ່ານໄຟທີ່ລຸກແຮງກໍຕົກລົງມາ.
14 ພະອົງຍິງທະນູແລະເຮັດໃຫ້ພວກສັດຕູແຕກໜີໄປ.+
ເມື່ອພະອົງເຮັດໃຫ້ຟ້າແມບ ພວກສັດຕູກໍຢ້ານແລະບໍ່ຮູ້ວ່າຈະເຮັດແນວໃດ.+
15 ເມື່ອພະເຢໂຫວາຮ້າຍແລະມີລົມອອກມາຈາກຮູດັງຂອງພະອົງ+
ລົມນັ້ນແຮງຫຼາຍຈົນແມ່ນ້ຳແຫ້ງແລະເຫັນພື້ນ+
ແລະໄດ້ກວາດເອົາທຸກສິ່ງທີ່ຢູ່ພື້ນດິນຈົນເຫັນຮາກຖານຂອງໂລກ.
16 ພະອົງເດ່ມືລົງມາຈາກບ່ອນທີ່ສູງໆ
ແລະດຶງລູກຂຶ້ນມາຈາກນ້ຳເລິກ.+
18 ເຂົາເຈົ້າມາໂຈມຕີລູກຕອນທີ່ລູກລຳບາກຫຼາຍ+
ແຕ່ພະເຢໂຫວາຊ່ວຍລູກຕະຫຼອດ.
19 ພະອົງເອົາລູກອອກມາແລະພາລູກໄປຢູ່ໃນບ່ອນທີ່ປອດໄພ.*
ພະອົງຊ່ວຍຊີວິດລູກ ຍ້ອນພະອົງພໍໃຈລູກຫຼາຍ.+
21 ລູກເຮັດຕາມສິ່ງທີ່ພະເຢໂຫວາຕ້ອງການສະເໝີ
ແລະລູກບໍ່ໄດ້ເຮັດຊົ່ວໂດຍຖິ້ມພະເຈົ້າຂອງລູກ.
22 ລູກຈື່ຄຳສັ່ງທຸກຂໍ້ຂອງພະອົງ.
ລູກຈະເຮັດຕາມກົດໝາຍຂອງພະອົງຕະຫຼອດໄປ.
25 ພະອົງພັກດີຕໍ່ຜູ້ທີ່ພັກດີ.+
ພະອົງຍຸຕິທຳຕໍ່ຜູ້ທີ່ບໍ່ມີຄວາມຜິດ.+
26 ພະອົງຈິງໃຈຕໍ່ຜູ້ທີ່ຈິງໃຈ+
ແລະຜູ້ທີ່ມີເລ່ລ່ຽມຕົວະພະອົງບໍ່ໄດ້.+
28 ພະເຢໂຫວາເອີ້ຍ ພະອົງເປັນຜູ້ໄຕ້ຕະກຽງໃຫ້ລູກ.
ລູກຢູ່ໃນບ່ອນມືດ ແຕ່ພະອົງເຮັດໃຫ້ມີແສງສະຫວ່າງ.+
29 ຍ້ອນພະອົງຊ່ວຍ ລູກຈຶ່ງຕໍ່ສູ້ກັບພວກກຸ່ມໂຈນໄດ້.+
ຍ້ອນພະເຈົ້າໃຫ້ກຳລັງ ລູກຈຶ່ງປີນຂ້າມກຳແພງໄດ້.+
ພະອົງເປັນໂລ້ສຳລັບທຸກຄົນທີ່ໄປລີ້ໄພຢູ່ນຳພະອົງ.+
31 ບໍ່ມີພະເຈົ້າອື່ນນອກຈາກພະເຢໂຫວາ+
ແລະພະເຈົ້າຂອງພວກເຮົາເປັນຄືກັບຫີນຜາ.+
33 ພະອົງເຮັດໃຫ້ລູກໂດດໄດ້ຄືກວາງ.
ພະອົງເຮັດໃຫ້ລູກຢືນຢູ່ບ່ອນທີ່ສູງຊັນໄດ້.+
34 ພະອົງຝຶກລູກໃຫ້ເຮັດສົງຄາມ
ລູກຈຶ່ງກົ່ງຄັນທະນູທອງແດງໄດ້.
35 ພະອົງເອົາໂລ້ໃຫ້ລູກເພື່ອຊ່ວຍຊີວິດລູກ.+
ມືຂວາຂອງພະອົງໄດ້ໂຈມລູກໄວ້
ແລະຄວາມຖ່ອມຂອງພະອົງເຮັດໃຫ້ລູກຍິ່ງໃຫຍ່.+
36 ພະອົງເຮັດໃຫ້ທາງຍ່າງຂອງລູກກວ້າງອອກ
ລູກຈຶ່ງບໍ່ມື່ນ.+
37 ລູກຈະໄລ່ລ່າພວກສັດຕູແລະນຳທັນເຂົາເຈົ້າ.
ລູກຈະບໍ່ກັບມາຈົນກວ່າຈະຂ້າເຂົາເຈົ້າໄດ້ໝົດ.
38 ລູກຈະຈັດການເຂົາເຈົ້າຈົນເຂົາເຈົ້າລຸກຂຶ້ນມາບໍ່ໄດ້.+
ເຂົາເຈົ້າຈະລົ້ມລົງແລະລູກຈະເອົາຕີນຢຽບ.
39 ພະອົງຈະຊ່ວຍລູກໃຫ້ມີແຮງຕໍ່ສູ້.
ພະອົງຈະເຮັດໃຫ້ພວກສັດຕູລົ້ມລົງຕໍ່ໜ້າລູກ.+
41 ເຂົາເຈົ້າຈະຮ້ອງຂໍຄວາມຊ່ວຍເຫຼືອ ແຕ່ຈະບໍ່ມີໃຜຊ່ວຍ.
ເຖິງວ່າເຂົາເຈົ້າຈະຂໍໃຫ້ພະເຢໂຫວາຊ່ວຍ ແຕ່ພະອົງກໍຈະບໍ່ຟັງ.
42 ລູກຈະຕຳເຂົາເຈົ້າຈົນມຸ່ນຄືກັບຂີ້ຝຸ່ນທີ່ຖືກລົມພັດໄປ.
ລູກຈະໂຍນເຂົາເຈົ້າຖິ້ມຄືກັບຂີ້ຕົມຢູ່ຫົນທາງ.
43 ເຖິງວ່າຄົນຈະຈັບຜິດລູກ ພະອົງກໍຈະຊ່ວຍຊີວິດລູກ.+
ພະອົງຈະແຕ່ງຕັ້ງລູກໃຫ້ເປັນຜູ້ນຳຂອງຊາດຕ່າງໆ.+
ຊາດອື່ນທີ່ລູກບໍ່ຮູ້ຈັກກໍຈະມາຮັບໃຊ້ລູກ.+
44 ພຽງແຕ່ໄດ້ຍິນເລື່ອງຂອງລູກ ເຂົາເຈົ້າກໍຈະເຊື່ອຟັງລູກ.
ຄົນຕ່າງຊາດຈະຢ້ານລູກຈົນໝູບຢູ່.+
45 ຄົນຕ່າງຊາດຈະບໍ່ກ້າຫານແລ້ວ.
ເຂົາເຈົ້າຈະຍ່າງແບບສັ່ນໆອອກມາຈາກປ້ອມຂອງເຂົາເຈົ້າ.
46 ພະເຢໂຫວາຜູ້ມີຊີວິດຢູ່ ພະອົງເປັນຫີນຜາຂອງລູກ. ລູກຂໍສັນລະເສີນພະອົງ.+
ພະເຈົ້າທີ່ຊ່ວຍຊີວິດລູກໃຫ້ລອດ ຂໍໃຫ້ພະອົງໄດ້ຮັບການຍົກຍ້ອງ.+
47 ພະເຈົ້າທ່ຽງແທ້ແກ້ແຄ້ນແທນລູກ.+
ພະອົງໃຫ້ພວກສັດຕູຢູ່ພາຍໃຕ້ອຳນາດລູກ.
48 ພະອົງຊ່ວຍລູກໃຫ້ລອດຈາກພວກສັດຕູທີ່ໃຈຮ້າຍ.
ພະອົງຍົກລູກໃຫ້ສູງຂຶ້ນຈົນຜູ້ທີ່ມາໂຈມຕີລູກຢື້ບໍ່ເຖິງ.+
ພະອົງປົກປ້ອງລູກຈາກຄົນທີ່ຮຸນແຮງ.
49 ພະເຢໂຫວາ ຍ້ອນແນວນີ້ລູກຈະຍົກຍ້ອງພະອົງຕໍ່ໜ້າຊາດຕ່າງໆ.+